ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 6, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

              ອ່ານແລ້ວຈະຮູ້ເຖິງ"ການປ່ຽນແປງຂອງຄວາມຮັກ"ຂອງຜູ້ຊາຍທີ່ມີຕໍ່ຜູ້ຍິງ(ກ່ອນຈະແຕ່ງງານ)

 

 

ຊາຍ: ນີ້ແຫຼະແມ່ນສີ່ງທີ່ຂ້ອຍຕ້ອງການ


ຍິງ: ເຈົ້າຢາກໃຫ້ຂ້ອຍອອກຈາກຊີວິດເຈົ້າບໍ່?


ຊາຍ: ບໍ່ຂ້ອຍບໍ່ເຄີຍແມ້ແຕ່ຈະຄິດ


ຍິງ:ເຈົ້າຄິດຢາກກອດຂ້ອຍບໍ່?ທີ່ຮັກ


ຊາຍ: ມັກທີ່ສຸດເລີຍແຫຼະ


ຍິງ: ເຈົ້າເຄີຍຄິດຈະຕົບຕີຂ້ອຍບໍ່?


ຊາຍ: ບໍ່ມີທາງທີ່ຈະຄິດ


ຍິງ: ເຈົ້າຮັກຂ້ອຍບໍ່


ຊາຍ: ແນ່່ນອນ


ຍິງ: ເຈົ້າມີຄົນອື່ນຫຼືບໍ່?


ຊາຍ: ບໍ່ມີທາງ ຂ້ອຍບໍ່ແມ່ນຜູ້ຊາຍແບບນັ້ນ


ຍິງ: ເຈົ້າຈະຮັກສາສັນຍາຂອງເຮົາຕະຫຼອດໄປບໍ່?


ຊາຍ: ແນ່ນອນທີ່ສຸດ


ຍິງ: ເຈົ້າດີກັບຂ້ອຍເຫຼືອເກີນທີ່ຮັກ.


(ພໍໄດ້ແຕ່ງງານຈົ່ງອ່ານກັບ)

 

ໂດຍ:eauy555

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

altຄວາມຮັກຮັກບໍ່ມີຄຳວ່າ ຊ້າເກີນໄປ ດັ່ງຄວາມຮັກຂອງເຈົ້າບ່າວແລະເຈົ້າສາວຄູ່ນີ້ທີ່ມີອາຍຸເກີບຮອດ
100ເບສແລະວິນສະຕັນໄດ້ພົບຮັກກັນຄັ້ງແລກເມື່ອປີ2005ຕອນທີ່ຝ່າຍຊາຍໄດ້ເປັນຄົນຂັບລົດ
ໃຫ້ກັບໂຮງໝໍແລະໄດ້ໄປຮັບຝ່າຍຍິງຢູ່ບ້ານໃນວິນາທີນັ້ນເອັງເບສທີ່ເປັນໝ້າຍມາໄດ້ 40 ປີແລ້ວຮູ້
ສຶກວ່າໂລກນີ້ມີຄວາມສົດໃສຂື້ນທັນຕາແຕ່ວ່າດອກຮັກຍັງບໍ່ທັນໄດ້ເລີ້ມຕົ້ນບານຕັ້ງແຕ່ວັນນັ້ນມາ
ເມື່ອເວລາຜ່ານໄປໃນໄລຍະໜື່ງເບສໄດ້ຕັດສີນໃຈອອກຕາມຫາວິນສະຕັນ"ຕອນທີ່ລາວໄດ້ສົ່ງຂ້ອຍ
ລົງລົດໃນວັນທີ່ພົບກັນຄັ້ງແລ້ວຂ້ອຍບໍ່ຮູ້ຮອດຊື່ຂອງລາວຊ້ຳແຕ່ຂ້ອຍໄດ້ໄປຕາມຫາລາວຢູ່
ທີ່ຮ້ານທີ່ລາວມັກມໄປ"  ເບສອາຍຸ 94ປີ ໄດ້ເລົ່າວ່າ "ຂ້ອຍຂ້ອນຂ້າງກາງວົນໃຈ


ທີ່ໄດ້ໂທຊວນລາວໄປດື່ມກາເຟນຳກັນຢານລາວຄິດວ່າຂ້ອຍເປັນຜູ້ຍິງໄວໄຟແຕ່ປະກົດວ່າ ເຮົາຄຸ້ນເຄີຍແລະເຂົ້າກັນໄດ້ດີ"ທັງສອງໄດ້ສະນິດກັນຢ່າງໄວນັບຕັ້ງແຕ່ວັນນັ້ນ ວີນສະຕັນກໍ່ໄດ້ໄປຫາເບສເກືອບທຸກວັນໃນທີ່ສຸດແລ້ວວັນປີໃໝ່ລາວກໍ່ໄດ້ຖາມຄຳຖາມທີ່ຜູ້ຍິງທຸກຄົນໄດ້ລໍຄອຍ "ວັນນັ້ນ ວິນສະຕັນບອກວ່າ ມີເລື່ອງສຳຄັນຈະບອກ ແຕ່ວ່າຂ້ອຍຢ້ານວ່າ ເປັນເລື່ອງກ່ຽວກັບສຸກຂະພາບແຕ່ ເລື່ອງທີ່ລາວບອກກໍ່ແມ່ນ ເຈົ້າຈະເປັນຄູ່ຊີວິດຂ້ອຍໄດ້ບໍ່ ຂ້ອຍຢາກແຕ່ງງານກັບເຈົ້າ" "ຂ້ອຍຊອກໄປເລີຍ ແຕ່ກໍ່ໄດ້ຕອບຕົກລົງໄປ" ທັງສອງແຕ່ງງານກັນໃນວັນທີ 5 ເມສາ ຢູ່ທີ່ໂບດ ເຊັນນີໂຄລັດສໃນອັງກິດໂດຍມີ ຍາດຕິພີ່ນ້ອງເຂົ້າຮ່ວມເປັນຈຳນວນ 40 ຄົນ ບາດຫຼວງຟີລິບແລມ ທີ່ເຮັດພິທີໃຫ້ບ່າວສາວຄູ່ນີ້ບອກວ່າ "ຄວາມຮັກ ບໍ່ມີພົມແດນ ແລະບໍ່ມີຄຳວ່າສວຍເກີນໄປ ວີນສະຕັນແລະເບສໄດ້ພິສູດເລື່ອງນີ້ເປັນທີ່ໄດ້ຮູ້ກັນແລ້ວ"