ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2010 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

  ຮັກແລະຄິດຮອດ

     ດວງຕາເວັນລັບລົງ ຄອຍສົ່ງແສງຈັນຂື້ນມາ ສົ່ງປະກາຍທ້ອງຟ້າຄືນນີ້ຊ່າງງົດງາມ

ສາຍລົມເຢັນພັດມາ ນຳພາຫົວໃຈລ້ອງລອຍ ໂບກບີນໄປເຖິງຄົນຮັກທີ່ຢູ່ຫ່າງກັນ

 
     ຟາກຮັກໄປກັບສາຍລົມ ຊ່ວຍນຳໄປໃຫ້ເຂົາທີ່ ບອກຄົນໆນີ້ຄິດເຖິງທີ່ສຸດເລີຍ


ນັ້ງວອນຖາມດວງດາວ ວ່າເຂົາເປັນຢ່າງໃດ ທຸກຫຼືສຸກໃຈ ໃນຄໍ່າຄືນນີ້ັ


ບອກກັບຟ້າ ວ່າຮັກຄົນນີ້ທີ່ສຸດເລີຍ ຮັກທີ່ໜື່ງເລີຍ ບໍ່ເຄີຍຮັກໃຜເທົ່ານີ້


ບອກກັບດາວໝົດທ້ອງຟ້າ ວ່າມີຄົນສົ່ງຮັກໄປ ຊ່ວຍບອກເຂົາໃຫ້ເຂົ້າໃຈ ວ່າມີຄົນເປັນຫ່ວງ


ສາຍລົມເໜັບໜາວ ມວນໝູ່ດາວກໍ່ລ້ອງລອຍ ຄິດວ່າຄືນນີ້ເຂົາຄົງມີຄວາມສຸກເໝືອນກັນ


  ຄິດວ່າຄືນນີ້ .... ຄົງມີຄວາມສຸກເໝືອນກັນ

IYOU MUAH!