ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຮັກກັບບ່ອນຈອດລົດ

ເປັນເລື່ອງທີ່ນຳເອົາການຊອກຫາທີ່ຈອດລົດມາປຽບທຽບກັບການຊອກຫາຄວາມຮັກ....................................................................................................

ເລື່ອງມີຢູ່ວ່າ ຜູ້ຊາຍຄົນຫນຶ່ງກຳລັງຫາບ່ອນຈອດລົດໃນຮ້ານຄ້າໃຫຍ່ແຫ່ງຫນຶ່ງ...

ວົນລົດຮອບທຳອິດ ເຮີ໋...ລົດເຕັມໄປຫມົດ ຈະມີບ່ອນວ່າງໃຫ້ຈອດລົດຫລືບໍ່ນໍ? ເຫມື່ອຍແລ້ວໄດ໋ ສາທຸ..ຂໍໃຫ້ເຈີທີ່ດີໆແດ່ທ້ອນ ພ໋ຽງ!!!...

ວົນລົດ ມັນກໍ່ຄືກັບເຮົາຕ້ອງການຫາໃຜຄົນຫນຶ່ງ ຍິ່ງຫາກໍ່ຍິ່ງບໍ່ເຈີ.

 

ວົນຮອບທີ່ສອງ ເຈີແລ້ວ ບ່ອນວ່າງ...ເຢ໋ໆໆ! ແຕ່ເບິ່ງບໍ່ຄ່ອຍດີເລີຍ ລອງຂັບໄປທາງຫນ້າດີກວ່າ ປະກົດວ່າບໍ່ມີ ກັບໄປຈອດບ່ອນເກົ່າກໍ່ໄດ້ຫວ໋ະ...ອ໋າວ!! ເວນ..ມີຄົນຈອດໄປແລ້ວ...ແຫ໋ວອີກແລ້ວເຮົາ!

ບໍ່ຕ່າງຫຍັງກັບຕອນທີ່ເຮົາເຈີໃຜຄົນຫນຶ່ງທີ່ດີແສນດີ ແຕ່ກັບຄິດວ່າມັນຕ້ອງມີແລະຊອກຫາທີ່ໆດີກວ່ານີ້ໄດ້ ລໍອີກຈັກຫນ໋ອຍດີກວ່າ ຄົນດີໆທີ່ເຫມາະກັບເຮົາອາດຈະຍັງບໍ່ມາເຖິງ ສຸດທ້າຍກໍ່ຫາບໍ່ໄດ້ ກັບມາທີ່ຄົນເດີມກໍມີຄົນອື່ນຈອງໄປສະແລ້ວ...

ວົນຮອບທີ່ສາມ ກໍ່ໄດ້ຫວ໋ະ ອ໋າວ!! ມີ່ທີ່ວ່າງກັບເບິ່ງບໍ່ເຫັນ ຂັບເລີຍໄປສະງັ້ນ! ຄັນຫລັງເລີຍເຂົ້າໄປແທນກ່ອນແລ້ວ ເຊັງສຸດໆ!

ກໍ່ຄືກັບວ່າເວລາເຮົາຮັກໃຜຄົນຫນຶ່ງແລ້ວບໍ່ກ້າບອກ ຢ້ານເສີຍຟອມ ຢ້ານເຂົາບໍ່ຮັກແລ້ວເສີຍມິດຕະພາບ ເກັບໄວ້ດີກວ່າ ເປັນພຽງເພື່ອນສະຫນິດກໍຍັງດີກວ່າເຂົາບໍ່ຄົບ ພໍເລີຍໄປແລ້ວຈະຖອຍກໍ່ບໍ່ໄດ້ ເພາະທາງຫລັງມີລົດລໍເປັນແຖວ ເສົ້າເລີຍເຮົາ...

ເອົາຫວ໋ະ! ຮອບທີ່ສີ່ ກໍໄດ້...ເຈີແລ້ວໆໆໆ ແຕ່ຖອຍເຂົ້າຍາກສຸດໆ ຄັນຫລັງກໍ່ຕາມມາອີກ ເວນກຳ...ໄປທາງຫນ້າອີກກໍ່ໄດ້ວ໋ະ ອ້າວເຮ໋ຍ!! ເປັນຫຍັງ ຄັນຫລັງມັນຖອຍເຂົ້າງ່າຍແທ້ວ໋ະ ແຫ໋ວອີກແລ້ວ...

ຄືກັບທີ່ເຮົາເຫັນເຂົາມີຄ່າສູງສົ່ງເຫລືອເກີນ ພະຍາຍາມໄປກໍ່ເຫມື່ອຍລ້າໆ ແລ້ວເປັນແນວໃດລະ ບໍ່ຍອມສູ້ ບໍ່ສູ້ກໍ່ອົດດິ! ອິອິJ

 

ມັນຈະຍາກຫຍັງຂະຫນາດນີ້ກັບການຫາບ່ອນຈອດລົດ ເອົານ໋າາາາ...

ຮອບທີ່ຫ້າ ນີ້ຫນ້າຈະມີ ອ່າວເຮ໋ຍ...! ມັນຈອດຊ້ອນຄັນໄດ້ນີ້ຫວ໋າ ແຕ່ບໍ່ເອົາດີກວ່າ ບໍ່ຢາກຈອດຊ້ອນຄັນ ຈັກຫນ໋ອຍຈະໄປຕຳເອົາຄັນທາງຫນ້າ ແລ້ວລົດຈະເປັນຮອຍ.

ກໍ່ຄືກັບການໄປຮັກຄົນທີ່ມີເຈົ້າຂອງແລ້ວ ໄປເປັນກິກປະມານນັ້ນແຫລະ ຕ້ອງຄອຍລະມັດະວັງ ແລ້ວເປັນແນວໃດລະ ສຸດທ້າຍກໍບໍ່ມີຄວາມສຸກຄືເກົ່າ...

ສະຫລຸບວ່າຂັບລົດກັບບ້ານ ໄປຈອດຢູ່ບ້ານກໍ່ໄດ້ ແລ້ວນັ່ງລົດເມມາດີກວ່າ:)

 

“ບາງຄັ້ງການສະແຫວງຫາຄວາມຮັກ ອາດຈະເຮັດໃຫ້ເກີດຄວາມທຸກ

ບາງຄັ້ງການຢູ່ຄົນດຽວ ອາດຈະສະບາຍໃຈຢ່າງຄາດບໍ່ເຖິງກໍ່ໄດ້

ເພາະບາງຢ່າງຍິ່ງຫາກໍ່ຍິ່ງບໍ່ພົບ

ແທນການທີ່ເຮົາຕາມຫາຄວາມຮັກ...

ລອງປອຍໃຫ້ຄວາມຮັກຕາມຫາເຮົາແດ່ກໍ່ດີຄືກັນ...

.............................................................

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຄວາມຫ່າງໄກ...ເຮັດໃຫ້ຫມັ້ນໃຈກັນຫລາຍຂຶ້ນ

ເວລາເຮົາມີເຫດໃຫ້ຕ້ອງຫ່າງໄກຄົນຮັກ ຫລາຍຄົນມັກບອກວ່າ...ຟ້າດິນລົງໂທດໃຫ້ຫ່າງໄກກັນ ແຕ່ຄວາມຈິງແລ້ວ...ຟ້າດິນກຳລັງສົງໄສຄູ່ນີ້ວ່າ ເຂົາຮັກກັນຈິງຫລືບໍ່ຕ່າງຫາກ...ເລີຍໃຫ້ບົດທົດສອບທີ່ຍາກຍິ່ງຂຶ້ນ ໂດຍແຍກຄົນຫນຶ່ງໄປທາງ ແລະອີກຄົນໄປທາງຫນຶ່ງ ເພາະ ໄລຍະຫ່າງແລະການເວລາຈະເປັນເຄື່ອງພິສູດຄວາມຫມັ້ນຄົງໃນຈິດໃຈ.

ຟ້າດິນອາດຈະຄິດວ່າ ຄວາມຫ່າງໄກອາດຈະເຮັດໃຫ້ໃຜຄົນຫນຶງມີພຶດຕິກຳທີ່ບໍ່ຫນ້າໄວ້ວາງໃຈ ຫລືຫລັກໄປມີກິກກັບໃຜອີກ. ຖ້າເປັນການທົດສອບທີ່ວ່າເຮົາເລືອກຖືກຄົນຫລືບໍ່ ຄວາມຫ່າງໄກຈະເຮັດຫນ້າທີ່ເປັນສິ່ງວັດປະລິມານຄວາມຜູກພັນທີ່ເຮົາມີຕໍ່ເຂົາ ຖ້າເຮົາຍັງຮູ້ສຶກຄືເກົ່າ ຫລືບາງທີ່ຄວາມຫ່າງໄກຍິ່ງເພີ່ມຄວາມຫ່ວງໃຍແລະໃສ່ຄວາມຄິດເຖິງເຂົ້າໄປຫລາຍຂຶ້ນ ບໍ່ເຄີຍສົນໃຈຫລຽວເບິ່ງຄົນອື່ນເລີຍ ສະແດງວ່າເຮົາມີຄວາມຮັກທີ່ແທ້ຈິງໃຫ້ກັບເຂົາ ແລະເຮົາກໍ່ຜ່ານບົດທົດສອບທີ່ວ່າດ້ວຍຄວາມຫ່າງໄກນີ້.

ສຳລັບເຂົາ...ຖ້າເຂົາຍັງເຫມືອນເດີມ ແລະຫມັ້ນຄົງຄືທີ່ເຮົາເປັນ ເຂົາກໍ່ຜ່ານບົດທົດສອບນີ້ເຊັ່ນກັນ ແລະຄວາມຫ່າງໄກກໍຈະໃຫ້ສິ່ງທີ່ດີໆກັບຄວາມຮັກອີກຫລາຍໆຢ່າງທີ່ເຮົາບໍ່ເຄີຍຄິດມາກ່ອນ. ແຕ່ຖ້າເຂົາປ່ຽນແປງໄປ...ເຊັ່ນ ຕອນທຳອິດກໍ່ລົມກັນທຸກວັນ ຕໍ່ມາຫລັ້ງໆ ກໍ່ເລີ່ມຫ່າງຫາຍ ຫາຕົວບໍ່ເຈີ ບໍ່ຍອມຕິດຕໍ່ກັບ ແຖມຫລັກໄປມີກິກກັບຄົນອື່ນອີກ...ສະແດງວ່າເຂົາບໍ່ຜານບົດທົດສອບນີ້ ເຊິ່ງເຮົາກໍ່ຫນ້າຈະພູມໃຈທີ່ເຮົາສອບຜ່ານ ເຖິງວ່າຈະມີໃຜບາງຄົນສອບຕົກກໍ່ຕາມ...ເຮົາຄວນເກັບຫົວໃຈທີ່ດີໆຂອງເຮົາໄວ້ໃຫ້ຄົນທີ່ຄູ່ຄວນດີກວ່າ.

ຢ່າເສີຍໃຈໄປເລີຍຖ້າຫາກຄວາມຫ່າງໄກຈະເຮັດໃຫ້ຄວາມຮັກຂອງເຮົາປ່ຽນແປງ...ປ່ຽນວັນນີ້ຍັງດີກວ່າຈະປ່ຽນຕອນທີ່ຢູ່ນຳກັນໄປ 10ປີ 20ປີ...ໃຫ້ຄິດວ່າເປັນບຸນຂອງເຮົາທີ່ຟ້າດິນຊ່ວຍສົ່ງຄວາມຫ່າງໄກມາກຳຈັດຄົນທີ່ມີຈິດໃຈໂລເລອອກໄປຈາກຊີວິດເຮົາແລ້ວ...ໂດຍທີ່ເຮົາບໍ່ຕ້ອງລົງມືເຮັດຫຍັງເລີຍ...........

.............................................................

ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ເຫດຜົນຂອງຄວາມຮັກ

ຜູ້ຍິງສ່ວນໃຫຍ່ມັກຈະຕັ້ງຄຳຖາມກັບຄົນຮັກວ່າ: “ ເປັນຫຍັງເຈົ້າຈຶ່ງຮັກຂ້ອຍ ຫລືເຈົ້າຮັກຂ້ອຍຢູ່ບ່ອນໃດ?

ຜູ້ຍິງຄົນນີ້ກໍເຊັ່ນດຽວກັນ ລາວພະຍາຍາມຖາມຄົນຮັກຂອງລາວວ່າ ເປັນຫຍັງເຈົ້າຈຶງຮັກຂ້ອຍ ຄົນຮັກຂອງລາວຕອບວ່າ ຕອບບໍ່ໄດ້ ...ລາວຈຶ່ງຖາມວ່າ ເປັນຫຍັງຈຶ່ງຕອບບໍ່ໄດ້ ທີຄົນຮັກຂອງຫມູ່ຂ້ອຍກໍ່ຍັງຕອບໄດ້ເລີຍວ່າ ຍ້ອນຫຍັງຈຶ່ງຮັກ ທີ່ເຈົ້າຕອບບໍ່ໄດ້ເພາະບໍ່ຮັກຂ້ອຍຈິງແມ່ນບໍ່? ....

ຄົນຮັກຂອງລາວຈຶ່ງຕອບລາວໄປວ່າລາວຫາເຫດຜົນບໍ່ໄດ້...ຜູ້ຍິງຄົນນັ້ນຮູ້ສຶກເສຍໃຈ ແລະຕໍ່ວ່າຄົນຮັກໄປວ່າບໍ່ໄດ້ຮັກລາວຈິງ. ຊາຍຄົນຮັກຈຶ່ງຕອບໄປວ່າ ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີຫນ້າຕາທີ່ສວຍງາມ, ທີ່ຮັກເພາະເຈົ້າມີສຽງທີ່ມ່ວນ, ເພາະເຈົ້າມີນ້ຳໃຈທີ່ອ່ອນໂຍນຕໍ່ທຸກໆຄົນ ແລະຂ້ອຍຮັກເຈົ້າທີ່ທຸກໆການເຄື່ອນໄຫວຂອງເຈົ້າ .

ຟ່າຍຍິງກໍ່ສະບາຍໃຈທີ່ໄດ້ຮູ້ເຫດຜົນແລະຢຸດຕິການເວົ້າເລືອງນີ້...ຕໍ່ມາຝ່າຍຍິງເກີດອຸບັດຕິເຫດຈົນນຳມາເຊິ່ງຄວາມປ່ຽນແປງຫລາຍໆຢ່າງໃນຊີວິດຂອງລາວ. ເທິງໂຕະຂ້າງຕຽງຂອງລາວມີຈົດຫມາຍສະບັບຫນຶ່ງວາງໄວ້, ລາວເປີດອ່ານ ໃນຈົດຫມາຍຂຽນໄວ້ວ່າ.................

ສຸດທີ່ຮັກຂອງຂ້ອຍ ເຈົ້າເຄີຍຖາມຂ້ອຍຕະຫລອດວ່າຂ້ອຍຮັກເຈົ້າຍ້ອນຫຍັງ ແລະຂ້ອຍໄດ້ຕອບເຈົ້າວ່າ ທີ່ຂ້ອຍຮັກເຈົ້າເພາະເຈົ້າມີຫນ້າຕາທີ່ສວຍງາມແຕ່ຕອນນີ້ມັນບໍ່ເປັນແນວນັ້ນແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີນ້ຳສຽງທີ່ມ່ວນ ແຕ່ຕອນນີ້ເຈົ້າບໍ່ສາມາດທີ່ຈະເອີ່ຍສຽງທີ່ມ່ວນນັ້ນໄດ້ຄືເກົ່າແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີນ້ຳໃຈທີ່ອ່ອນໂຍນຕໍ່ຄົນອ້ອມຂ້າງ ແຕ່ຕອນນີ້ເຈົ້າບໍ່ສາມາດທີ່ຈະສະແດງນ້ຳໃຈຕໍ່ຄົນອື່ນໄດ້ອີກແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ແລະທີ່ຂ້ອຍຮັກເຈົ້າເພາະທຸກໆການເຄື່ອນໄຫວຂອງເຈົ້າ ກໍ່ຄົງຈະບໍ່ເປັນແນວນັ້ນແລ້ວ ເພາະຕອນນີ້ເຈົ້າບໍ່ສາມາດທີ່ຈະເຄື່ອນໄຫວໄປໃສໄດ້ອີກແລ້ວ ແລະຂ້ອຍກໍ່ຄົງຈະບໍ່ຮັກເຈົ້າແລ້ວ...

ນີ້ຄືສິ່ງທີ່ຂ້ອຍຢາກໃຫ້ເຈົ້າຮັບຮູ້ມາຕະຫລອດ...

ສິ່ງທີ່ເຈົ້າພຽນພະຍາຍາມຖາມກ່ຽວກັບເຫດຜົນໃນຄວາມຮັກຂອງຂ້ອຍ, ຖ້າເຫດຜົນທັງຫມົດນັ້ນຫມາຍເຖິງຄວາມຮັກ ຕອນນີ້ຂ້ອຍຈຶ່ງບໍ່ຮັກເຈົ້າແລ້ວ...

ແຕ່ຄວາມຮັກບໍ່ຕ້ອງການເຫດຜົນ

ເຫດຜົນທັງຫມົດບໍ່ແມ່ນຄວາມຮັກ

ຂ້ອຍຮັກເຈົ້າທີ່ທັງຫມົດຂອງຄວາມເປັນຕົວເຈົ້າ

ຮັກທີ່ຫົວໃຈແລະຄວາມຄິດຂອງເຈົ້າ

ຢ່າພຽນພະຍາຍາມຖາມເຫດຜົນຂອງຄວາມຮັກຂອງຂ້ອຍອີກເລີຍ

ເພາະຂ້ອຍຮັກເຈົ້າດ້ວຍທັງຫມົດຂອງຫົວໃຈຂອງຂ້ອຍ...

...........................................................

ເລື່ອງບາງເລືອງບໍ່ຈຳເປັນຕ້ອງມີເຫດຜົນອະທິບາຍ ເພາະບໍ່ມີເຫດຜົນໃດທີ່ຈະອະທິບາຍໄດ້ດີເທົ່າກັບການໃຊ້ຫົວໃຈແລະຄວາມຮູ້ສຶກຂອງຕົວເຮົາເອງ...

ຖ້າຄິດທີ່ຈະຮັກໃຜຄົນຫນຶ່ງຕ້ອງຮັກເຂົາຄົນນັ້ນດ້ວຍຫົວໃຈຂອງເຮົາເອງ...ຮັກໂດຍບໍ່ຫວັງວ່າເຂົາຈະຮັກເຮົາແລະດູແລເຮົາໄດ້ຫລືບໍ່ ເພາະນັ້ນເປັນຫົວໃຈຂອງເຂົາ ເປັນສິດຂອງເຂົາ ຂໍພຽງແຕ່ເຮົາເຮັດໃນສ່ວນຂອງເຮົາໃຫ້ດີທີ່ສຸດ ເທົ່າທີ່ເຮົາຈະເຮັດໄດ້ເພື່ອຄົນທີ່ເຮົາຮັກກໍພໍແລ້ວ....

............................................................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຮັກ...ກັບຄວາມຜູກພັນ

ຄວາມຮັກກັບຄວາມຜູກພັນ ປຽບເຫມືອນເປັນເພື່ອນສະຫນິດ ທີ່ມີຫນ້າຕາຄ້າຍຄືກັນ ມັກເດີນທາງໄປໃສມາໃສດ້ວຍກັນສະເຫມີ ຈົນຫລາຍໆຄົນແຍກບໍ່ອອກວ່າ ອັນໃດຄືຄວາມຮັກ ແລະອັນໃດຄືຄວາມຜູກພັນ...

ປັນຫາສຳຄັນຂອງຄວາມຮັກກໍຄື ເມື່ອເຮົາກັນໄປໄດ້ໄລຍະຫນຶ່ງແລ້ວ ຄວາມຮັກກໍ່ເລີ່ມຈືດຈາງລົງໂດຍບໍ່ມີສາເຫດໂດຍທີ່ຄວາມຜູກພັນບໍ່ສາມາດກໍ່ຕົວຂຶ້ນມາໄດ້ສຳເລັດ ອາດຈະແມ່ນຍ້ອນປັນຫາຕ່າງໆທີ່ຕ້ອງພົບເຈີລະຫວ່າງການໃຊ້ຊີວິດຄູ່ ເຮັດໃຫ້ຄວາມຜູກພັນຢຸດທຳງານກະທັນຫັນ ຄວາມສຳພັນຈຶ່ງຈົບລົງ...

ຄວາມຜູກພັນຈະເຕີບໂຕແຂງແຮງໃນຫົວໃຈທີ່ໄດ້ຮັບຄວາມຮັກ ຄວາມເອົາໃຈໃສ່ ຄວາມຫມັ້ນຄົງປອດໄພ ແລະຄວາມສຸກ. ຄວາມຜູກພັນນີ້ເປັນຄວາມຜູກພັນທີ່ສ້າງຂຶ້ນຮ່ວມກັນໃນການໃຊ້ຊີວິດປະຈຳວັນ...

ຄົນສ່ວນໃຫຍ່ມັກເປັນທຸກເມື່ອມີຄວາມຮັກແລະຄວາມຜູກພັນ, ທຸກເພາະຄວາມຫວງຄວາມຫ່ວງ, ທຸກເພາະຄວາມຫວາດລະແວງ, ທຸກເພາະອິດສະຫລະພາບຖືກກັກຂັງໃນນາມຄວາມຮັກແລະຄວາມຜູກພັນ...

ໂດຍຕົວຂອງມັນແລ້ວ ຄວາມຮັກແລະຄວາມຜູກພັນນັ້ນເປັນສິ່ງທີ່ດີແລະງາມທີ່ສຸດ ແຕ່ກໍເຄີຍໄດ້ຍິນຫລາຍໆຄົນບອກວ່າ ມີຮັກຕ້ອງມີທຸກ ແຕ່ຂໍບອກໃຫ້ຮູ້ວ່າຄວາມທຸກນັ້ນບໍ່ແມ່ນຍ້ອນຄວາມຮັກ ແຕ່ຄວາມທຸກນັ້ນມາກັບຄວາມຄາດຫວັງ ແລະການຖືສິດຄອບຄອງຄົນທີ່ຕົນຮັກ...

ຄວາມຮັກ...ກັບຄວາມຜູກພັນ

·         ຮູ້ສຶກວ່າຄິດຮອດຈຶ່ງແວະມາຫາ ຄືຮັກ

ເຄີຍມາຫາເລີຍມາຫາ ຄືຜູກພັນ

·         ຮູ້ສຶກຫິວ ເລີຍຊື້ອາຫານມາກິນນຳກັນ ຄືຮັ

ກິນອີ່ມແລ້ວ ອາຫານແຊບດີເລີຍຊື້ມາຝາກ ຄືຜູກພັນ

·         ຮູ້ສຶກວ່າຢາກໃຫ້ເວລາກັນແລະກັນ ຄືຮັກ

ຮູ້ສຶກວ່າຢາກໃຫ້ເຂົາໃຫ້ເວລາເຮົາ ຄືຜູກພັນ

·         ຮູ້ສຶກວ່າຫງຸດຫງິດ ເມື່ອເຮັດໃຫ້ອີກຄົນບໍ່ສະບາຍໃຈ ຄືຮັກ

ຮູ້ສຶກວ່າຮ້າຍ ເພື່ອໃຫ້ອີກຄົນສຳນຶກແດ່ ຄືຜູກພັນ

·         ຮູ້ສຶກວ່າບໍ່ມີນາທີໃດທີ່ບໍ່ຄິດຮອດ ຄືຮັກ

ຮູ້ສຶກວ່ານາທີໃດທີ່ຫວ່າງຈະຄິດຮອດ ຄືຜູກພັນ....

 

ເວລາ...ຈະສອນເຮົາເອງວ່າ ຄວາມຜູກພັນກັບສິ່ງໃດໆ ໃນໄລຍະເວລາຫນຶ່ງ ຈະເປັນຄວາມສຸກໃນໄລຍະເວລານັ້ນໆ ຢ່າໄດ້ໄປຍຶດຕິດ ຢ່າໄດ້ໄປໃຊ້ຊີວິດທັ້ງຊີວິດລຸ່ມຫລົງກັບສິ່ງນັ້ນ ແລະຫາກເຖິງເວລາທີ່ຕ້ອງຈາກກັນ ກໍ່ຂໍໃຫ້ເຮົາຄິດວ່າເຮົາໂຊກດີທີ່ມີໂອກາດໄດ້ຜູກພັນກັບສິ່ງທີ່ເຮົາຮັກ...

............................................................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ແດ່ຜູ້ຍິງທຸກຄົນ

ມີຄົນບອກວ່າ:

ຜູ້ຊາຍພ້ອມທີ່ຈະເສຍສະຫລະຄວາມຮັກເພື່ອຈະໄດ້ປົກຄອງໂລກ ແຕ່ຜູ້ຍິງພ້ອມທີ່ຈະຕັດໃຈຈາກໂລກເພື່ອທີ່ຈະໄດ້ຢູ່ກັບຄວາມຮັກ

ແຕ່ສິ່ງສຳຄັນທີ່ຜູ້ຍິງຕ້ອງຮຽນຮູ້ກໍ່ຄື ເຂົາຄົນນັ້ນມີຄ່າ ແລະຄວາມຫມາຍພຽງພໍໃຫ້ສະລະໂລກທັ້ງໂລກແລ້ວຫລືຍັງ ເຮົາມາໃຊ້ຊີວິດຢູ່ກັບໂລກໃຫ້ອົບອຸ່ນຈະດີກວ່າບໍ່ ປ່ອຍໃຫ້ຜູ້ຊາຍປົກຄອງໂລກໄປ ແຕ່ເຮົາຈະຢູ່ໃນໂລກນີ້ຢ່າງມີຄວາມສຸກ ເພາະຜູ້ປົກຄອງມີຫນ້າທີ່ເຮັດໃຫ້ຜູ້ຄົນມີຄວາມສຸກບໍ່ແມ່ນບໍ?

 

..................................................

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຫມາຍໃນເລື່ອງນີ້ແມ່ນເຮົາເຮັດເພື່ອຄົນທີ່ເຮົາຮັກທີ່ສຸດ, ເປັນເລື່ອງທີ່ອ່ານແລ້ວປະທັບໃຈແລະໃຫ້ຂໍ້ຄິດດີໆ ມີຄວາມຫມາຍ(ເປັນເລື່ອງຈິງ)...ອ່ານແລ້ວສຳນຶກພາບໄປພ້ອມໆກັນເດີ້....

.................................................

               ມີຜູ້ຍິງຄົນຫນຶ່ງປະສົບອຸບັດຕິເຫດ ເຮັດໃຫ້ຕ້ອງຕາບອດທັງສອງຂ້າງ ແລະລາວກໍ່ທຸກທໍລະມານກັບການສູນເສຍການເບິ່ງເຫັນ ແຕ່ສາມີຂອງລາວກໍ່ພະຍາຍາມປອບໃຈແລະໃຫ້ກຳລັງໃຈລາວຕະຫລອດ ພະຍາຍາມສອນໃຫ້ລາວໃຊ້ປະສາດສຳຜັດໃຫ້ຫລາຍຂຶ້ນ.

               ບ່ອນເຮັດວຽກຂອງລາວກັບສາມີຢູ່ຄົນລະທາງ ແຕ່ເຂົາກໍ່ຂັບລົດໄປສົ່ງແລະໄປຮັບສະເຫມີ ຢູ່ມາວັນຫນຶ່ງສາມີຂອງລາວຮູ້ສຶກເຫມື່ອຍຫລາຍ ລາວຈຶ່ງເວົ້າກັບເມຍຂອງລາວວ່າໃຫ້ລາວພະຍາຍາມຂຶ້ນລົດເມໄປເຮັດວຽກເອງໂດຍທີ່ລາວບໍ່ໄປຮັບໄປສົ່ງໄດ້ບໍ່...

               ນາທີນັ້ນ ລາວຮູ້ສຶກໂດດດຽວແລະນ້ອຍໃຈສາມີ ແຕ່ລາວກໍ່ພະຍາຍາມເຮັດຕາມທີ່ສາມີຂໍ, ລາວພະຍາຍາມຂຶ້ນລົດເມເອງ ພະຍາຍາມໄປເຮັດວຽກດ້ວຍຕົນເອງ ຈົນໃນທີ່ສຸດລາວກໍສາມາດເຮັດໄດ້.....ວັນຫນຶ່ງ, ກ່ອນທີ່ລາວຈະລົງລົດໄປເຮັດວຽກຕາມປົກກະຕິ ຄົນເກັບຄ່າລົດ(ແອັດລົດ) ກໍ່ເຂົ້າມາຈັບແຂນລາວ ແລະເວົ້ານຳລາວວ່າ ຂ້ອຍອິດສາເຈົ້າ ແທ້ໆ...

ລາວກໍ່ເລີຍຖາມວ່າ ເຈົ້າອິດສາຂ້ອຍເລື່ອງຫຍັງ?

ຄົນເກັບເງິນຄ່າລົດເມກໍ່ບອກວ່າ ສາມເດືອນທີ່ຜ່ານມາ ຂ້ອຍເຫັນຜູ້ຊາຍຄົນຫນຶ່ງລາວຈະຂຶ້ນລົດເມຕອນເຊົ້າ ມານັ່ງຢູ່ເບາະທາງຫລັງເຈົ້າ ເຝົ້າເບິ່ງ ດູແລເຈົ້າດ້ວຍຄວາມຫ່ວງໃຍແລະຕາມເຈົ້າລົງລົດໄປ ແລະເຝົ້າເບິ່ງເຈົ້າຍ່າງເຂົ້າໄປບ່ອນເຮັດວຽກຢ່າງຫ່ວງໃຍ ແລະທຸກໆແລງ ລາວກໍ່ຈະມາເຝົ້າເບິ່ງເຈົ້າຂຶ້ນລົດແລະດູແລເຈົ້າຈົນເຈົ້າລົງລົດ...

              ພໍແຕ່ລາວໄດ້ຍິນດັ່ງນັ້ນ...ລາວກໍ່ນ້ຳຕາໄຫລດ້ວຍຄວາມຕື້ນຕັນ...ແລະສຳນຶກຜິດ...ເພາະຕະຫລອດເວລາທີ່ຜ່ານມາ ສາມີຂອງລາວບໍ່ເຄີຍຖິ້ມລາວໄປໃສ ສາມີຂອງລາວຍັງຢູ່ດູແລລາວຢ່າງໃກ້ຊິດ ລາວຮູ້ວ່າສາມີລາວຕ້ອງເຫມື່ອຍກວ່າຕອນທີ່ຕ້ອງໄດ້ໄປຮັບໄປສົ່ງລາວອີກ...ລາວຫວນນຶກເຖິງຄຳເວົ້າຂອງສາມີລາວທີ່ເວົ້າ ທີ່ເຕືອນອອກມາຕະຫລອດວ່າ ຊີວິດຄົນເຮົາບໍ່ແນ່ນອນ ອາດຈະຕາຍວັນນີ້ ຫລືມື້ອື່ນໄດ້ທຸກເມຶ່ອເລີຍ...ຕົວຢ່າງເຈົ້າ...ວານນີ້ຍັງເບິ່ງເຫັນ ວັນນີ່ເຈົ້າກັບເບິ່ງບໍ່ເຫັນແລ້ວ...

              ລາວຄິດນ້ອຍໃຈໃຫ້ສາມີມາຕະຫລອດ 3 ເດືອນ ທີ່ຄິດວ່າເຂົາເບື່ອ ລຳຄານການເປັນຄົນຕາບອດຂອງລາວ....

             ນະວັນນີ້ລາວຮູ້ແລ້ວວ່າ...ສາມີຂອງລາວຢ້ານວ່າ ວັນນີ້ ມື້ອື່ນຈະຕ້ອງຕາຍຈາກໄປ ແລ້ວລາວຈະບໍ່ສາມາດໄປໃສມາໃສ ຫລືມີຊີວິດຢູ່ໄດ້ຖ້າຂາດລາວ.....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຫນັ່ງສືເລື່ອງນີ້ອ່ານແລ້ວໃຫ້ຄວາມສຳຄັນຫລາຍ ຂໍໃຫ້ທຸກຄົນອ່ານໃຫ້ຈົບເລື່ອງເດີ້....

....ຂອບໃຈເດີ້....

ເລື່ອງມີຍູ່ວ່າ:

ກາລະຄັ້ງຫນຶ່ງນານມາແລ້ວ ມີເກາະແຫ່ງຫນຶ່ງເຊິ່ງຮວບຮວມຄວາມຮູ້ສຶກທັງຫມົດອາໄສຢູ່ດ້ວຍກັນ: ຄວາມສຸກ, ຄວາມເສົ້າ, ຄວາມຮູ້  ແລະອື່ນໆ ລວມທັງ ຄວາມຮັກ ອີກດ້ວຍ...ວັນຫນຶ່ງມີປະກາດເຖິງຄວາມຮູ້ສຶກທັງຫມົດວ່າເກາະກຳລັງຈະຈົມ.

ດັ່ງນັ້ນຄວາມຮູ້ສຶກທັງຫມົດຈຶ່ງໄດ້ກຽມເຮືອເພຶ່ອທີ່ຈະຫນີອອກຈາກເກາະ, ມີພຽງຄວາມຮັກເທົ່ານັ້ນທີ່ຕັດສິນໃຈຢູ່ເທິງເກາະ ເພາະຄວາມຮັກຕ້ອງການທີ່ຈະຢູ່ຈົນຮອດວິນາທີສຸດທ້າຍ...ເມື່ອເກາະເກືອບຈະຈົມແລ້ວ ຄວາມຮັກຈຶ່ງຕັດສິນໃຈຂໍຄວາມຊ່ວຍເຫລືອ...

ຄວາມລວຍຂີ່ເຮືອຜ່ານໄປ ບໍ່ຍອມຮັບຄວາມຮັກຂຶ້ນເຮືອໄປນຳ ດ້ວຍເຫດຜົນທີ່ວ່າ ບໍ່ໄດ້ດອກ ຂ້ອຍບໍ່ສາມາດເອົາເຈົ້າໄປນຳໄດ້ ເພາະເຮືອຂອງຂ້ອຍເຕັມໄປດ້ວຍເງິນແລະທອງ ມັນບໍ່ມີບ່ອນໃຫ້ເຈົ້າຢູ່...

ຄວາມຮັກຕັດສິນໃຈຂໍຄວາມຊ່ວຍເຫລືອຈາກຄວາມເຫັນແກ່ຕົວທີ່ຂີ່ເຮືອຜ່ານມາ ຄວາມເຫັນແກ່ຕົວຊ່ວຍຂ້ອຍແດ່!!..ຂ້ອຍຊ່ວຍເຈົ້າບໍ່ໄດ້ດອກຄວາມຮັກ,ເພາະຕົວເຈົ້ານັ້ນປຽກປອນ ເພາະເຈົ້າຈະເຮັດໃຫ້ເຮືອຂອງຂ້ອຍປຽກ...

ຄວາມເສົ້າພາຍເຮືອເຂົ້າມາໃກ້ ຄວາມຮັກກໍ່ເອີ່ຍຂໍຄວາມຊ່ວຍເຫລືອອີກ, ຄວາມເສົ້າກໍບໍ່ອະນຸຍາດ ໂອ໋ ຄວາມຮັກຂ້ອຍກຳລັງເສົ້າຫລາຍເລີຍ ຂ້ອຍຕ້ອງການຢູ່ຄົນດຽວ...ຂໍໂທດ...

ຄວາມສຸກໄດ້ຜ່ານຄວາມຮັກໄປເຊັ່ນກັນ ແຕ່ເຂົາບໍ່ໄດ້ຍິນແມ່ນແຕ່ສຽງຮ້ອງຂໍຄວາມຊ່ວຍເຫລືອຂອງຄວາມຮັກເລີຍ ເພາະມົວແຕ່ມີຄວາມສຸກ...ທັນໃດນັ້ນ, ມີສຽງຫນຶ່ງດັງຂຶ້ນມາວ່າ ມານີ້!!ຄວາມຮັກ ຂ້ອຍຈະຮັບເຈົ້າໄປເອງ ສຽງນັ້ນເປັນຂອງຄົນແກ່ຄົນຫນຶ່ງ ຄວາມຮັກ ຮູ້ສຶກຂອບໃຈແລະດີໃຈເປັນຢ່າງຍິ່ງ ຈົນລືມຖາມຊື່ວ່າໃຜຄືຄົນໃຈດີຄົນນັ້ນ.......................

ເມື່ອພວກເຂົາມາເຖິງແຜ່ນດິນຢ່າງປອດໄພ ຄົນແກ່ຈາກໄປຕາມທາງຂອງເຂົາ ຄວາມຮັກນຶກຂຶ້ນໄດ້ວ່າລືມຖາມຊື່ຄົນແກ່ຄົນນັ້ນ ຄວາມຮັກ ຈຶ່ງຖາມ ຄວາມຮູ້ ແລະຄົນແກ່ຄົນອື່ນໆ....

ແມ່ນໃຜທີ່ເປັນຄົນຊ່ວຍຂ້ອຍ?

ຄວາມຮູ້ ຕອບຢ່າງພາກພູມໃຈໃນຄວາມຮອບຮູ້ຂອງຕົນເອງວ່າ ເວລາ

ແຕ່ເປັນຫຍັງເວລາຈຶ່ງຊ່ວຍຂ້ອຍລະ? ຄວາມຮັກຖາມຕໍ່

ຄວາມຮູ້ ຍິ້ມໃນຄວາມຮອບຮູ້ຂອງຕົນເອງແລ້ວຕອບຄວາມຮັກວ່າ:

ກໍ່ເພາະວ່າມີພຽງເວລາເທົ່ານັ້ນທີ່ເຂົ້າໃຈວ່າ...ຄວາມຮັກນັ້ນຍິ່ງໃຫຍ່ພຽງໃດ

ແຕ່ວ່າ...ມີສິ່ງຫນຶ່ງເຮົາອາດຈະລືມໄປຈົນບໍ່ໄດ້ກ່າວເຖິງເລີຍ ຂະນະທີ່ຄວາມຮັກກຳລັງຊອກຫາຄົນຊ່ວຍອອກຈາກເກາະ ຄວາມຮັກອາດຈະຫຍຸ້ງຢູ່ກັບການຊອກຫາຜູ້ອື່ນ...ຈົນລືມເບິ່ງມາທີ່ຄວາມເປັນເພື່ອນ...ເຊິ່ງເລືອກທີ່ຈະຢູ່ຄຽງຂ້າງຄວາມຮັກຕັ້ງແຕ່ຫົວທີແລ້ວ ເພາະຄວາມຊິນເຄີຍ ຈຶ່ງເຮັດໃຫ້ຄວາມຮັກ ເບິ່ງບໍ່ເຫັນຄວາມສຳຄັນຂອງຄວາມເປັນເພື່ອນ...

ໃນຂະນະທີ່ຄວາມຮັກຈາກໄປພ້ອມກັບເວລາ ຄວາມເປັນເພື່ອນຮູ້ສຶກດີໃຈຫລາຍທີ່ຄວາມຮັກປອດໄພ ແລະເຖິງຈະຕ້ອງຫ່າງກັນ ແຕ່ຄວາມເປັນເພື່ອນກັບຮູ້ສຶກເປັນສຸກ ເພາະຄວາມເປັນເພື່ອນຮູ້ດີວ່າ...ຖິ່ງວ່າເກາະນີ້ຈະຈົມລົງໄປຊົ່ວນິລັນດອນ ແຕ່...ຄວາມເປັນເພື່ອນຈະຍັງເປັນອຳມະຕະໃນໃຈຂອງຄວາມຮັກຕະຫລອດໄປ.....

ເຖິງແມ່ນວ່າຈະບໍ່ຫຍິ່ງໃຫຍ່....ແຕຈະຄົງຢູ່ຄຽງຂ້າງຄວາມຮັກສະເຫມີ.

ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ຈາກໄປຄືການເວລາ

ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ລັງກຽດກັນຄືກັບຄວາມເຫັນແກ່ຕົວ

ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ແບ່ງຊັ້ນກັນຄືກັບຄວາມລວຍ

ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ອ້າງວ້າງຄືກັບຄວາມເສົ້າ

ແລະ ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ປ່ຽນແປງຄືກັບຄວາມສຸກ

ທັງຫມົດນີ້ກໍເພາະວ່າ.....

ຄວາມເປັນເພື່ອນຈະຢູ່ໃນໃຈຕະຫລອດໄປ.

.............................ຈົບແລ້ວ.............................

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

·         ຄວາມເຂົ້າໃຈໃນຄຳວ່າ ຮັກຫລືຄວາມຮັກ ”:

ຄວາມຮັກ, ການມີຄວາມຮັກເຮັດໃຫ້ໂລກງົດງາມແລະມີພະລັງໃນການເຮັດສິ່ງທີ່ດີໆ ສະເຫມີ...ບໍ່ສຳຄັນວ່າຄວາມຮັກນັ້ນຈະເປັນແບບໃດ ສົມຫວັງ ຫລືຜິດຫວັງ ຫລືຄົນທີ່ເຮົາຮັກຈະຮັກເຮົາຫລືບໍ່ ແຕ່ສິ່ງທີ່ຄວາມຮັກໃຫ້ກັບເຮົານັ້ນຄືສິ່ງທີ່ດີໆ ທີ່ເຮັດໃຫ້ຫົວໃຈເຮົາເປັນສຸກເມື່ອນຶກເຖິງ ພຽງແຕ່ເຮົາຢ່າສ້າງເງື່ອນໄຂແລະຮຽກຮ້ອງກັບຄວາມຮັກຫລາຍເກີນໄປເທົ່ານັ້ນ...

·         ຄວາມເຂົ້າໃຈໃນຄຳວ່າ ຮັກຫລືຄວາມຮັກ ”:

ຄວາມສຸກຫລືຄວາມທຸກຂອງຄວາມຮັກຂຶ້ນຢູ່ກັບຄົນສອງຄົນທີ່ຈະຊ່ວຍສ້າງໃຫ້ມັນເກີດຂຶ້ນ,ບໍ່ແມ່ນຄວາມຕ້ອງການຂອງເຮົາຝ່າຍດຽວ ຫລືເຂົາຝ່າຍດຽວ...

ເມື່ອຄິດຈະຮັກໃຜຄົນຫນຶ່ງທີ່ເຫມາະສົມກັບເຮົາ ບໍ່ຈຳເປັນຕ້ອງຫາເຫດຜົນວ່າເປັນຫຍັງເຮົາຈຶ່ງໄປຮັກເຂົາໄດ້ ແຕ່ໃຫ້ຮູ້ວ່າທຸກວັນນີ້ເຮົາຮັກເຂົາ ແລະຕ້ອງຮັກໃຫ້ດີທີ່ສຸດ ຮັກຢ່າງມີສະຕິກໍ່ພໍ...

ເມື່ອຄິດຈະຮັກໃຜຄົນຫນຶ່ງຢ່າເສຍເວລາຄິດວ່າເຂົາຈະເຮັດຫຍັງເພື່ອເຮົາແດ່,ແຕ່ໃຫ້ຖາມຕົວເອງເບິ່ງວ່າ ເຮົາເຮັດຫຍັງເພື່ອຄົນທີ່ເຮົາຮັກໄດ້ແດ່?

·         ຄວາມເຂົ້າໃຈໃນຄຳວ່າ ຮັກແທ້ ”:

ຮັກແທ້, ແນ່ນອນວ່າທຸກໆຄົນທີ່ເກີດມາຍ່ອມປາຖະຫນາຢາກມີຮັກແທ້ ແຕ່ວ່າມີໃຜ່ແດ່ທີ່ຮູ້ວ່າຮັກແທ້ນັ້ນມີຢູ່ໃສ?

ການຕາມຫາຮັກແທ້ຈາກພາຍນອກນັ້ນບໍ່ມີວັນທີ່ຈະຫາໄດ້ພົບ,ເພາະວ່າຮັກແທ້ຢູ່ໃນໃຈຂອງທຸກໆຄົນນີ້ເອງ ...ຫາກຫວັງຈະໄດ້ຮັກແທ້ຈາກໃຜ ຈົ່ງມອບຮັກແທ້ອອກໄປຈາກໃຈເຮົາກ່ອນ ຮັກແທ້ບໍ່ຈຳເປັນຕ້ອງສົມຫວັງ ຫລືໄດ້ຄອບຄອງເປັນເຈົ້າຂອງສິ່ງທີ່ຮັກ ຫລືຄົນທີ່ຮັກສະເຫມີໄປ ແຕ່ຮັກແທ້ຄືຄວາມສຸກໃຈທີ່ເຫັນຄົນທີ່ເຮົາຮັກມີຄວາມສຸກ ຈົ່ງຮຽນຮູ້ຫົວໃຈຕົນເອງໃຫ້ທ່ອງແທ້ເພື່ອຈະໄດ້ຮັບຄວາມຮັກທີ່ແທ້ໃນນັ້ນ.

·         ຄວາມເຂົ້າໃຈໃນຄຳວ່າ ຮັກຫລືຄວາມຮັກ ”:

ສຸດທ້າຍ...ຄວາມຮັກບໍ່ວ່າຈະຜິດຫວັງຫລືສົມຫວັງ ມັກມີບົດສະຫລຸບຄືຄວາມພັດພາກແລະຍົດນ້ຳຕາສະເຫມີ, ພຽງແຕ່ໃນຍົດນ້ຳຕານັ້ນມີເລື່ອງລາວ ຫລືຄວາມຊົງຈຳທີ່ມີຄວາມຫມາຍຕ່າງກັນ...