ຫນັ່ງສືເລື່ອງນີ້ອ່ານແລ້ວໃຫ້ຄວາມສຳຄັນຫລາຍ ຂໍໃຫ້ທຸກຄົນອ່ານໃຫ້ຈົບເລື່ອງເດີ້....
....ຂອບໃຈເດີ້....
ເລື່ອງມີຍູ່ວ່າ:
” ກາລະຄັ້ງຫນຶ່ງນານມາແລ້ວ ມີເກາະແຫ່ງຫນຶ່ງເຊິ່ງຮວບຮວມຄວາມຮູ້ສຶກທັງຫມົດອາໄສຢູ່ດ້ວຍກັນ: ຄວາມສຸກ, ຄວາມເສົ້າ, ຄວາມຮູ້ ແລະອື່ນໆ ລວມທັງ ຄວາມຮັກ ອີກດ້ວຍ...ວັນຫນຶ່ງມີປະກາດເຖິງຄວາມຮູ້ສຶກທັງຫມົດວ່າເກາະກຳລັງຈະຈົມ.
ດັ່ງນັ້ນຄວາມຮູ້ສຶກທັງຫມົດຈຶ່ງໄດ້ກຽມເຮືອເພຶ່ອທີ່ຈະຫນີອອກຈາກເກາະ, ມີພຽງຄວາມຮັກເທົ່ານັ້ນທີ່ຕັດສິນໃຈຢູ່ເທິງເກາະ ເພາະຄວາມຮັກຕ້ອງການທີ່ຈະຢູ່ຈົນຮອດວິນາທີສຸດທ້າຍ...ເມື່ອເກາະເກືອບຈະຈົມແລ້ວ ຄວາມຮັກຈຶ່ງຕັດສິນໃຈຂໍຄວາມຊ່ວຍເຫລືອ...
ຄວາມລວຍຂີ່ເຮືອຜ່ານໄປ ບໍ່ຍອມຮັບຄວາມຮັກຂຶ້ນເຮືອໄປນຳ ດ້ວຍເຫດຜົນທີ່ວ່າ ”ບໍ່ໄດ້ດອກ ຂ້ອຍບໍ່ສາມາດເອົາເຈົ້າໄປນຳໄດ້ ເພາະເຮືອຂອງຂ້ອຍເຕັມໄປດ້ວຍເງິນແລະທອງ ມັນບໍ່ມີບ່ອນໃຫ້ເຈົ້າຢູ່...”
ຄວາມຮັກຕັດສິນໃຈຂໍຄວາມຊ່ວຍເຫລືອຈາກຄວາມເຫັນແກ່ຕົວທີ່ຂີ່ເຮືອຜ່ານມາ “ຄວາມເຫັນແກ່ຕົວຊ່ວຍຂ້ອຍແດ່!!”..”ຂ້ອຍຊ່ວຍເຈົ້າບໍ່ໄດ້ດອກຄວາມຮັກ,ເພາະຕົວເຈົ້ານັ້ນປຽກປອນ ເພາະເຈົ້າຈະເຮັດໃຫ້ເຮືອຂອງຂ້ອຍປຽກ...”
ຄວາມເສົ້າພາຍເຮືອເຂົ້າມາໃກ້ ຄວາມຮັກກໍ່ເອີ່ຍຂໍຄວາມຊ່ວຍເຫລືອອີກ, ຄວາມເສົ້າກໍບໍ່ອະນຸຍາດ ”ໂອ໋ ຄວາມຮັກຂ້ອຍກຳລັງເສົ້າຫລາຍເລີຍ ຂ້ອຍຕ້ອງການຢູ່ຄົນດຽວ...ຂໍໂທດ...”
ຄວາມສຸກໄດ້ຜ່ານຄວາມຮັກໄປເຊັ່ນກັນ ແຕ່ເຂົາບໍ່ໄດ້ຍິນແມ່ນແຕ່ສຽງຮ້ອງຂໍຄວາມຊ່ວຍເຫລືອຂອງຄວາມຮັກເລີຍ ເພາະມົວແຕ່ມີຄວາມສຸກ...ທັນໃດນັ້ນ, ມີສຽງຫນຶ່ງດັງຂຶ້ນມາວ່າ “ມານີ້!!ຄວາມຮັກ ຂ້ອຍຈະຮັບເຈົ້າໄປເອງ ” ສຽງນັ້ນເປັນຂອງຄົນແກ່ຄົນຫນຶ່ງ ຄວາມຮັກ ຮູ້ສຶກຂອບໃຈແລະດີໃຈເປັນຢ່າງຍິ່ງ ຈົນລືມຖາມຊື່ວ່າໃຜຄືຄົນໃຈດີຄົນນັ້ນ.......................
ເມື່ອພວກເຂົາມາເຖິງແຜ່ນດິນຢ່າງປອດໄພ ຄົນແກ່ຈາກໄປຕາມທາງຂອງເຂົາ ຄວາມຮັກນຶກຂຶ້ນໄດ້ວ່າລືມຖາມຊື່ຄົນແກ່ຄົນນັ້ນ ຄວາມຮັກ ຈຶ່ງຖາມ ຄວາມຮູ້ ແລະຄົນແກ່ຄົນອື່ນໆ....
“ ແມ່ນໃຜທີ່ເປັນຄົນຊ່ວຍຂ້ອຍ? ”
ຄວາມຮູ້ ຕອບຢ່າງພາກພູມໃຈໃນຄວາມຮອບຮູ້ຂອງຕົນເອງວ່າ “ເວລາ”
“ແຕ່ເປັນຫຍັງເວລາຈຶ່ງຊ່ວຍຂ້ອຍລະ? ” ຄວາມຮັກຖາມຕໍ່
ຄວາມຮູ້ ຍິ້ມໃນຄວາມຮອບຮູ້ຂອງຕົນເອງແລ້ວຕອບຄວາມຮັກວ່າ:
“ ກໍ່ເພາະວ່າມີພຽງເວລາເທົ່ານັ້ນທີ່ເຂົ້າໃຈວ່າ...ຄວາມຮັກນັ້ນຍິ່ງໃຫຍ່ພຽງໃດ ”
ແຕ່ວ່າ...ມີສິ່ງຫນຶ່ງເຮົາອາດຈະລືມໄປຈົນບໍ່ໄດ້ກ່າວເຖິງເລີຍ ຂະນະທີ່ຄວາມຮັກກຳລັງຊອກຫາຄົນຊ່ວຍອອກຈາກເກາະ ຄວາມຮັກອາດຈະຫຍຸ້ງຢູ່ກັບການຊອກຫາຜູ້ອື່ນ...ຈົນລືມເບິ່ງມາທີ່ຄວາມເປັນເພື່ອນ...ເຊິ່ງເລືອກທີ່ຈະຢູ່ຄຽງຂ້າງຄວາມຮັກຕັ້ງແຕ່ຫົວທີແລ້ວ ເພາະຄວາມຊິນເຄີຍ ຈຶ່ງເຮັດໃຫ້ຄວາມຮັກ ເບິ່ງບໍ່ເຫັນຄວາມສຳຄັນຂອງຄວາມເປັນເພື່ອນ...
ໃນຂະນະທີ່ຄວາມຮັກຈາກໄປພ້ອມກັບເວລາ ຄວາມເປັນເພື່ອນຮູ້ສຶກດີໃຈຫລາຍທີ່ຄວາມຮັກປອດໄພ ແລະເຖິງຈະຕ້ອງຫ່າງກັນ ແຕ່ຄວາມເປັນເພື່ອນກັບຮູ້ສຶກເປັນສຸກ ເພາະຄວາມເປັນເພື່ອນຮູ້ດີວ່າ...ຖິ່ງວ່າເກາະນີ້ຈະຈົມລົງໄປຊົ່ວນິລັນດອນ ແຕ່...ຄວາມເປັນເພື່ອນຈະຍັງເປັນອຳມະຕະໃນໃຈຂອງຄວາມຮັກຕະຫລອດໄປ.....
ເຖິງແມ່ນວ່າຈະບໍ່ຫຍິ່ງໃຫຍ່....ແຕຈະຄົງຢູ່ຄຽງຂ້າງຄວາມຮັກສະເຫມີ.
ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ຈາກໄປຄືການເວລາ
ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ລັງກຽດກັນຄືກັບຄວາມເຫັນແກ່ຕົວ
ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ແບ່ງຊັ້ນກັນຄືກັບຄວາມລວຍ
ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ອ້າງວ້າງຄືກັບຄວາມເສົ້າ
ແລະ ຄວາມເປັນເພື່ອນ ຮູ້ດີວ່າຕົນ....ບໍ່ປ່ຽນແປງຄືກັບຄວາມສຸກ
ທັງຫມົດນີ້ກໍເພາະວ່າ.....
“ຄວາມເປັນເພື່ອນຈະຢູ່ໃນໃຈຕະຫລອດໄປ”.
.............................ຈົບແລ້ວ.............................