ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຜ້າສາດຫີນວັດພູຖືກສ້າງຂື້ນ ໂດຍ ພະເຈົ້າ ໄຊຍະ ວໍລະມັນ ທີໜຶ່່ງ ກ່ອນທີຈະຍ້າຍໄປຢູ່ເມືອງອັງກໍ ເຊິ່ງຄວາມສົນໃຈຂອງຂ້ອຍນັ້ນ ບໍ່ແມ່ນກ່ຽວກັບທີ່ວ່າ ໂຕຜາສາດນັ້ນເກົ່າແກ່ ແຕ່ຂ້ອຍສົນໃຈກ່ຽວກັບ ວັດທະນະທຳຂອງຄົນສະໃໝ່ນັ້ນ ແລະ ສະຖະປະນິດ ທີ່ມີຫົວຄິດປະດິດສ້າງ ເຊິ່ງສ້າງສິ່ງທີ່ອັດສະຈັນ ໂດຍການໃຫ້ ກົມກືນກັບທຳມະຊາດ ແລະ ຄົງຢູ່ເຖິງທຸກວັນນີ້.

ຫຼາຍຄົນກໍ່ອາດຈະເຄີຍໄປເບິ່ງແນ່ແລ້ວ ວ່າຜ່າສາດຫີນວັດພູເປັນຈັງໃດ ແຕ່ຂ້ອຍຈະຂຽນມື້ນີ້ແມ່ນຈະບໍ່ເວົ້າກ່ຽວກັບໂຕຜາສາດ ແຕ່ ຈະເວົ້າກ່ຽວກັບ ຂັ້ນໃດຂະໜາດໃຫຍ່ ທີ່ເຮົາເຫັນທັງສ່ອງຂ່າງ ຂອງຂັ້ນໃດນ້ອຍ ທີ່ເຮົາຢ່າງຂື້ນ ວ່າສ້າງຂື້ນມາເຮັດຫຍັງ ຄົນເຖົ້າມັກເວົ້າວ່າ ເປັນທາງຢ່າງຂອງຄົນ 8 ສອກ ແຕ່ຂ້ອຍວ່າບໍ່ແມ່ນແນວນັ້ນ ເພາະ ຖ້າເປັນຄົນ 8 ສອກສ້າງ ແລ້ວ ຈະສ້າງຂັ້ນໃດຂະໜາດນ້ອຍໄວ້ເພື່ອຫຍັງ ຕາມຄວາມຄິດຂອງຂ້ອຍ ການສ້າງຂັ້ນ ໃດຂະໜາດໃຫຍ່ນັ້ນ ສ້າງເພື່ອບໍ່ໃຫ້ ມີດີນເຈື່ອນ ຈາກເທິງພູລົງມາທັບໃສ່ທີ່ໂຕຜາສາດ ໂດຍການສ້າງ ອາດຈະມີຂັນຕອນຂອງການສ້າງທີ່ຄາຍຄື່ ຜ້າສາດ ທົ່ວໄປ ໂດຍເລີ່ມຈາກການເອົາຫີນຂະໜາດໃຫຍ່ ແລະ ຂະນາດນ້ອຍທັບຂື້ນໄປ ໂດຍຢູ່ເທີງສຸດຂອງຂັນໃດຈະເປັນດີນຊາຍ ແລະ ດິນດຳ ຖ້າຫາກເຮັດແນວນີ້ ນຳທີ່ໄຫຼລົງມາຈາກເທິງພູກໍ່ຄ່ອຍໆຊຶ່ງລົງດີນ ແລະ ກະຈາຍຕົວຕາມຊັ້ນຫີນ ແລະ ຊຶມລົງພື້ນດິນ  ເຮັດແນວນີ້ກໍ່ຈະກໍ່ມີດີນເຈື່ອນ ແລະ ແຄມຂັ້ນໃດກໍ່ຈະມີຮ່ອງນ້ອຍ ເພື່ອສົ່ງນຳ ໃຫ້ກະສິກອນທີ່ປູກພືດເທີ່ງຂັ້ນໃດໄວ້ໃຊ້ ຖ້າເຮັດແນວນີ້ກໍ່ຈະມີນ້ຳໃຊ້ຕະຫຼອດປີ

ເຊີ່ງເປັນການໃຊ້ວັດສະດຸ ຈາກທຳມະຊາດທີ່ສະຫຼາດ ແລະ ມີຄຸນນະພາບ ທີ່ຄົງຢູ່ນັບ ຫຼາຍຮ້ອຍປີ ແລະ ເປັນຄວາມຄິດທີ່ນຳທາງໃຫ້ເຮົາຮູ້ວິທີ່ສ້າງ ກັນເຈື່ອນນຳ ທຸກວັນນີ້

 

( ຂໍອະໄພ ທີ່ບົດຂຽນນີ້ບໍ່ມີແຫຼ່ງຂໍ້ມູນອ້າງອີງ ເພາະວ່າ ມັນເປັນພຽງການສັນນິຖານຂອງຂ້ອຍ)

 

Delicious Digg Fark Twitter