ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທັມມີອຸປະກາຣະຫຼາຍ ມີຢູ່ 2 ຢ່າງຄື: ສະຕິ (ຄວາມລະນຶກໄດ້) ສັມປະຊັນຍະ (ຄວາມຮູ້ຕົວ)

    ຄົນທີ່ຂາດຄວາມລະມັດລະວັງ ຂາດຄວາມຮອບຄອບ ມັກເຮັດຫຍັງກໍຜິດພາດ ແລະ ເກີດຄວາມເສຍຫາຍຢູ່ສະເໝີ ຄວາມບໍ່ລະມັດລະວັງ ບໍ່ຮອບຄອບ ນີ້ເອີ້ນວ່າ “ຄວາມປະມາດ” ພຣະພຸດທະເຈົ້າໄດ້ຊົງສະແດງ ເພື່ອເປັນການແກ້ຄວາມປະມາດໄວ້ໃນ ທຸກນິບາດ ອັງຄຸຕຕຣນິກາຍ ເອີ້ນວ່າ ພາຫຸປະກາຣະທັມ ແປວ່າ ທັມມີອຸປະກາຣະຫຼາຍ ໝາຍເຖິງ ທັມທີ່ເປັນເຄື່ອງປ້ອງກັນບໍ່ໃຫ້ເກີດຄວາມຜິດພາດ ໃນການຄິດ ການເວົ້າ ການເຮັດ ມີ 2 ປະການຄື: 1.ສະຕິ (ຄວາມລະນຶກໄດ້) 2.ສັມປະຊັນຍະ (ຄວາມຮູ້ຕົວ)

1.ສະຕິ (ຄວາມລະນຶກໄດ້) ມີຄວາມໝາຍ 2 ລັກສະນະ ຄື

   - ສະຕິ ໝາຍເຖິງ ຄວາມພົ້ນຄິດຂຶ້ນມາ ໃນສິ່ງທີ່ຈະເຮັດ ຈະເວົ້າ ຈະຄິດ ເປັນຄວາມພົ້ນຄິດທີ່ເກີດຂຶ້ນກ່ອນຈະເຮັດ ຈະເວົ້າ ຈະຄິດ ເຊິ່ງອາດຈະເປັນເລື່ອງໃນອະດີດ ປັດຈຸບັນ ອະນາຄົດ ເຊັ່ນ ພົ້ນຄິດຂຶ້ນໄດ້ວ່າເຄີຍເວົ້າຫຍັງໄວ້, ພົ້ນຄິດຂຶ້ນມາໄດ້ວ່າຕອນນີ້ກຳລັງເຮັດຫຍັງຢູ່, ພົ້ນຄິດຂຶ້ນມາວ່າມື້ອື່ນຈະເຮັດຫຍັງຕໍ່ໄປ ເຫຼົ່ານີ້ເປັນຕົ້ນ.

   - ສະຕິ ໝາຍເຖິງ ການມີໃຈຈົດຈໍ່ໃນກິດສິ່ງທີ່ກຳລັງເຮັດ ເວົ້າ ຄິດ ຄືມີຄວາມຕື່ນຕົວ ບໍ່ເພີ ສາມາດຂົ່ມໃຈບໍ່ໃຫ້ລອຍອອກໄປຈາກກິດທີ່ກຳລັງເຮັດ ເພາະທຳມະຊາດຂອງຈິຕ ຈະບໍ່ຢຸດນິ່ງກັບທີ່ ດັ່ງນັ້ນ ໃນຂະນະທີ່ເຮົາກຳລັງເຮັດ ເວົ້າ ຫຼື ຄິດສິ່ງໃດສິ່ງໜຶ່ງ ຈິຕກໍມັກຈະລອຍໄປສູ່ເລື່ອງອື່ນ ເອີ້ນວ່າ “ເພີ” ເມື່ອເພີແລ້ວສິ່ງທີ່ຄິດ ກິດທີ່ເຮັດ ຄຳທີ່ເວົ້າ ກໍມັກຈະເກີດຄວາມຜິດພາດ ສະນັ້ນ ສະຕິຈຶ່ງມີໜ້າທີ່ຄອຍຖ້າສະກັດກັ້ນ ຂົ່ມຈິຕບໍ່ໃຫ້ລອຍອອກໄປຈາກເລື່ອງທີ່ກຳລັງເຮັດຢູ່ ປຽບທຽບຄ້າຍຄືກັບຫາງເສືອທີ່ຄອຍຄວບຄຸມເຮືອໃຫ້ແລ່ນໄປສູ່ທິດທາງທີ່ຕ້ອງການ.

   ສະຕິ ໃນການປະຕິບັດທັມໝາຍເຖິງ ການຄອຍຖ້າສະກັດກັ້ນໃຈບໍ່ໃຫ້ຫຼົງເພີດເພີນໄປຕາມອຳນາດກິເຫຼດ ໃນຂະນະທີ່ຕາເຫັນຮູບ ຫູໄດ້ຍິນສຽງ ດັງໄດ້ກິ່ນ ລີ້ນໄດ້ລົດ ກາຍໄດ້ສຳພັດ

2.ສັມປະຊັນຍະ (ຄວາມຮູ້ຕົວ) ໃນໜັງສືນະວະໂກວາດທ່ານໃຫ້ຄວາມໝາຍວ່າ ຄວາມຮູ້ຕົວ ເຊິ່ງໝາຍເຖິງ ຄວາມຮູ້ສຶກຕົວວ່າກຳລັງເຮັດ ເວົ້າ ຄິດ ສິ່ງໃດຢູ່ ແຕ່ໂດຍສັບແລ້ວ ສັມປະຊັນຍະ ແປວ່າ ຄວາມຮູ້ທົ່ວພ້ອມ, ຄວາມຮູ້ທົ່ວດີ ມາຈາກຄຳບາລີວ່າ ສໍ (ພ້ອມ, ດີ) + ປ (ທົ່ວ) + ຊັນຍະ (ຄວາມຮູ້) ເຊິ່ງໝາຍເຖິງ ຄວາມຮູ້ຄັກ, ຄວາມເຂົ້າໃຈຄັກຕາມເປັນຈິງ ຄື ຮູ້ຄັກເຂົ້າໃຈຄັກໃນສິ່ງທີ່ ສະຕິ ລະນຶກຂຶ້ນວ່າ ສິ່ງນັ້ນຖືກຕ້ອງຫຼືບໍ່ ຜິດຫຼືຖືກແນວໃດ ສົມຄວນຫຼືບໍ່ສົມຄວນ ມີປະໂຫຍດຫຼືບໍ່ມີປະໂຫຍດ ດ້ວຍເຫດນັ້ນ ສັມປະຊັນຍະກໍຄືຕົວປັນຍາທີ່ລໍຄອຍຖ້າກວດກາ ສິ່ງທີ່ສະຕິລະນຶກຂຶ້ນມານັ້ນເອງ.

     ໃນສັມໂມຫະວິໂນທະນີ ອລັດກະຖາ ອະພິທັມປິດົກ ວິພັງ ເຫຼັ້ມທີ່ 2 ໜ້າ 385-399 ໄດ້ກ່າວເຖິງລັກສະນະຂອງສັມປະຊັນຍະໄວ້ 4 ຢ່າງຄື

  1. ສາດທະກະສັມປະຊັນຍະ ຄື ຄວາມຮູ້ທົ່ວວ່າສິ່ງນັ້ນມີປະໂຫຍດ ຫຼື ມີຈຸດມຸ່ງໝາຍແນວໃດ ແລ້ວຫາທາງຫຼີກລ້ຽງສິ່ງທີ່ບໍ່ມີປະໂຫຍດ ເລືອກເຮັດແຕ່ສິ່ງທີ່ມີປະໂຫຍດ

  2. ສັບປາຍະສັມປະຊັນຍະ ຄວາມຮູ້ທົ່ວວ່າສິ່ງນັ້ນດີຫຼືບໍ່ ເປັນສຸກຫຼືທຸກ ແລ້ວເລືອກເຮັດແຕ່ສິ່ງທີ່ດີ ແລະ ເປັນສຸກສຳລັບຕົນ

  3. ໂຄຈະຣະສັມປະຊັນຍະ ຄວາມຮູ້ທົ່ວສະເພາະໃນໂຄຈອນ ຄື ຮູ້ທົ່ວເຖິງຂອບເຂດຂອງວຽກທີ່ເຮັດ 

  4. ອະສັມໂມຫະສັມປະຊັນຍະ ຄວາມຮູ້ທົ່ວ ບໍ່ຫຼົງງົມງວຍ ຄື ຮູ້ໃນສິ່ງທີ່ລະນຶກນັ້ນຕາມຄວາມເປັນຈິງ ບໍ່ແມ່ນຄວາມຮູ້ທີ່ເປັນການຄາດເດົາ ຄວາມຫຼົງງົມງວຍ ຫຼື ເຂົ້າໃຈຜິດ

ປະໂຫຍດຂອງ ສະຕິ ສັມປະຊັນຍະ

     ສະຕິ ສັມປະຊັນຍະ ເມື່ອຝຶກໃຫ້ມີຢູ່ໃນຕົນເອງແລ້ວ ຍ່ອມມີປະໂຫຍດໃນການຊ່ວຍປ້ອງກັນບໍ່ໃຫ້ເກີດຂໍ້ຜິດພາດໃນການກະທຳ ການເວົ້າ ການຄິດ ແລະ ສະໜັບສະໜູນໃຫ້ສຳເລັດຜົນທຸກຢ່າງຕາມທີ່ຕ້ອງການ ໂດຍສະເພາະໃນການປະຕິບັດທັມຍິ່ງມີຄວາມຕ້ອງການ ສະຕິ ສັມປະຊັນຍະ ໃຫ້ຫຼາຍ ເພື່ອໃຫ້ມີຄວາມລະມັດລະວັງສະກັດກັ້ນ ຂົ່ມໃຈ ບໍ່ໃຫ້ຫຼົງໄປນຳອຳນາດຂອງກິເຫຼດ ໃນທຸກໆຂະນະຈິຕ

ວິທີຝຶກຕົນໃຫ້ມີ ສະຕິ ສັມປະຊັນຍະ ໃນແຕ່ລະວັນ ຄື

  1. ເວັ້ນຈາກການດື່ມສຸຣາເມໄຣ ແລະ ເສບສິ່ງເສບຕິດຕ່າງໆທັງຫຼາຍ ເຊິ່ງເປັນຕົວທຳລາຍ ສະຕິ ໂດຍກົງ

  2. ຝຶກກຳນົດນັບລົມຫາຍໃຈ ເຂົ້າ-ອອກ ຢ່າງໜ້ອຍວັນລະ 5 ນາທີ ຄື ຫາຍໃຈເຂົ້າກໍຮູ້ ຫາຍໃຈອອກກໍຮູ້

  3. ໃນເວລາເຮັດກິດຈະວັດປະຈຳວັນ ຕ້ອງຝຶກຄວບຄຸມໃຈໃຫ້ຈົດຈໍ່ກັບສິ່ງທີ່ເຮັດ ຢ່າປ່ອຍໃຈໃຫ້ລອຍໄປບ່ອນອື່ນ ຖ້າມັນລອຍອອກໄປຕ້ອງພະຍາຍາມດຶງມັນກັບມາ

  4. ຝຶກປະຕິບັດກັມມະຖານ ຕາມຫຼັກຂອງສະຕິປັກຖານສີ່

(ຂໍຈົບລົງພຽງເທົ່ານີ້ສຳລັບ ທັມທີ່ມີອຸປະກາຣະຫຼາຍ)

Delicious Digg Fark Twitter