ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ຮູບແຕ້ມ ພະເຈົ້າອະນຸວົງຊົງມ້າ

​             

            ໃນ​ອະດີດ​ອັນ​ບໍ່​ດົນ​ປານ​ໃດ, ປະ​ເທດ​ຊາດ​ທີ່​ກວ້າງ​ໃຫຍ່​ໄພສານອັນ​ແສນ​ເຄົາ​ລົບ​ຮັກ​ຂອງ​ພວກ​ເຮົາ​​ໄດ້​ຖືກ​ສັກດິນາ​ຕ່າງ​ດ້າວ​ເຂົ້າມາ​ຮຸກ​ຮານ​ແລະ​ຍາດ​ຊິງ​ດິນ​ແດນ​, ລາສະ​ດອນ, ຊັບ​ສິນ ​​​ເອກະ​ສານອັນ​ເປັນພູມ​ປັນຍາ ຂອງ​ຄົນ​ລາວ​ໄປ​ຢ່າງຫຼວງຫຼາຍ ​ແລະ​ທາລຸນ​ປະຊາຊົນ​ລາວ​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ. ໃນ​ໄລຍະ​ທີ່​ປະ​ເທດ​ເຮົາ​ຕົກ​ເປັນ​ປະ​ເທດສ​ະລາດ ບັນພະບຸລຸດ​ຂອງ​ລາວ​, ຍາມ​ໃດ​ກໍ​ຊອກ​ຫາ​ໂອກາດ​ອັນ​ດີ ​ເພື່ອ​ຍາດ​ເອົາ​ເອກະ​ລາດ​, ທ້ອນ​ໂຮມ​ຄົວ​ເຮືອນ​ຄົນ​ລາວ ກັບ​ຄື​ນ.

            ​ເມືອງ​ວຽງຈັນ ​​ໃນ​ອະດີດ ລ້ອມ​ດ້ວຍ​ກຳ​ແພງ ​ແລະ​ຄອງ​ນ້ຳ, ມີ​ປະ​ຕູ​ເມືອງ​ທັງ​ສີ່​ດ້ານ ​ແລະ​ຕາມ​ກຳ​ແພງ​ຍັງ​ມີ​ປ້ອມ​ຍາມ​ຢາຍ​ຢູ່​ເປັນ​ຍ່ານ. ​ເມືອງ​ນີ້​ເປັນ​ເມືອງ​ອຸດົມຮັ່ງ​ມີ ​ແລະ​ຮຸ່ງ​ເຮືອງ​ເຂັ້ມ​ແຂງ. ກະສັດ​ຜູ້​ປົກ​ຄອງ​ເມືອງ​ນີ້ຊື່ວ່າ ພະ​ອະນຸດ​ທະລາ​ດ​ (​ເຈົ້າອະນຸ), ມີ​ເທວີ​ຂວາ​ຊື່ວ່າ ນາງ​ ຄຳ​ປ້ອງ ​ແລະ​ເທວີ​ຊ້າ​ຍຊື່ວ່າ ນາງ​ຄຳ​ຈັນ; ມີນາ​ງສະໜົມກົມ​ມະວັງ, ມີ​ເສນາ​ອາມາດ ​ແລະ​ທະຫານ​ຜູ້​ກ້າ​ຫານ​ນັບ​​ເປັນໝື່ນ​ໆ; ມີ​ຊ້າງ, ມ້າ ຢ່າງ​ຫຼວງຫຼາຍ; ມີນາ​ງລະບຳ​ເສບ​ຟ້ອນ​ຖວາຍ​ພະ​ອົງ​ຢູ່​ທຸກ​ວັນ. ຊາວ​ເມືອງ​ຍູ​ທ່າ​ງ​ແລກ​ປ່ຽນ​ຊື້ຂາຍ ​ແລະ​ດຳລົງ​ຊີວິດຢູ່​ຢ່າງ​ສຸກ​ກະ​ເສີມ​ສຳລານ ບໍ່​ອາດ​ຫາ​ຫຍັງ​ມາ​ປຽບ​ປານ​ໄດ້. ​ໄພ່​ຟ້າ​ລາສະດອນພ້ອມ​ກັບ​ອົງ​ກະສັດ ກໍ​ພ້ອມ​ກັນ​ສ້າງ​ສາ​ບູລະນະ​ວັດ​ວາ​ອາ​ຮາມ ​ໃຫ້​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ. ຕໍ່​ມາ​ໄດ້​ມີ​ເຫດ​ລາງ​ເກີດ​ຂຶ້ນ ຄື​ຟ້າ​ຜ່າ​ທາດ​ພະນົມ, ດິນ​ກາງ​ເມືອງ​ແຕກ​ຍະ​ເປັນ​ທາງ​ອັນ​ເປັນ​ລາງ​ສັງຫອນ​ເພື່ອ​ບອກ​ຂ່າງ​ລ່ວງໜ້າວ່າ ​ເຫດ​ຮ້າຍ​ຈະ​ເກີດ​ຂຶ້ນກັບ​ນະຄອນຫຼວງວຽງ​ຈັນ​ໃນ​ໂອກາດ​ອັນ​ໃກ້​ນີ້.

​             ໄລ​ຍະ​ທີ່​ຜ່ານ​ມາຄົນ​ລາວ​ຫຼາຍຄົນ​ຮັບ​ຮູ້​ວ່າ ​ເຈົ້າອະນຸ ​ເປັນ​ກະສັດ​ລາວ​ອົງໜຶ່ງທີ່ມີ​ຈິດ​ໃຈຮັກ​ຊາດ ມີນ້ຳ​ໃຈ​ຄຽດ​ແຄ້ນ​ສັດຕູ ​ແລະ​ໄດ້​ນຳ​ພາກ​ອງທັບ​ລຸກຂຶ້ນຈັບ​ອາວຸດ​ຕໍ່​ສູ້​ຕ້ານ​ກັບ​ສັດຕູ​ດ້ວຍ​ມື​ຂອງ​ພະ​ອົງ​ເອງ. ​ແຕ່, ​​ແມ່ນ​ໃຜ​ຮູ້​ແດ່​ວ່າ ​ຊະ​ນວນ​ຂອງ​ສົງຄາມ​ລະຫວ່າງ​ວຽງ​ຈັນ​ກັບ​ບາງ​ກອກລຸກ​ເປັນ​ແປວນັ້ນ​ແມ່ນ​ຫຍັງ​ກັນ​ແທ້?

​             ພະຍາ​ຍົກ​ກະບັດ(ຕໍ່​ມາ​ໄດ້​ປ່ຽນ​ຊື່​ເປັນ ພະຍາ​ພົມ​ພັກດີ) ​ເຈົ້າ​ເມືອງ​ແຫ່ງ​ນະຄອນ​ລາຊະສີ​ມາ ​ເປັນ​ພະຍາ​ທີ່​ມີ​ຄວາມ​ສະຫຼາດ​ໃນ​ການ​ໃຊ້​ເລ່ລ່ຽມ, ປິ້ນປອກຫຼອກລວງ, ​ໂລບ​ມາກ​ໂລພາ ​ແລະ​ໂຫດ​ຮ້າຍ​ປ່າ​ເຖື່ອນ; ພະຍາ​ຍົກ​ ກະບັດ​ປະຕິບັດ​ເລ​່ລ່ຽມ​ທຳ​ອິດ​ດ້ວຍ​ການ​ຕົວະ​ຍົວະ​ເຈົ້າຄອງ​ເມືອງ​ບາງ​ ກອກຂໍ​ອາສາ​ໄປ​ເກັບ​ສ່ວຍ​ນຳ​ພວກ​ຂ້າ​ລະ​ແດ​ຢູ່​ທາງ​ດອນ​ໂຂງ (ຈຳປາ​ສັກ), ​ເຈົ້າຄອງ​​ເມືອງ​ບາງ​ກອກ​ກໍ​ເຫັນ​ດີ. ​ແຕ່​ໃນ​ທາງ​ປະຕິບັດ ພະຍາ​ຍົກ​ກະບັດ​ພ້ອມ​ທະຫານຂອງ​ຕົນ ​ໄປ​ລັດ​ປຸ້ນ​ຈີ້​ເອົາ​ສົມບັດ​ຂອງ​ຊາວ​ຄ້າ​ຂາຍ​ທີ່​ກາຍ​ໄປ​ມາ​ແຖວ​ນັ້ນ. ພ້ອມ​ກັນນັ້ນພະຍາ​ຍົກ​ກະບັດ​ຍັງ​ໄດ້​ແຜ່​ອຳນາດ​ປາບ​ປາມ ​ແລະ​ຍຶດ​ເອົາ​ທັງ​ແປດ​ຫົວ​ເມືອງ. ມີ​ແຕ່​ເມືອງ​ພູ​ຂັນ​ແຫ່ງ​ພະຍາ​ໄກ​ບໍ່​ເຫັນ​ດີ ​ແລະ​ຄັດຄ້ານ​ພະຍາ​ຍົກ​ກະບັດ ພ້ອມ​ທັງ​ສົ່ງ​ສານ​ຟ້ອງ​ເລື່ອງ​ຍົກ​ກະບັດ​ຕໍ່​ບາງ​ກອກ. ​ເມື່ອ​​ເຈົ້າຄອງ​ເມືອ​ງບາງ​ກອກ​ຮູ້​ເລື່ອງ​ຈຶ່ງ​ສົ່ງ​ອາມາດ​ໄປ​ຖາມ​ເບິ່ງ ​ແຕ່​ພໍ​ອາດ​ມາດ​ໄປ​ຖາມ​ພະຍາ​ຍົກ​ກະບັດ​ກໍ​ປະຈົບ​ປະ​ແຈງ​ແລະ​ຖອກ​ເທ​ເງິນ​ຄຳ​ຊື້ຈ້າງ​ອາມາດ. ​​ເມື່ອ​ເວລາ​ດົນ​ນານ​ເຈົ້າຄອງ​ເມືອງ​ບາງ​ກອກ​ບໍ່​ເຫັນ​ອາມາດ​ກັບ​ຄື​ນ ຈຶ່ງ​ແຕ່ງ​ພະຍາ​ໄກສອນ​ຄຳ​ແດງ​ໄປ​ຈັບ​ໂຕ​ອາມາດ​ແລະ​ພະຍາ​ຍົກ​ກະບັດ​ກັບ​ເມືອ​ບາງ​ກອກ ​ແຕ່​ເມື່ອ​ມາ​ຮອດ​ເມືອງ​ໂຂງ ​ອາມາດ​ກໍ​ລາຍ​ງານ​ສູ​່ຟັງ​ວ່າ​ພະຍາ​ຍົກ​ກະບັດ​​ເປັນ​ຄົນ​ດີ​ແລະ​ສະຫຼາດ. ​ຈາກ​ນັ້ນ​ເຂົາ​ທັງ​ສາມ​ຈຶ່ງ​ກັບ​ຄື​ນບາງ​ກອກ​ພ້ອມ​ດ້ວຍ​ເຄື່ອງ​ບັນນາການ​ຢ່າງ​ຫຼວງຫຼາຍຄື ​ເງິນ, ຄຳ, ນໍ, ງາ, ຂ້ອຍ​ຂ້າ ​ແລະ​ອື່ນໆ ​ເມືອ​ຖວາຍ​ເຈົ້າຄອງ​ເມືອງ​ບາງ​ກອກ. ​ເຈົ້າຄອງ​ເມືອງ​ບາງ​ກອກ​ຈຶ່ງ​ມີ​ຄວາມ​ປິຕິ​ຊົມ​ຊື່ນ​ແລະ​​ເລື່ອນ​ຍົດ​ຈາກ​ຍົກ​ກະບັດ ມ​າ​ເປັນ​ພະຍາ​ພົມ​ພັກດີ ​ແລະ​ມອບ​ໃຫ້​ຄອງ​ເມືອງ​ຄອນ​ລາດ ​ແທນ​ພະຍາ​ບຸນ​ຈັນ​ເມື່ອ​ເຂົາ​ຕາຍ​ໄປ. ​ແຕ່​ປັດຈຸບັນ​ພະຍາ​ບຸນ​ຈັນ​ຍັງ​ຄອງ​ລາດ​ຢູ່ ພະຍາ​ພົມ​ພັກດີ​ຈຶ່ງ​ຂໍ​ນຳ​ເຈົ້າ​ເມືອງ​ບາງ​ກອກ ຕົວະ​ວ່າ​ຂໍ​ເມືອ​ສ້າງ​ເມືອງ​ໂຂງ​ຄື​ເກົ່າ, ​ເຈົ້າຄອງ​ບາງ​ກອກ​ກໍ​ເຫັນ​ດີ. ​ເມື່ອ​ມາ​ຮອດ​ເມືອງ​ໂຂງ​ເຂົາ​ກໍ​ເກັບ​ເກນ​ເອົາ​ຊ້າງ​ມ້າ​, ​ເຂົ້າ​ ​ແລະ​ຄົນ ຈາກ​ເມືອງໝັ້ນ, ຄຳ​ທອງ, ອັດຕ​ະປື, ​ແສນ​ປາງ, ບ້ານ​ດ່ານ, ພູ​ຂັນ, ອຸບົນ, ສີສະ​ເກດ, ຈຳປາ​ສັກ, ​ເມືອງ​ຈຳປາ ​ແລະ​ອື່ນໆ ​ໄປ​ຕີ​ເມືອງ​ລະ​ແດ​ແລະ​ຍະ​ເຫີ​ນ ຈົນ​ແຕກ.

             ຕໍ່​ຈາກ​ນັ້ນ, ພະຍາ​ພົມ​ພັກດີ​ກໍ​ໄປ​ຍົວະ​ເຈົ້າຫົວ​ສາ​ເກດ​ໂງ້ງ​ຜູ້​ມີ​ອິດທ​ິພົນ​ແລະ​ວິຊາ​ອາຄົມ ​ໃຫ້​ຈູດ​ເມືອງ​ຈຳ​ປາ​ສັກ. ​ໂດຍ​ຕົວະ​ວ່າ​ເມື່ອ​ຈູດ​ເມືອງ​ປາ​ສັກ​ແລ້ວ​ຈະ​ໄດ້​ນັ່ງ​ສືບ​ເມືອງ ​ແລະ​ເງິນ​ຄຳ​ຈະ​ຫຼັ່ງ​ໄຫຼມາ. ​​ເຫດການ​ນີ້​ພະຍາ​ພົມ​ພັກດີ​ກໍ​ໄດ້​ແຕ່ງ​ກຳລັງ​ມາສ​ົມທົບ ​ແຕ່​​ເປັນ​ພຽງ​ກອງໜູນ​ເທົ່າ​ນັ້ນ.

              ​ເມື່ອ​ເຈົ້າອະນຸ​ໄດ້​ຮູ້​ຂ່າວ​ການ​ຈູ​ດ​ເຜົາ​ເມືອງ​ຈຳປາ​ສັກ ຈຶ່ງ​ໄດ້​ລ່ອງ​​ແພ​ລົງ​​ໄປ​ຈັບ​ເຈົ້າ​ຫົວ​ສາ​ເກດ​​ໂງ້ງ, ​ເຈົ້າຫົວ​ສາ​ເກດ​ໂງ້ງ​ໄດ້​ຍອມ​ຮັບ​ສາລະພາບ​ວ່າ​ພະຍາ​ພົມ​ພັກດີ​ມາ​ບອກ​ໃຫ້​ຈູດ​ເພື່ອ​ຈະ​ໄດ້​ນັ່ງ​ສືບ​ເມືອງ. ຕໍ່​ມາ​ເຈົ້າອະນຸ​ຈຶ່ງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ພະຍາ​ພົມ​ພັກດີ​ມາ​ສອບ​ຖາມ ​ແຕ່​ລາວ​ບອກ​ວ່າ​​ໄດ້​ຍິນ​ແຕ່​ຂ່າວ​ວ່າ​ເຈົ້າຫົວ​ສາ​ເກດ​ໂງ້ງ​ຈູດ​ເມືອງ​ຈຳປາ​ສັກ ​ແຕ່​ຕົນ​ເອງ​ບໍ່​ເຫັນ​ກັບ​ຕາ. ​ເຈົ້າອະນຸ, ພ້ອມ​ພະຍາ​ພົມ​ພັກດີ ​ໄດ້​ນຳ​ເອົາ​ເຈົ້າຫົວ​ສາ​ເກດ​ໂງ້ງ​ລົງ​ລາຍ​ງານ​ຕໍ່​ເຈົ້າຄອງ​ເມືອງ​ບາງ​ກອກ. ​ເມື່ອ​ເຈົ້າຄອງ​ເມືອງ​ບາງ​ກອກ​ຮູ້​ທຸກ​ຢ່າງ​ແລ້ວ ຕັດ​ສັ່ງ​ວ່າ: ​ເຈົ້າອະນຸ ​ແລະ​ພະຍາ​ພົມ​ພັກດີ ບໍ່​ມີ​ໃຜ​ຜິດ, ຍັງ​ຊົ່ວ​ແຕ່​ເຈົ້າ​ເມືອ​ງາ​ສັກ​ທີ່​ເສິກ​ມາ​ກໍ​ບໍ່​ສູ້. ສ່ວນ​ພະຍາ​ພົມ​ພັກດີ​ນັ້ນ​ແມ່ນ​ມີ​ຄຸນ​ງາມ​ຄວາມ​ດີ​ຫຼາຍ ຂໍ​ຊົມ​ເຊີຍ. ສ່ວນ​ເຈົ້າຫົວ​ສາ​ເກດ​ໂງ້ງ​ນັ້ນມັນ​ຜິດ​ຄອງ​ນັກ​ບວດ ຄວນ​ຂັບ​ໄລ່ໜີຈາກ​ເມືອງ​ເພາະ​ມັນ​ເປັນ​ຄົນ​ອະ​ທຳ. ກ່ອນ​ຈະ​ຄື​ນວຽງ​ຈັນ, ​ເຈົ້າອະນຸ​ໄດ້​ຂໍອະນຸຍາດ​ຈາກ​ບາງ​ກອກ​ຄອງ​ຈຳປາ​ສັກ. ພໍ​ກັບ​ຮອດ​ວຽງ​ຈັນ, ​ເຈົ້າອະນຸ​ຈຶ່ງ​ແຕ່ງ​ໃຫ້​ຫົວ​ເມືອງ​ຕ່າງໆ​ ທີ່​ຂຶ້ນກັບ​ວຽງ​ຈັນ ຈົ່ງ​ຊ່ວຍ​ກັນ​ສ້າງ​ແປງ​ເມືອງ​ບາ​ສັກ​ຄື​ນ​ໃໝ່, ​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ ​ເຈົ້າອະນຸ​ຈຶ່ງ​ແຕ່ງ​ໃຫ້​ລູກ​ຊາຍ​ຂອງ​ຕົນ​ເປັນ​ເຈົ້າຄອງ​ເມືອງ​ບາ​ສັກ.

​             ເມື່ອ​ລຸນ​ມາ​ພະຍາ​ພົມ​ພັກດີ​ຜູ້​ມີ​ກົນ​ອຸບາຍ​ລາຍ​ລ່ຽມ, ກໍ​ຂາບ​ໄຫວ້​ເຈົ້າບາງ​ກອກ​ເພື່ອ​ຂໍ​ສັກ​ເລກ​ຄົນ​ລາວ​ທຸກ​ຫົວ​ເມືອງ, ​ເພາະ​ຢ້ານ​ຫົວ​ເມືອງ​ລາວ​ລຸກຂຶ້ນຕ້ານ​ກັບ​ບາງ​ກອກ. ​ເຈົ້າ​ເມືອ​ງບາງ​ກອກ​ກໍ​ເຫັນ​ດີ​ຕາມ​ການ​ຕົວະ​ຍົວະ​ຂອງ​ພະຍາ​ພົມ​ພັກດີ. ຈາກ​ນັ້ນ​ ​ເຈົ້າ​ເມືອ​ງບາງ​ກອກ​ຈຶ່ງ​ແຕ່ງ​ໃຫ້​ຂຸນໝື່ນຜູ້​ວາງ​ໃຈ​ໄດ້​ ​ໃຫ້​ມາ​ປາບ​ປາມຫົວ​ເມືອງ​ລາວ ຕັ້ງ​ແຕ່​ເມືອງ​ກາລະ​ສິນ ຈົນ​ເຖິງ​ເມືອງ​ເຂັມ​ມະລ​າດ, ບັງ​ມຸກ, ​ເຂດ​ອຸບົນ ​ແລະ​ເຂ​ດອື່ນໆ ​ເພື່ອ​ໃຫ້​ຄົນ​ລາວ​ຢ້ານ ບໍ່​ກ້າ​ເຮັດ​ສົງຄາມ.

             ຕໍ່​ມາ ​ເມື່ອ​ເຈົ້າຄອງ​ບາງ​ກອກ​ຊາບ​ວ່າ ພະຍາ​ບຸນ​ຈັນ ​ເຈົ້າ​ເມືອງ​ຄອນ​ລາດ​ມໍລະນະ​ກຳ​ແລ້ວ ​ຈຶ່ງ​ແຕ່ງ​ຕັ້ງພະຍາ​ພົມ​ພັກດີ​ຂຶ້ນຄອງ​ເມືອງ​ຄອນ​ລາດ​ແທນ. ຫຼັກຈາກ​ໄດ້​ຄອງ​ລາດ​ແລ້ວ, ພະຍາ​ພົມ​ພັກດີ​ຈຶ່ງ​ສັ່ງ​ໃຫ້​ກອງ​ສັກ ລົງ​ໄປ​ຈົດ​ທະບຽນ​ຄົນ​ລາວ​ຍັງ​ຍິງ ​ແລະ​ຊາຍ, ຜົວ​ແລະ​ເມ​ຍ​ໃຫ້​ຄົບ​ຖ້ວນ​ບໍ່​ໃຫ້​ລອດ​ຈັກ​ຄົນ. ​ເມື່ອ​ສັກ​ເລກ​ແລະ​ລົງ​ທະບຽນ​ລາຍຊື່​ຄົນ​ລາວ ຄົງ​ທັງ​ແປດ​ຫົວ​ເມືອງ​ແລ້ວ ພວກ​ເຂົາ​ກໍ​ກັບ​ຄື​ເມືອງ​ບາງ​ກອກ.

             ຖັດນັ້ນມາ, ພະຍາ​ພົມ​ພັກດີ​ໄປ​ປັ່ນ​ປ່ວນ ​ແລະ​ຮ່ວມ​ຫົວ​ກັບ​ນ້ອງ​ຊາຍ​ຂອງ​ພະຍາ​ໄກ​ຈູດ​ເມືອງ​ພູ​ຂັນ ​ເພາະ​ຄຽດ​​ໃຫ້​ພະຍາ​ໄກ​ບໍ່​ຍອມ​​ເປັນ​ຫົວ​ເມືອງ​ຂຶ້ນ​ແກ່​ຕົນ​ເມື່ອ​ຫຼາຍປີ​ກ່ອນ. ພະຍາ​ໄກ​ມີ​ນ້ອງ​ຊາຍ​ຊື່​ທ້າວ​ກິ່ງ​ຫຼ້າ, ທ້າວ​ກິ່ງ​ຫຼ້າມີ​ໃຈ​ຄົດລ້ຽວຫວັງ​ຂ້າ​ອ້າຍ ​ເພື່ອ​ຂຶ້ນຄອງ​ເມືອງ ພະຍາ​ພົມ​ພັກດີ​ຈຶ່ງ​ຮ່ວມ​ມື​ກັບ​ທ້າວ​ກິ່ງ​ຫຼ້າຫຼອນຈູດ​ເຜົາ​ເມືອງ​ພູ​ຂັນ​ແບບ​ບໍ່​ໃຫ້​ຕັ້ງ​ໂຕ. ທັງ​ພະຍາ​ໄກ​ແລະ​ປະຊາຊົນ​​ແຕກ​ຊະນະ​ໂມ​ໄປ​ຄົນ​ລະ​ທິດ​ຄົນ​ລະ​ທາງ. ​ເມືອງ​ພູ​ຂັນ​ໃນ​ຄາວ​ນີ້​ແມ່ນ​ຖືກ​ພະຍາ​ພົມ​ພັກດີ​ປຸ້ນ​ສະດົມ ​ແລະ​ເກັບ​ກວາດ​ເອົາ​ທຸກ​ຢ່າງ ນັບ​ທັງ​ຄົນ, ວັດຖຸ​ເງິນ​ຄຳ ​ແລະ​ຊ້າງ​ມ້າ. ພວກ​ເຂົາ​ຂົ່ມ​ຂູ່ ບີບ​ບັງຄ​ັບ​ທັງ​ຮ່າງ​ກາຍ​ແລະ​ຈິດ​ໃຈ​ຂອງປະຊາຊົນ ​ເມືອງ​ພູ​ຂັນ​ຢ່າງ​ປ່າ​ເຖື່ອນ, “ຍິງ​ໃດ​ນົມ​ຍານ​ນັ້ນ​ ໃຫ້​ເສ​ຍຄຳ​ບາດໜຶ່ງ, ສ່ວນຍິງ​ໃດ​ນົມ​ເຄັ່ງ​ນັ້ນ ​ໃຫ້​ເສ​ຍຫ້າ​ສະຫຼຶງ”.


              ປະຊາຊົນໜີຈາກ​ການ​ສັກ​ເລກ, ຊະ​ນວນ​ສົງຄາມວຽງ​ຈັນ-ບາງ​ກອກ

              ໝົດລະດູ​ຝົນ​ກ້າວ​ສູ່​ລະດູ​ແລ້ງ, ຝູງ​ນາຍ​ກອງ​ສັກ​ກໍ​ພາ​ກັນ​ອອກ​ມາ​ຈາກ​ບາງ​ກອກ ມາຕັ້ງທັບ​ຢູ່​ເມືອງ​ກາລະ​ສິນ ​ແລ້ວ​ເລັ່ງຈັດ​ເອົາ​ບັນດາ​ຫົວ​​ເມືອງ​ມາ​ໂຮມ​ກັນ​ເພື່ອ​ສັກ​ເລກ. ​ເກດ​ການ​ດັ່ງ​ກ່າວ​ເປັນ​ອຸບາດ ​ແລະ​ເດືອດ​ຮ້ອນ​ເຖິງ​ເສນາ​ອາມາດ​ຂອງ​ບັນດາ​ຫົວ​ເມືອງ​ໃນ​ຂົງ​ເຂດ​ນີ້. ສະນັ້ນ, ຈຶ່ງ​ມີ​ຫຼາຍ​ເມືອງ ຕະຫຼອດ​ເຖິງ​ເຈົ້າ​ເມືອງ​ບາງ​ຄົນ ພາ​ໄພ່​ຟ້າ​ລາສະດອນ​ປົບໜີອອກ​ຈາກ​ເມືອງ ​ເພື່ອ​ເມືອ​ເພິ່ງ​ເຈົ້າຂະໝ່ອມວຽງ​ຈັນ(​ເຈົ້າອະນຸ). ​ເຈົ້າພະ​ສົມ​ບໍພິດ​ໄດ້​ພາ​ໄພ່​ພົນໜີຈາກ​ເມືອງ​ກາລະ​ສິນ​ໄປ​ຕັ້ງບ້ານ​ເມືອງ​ຢູ່ໜອງຫານ. ສ່ວນ​ເຈົ້າ​ແຫ່ງ​ເມືອງ​ສາກົນ​ນະຄອນ​ແມ່ນ​ນຳ​​ໄພ່​ຟ້າ ລາສະດອນ​ໄປ​ເພິ່ງ​​ເຈົ້າຄອງ​ນະຄອນ​ພະນົມ.

              ຕໍ່​ມາ​ພະຍາ​ພົມ​ພັກດີ​ໄດ້​ເຮັດ​ສານ​ໄປ​ຕົວະ​ເຈົ້າຄອງ​ເມືອງ​ບາ​ສັກ​ວ່າ ​ເຂົາ​ຈະ​ເອົາ​ກຳລັງ​ຜ່ານ​ເມືອງ​ບາ​ສັກ​ເພື່ອ​ໄປ​ຕີ​ພວກ​ຂ້າ, ​ເພາະ​ພວກ​ຂ້າ​ບໍ່​ຍອມ​ເສ​ຍສ່ວຍ​ໃຫ້​ເຂົາ, ​ເຂົາ​ຈະ​ຈັບ​ເອົາ​ຂ້າ​ຝູງ​ນີ້​ເມືອ​ຖວາຍ​ແກ່​ເຈົ້າຄອງ​ບາງ​ກອກ. ​ເຈົ້າຄອງ​ເມືອງ​ບາ​ສັກ​ໄດ້​ຮ້າຍ​ໃຫ້​ແກ່​ພະຍ​າ​ພົມ​ພັກດີ​ວ່າ: “ຢູ່​ໃນ​ຍົງ​ເຂດ​ນີ້ມີ​ແຕ່​ກູຄົນ​ດຽວ​ເປັນ​ໃຫຍ່ ບໍ່​ອາດ​ອະນຸຍາດ​ໃຫ້​ໃຜ​ມາ​ຂົ່ມ​ຂູ່​ໄດ້”. ​ແຕ່​ພະຍາ​ພົມ​ພັກດີ​ຍັງ​ເວົ້າຕໍ່​ເຈົ້າຄອງ​ເມືອງ​ບາ​ສັກ​ຊ້ຳສອງ​ອີກ​ວ່າ: “​ເຈົ້າຫ້າມ​ຂ້ອຍ​ກໍ​ບໍ່​ຟັງ, ຢ່າ​ຂືນຄຳ​ເຄັມ​ໃສ່​ກັນ​ແນວ​ນັ້ນ”.

               ຄຳ​ເວົ້າຂອງ​ພະຍາ​ພົມ​ພັກດີ ​ໄດ້​ເຮັດ​ໃຫ້​ເຈົ້າຄອງ​ເມືອງ​ບາ​ສັກ​ບໍ່​ພໍ​ໃຈ​ເປັນ​ຢ່າງ​ຍິ່ງ ​ເພິ່ນ​ຈຶ່ງ​ຈັດ​ເອົາ​ກຳລັງ​ແລ້ວ​ລົງ​ເຮືອ ​ເພື່ອ​ຂຶ້ນ​ເມ​ືອລາຍ​ງານ​ຕໍ່​ພະ​ບິດາ(​ເຈົ້າອະນຸ) ທີ່​ນະຄອນວຽງ​ຈັນ. ​ເມື່ອ​ເຈົ້າອະນຸຊາ​ບຂ່າວ​ທຸກ​ປະການ​ແລ້ວ, ພະ​ອົງ​ກໍ​ມີ​ໃຈ​ໂກດ​ກ້າ​ເປັນອັນມາກ ບວກ​ກັບ​ພະ​ອົງ​ຄິດ​ເຫັນ​ການ​ກະທຳ​ຂອງ​ພະຍາ​ພົມ​ພັກດີ​ຕໍ່​ພະ​ອົງ​ໃນ​ໄລ​ຍະ​ຜ່ານ​ມາ. ດັ່ງ​ນັ້ນ, ພະ​ອົງ​ຈຶ່ງ​ເວົ້າວ່າ: “ກູ​ຊິ​ນຳ​ໄປ​ຕີ​ ໃຫ້​ມຸ່ຍ​ວາຍ​ປາງ​ນີ້”. ​ເປັນກ​ານ​ປະກາດ​ການ​ນຳ​ພາ​ປະຊາຊົນ​ລາວລຸກຂຶ້ນ​ຕໍ່​ສູ້​ຕ້ານ​ຄື​ນກັບ​ບາງ​ກອກ.

ຄັດ​ຈາກ: ພື້ນ​ວຽງ ສະ​ໄໝ​ເຈົ້າອະນຸ​, ຄະນະ​ຄົ້ນຄວ້າ​ພາກ​ວິຊາ​ພາສາ​ລາວ-ວັນນະຄະດີ, ຄະນະ​ອັກສອນສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ, 2004:18-24.

​           ທ່ານ​ຜູ້​ອ່ານຄົງຈະ​ພໍ​ສະຫຼຸບ​ໄດ້​ເນາະວ່າ​ ຊະ​ນວນສົງຄາມ​ວຽງ​ຈັນ-ບາງ​ກອກ​ແມ່ນ​ຫຍັງ​ກັນ​ແທ້? ​ເຈົ້າອະນຸວົງ​ທົນ​​ເຫັນ​ການ​ກົດ​ຂີ່​ຂູດ​ຮີດ​ອັນ​ປ່າ​ເຖື່ອນ​ຂອງ​ອຳນ​າດການ​ປົກ​ຄອງ​ບາງ​ກອກ​ຕໍ່​ປະຊາຊົນ​ລາວ​ບໍ່​ໄດ້, ​​ໂດຍສະ​ເພາະ​ແມ່ນ​ການ​ປັ່ນ​ປ່ວນ​ແລະສັກ​ເລກ​ເອົາຄົນ​ລາວຂອງ​ພະຍາ​ພົມ​ພັກດີ​ເຈົ້າ​ເມືອງນະຄອນ​ລາຊະສີມາ.

            ໝາຍ​ເຫດ: ການສັກເລກຄືການເອົາເຫຼັກແຫຼມແທງຕາມເສັ້ນນ້ຳເໝິກທີ່ຂຽນໄວ້ເປັນໂຕອັກສອນ ບອກຊື່ເມືອງ, ຊື່​ນາຍ​ທີ່​ສັງ​ກັດ ​ໂດຍ​ສັກ​ທີ່​ຂໍ້​ແຂນ​ທາງ​ໜ້າມື​ຫຼືຫຼັງມື.

 

                                   ກ່າຍມາຈາກ: www.sansouk.com/

 

Delicious Digg Fark Twitter