ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທັມມີອຸປະກາຣະຫຼາຍ ມີຢູ່ 2 ຢ່າງຄື: ສະຕິ (ຄວາມລະນຶກໄດ້) ສັມປະຊັນຍະ (ຄວາມຮູ້ຕົວ)

    ຄົນທີ່ຂາດຄວາມລະມັດລະວັງ ຂາດຄວາມຮອບຄອບ ມັກເຮັດຫຍັງກໍຜິດພາດ ແລະ ເກີດຄວາມເສຍຫາຍຢູ່ສະເໝີ ຄວາມບໍ່ລະມັດລະວັງ ບໍ່ຮອບຄອບ ນີ້ເອີ້ນວ່າ “ຄວາມປະມາດ” ພຣະພຸດທະເຈົ້າໄດ້ຊົງສະແດງ ເພື່ອເປັນການແກ້ຄວາມປະມາດໄວ້ໃນ ທຸກນິບາດ ອັງຄຸຕຕຣນິກາຍ ເອີ້ນວ່າ ພາຫຸປະກາຣະທັມ ແປວ່າ ທັມມີອຸປະກາຣະຫຼາຍ ໝາຍເຖິງ ທັມທີ່ເປັນເຄື່ອງປ້ອງກັນບໍ່ໃຫ້ເກີດຄວາມຜິດພາດ ໃນການຄິດ ການເວົ້າ ການເຮັດ ມີ 2 ປະການຄື: 1.ສະຕິ (ຄວາມລະນຶກໄດ້) 2.ສັມປະຊັນຍະ (ຄວາມຮູ້ຕົວ)

1.ສະຕິ (ຄວາມລະນຶກໄດ້) ມີຄວາມໝາຍ 2 ລັກສະນະ ຄື

   - ສະຕິ ໝາຍເຖິງ ຄວາມພົ້ນຄິດຂຶ້ນມາ ໃນສິ່ງທີ່ຈະເຮັດ ຈະເວົ້າ ຈະຄິດ ເປັນຄວາມພົ້ນຄິດທີ່ເກີດຂຶ້ນກ່ອນຈະເຮັດ ຈະເວົ້າ ຈະຄິດ ເຊິ່ງອາດຈະເປັນເລື່ອງໃນອະດີດ ປັດຈຸບັນ ອະນາຄົດ ເຊັ່ນ ພົ້ນຄິດຂຶ້ນໄດ້ວ່າເຄີຍເວົ້າຫຍັງໄວ້, ພົ້ນຄິດຂຶ້ນມາໄດ້ວ່າຕອນນີ້ກຳລັງເຮັດຫຍັງຢູ່, ພົ້ນຄິດຂຶ້ນມາວ່າມື້ອື່ນຈະເຮັດຫຍັງຕໍ່ໄປ ເຫຼົ່ານີ້ເປັນຕົ້ນ.

   - ສະຕິ ໝາຍເຖິງ ການມີໃຈຈົດຈໍ່ໃນກິດສິ່ງທີ່ກຳລັງເຮັດ ເວົ້າ ຄິດ ຄືມີຄວາມຕື່ນຕົວ ບໍ່ເພີ ສາມາດຂົ່ມໃຈບໍ່ໃຫ້ລອຍອອກໄປຈາກກິດທີ່ກຳລັງເຮັດ ເພາະທຳມະຊາດຂອງຈິຕ ຈະບໍ່ຢຸດນິ່ງກັບທີ່ ດັ່ງນັ້ນ ໃນຂະນະທີ່ເຮົາກຳລັງເຮັດ ເວົ້າ ຫຼື ຄິດສິ່ງໃດສິ່ງໜຶ່ງ ຈິຕກໍມັກຈະລອຍໄປສູ່ເລື່ອງອື່ນ ເອີ້ນວ່າ “ເພີ” ເມື່ອເພີແລ້ວສິ່ງທີ່ຄິດ ກິດທີ່ເຮັດ ຄຳທີ່ເວົ້າ ກໍມັກຈະເກີດຄວາມຜິດພາດ ສະນັ້ນ ສະຕິຈຶ່ງມີໜ້າທີ່ຄອຍຖ້າສະກັດກັ້ນ ຂົ່ມຈິຕບໍ່ໃຫ້ລອຍອອກໄປຈາກເລື່ອງທີ່ກຳລັງເຮັດຢູ່ ປຽບທຽບຄ້າຍຄືກັບຫາງເສືອທີ່ຄອຍຄວບຄຸມເຮືອໃຫ້ແລ່ນໄປສູ່ທິດທາງທີ່ຕ້ອງການ.

   ສະຕິ ໃນການປະຕິບັດທັມໝາຍເຖິງ ການຄອຍຖ້າສະກັດກັ້ນໃຈບໍ່ໃຫ້ຫຼົງເພີດເພີນໄປຕາມອຳນາດກິເຫຼດ ໃນຂະນະທີ່ຕາເຫັນຮູບ ຫູໄດ້ຍິນສຽງ ດັງໄດ້ກິ່ນ ລີ້ນໄດ້ລົດ ກາຍໄດ້ສຳພັດ

2.ສັມປະຊັນຍະ (ຄວາມຮູ້ຕົວ) ໃນໜັງສືນະວະໂກວາດທ່ານໃຫ້ຄວາມໝາຍວ່າ ຄວາມຮູ້ຕົວ ເຊິ່ງໝາຍເຖິງ ຄວາມຮູ້ສຶກຕົວວ່າກຳລັງເຮັດ ເວົ້າ ຄິດ ສິ່ງໃດຢູ່ ແຕ່ໂດຍສັບແລ້ວ ສັມປະຊັນຍະ ແປວ່າ ຄວາມຮູ້ທົ່ວພ້ອມ, ຄວາມຮູ້ທົ່ວດີ ມາຈາກຄຳບາລີວ່າ ສໍ (ພ້ອມ, ດີ) + ປ (ທົ່ວ) + ຊັນຍະ (ຄວາມຮູ້) ເຊິ່ງໝາຍເຖິງ ຄວາມຮູ້ຄັກ, ຄວາມເຂົ້າໃຈຄັກຕາມເປັນຈິງ ຄື ຮູ້ຄັກເຂົ້າໃຈຄັກໃນສິ່ງທີ່ ສະຕິ ລະນຶກຂຶ້ນວ່າ ສິ່ງນັ້ນຖືກຕ້ອງຫຼືບໍ່ ຜິດຫຼືຖືກແນວໃດ ສົມຄວນຫຼືບໍ່ສົມຄວນ ມີປະໂຫຍດຫຼືບໍ່ມີປະໂຫຍດ ດ້ວຍເຫດນັ້ນ ສັມປະຊັນຍະກໍຄືຕົວປັນຍາທີ່ລໍຄອຍຖ້າກວດກາ ສິ່ງທີ່ສະຕິລະນຶກຂຶ້ນມານັ້ນເອງ.

     ໃນສັມໂມຫະວິໂນທະນີ ອລັດກະຖາ ອະພິທັມປິດົກ ວິພັງ ເຫຼັ້ມທີ່ 2 ໜ້າ 385-399 ໄດ້ກ່າວເຖິງລັກສະນະຂອງສັມປະຊັນຍະໄວ້ 4 ຢ່າງຄື

  1. ສາດທະກະສັມປະຊັນຍະ ຄື ຄວາມຮູ້ທົ່ວວ່າສິ່ງນັ້ນມີປະໂຫຍດ ຫຼື ມີຈຸດມຸ່ງໝາຍແນວໃດ ແລ້ວຫາທາງຫຼີກລ້ຽງສິ່ງທີ່ບໍ່ມີປະໂຫຍດ ເລືອກເຮັດແຕ່ສິ່ງທີ່ມີປະໂຫຍດ

  2. ສັບປາຍະສັມປະຊັນຍະ ຄວາມຮູ້ທົ່ວວ່າສິ່ງນັ້ນດີຫຼືບໍ່ ເປັນສຸກຫຼືທຸກ ແລ້ວເລືອກເຮັດແຕ່ສິ່ງທີ່ດີ ແລະ ເປັນສຸກສຳລັບຕົນ

  3. ໂຄຈະຣະສັມປະຊັນຍະ ຄວາມຮູ້ທົ່ວສະເພາະໃນໂຄຈອນ ຄື ຮູ້ທົ່ວເຖິງຂອບເຂດຂອງວຽກທີ່ເຮັດ 

  4. ອະສັມໂມຫະສັມປະຊັນຍະ ຄວາມຮູ້ທົ່ວ ບໍ່ຫຼົງງົມງວຍ ຄື ຮູ້ໃນສິ່ງທີ່ລະນຶກນັ້ນຕາມຄວາມເປັນຈິງ ບໍ່ແມ່ນຄວາມຮູ້ທີ່ເປັນການຄາດເດົາ ຄວາມຫຼົງງົມງວຍ ຫຼື ເຂົ້າໃຈຜິດ

ປະໂຫຍດຂອງ ສະຕິ ສັມປະຊັນຍະ

     ສະຕິ ສັມປະຊັນຍະ ເມື່ອຝຶກໃຫ້ມີຢູ່ໃນຕົນເອງແລ້ວ ຍ່ອມມີປະໂຫຍດໃນການຊ່ວຍປ້ອງກັນບໍ່ໃຫ້ເກີດຂໍ້ຜິດພາດໃນການກະທຳ ການເວົ້າ ການຄິດ ແລະ ສະໜັບສະໜູນໃຫ້ສຳເລັດຜົນທຸກຢ່າງຕາມທີ່ຕ້ອງການ ໂດຍສະເພາະໃນການປະຕິບັດທັມຍິ່ງມີຄວາມຕ້ອງການ ສະຕິ ສັມປະຊັນຍະ ໃຫ້ຫຼາຍ ເພື່ອໃຫ້ມີຄວາມລະມັດລະວັງສະກັດກັ້ນ ຂົ່ມໃຈ ບໍ່ໃຫ້ຫຼົງໄປນຳອຳນາດຂອງກິເຫຼດ ໃນທຸກໆຂະນະຈິຕ

ວິທີຝຶກຕົນໃຫ້ມີ ສະຕິ ສັມປະຊັນຍະ ໃນແຕ່ລະວັນ ຄື

  1. ເວັ້ນຈາກການດື່ມສຸຣາເມໄຣ ແລະ ເສບສິ່ງເສບຕິດຕ່າງໆທັງຫຼາຍ ເຊິ່ງເປັນຕົວທຳລາຍ ສະຕິ ໂດຍກົງ

  2. ຝຶກກຳນົດນັບລົມຫາຍໃຈ ເຂົ້າ-ອອກ ຢ່າງໜ້ອຍວັນລະ 5 ນາທີ ຄື ຫາຍໃຈເຂົ້າກໍຮູ້ ຫາຍໃຈອອກກໍຮູ້

  3. ໃນເວລາເຮັດກິດຈະວັດປະຈຳວັນ ຕ້ອງຝຶກຄວບຄຸມໃຈໃຫ້ຈົດຈໍ່ກັບສິ່ງທີ່ເຮັດ ຢ່າປ່ອຍໃຈໃຫ້ລອຍໄປບ່ອນອື່ນ ຖ້າມັນລອຍອອກໄປຕ້ອງພະຍາຍາມດຶງມັນກັບມາ

  4. ຝຶກປະຕິບັດກັມມະຖານ ຕາມຫຼັກຂອງສະຕິປັກຖານສີ່

(ຂໍຈົບລົງພຽງເທົ່ານີ້ສຳລັບ ທັມທີ່ມີອຸປະກາຣະຫຼາຍ)

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ໂລກຈະຢູ່ດີມີສຸກ :  ເພາະໂລກມີ ຫິຣິ (ຮູ້ສຶກລະອາຍຕໍ່ບາບ) ໂອດຕັບປະທັມ (ຢ້ານກົວຕໍ່ບາບ)

ໂລກວຸ້ນວາຍ     :   ເພາະໂລກຂາດ ທັມມະ ຫິຣິໂອດຕັບປະ

ໂລກ (ສັງຄົມມະນຸດ) ເຮົາ : ຖ້າມີຄວາມຮູ້ສຶກລະອາຍຕໍ່ບາບ ແລະ ຢ້ານກົວຕໍ່ບາບແລ້ວ ກໍ່ຈະນຳຄວາມສະຫງົບສຸກມາໃຫ້

ຖ້າມະນຸດໃນໂລກນີ້ :  ບໍ່ມີຄວາມຮູ້ສຶກລະອາຍຕໍ່ບາບ ແລະ ຢ້ານກົວຕໍ່ບາບແລ້ວ ຂາດຄຸນນະທັມ ຄື ຫິຣິໂອດຕັບປະແລ້ວ

                             ພວກເຮົາເອງ ກໍ່ຈະເຮັດໃຫ້ໂລກນີ້ວຸ້ນວາຍ ສ້າງອະກຸສົນກັມໄປເລື້ອຍໆ ແລ້ວກໍ່ບໍ່ມີມື້ສິ້ນສຸດ

ສະນັ້ນ ຂໍໃຫ້ມະນຸດທຸກຄົນ ມີ ທັມມະ ຫິຣິໂອດຕັບປະ ນຳກັນທຸກໆຄົນເດີ້ !

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                 ໂອ ອະນິດຈາ  ສັງຂາຣາ !

   ຍາມເຈົ້າມາ ມີແຕ່ໂຕລ້ອນຈ້ອນ

     ຍາມເຈົ້າຢູ່ ເຈົ້າຂົນຂວາຍຫາ ຫາບໍ່ເຊົາ ຫາອັນເອົາບໍ່ໄດ້

   ຍາມເຈົ້າໄປ ກໍໄປແຕ່ໂຕລ້າໆ ຄື ດັ່ງເຈົ້າມາ

   ສັງຂາຣາ ເປັນມາຢ່າງນີ້

   ບໍ່ວ່າເຈົ້າ ແລະ ຂ້ອຍສະເໝີດ້າມດັ່ງດຽວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ເພີ່ມພະລັງໃຫ້ຊີວິດ

ເພີ່ມສັກກະຍະພາບໃຫ້ເຕັມຖັງ ເພີ່ມພະລັງໃຫ້ຊີວິດ

ສັກກະຍະພາບ ຄື ພະລັງອຳນາດທີ່ແຝງຢູ່ໃນຕົວເຮົາ ເມື່ອໃດທີ່ໄດ້ຮັບການພັດທະນາ ດ້ວຍການໃຊ້ຮ່າງກາຍເປັນເຄື່ອງມື ຈະສາມາດນຳພະລັງທີ່ເກີດຂື້ນມະຫາສານນີ້ມາໃຊ້ງານໄດ້
ທ່ານເຄີຍເຫັນຕົ້ນໄມ້ໃຫຍ່ໆ ທີ່ປູກຢູ່ຮີມທາງເດີນ ຫຼື ບໍ່ ? ໃຜຈະເຊື່ອວ່າຮາກນ້ອຍໆ ຂອງມັນ ຈະສາມາດດັນຄອນກຣີດ

ໃຫ້ຍົກສູງຂື້ນຈົນແຕກໄດ້ ນັ້ນແຫຼະ ຄືພະລັງອຳນາດ ຂອງຮາກໄມ້ ຄົນເຮົາກໍ່ເຊັ່ນກັນ ເມື່ອເຮົາພັດທະນາຕົນເອງເຖິງທີ່ສຸດແລ້ວ

ຈະມີພະລັງ ມະຫາສານຢ່າງທີ່ເຮົາເອງກໍຄາດບໍ່ເຖິງ.
ເຫດທີ່ເຮົາຕ້ອງພັດທະນາສັກກະຍະພາບຂອງຕົນເອງ ກໍ່ເພື່ອເຮັດໃຫ້ເຮົາສາມາດ

ມີຊີວິດຢູ່ຢ່າງຮູ້ເທົ່າທັນ ກັບ ຄວາມຫຍຸ້ງຍາກຊັບຊ້ອນຂອງສັງຄົມ ທີ່ປ່ຽນແປງຢູ່ຕະຫຼອດເວລາ ແລະ ປັດໄຈການດຳເນີນຊີວິດທີ່ເພີ່ມຫຼາຍຂື້ນເລື້ອຍໆ.

ການພັດທະນາເຮົາສາມາດເບິ່ງໄດ້ສອງມູມຄື:

•ໜຶ່ງ ເຮັດສິ່ງທີ່ຍັງບໍ່ເກີດ ໃຫ້ມີຂື້ນ ແລະ
•ສອງ ເຮັດສິ່ງທີ່ມີຢູ່ແລ້ວ ໃຫ້ດີກວ່າເດີມ

ສັກກະຍະພາບທີ່ມະນຸດສາມາດພັດທະນາໄດ້ມີຢູ່ທັງໝົດ ໔ ຢ່າງ ໄດ້ແກ່:

ໄອຄິວ ( IQ-Intelligence Quotient ) ຄື ປັນຍາສັນຍາ ແລະ ປັນຍາຄວາມຄິດ ຫຼື ເຊົາວະນະປັນຍາ ( ເຊົາວນ໌ປັນຍາ) ເຊິ່ງເກີດຈາກການຄົ້ນຄິດຫຼາຍ ຟັງຫຼາຍ ອ່ານຫຼາຍ ວິເຄາະວິໄຈຫຼາຍ ແລະ ຮຽນຮູ້ຫຼາຍ ເປັນປັນຍາຄວາມຮູ້ຄວາມສາມາດທາງໂລກທີ່ເກີດຂື້ນ ຈາກການຮຽນການສອນ ຂອງສະຖາບັນການສຶກສາທົ່ວໆໄປນັ້ນເອງ.

ໄອຄິວເປັນສັກກະຍະພາບທີ່ພັດທະນາໄດ້ງ່າຍ ແລະ ວ່ອງໄວທີ່ສຸດ ສາມາດພັດທະນາຂື້ນໄດ້ໃນເວລາຈຳກັດ ພຽງແຕ່ອ່ານ ແລະ ຟັງຫຼາຍ ຈົນຄວາມຄິດ ແລະ ຄວາມຈຳເພີ່ມຂື້ນ ໄອຄິວກໍ່ຈະສູງຂື້ນດ້ວຍ ແບບດຽວກັບການຕິວເດັກນ້ອຍ ໄປແຂ່ງເຄມີໂອລີມປິກ ຟີສິກໂອລີມປິກ
ທຸກວັນນີ້ ສັງຄົມເນັ້ນການພັດທະນາ ທີ່ສັກກະຍະພາບຕົວນີ້ ອົງການຕ່າງໆ ນິຍົມຄົນເກັ່ງ ຕ້ອງເກັ່ງ ຈິ່ງຈະມີໂອກາດກ້າວໜ້າໃນໜ້າທີ່ການງານ ເວລາຮັບສະໝັກງານ ມັກຈະກຳນົດໄວ້ໃນຄຸນສົມບັດເລຍວ່າ ຈະຮັບສະເພາະຄົນທີ່ເກັ່ງດ້ານນັ້ນ ມີທັກສະດ້ານນີ້ ແຕ່ບໍ່ໃສ່ໃຈເລື່ອງຄວາມເປັນຄົນດີ ເພາະບໍ່ຄຳນຶງວ່າ ການພັດທະນາໄອຄິວ

ໃຫ້ສູງໆ ອັຕຕາ ຫຼື ອີໂກ້ ກໍ່ຈະສູງຕາມ ເຮັດໃຫ້ຄຸນຄ່າຂອງຄວາມເປັນມະນຸດຕ່ຳລົງ ກາຍເປັນຄົນເກັ່ງ ທີ່ເຫັນແກ່ຕົວ ຄິດແຕ່ຈະບຽດບຽນຜູ້ອື່ນ ສັງຄົມຈິ່ງເຕັມໄປດ້ວຍຄົນທີ່ຄິດເອົາແຕ່ໄດ້ ເຮັດໃຫ້ເປັນປັນຫາຂອງສັງຄົມ.

ປັນຫາໃຫຍ່ທີ່ເກີດຂື້ນໃນສັງຄົມປັດຈຸບັນ ສ່ວນໃຫຍ່ເປັນສີມືຂອງຄົນທີ່ມີໄອຄິວສູງໆທັງນັ້ນ ເພາະເປັນກຸ່ມທີ່ມັກໄດ້ຮັບໂອກາດການຕັດສິນໃຈເລື່ອງທີ່ສຳຄັນໆ ການພັດທະນາ ທີ່ເກີດຂື້ນສ່ວນໃຫຍ່ ຈິ່ງມັກຈະເປັນການພັດທະນາໃນທາງລົບ ຫລາຍກວ່າທາງບວກ ເຮັດໃຫ້ມະນຸດກາຍເປັນຜູ້ທຳລາຍໄປ ໂດຍບໍ່ຮູ້ຕົວ ທຳລາຍໄດ້ທຸກຢ່າງແມ່ນກະທັ້ງ ແຕ່ທຳມະຊາດ ຂະໜາດນ້ຳກໍ່ຕ້ອງຊື້ດື່ມ ໃຜຈະຄາດຄິດວ່າໃນທີ່ສຸດນ້ຳດື່ມ ລາຄາ ແພງກວ່ານ້ຳມັນ ນີ້ເປັນຍ້ອນເຮົາມຸ້ງເນັ້ນ ແຕ່ເລື່ອງການພັດທະນາໄອຄິວ ຈົນລືມນຶກເຖິງ ຜົນຂ້າງຄຽງທີ່ຈະຕາມມາ.

ອີຄີວ ( EQ: Emotional Quotient ) ຄື ຄວາມສະຫຼາດທາງອາລົມ ເປັນຄວາມວ່ອງໄວ ໃນຄວາມຮູ້ສຶກນຶກຄິດທີ່ເກີດຂື້ນກັບຈິດ ເຊິ່ງເອີ້ນວ່າ ສະຕິສັມປະຊັນຍະນັ້ນເອງ ຖ້າຄວາມວ່ອງໄວຕົວນີ້ ເຂົ້າໄປຮູ້ທັນຕົວເອງວ່າກຳລັງຄິດຫຍັງຢູ່ ກໍ່ຈະເປັນຕົວກຳນົດພຶດຕິກຳ ແລະ ວິຖີຊີວິດຂອງເຮົາໄດ້.
ຖ້າຄົນໃນສັງຄົມບໍ່ມີອີຄີວ ຄົນຈະມີຄວາມທຸກໃຈ ເພາະທຸກວັນນີ້ ທຸກສະຖາບັນ ເຕັມໄປດ້ວຍຄົນເກັ່ງທີ່ບໍ່ມີຄວາມສຸກ ບໍ່ພຽງແຕ່ເກັ່ງຢ່າງດຽວ ຫຼື ຮ້າຍຢ່າງດຽວເທົ່ານັ້ນ ແຕ່ເປັນຄົນທີ່ເຫັນແກ່ຕົວ ທີ່ຕິດອາວຸດຄືຫ້ອຍໄອຄິວສູງເຂົ້າໄປພ້ອມ ຈຶ່ງຍິ່ງເປັນ ອັນຕະລາຍຫຼາຍ ສັງຄົມຈິ່ງເຕັມໄປດ້ວຍຄົນທີ່ມີປັນຫາຊີວິດ ແລະ ຄົນທີ່ເປັນໂລກປະສາດ ຈັກໜ່ອຍຄົນນັ້ນກິນຢາຕາຍ ອີກຄົນໜຶ່ງປີນເສົາໄຟຟ້າ ຄົນນັ້ນໂດດຕຶກ ອີຄີວຈິ່ງເປັນເລື່ອງຮີບຟ້າວສ້າງໄວ້ໃຫ້ຫຼາຍ.

ຫາກຕ້ອງການຢາກຮູ້ວ່າຕົນເອງມີອີຄີວສູງພຽງໃດ ກໍ່ວັດແທກໄດ້ຈາກປັດໄຈທີ່ ເປັນມາດຕາຖານວັດອີຄີວດັ່ງນີ້: ສັງເກດຕາມສູດອັກສອນໃນຄຳສັບພາສາອັງກິດ        ຄຳວ່າ “ Watch ” ເຊິ່ງແປວ່າເບິ່ງ:
໑. ເບິ່ງຄຳເວົ້າ: ( Watch your words ) ເບິ່ງວ່າເຮົາຍັງເວົ້າເລື່ອງໄຮ້ສາຣະ ນິນທາ ໃສ່ຮ້າຍປ້າຍສີ ຂີ້ຕົວະ ຫຼື ຈົ່ມຢູ່ ຫຼື ບໍ່ ?.
໒. ເບິ່ງການກະທຳ: ( Watch your action ) ພຶດຕິກັມທີ່ເປັນໄປໃນທາງສ້າງສັນ ເພື່ອສັງຄົມສວ່ນລວມຫຼາຍນ້ອຍພຽງໃດ ຍັງຂີ້ຄ້ານ ບໍ່ອົດທົນ ບໍ່ຮັບຜິດຊອບຢູ່ ຫຼື ບໍ່ ?.
໓. ເບິ່ງຄວາມຄິດ: ( Watch your thought ) ວ່າຍັງຄິດເລື່ອງໄຮ້ສາຣະ ຍັງໝົກໝົ້ນ ຢູ່ກັບອະດີດ ແລະ ອະນາຄົດ ທັ້ງໆທີ່ຮູ້ວ່າບໍ່ມີປະໂຫຍດ ແລະ ຊວ່ຍແກ້ບັນຫາ ອັນໃດບໍ່ໄດ້ ຍັງຟຸ້ງຊ່າມ ໂລເລ ຄິດເອົາແຕ່ໄດ້ ບຽດບຽນ ສ້າງບັນຫາຢູ່ ຫຼື ບໍ່ ?.
໔. ເບິ່ງບຸກຄະລິກ: ( Watch your characteristics ) ວ່າເປັນຄົນຂີ້ອິດສາ ຫຼື ໃຈກວ້າງເອື້ອອາທອນ ມັກຕົກໃຈງ່າຍ ຫຼື ຫວັ່ນໄຫວໃນທຸກສະຖານະການ ເປັນຄົນເຢັນມີເມຕຕາໜ້າເຂົ້າໃກ້ ຫຼື ວ່າເປັນຄົນໃຈຮ້ອນ ຖ້າໃຈຮ້ອນ ຮ້ອນຫຼາຍນ້ອຍພຽງໃດ ຖ້າຮ້ອຍນ້ອຍ ອີຄີວກໍ່ຈະສູງແນ່ຈັກນ່ອຍ ຖ້າຮ້ອນຫຼາຍ ອີຄີວຕ່ຳຫຼາຍ ແຕ່ຖ້າບໍ່ຮ້ອນເລຍ ອີຄີວກໍ່ຈະສູງຫຼາຍ.
໕. ເບິ່ງຫົວໃຈ ຫຼື ເບິ່ງອາລົມ: ( Watch your heart ) ທຸກຂະນະຕື່ນ ຖ້າອາລົມດີຕະຫຼອດ ບໍ່ມີຕິດລົບ ບໍ່ເບື່ອ ບໍ່ຫງຸດຫງິດ ບໍ່ເສຍໃຈ ບໍ່ນ້ອຍໃຈ ບໍ່ຮ້າຍງ່າຍ ບໍ່ຂັດໃຈ ບໍ່ຕົກເປັນທາດສິ່ງກະທົບ ແປວ່າມີອີຄີວສູງ.
ນອກເໜືອຈາກການສັງເກດຈາກສູດ watch ແລ້ວເຮົາຍັງສາມາດສັງເກດຕໍ່ໄປອີກ ໂດຍການກຳນົດຮູ້ອີກສອງຂໍ້ຕື່ມອີກ ຄື
໖. ເບິ່ງທີ່ສຸຂະພາບທັງສາມ ( three factors of health ) ສຸຂະພາທາງກາຍ ສຸຂະພາບທາງຈິດ ແລະ ສຸຂະພາບທາງວິນຍານ ຖ້າດີໝົດທັງສາມຢ່າງ ກໍສະແດງວ່າອີຄິວສູງ ເພາະອີຄີວ ເປັນຕົວກຳນົດໂປຣແກຣມຂອງຈິດ ອີຄີວສູງຈິດຈະຕັ້ງໂປຣແກຣມໄວໃນແງ່ບວກ ຈິດດີສຸຂະພາບຈິ່ງຈະດີຕາມໄປດ້ວຍ ແຕ່ຖ້າອີຄີວຕ່ຳ ໂອກາດທີ່ສຸຂະພາບຈະເສື່ອມມີຫຼາຍ ເພາະຈິດຕັ້ງໂປຣແກຣມໄວ້ບໍ່ດີ ຄິດແຕ່ເລື່ອງບໍ່ດີ ເຊັ່ນຄິດວ່າຢ້ານຕົນເອງເປັນໂລກນັ້ນໂລກນີ້ ສະສົມແຕ່ຄວາມຄຽດ ຄວາມກັງວົນ ໃນທີ່ສຸດກໍ່ເລຍກາຍເປັນແທ້.
໗.ເບິ່ງທີ່ວິຖີການດຳເນີນຊີວິດ: ວ່າສະມະຖະ ມັກນ້ອຍ ແລະ ມີສາຣະພຽງໃດ ເຖິງແມ່ນວ່າຈະຮຽນຈົບສູງມາພຽງໃດ ປະສົບຜົນສຳເລັດເທົ່າໃດ ກໍ່ຕາມ ຖ້າຖາມຕົວເອງ ຄົບທັງເຈັດຂໍ້ແລ້ວ ຍັງໄດ້ຄຳຕອບເປັນທາງບວກຢູ່ ກໍ່ສະແດງວ່າ ອີຄີວ ຫຼື ສັກກະຍະພາບດ້ານຄວາມສະຫຼາດທາງອາລົມຍັງຕ່ຳຢູ່ ຍັງຕ້ອງການພັດທະນາ ອີກຕໍ່ໄປ ດ້ວຍການພັດທະນາສະຕິໃຫ້ກ້າແຂງ ໃຫ້ສາມາດລະນຶກໄດ້ທຸກຂະນະ ໂດຍບໍ່ລືມຕົວ ເມື່ອສະຕິເກີດຄວາມວ່ອງໄວ ຄວາມຮູ້ສຶກນຶກຄິດກໍ່ຈະເກີດ ເຮັດໃຫ້ເຮົາຮູ້ທັນຕົນເອງ ຄວາມສະຫຼາດ ທາງອາລົມກໍ່ຈະສູງຂື້ນໂດຍອັດຕະໂນມັດ ແລະ ຕ້ອງພັດທະນາປັນຍາຕົວທີສາມ ໃຫ້ເກີດຂື້ນ ເພື່ອນຳໄປດັບອີໂກ້ໃຫ້ນ້ອຍລົງ ແລະ ອີຄີວ ກໍ່ຈະມີໂອກາດເພີ່ມສູງຂື້ນໄດ້.
ອີຄີວ ນອກຈາກຈະເຮັດໃຫ້ຊີວິດດີ ການງານສຳເລັດແລ້ວ ອີຄີວ ຍັງເປັນໃບປະກາດສະນີຍະບັດທາງໃຈ ສາມາດນຳໄປສະແດງໃຫ້ພະຍາຍົມເບິ່ງ ເພື່ອຈະໄດ້ໄປເກີດໃນພົບພູມທີ່ດີໃນຊາດຕໍ່ໆໄປ ມັນມີອານຸພາບເຖິງປານນັ້ນ.

ໄອຄີວ ເຮັດໃຫ້ຄົນເກັ່ງ ແຕ່ ອີຄີວ ເຮັດໃຫ້ຄົນອາລົມດີ

ເຖິງແມ່ນວ່າ ໄອຄີວ ຈະເຮັດໃຫ້ຄົນເກັ່ງ ແຕ່ການຈະໃຫ້ຊີວິດປະສົບຜົນສຳເລັດນັ້ນ ຕ້ອງເພິ່ງ ອີຄີວ ເປັນຕົວຫຼັກ ດຣ.ໂກແມນ ຜູ້ຊ່ຽວຊານດ້ານ ອີຄີວ ລະບຸໄວ້ວ່າ ຄົນທີ່ປະສົບຄວາມສຳເລັດໃນຊີວິດ ສວ່ນໃຫຍ່ໃຊ້ຄວາມຮູ້ ໄອຄີວ ທີ່ຮຽນມາເກືອບເປັນ ເກືອບຕາຍພຽງແຕ່ 20 ເປີເຊັນເທົ່ານັ້ນ ແຕ່ໃຊ້ ອີຄີວ ເຊິ່ງບໍ່ໄດ້ມາ ຈາກການຮຽນເລີຍເຖິງ 80 ເປີເຊັນ.
ທີ່ຕ້ອງລະວັງຄື ໄອຄີວ ກັບ ອີຄີວ ມັກຈະປ່ຽນຜັນກັນ ຄົນທີ່ໄອຄີວສູງ ອີຄີວມັກຈະຕ່ຳ ເພາະຈິດຕົກເປັນທາດອັຕຕາ ຕ້ອງການສະແຫວງໄຂວ່ຄວ້າຫາສິ່ງຕ່າງໆ ມາປະດັບປະດາຕົວຕົນ ຫາເງິນ ຫາຄຳ ຫາອຳນາດ ມາບຳລຸງບຳເລີຕົນໃຫ້ໂດດເດັ່ນເໝືອນຄົນອື່ນໆ ກາຍເປັນຄົນເຫັນແກ່ຕົວ ແລະ ຄ່ອຍໆຕົກເປັນທາດໄທເທື່ອລະນ້ອຍ ເມື່ອໄອຄີວຍິ່ງສູງ ຄວາມເປັນທາດກໍ່ຍິ່ງເພີ່ມຫຼາຍຂື້ນ ຍິ່ງຍຶດຕິດ ຕົກເປັນທາດຂອງວັດຖຸ ອຳນາດ ຕຳແໜ່ງ ຄຳອຸປະໂຫຼກ ສັນເສີນ ຍົກຍໍ ເໝືອນລີງຕິດຕັງ ເສືອຕິດຈັ່ນ ອິດສະລະພາບທາງໃຈ ຫຼຸດໜ້ອຍລົງເລື້ອຍໆ ອີຄີວຈິ່ງຕ່ຳຕາມໄປດ້ວຍ.
ຄົນໄອສູງຢ່າງດຽວຈິ່ງເຮັດວຽກໃຫ້ປະສົບຄວາມສຳເລັດບໍ່ໄດ້ ແລະ ມັກຈະບໍ່ມີຄວາມສຸກ.
ວິທີແກ້ ຄືຕ້ອງຫັນມາພັດທະນາຄວາມຮູ້ທາງທັມ ໃຫ້ສູງເທົ່າທຽມກັນ ໄອຄີວຍິ່ງສູງ ອີໂກ້ຍິ່ງໃຫຍ່ຂື້ນພ້ອມໆກັນກັບຄວາມຮູ້ທາງໂລກ ຄວາມຮູ້ທາງທັມຈະໄປພັດທະນາ ປັນຍາຕົວທີສາມ ໃຫ້ມີພະລັງມະຫາສານ ສາມາດດັບອີໂກ້ໄດ້ ຈິ່ງສາມາດເພີ່ມອີຄີວ ໃຫ້ສູງທັນໄອຄີວໄດ້.

ເອັມຄິວ (Moral Quotient) ທີ່ຈິງແລ້ວ ເອັມຄີວ ກໍ່ຄືສ່ວນໜຶ່ງຂອງອີຄີວ ເພາະເປັນສ່ວນທີ່ກ່ຽວ ກັບ ຈະຣິຍະທັມ ສີລທັມ ແລະ ຄຸນນະທັມປະຈຳໃຈ ທີ່ພາສາອັງກິດເອີ້ນວ່າ super ego ເຊິ່ງເປັນຕົວທີ່ຄວບຄຸມການຄິດ ການເວົ້າ ການກະທຳທິ່ດີ ແລະ ເກັບສະສົມຢູ່ໃນຈິດໃຈນັ້ນເອງ.

ວີທີສ້າງເອັມຄີວ:

ວິທີທຳອິດຄື ປະພຶດປະຕິບັດຈະຣິຍະທັມ ຕາມບົດບາດໜ້າທີ່ຂອງແຕ່ລະບຸກຄົນ ໃຫ້ສົມບູນ ເພື່ອໃຫ້ຈິດສຳນຶກສະສົມ ແຕ່ການກະທຳທີ່ດີ ຈົນ ຫຼໍ່ຫຼອມກາຍເປັນ ຄຸນນະທັມປະຈຳໃຈ ໄປໃນທີ່ສຸດ ຕໍ່ໄປ ເມື່ອຈິດຈະສັ່ງງານ ກໍ່ຈະ ສັ່ງແຕ່ໃນທາງທີ່ດີ ອີໂກ້ ຕົວຕົນ ອັຕຕາ ຄວາມເຫັນແກ່ຕົວ ຈະ ຖືກຝັງໄວ້ເລິກລົງໄປ ໃນຈິດໃຕ້ສຳນຶກ ໂດຍມີຈິດສຳນຶກທີ່ດີຄອຍຄວບຄຸມ ຢູ່ບໍ່ໃຫ້ອອກມາແຜງລິດໄດ້.
ວິທີທີສອງຄື: ຂຸດຮາກຖອນເຫງົ້າ ຂ້າສິ່ງບໍ່ດີຖິ້ມໄປຈາກໃຈ ດ້ວຍການພັດທະນາຕົວທີສາມ ຈົນສາມາດດັບຕົວຕົນຄວາມເຫັນແກ່ຕົວໄດ້ ໃນທີ່ສຸດ ຄຸນນະທັມ ຈະເກີດຂື້ນໃນໃຈໄດ້ຢ່າງຖາວອນ ເຮັດໃຫ້ກາຍເປັນຄົນທີ່ມີຈິດໃຈດີງາມ ນຶກເຖິງຄົນອື່ນກ່ອນສະເໝີ ພິຖີພິຖັນໃນການຄິດ ເວົ້າ ແລະ ເຮັດ ວ່າ ພຶດຕິກັມຂອງເຮົາຈະເກີດປະໂຫຍດ ຫຼື ບໍ່ ຈະບຽດບຽນໃຜ ຫຼື ບໍ່ ເຮັດໃຫ້ຄົນອື່ນເສຍໃຈ ຜິດຕໍ່ສັງຄົມ ຫຼື ບໍ່.
ຈະເຫັນໄດ້ວ່າ ວິທີທຳອິດເປັນວິທິການຝັງຂີ້ເຫຍື່ອໄວ້ເລິກໆໃນໃຈ ສ່ວນວິທີທີສອງ ເປັນການຂຸດຂີ້ເຫຍື່ອອອກມາຕາກແດດ ແລ້ວຈູດຖິ້ມ ທຳລາຍໃຫ້ໝົດສິ້ນໄປເລີຍ.
ເອັມຄີວ ຈິ່ງເປັນຕົວກຳນົດຄຸນນະທັມຂອງຄົນໃນສັງຄົມ ຫາກສັງຄົມໃດມີສະມາຊິກ ລວມເຖິງຜູ້ປົກຄອງ ທີ່ມີພ້ອມທັງ ໄອຄີວ ອີຄີວ ແລະ ເອັມຄີວ ບ້ານນັ້ນເມືອງນັ້ນ ກໍ່ຈະມີແຕ່ຄວາມສຸກ ຄວາມສະຫງົບ ພັດທະນາສຸດໆ ທັງທາງວັດຖຸ ແລະ ຈິດໃຈ ເອັມຄີວຈິ່ງເປັນສັກກະຍະພາບທີ່ຂາດບໍ່ໄດ້ ຕ້ອງພັດທະນາໄປພ້ອມໆ ກັບ ໄອຄີວ ແລະ ອີຄີວ.

ເອສຄີວ ( SQ-Spiritual Quotient ) ສັກກະຍະພາບຕົວສຸດທ້າຍນີ້ສຸດຍອດ ຖ້າໃຜພັດທະນາເອສຄີວໃຫ້ສູງໄດ້ ຄວາມເປັນມະນຸດຈະສົມບູນ ຖືວ່າເກີດມາ ບໍ່ເສຍຊາດເກີດ ເພາະ ເອສຄີວ ຈະສາມາດເຮັດໃຫ້ທຸກເລື່ອງໃນຊີວິດດີໝົດ ຈະຢູ່ກໍ່ດີ ຕາຍໄປກໍ່ຍັງຈະມີຄວາມສຸກ ແລ້ວຍັງຈະໄປເກີດດີອີກດ້ວຍ.
ຜູ້ທີ່ມີເອສຄີວສູງ ຄື ຍອດມະນຸດ ເປັນຜູ້ມີຈິດທີ່ເປັນອິດສະຫຼະຕໍ່ໂລກ ບໍ່ຕົກເປັນທາດຂອງສັບພະສິ່ງ ຄື ໂລກະທັມ ທັງຫຼາຍ ໃຜດ່າບໍ່ຮ້າຍ ຊ້ຳບໍ່ໜຳຍັງສາມາດ ຍົກມືໄຫວ້ຄົນດ່າໄດ້ເລຍ ໄດ້ຕຳແໜ່ງມາກໍ່ຮັບໄວ້ຢ່າງຮູ້ເທົ່າທັນ ແລະ ໃຊ້ປະໂຫຍດຈາກຕຳແໜ່ງ ໄດ້ເຕັມທີ ເມີ່ອໝົດວາລະກໍ່ລຸກອອກຈາກຕັ່ງຢ່າງສະບາຍໆ ບໍ່ຕ້ອງຫິ້ວຕັ່ງນັ່ງໄປດ້ວຍ ໄດ້ຮັບປະກາສະນີຍະບັດຍົກຍ້ອງຄວາມດີງາມ ໄດ້ຕຳແໜ່ງພະນັກງານດີເດັ່ນກໍ່ເຫັນເປັນເລື່ອງ ທຳມະດາ ບໍ່ດີໃຈຈົນຕົວຟູ ບໍ່ຕ້ອງບຳເລີ ອີໂກ້ ດ້ວຍການຈັດງານສະເຫຼີມສະຫຼອງ ຫຼື ເອົາໃບປະກາດສະນີຍະບັດໄປຂະຫຍາຍໃຫຍ່ຕິດເຕັມເຮືອນເພື່ອອວດອ້າງໃຜ.
ເໝືອນຕອນທີ່ຂ້າພະເຈົ້າຮູ້ຕົວເອງວ່າ ສອບເສັງຜ່ານລະດັບປຣິນຍາເອກ ແລ້ວໂພຣເຟສເຊີມາຖາມວ່າ “ ເຈົ້າດີໃຈບໍ ? ” ຂ້າພະເຈົ້າບອກວ່າ “ ຢູ່ຊື່ໆ ” ໂພຣເຟສເຊີເຮັດໜ້າເສີຍໄປເລຍ ຖາມວ່າ ” ຈົບປະຣິນຍາໃຜໆກໍ່ດີສ່ວນໃຫຍ່ ເປັນຫຍັງເຈົ້າຈິ່ງເສີຍໆ ? ” ຂ້າພະເຈົ້າຕອບໄປວ່າ ເປັນເລື່ອງຂອງທຳມະດາ ໃນເມື່ອເຮົາສ້າງເຫດປັດໃຈລົງຕົວ ໃນທີ່ສຸດກໍ່ຕ້ອງຈົບ ຈິ່ງບໍ່ຕິດໃນໂລກະທັມ ແຕ່ເມື່ອເຫັນໂພຣເຟສເຊີສີໜ້າບໍ່ດີ ຂ້າພະເຈົ້າຈິ່ງເວົ້າໃຫ້ທ່ານສະບາຍໃຈໄປວ່າ “ But I feel relieved.”

ຜູ້ຫວັງປະສົບຄວາມສຳເລັດໃນຊີວິດຕ້ອງພັດທະນາເອສຄີວໃຫ້ໄດ້ ເພາະນອກຈາກຊີວິດນີ້ຈະດີແລ້ວ ຍັງສົ່ງຜົນໃຫ້ຊີວິດໜ້າດີອີກດ້ວຍ ເນື່ອງຈາກເມື່ອຕາຍແລ້ວ ຈິດຈະໄປເກີດຕາມສັກກະຍະພາບ ຂອງເອສຄີວ ຖ້າເອສຄີວສູງເຮົາຈິ່ງສາມາດເລືອກເກີດໄດ້ .
ດ້ວຍອານຸພາບທີ່ລົ້ນເຫຼືອ ເອສຄີວ ຈິ່ງເປັນຕົວພັດທະນາໄດ້ຍາກທີ່ສຸດ ເຮັດໃຫ້ຕ້ອງໃຊ້ຄວາມພະຍາຍາມຫຼາຍ ແຕ່ທັງນີ້ທັງນັ້ນກໍ່ບໍ່ ເໜືອຄວາມພະຍາຍາມຂອງມະນຸດ ລອງພິສູດເບິ່ງ ອ່ານຈົບແລ້ວລອງຖາມຕົວເອງວ່າ ໃນຖານະທີ່ເກີດເປັນມະນຸດ ເຮົາມີສັກກະຍະພາບຕ່າງໆເຫຼົ່ານີ້ ຫຼື ຍັງ.


ຕົ້ນໄມ້ໃຫຍ່ຈະບໍ່ມີວັນຢູ່ໃນກະຖັງນ້ອຍ:

ສັກກະຍະພາບ ກັບ ສະຖານະພາບເປັນຂອງຄູ່ກັນ ຖ້າສັກກະຍະພາບຕ່ຳ ແຕ່ ນຳຕົວເອງໄປສູ່ສະຖານະພາບທີ່ສູງ ນັ້ນເປັນການຄ່ອຍໆ ຂ້າຕົວເອງຕາຍເທື່ອລະນ້ອຍໆ ຫາກບໍ່ຮີບພັດທະນາສັກກະຍະພາບ ໃຫ້ສູງເທົ່າທຽມ ກັບ ສະຖານະພາບ ຈະເມື່ອຍຈົນທົນບໍ່ໄຫວ ເພາະແບກໜັກເກີນກຳລັງ ຕ້ອງຍອມກ້າວລົງມາຈາກສະຖານະພາບນັ້ນໆໄດ້ໃນທີ່ສຸດ ໃນທາງກັບກັນຫາກສັກກະຍະພາບສູງ ແຕ່ສະຖານະພາບຕ່ຳ ລໍຖ້າບໍ່ດົນ ໃນທີ່ສຸດສະຖານະພາບກໍ່ຕ້ອງສູງຕາມ.
ຂ້າພະເຈົ້າຮູ້ຈັກຂ້າຣາຊະການທ່ານໜຶ່ງ ເຄີຍຢູ່ໃນຕຳແໜ່ງສູງ ແຕ່ເກີດເຫດໃຫ້ຕ້ອງຖືກຍ້າຍໄປຢູ່ຕຳແໜ່ງນ້ອຍລົງໄປເລື້ອຍໆ ແຕ່ທ່ານບໍ່ໄດ້ຫຍໍ້ທໍ້ ຍັງຄົງສະຫງົບນິ້ງ ຕັ້ງໜ້າຕັ້ງຕາ ເກັບກ່ຽວປະສົບການ ພັດທະນາສັກກະຍະພາບຂອງຕົນ ຂື້ນໄປເລື້ອຍໆ ເມື່ອມີລົງຕ້ອງມີຂື້ນ ພາຍໃນບໍ່ເຖິງສອງປີ ຈາກຕຳແໜ່ງນ້ອຍທີ່ສຸດ ດຽວນີ້ຂື້ນໄປເຖິງລະດັບຊາດແລ້ວ ເພາະວ່າສັກກະຍະພາບທີ່ພັດທະນາໄວ້ນັ້ນ ຫຼາຍເກີນກວ່າຕຳແໜ່ງນ້ອຍໆຈະຮັບໄດ້ ໃນທີ່ສຸດກົດທຳມະຊາດກໍ່ຈັດສັນໃຫ້ໄປຢູ່ໃນທີ່ທີ່ຄູ່ຄວນ
ສັກກະຍະພາບ ເຫຼົ່ານີ້ ຖ້າພັດທະນະໃຫ້ຍິ່ງໃຫຍ່ແລ້ວ ໃນທີ່ສຸດສະຖານະພາບຕ້ອງໃຫຍ່ຕາມ ເໝືອນຕົ້ນໄມ້ໃຫຍ່ ຈະນຳໄປປູກໃນກະຖັງນ້ອຍໆ ຄົງເປັນໄປບໍ່ໄດ້ ຕ້ອງປູກໃນກະຖັງໃຫຍ່ ຫຼື ໃນທີ່ກວ້າງຈິ່ງຈະເໝາະສົມ.

ຄັດຈາກປື້ມ" ທຳຊີວິດໃຫ້ໄດ້ດີ ແລະມີສຸກ" ໂດຍ: ດຣ.ສະໜອງ ວໍຣະອຸໄຣ