ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ນິບພານ

ແນ່ນອນທຸກຄົນທີ່ເກີດມາຍ່ອມຕ້ອງການມີຄວາມສຸກ, ຄວາມສຸກທີ່ແທ້ຈິງແມ່ນເມື່ອພວກເຮົາຮູ້ຈັກປ່ອຍວາງຄວາມຕ້ອງການທີ່ບໍ່ຈຳເປັນ ແລະຮຽນຮູ້ການມີຊີວິດຢູ່ໃນແຕ່ລະວັນໃຫ້ຢູ່ໃນປັດຈຸບັນຂະນະ, ມີຄວາມມ່ວນຊື່ນຍິນດີໂດຍປາສະຈາກຄວາມຢາກໄດ້ທີ່ບໍ່ມີຂອບເຂດ. ປະເຊີນຫນ້າຢ່າງອົດທົນຕໍ່ບັນຫາຕ່າງໆ ທີ່ຊີວິດເຂົ້າໄປພົວພັນໂດຍປາສະຈາກຄວາມຢ້ານກົວ,ຄວາມຊັງ ແລະຄວາມໂມໂຫ, ພຽງເທົ່ານີ້ ພວກເຮົາກໍ່ມີຄວາມສຸກແລະເປັນອິດສະຫລະໄດ້. ເມື່ອນັິນພວກເຮົາກໍດຳລົງຊີວິດຢູ່ຢ່າງມີສຸກເຕັມປ່ຽມ, ຍ້ອນວ່າພວກເຮົາບໍ່ຖືກຄອບຫງຳຈາກຄວາມບໍ່ພໍໃຈໃນຄວາມຢາກທີ່ເຫັນແກ່ຕົວ....ຖ້າໃຜຄົນໃດຫາກປະຕິບັດໄດ້ຄືແນວນີ້ຮັບຮອງວ່າມີຄວາມສຸກຢ່າງແນ່ນອນ ບໍ່ວ່າຈະເປັນເລື່ອງການງານ, ຊີວິດປະຈຳວັນ...ລວມທັງເລື່ອງຄວາມຮັກອີກດ້ວຍ...

.................................................