ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຫມາຍໃນເລື່ອງນີ້ແມ່ນເຮົາເຮັດເພື່ອຄົນທີ່ເຮົາຮັກທີ່ສຸດ, ເປັນເລື່ອງທີ່ອ່ານແລ້ວປະທັບໃຈແລະໃຫ້ຂໍ້ຄິດດີໆ ມີຄວາມຫມາຍ(ເປັນເລື່ອງຈິງ)...ອ່ານແລ້ວສຳນຶກພາບໄປພ້ອມໆກັນເດີ້....

.................................................

               ມີຜູ້ຍິງຄົນຫນຶ່ງປະສົບອຸບັດຕິເຫດ ເຮັດໃຫ້ຕ້ອງຕາບອດທັງສອງຂ້າງ ແລະລາວກໍ່ທຸກທໍລະມານກັບການສູນເສຍການເບິ່ງເຫັນ ແຕ່ສາມີຂອງລາວກໍ່ພະຍາຍາມປອບໃຈແລະໃຫ້ກຳລັງໃຈລາວຕະຫລອດ ພະຍາຍາມສອນໃຫ້ລາວໃຊ້ປະສາດສຳຜັດໃຫ້ຫລາຍຂຶ້ນ.

               ບ່ອນເຮັດວຽກຂອງລາວກັບສາມີຢູ່ຄົນລະທາງ ແຕ່ເຂົາກໍ່ຂັບລົດໄປສົ່ງແລະໄປຮັບສະເຫມີ ຢູ່ມາວັນຫນຶ່ງສາມີຂອງລາວຮູ້ສຶກເຫມື່ອຍຫລາຍ ລາວຈຶ່ງເວົ້າກັບເມຍຂອງລາວວ່າໃຫ້ລາວພະຍາຍາມຂຶ້ນລົດເມໄປເຮັດວຽກເອງໂດຍທີ່ລາວບໍ່ໄປຮັບໄປສົ່ງໄດ້ບໍ່...

               ນາທີນັ້ນ ລາວຮູ້ສຶກໂດດດຽວແລະນ້ອຍໃຈສາມີ ແຕ່ລາວກໍ່ພະຍາຍາມເຮັດຕາມທີ່ສາມີຂໍ, ລາວພະຍາຍາມຂຶ້ນລົດເມເອງ ພະຍາຍາມໄປເຮັດວຽກດ້ວຍຕົນເອງ ຈົນໃນທີ່ສຸດລາວກໍສາມາດເຮັດໄດ້.....ວັນຫນຶ່ງ, ກ່ອນທີ່ລາວຈະລົງລົດໄປເຮັດວຽກຕາມປົກກະຕິ ຄົນເກັບຄ່າລົດ(ແອັດລົດ) ກໍ່ເຂົ້າມາຈັບແຂນລາວ ແລະເວົ້ານຳລາວວ່າ ຂ້ອຍອິດສາເຈົ້າ ແທ້ໆ...

ລາວກໍ່ເລີຍຖາມວ່າ ເຈົ້າອິດສາຂ້ອຍເລື່ອງຫຍັງ?

ຄົນເກັບເງິນຄ່າລົດເມກໍ່ບອກວ່າ ສາມເດືອນທີ່ຜ່ານມາ ຂ້ອຍເຫັນຜູ້ຊາຍຄົນຫນຶ່ງລາວຈະຂຶ້ນລົດເມຕອນເຊົ້າ ມານັ່ງຢູ່ເບາະທາງຫລັງເຈົ້າ ເຝົ້າເບິ່ງ ດູແລເຈົ້າດ້ວຍຄວາມຫ່ວງໃຍແລະຕາມເຈົ້າລົງລົດໄປ ແລະເຝົ້າເບິ່ງເຈົ້າຍ່າງເຂົ້າໄປບ່ອນເຮັດວຽກຢ່າງຫ່ວງໃຍ ແລະທຸກໆແລງ ລາວກໍ່ຈະມາເຝົ້າເບິ່ງເຈົ້າຂຶ້ນລົດແລະດູແລເຈົ້າຈົນເຈົ້າລົງລົດ...

              ພໍແຕ່ລາວໄດ້ຍິນດັ່ງນັ້ນ...ລາວກໍ່ນ້ຳຕາໄຫລດ້ວຍຄວາມຕື້ນຕັນ...ແລະສຳນຶກຜິດ...ເພາະຕະຫລອດເວລາທີ່ຜ່ານມາ ສາມີຂອງລາວບໍ່ເຄີຍຖິ້ມລາວໄປໃສ ສາມີຂອງລາວຍັງຢູ່ດູແລລາວຢ່າງໃກ້ຊິດ ລາວຮູ້ວ່າສາມີລາວຕ້ອງເຫມື່ອຍກວ່າຕອນທີ່ຕ້ອງໄດ້ໄປຮັບໄປສົ່ງລາວອີກ...ລາວຫວນນຶກເຖິງຄຳເວົ້າຂອງສາມີລາວທີ່ເວົ້າ ທີ່ເຕືອນອອກມາຕະຫລອດວ່າ ຊີວິດຄົນເຮົາບໍ່ແນ່ນອນ ອາດຈະຕາຍວັນນີ້ ຫລືມື້ອື່ນໄດ້ທຸກເມຶ່ອເລີຍ...ຕົວຢ່າງເຈົ້າ...ວານນີ້ຍັງເບິ່ງເຫັນ ວັນນີ່ເຈົ້າກັບເບິ່ງບໍ່ເຫັນແລ້ວ...

              ລາວຄິດນ້ອຍໃຈໃຫ້ສາມີມາຕະຫລອດ 3 ເດືອນ ທີ່ຄິດວ່າເຂົາເບື່ອ ລຳຄານການເປັນຄົນຕາບອດຂອງລາວ....

             ນະວັນນີ້ລາວຮູ້ແລ້ວວ່າ...ສາມີຂອງລາວຢ້ານວ່າ ວັນນີ້ ມື້ອື່ນຈະຕ້ອງຕາຍຈາກໄປ ແລ້ວລາວຈະບໍ່ສາມາດໄປໃສມາໃສ ຫລືມີຊີວິດຢູ່ໄດ້ຖ້າຂາດລາວ.....

Delicious Digg Fark Twitter