ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ຄວາມຮັກ...ກັບຄວາມຜູກພັນ

ຄວາມຮັກກັບຄວາມຜູກພັນ ປຽບເຫມືອນເປັນເພື່ອນສະຫນິດ ທີ່ມີຫນ້າຕາຄ້າຍຄືກັນ ມັກເດີນທາງໄປໃສມາໃສດ້ວຍກັນສະເຫມີ ຈົນຫລາຍໆຄົນແຍກບໍ່ອອກວ່າ ອັນໃດຄືຄວາມຮັກ ແລະອັນໃດຄືຄວາມຜູກພັນ...

ປັນຫາສຳຄັນຂອງຄວາມຮັກກໍຄື ເມື່ອເຮົາກັນໄປໄດ້ໄລຍະຫນຶ່ງແລ້ວ ຄວາມຮັກກໍ່ເລີ່ມຈືດຈາງລົງໂດຍບໍ່ມີສາເຫດໂດຍທີ່ຄວາມຜູກພັນບໍ່ສາມາດກໍ່ຕົວຂຶ້ນມາໄດ້ສຳເລັດ ອາດຈະແມ່ນຍ້ອນປັນຫາຕ່າງໆທີ່ຕ້ອງພົບເຈີລະຫວ່າງການໃຊ້ຊີວິດຄູ່ ເຮັດໃຫ້ຄວາມຜູກພັນຢຸດທຳງານກະທັນຫັນ ຄວາມສຳພັນຈຶ່ງຈົບລົງ...

ຄວາມຜູກພັນຈະເຕີບໂຕແຂງແຮງໃນຫົວໃຈທີ່ໄດ້ຮັບຄວາມຮັກ ຄວາມເອົາໃຈໃສ່ ຄວາມຫມັ້ນຄົງປອດໄພ ແລະຄວາມສຸກ. ຄວາມຜູກພັນນີ້ເປັນຄວາມຜູກພັນທີ່ສ້າງຂຶ້ນຮ່ວມກັນໃນການໃຊ້ຊີວິດປະຈຳວັນ...

ຄົນສ່ວນໃຫຍ່ມັກເປັນທຸກເມື່ອມີຄວາມຮັກແລະຄວາມຜູກພັນ, ທຸກເພາະຄວາມຫວງຄວາມຫ່ວງ, ທຸກເພາະຄວາມຫວາດລະແວງ, ທຸກເພາະອິດສະຫລະພາບຖືກກັກຂັງໃນນາມຄວາມຮັກແລະຄວາມຜູກພັນ...

ໂດຍຕົວຂອງມັນແລ້ວ ຄວາມຮັກແລະຄວາມຜູກພັນນັ້ນເປັນສິ່ງທີ່ດີແລະງາມທີ່ສຸດ ແຕ່ກໍເຄີຍໄດ້ຍິນຫລາຍໆຄົນບອກວ່າ ມີຮັກຕ້ອງມີທຸກ ແຕ່ຂໍບອກໃຫ້ຮູ້ວ່າຄວາມທຸກນັ້ນບໍ່ແມ່ນຍ້ອນຄວາມຮັກ ແຕ່ຄວາມທຸກນັ້ນມາກັບຄວາມຄາດຫວັງ ແລະການຖືສິດຄອບຄອງຄົນທີ່ຕົນຮັກ...

ຄວາມຮັກ...ກັບຄວາມຜູກພັນ

·         ຮູ້ສຶກວ່າຄິດຮອດຈຶ່ງແວະມາຫາ ຄືຮັກ

ເຄີຍມາຫາເລີຍມາຫາ ຄືຜູກພັນ

·         ຮູ້ສຶກຫິວ ເລີຍຊື້ອາຫານມາກິນນຳກັນ ຄືຮັ

ກິນອີ່ມແລ້ວ ອາຫານແຊບດີເລີຍຊື້ມາຝາກ ຄືຜູກພັນ

·         ຮູ້ສຶກວ່າຢາກໃຫ້ເວລາກັນແລະກັນ ຄືຮັກ

ຮູ້ສຶກວ່າຢາກໃຫ້ເຂົາໃຫ້ເວລາເຮົາ ຄືຜູກພັນ

·         ຮູ້ສຶກວ່າຫງຸດຫງິດ ເມື່ອເຮັດໃຫ້ອີກຄົນບໍ່ສະບາຍໃຈ ຄືຮັກ

ຮູ້ສຶກວ່າຮ້າຍ ເພື່ອໃຫ້ອີກຄົນສຳນຶກແດ່ ຄືຜູກພັນ

·         ຮູ້ສຶກວ່າບໍ່ມີນາທີໃດທີ່ບໍ່ຄິດຮອດ ຄືຮັກ

ຮູ້ສຶກວ່ານາທີໃດທີ່ຫວ່າງຈະຄິດຮອດ ຄືຜູກພັນ....

 

ເວລາ...ຈະສອນເຮົາເອງວ່າ ຄວາມຜູກພັນກັບສິ່ງໃດໆ ໃນໄລຍະເວລາຫນຶ່ງ ຈະເປັນຄວາມສຸກໃນໄລຍະເວລານັ້ນໆ ຢ່າໄດ້ໄປຍຶດຕິດ ຢ່າໄດ້ໄປໃຊ້ຊີວິດທັ້ງຊີວິດລຸ່ມຫລົງກັບສິ່ງນັ້ນ ແລະຫາກເຖິງເວລາທີ່ຕ້ອງຈາກກັນ ກໍ່ຂໍໃຫ້ເຮົາຄິດວ່າເຮົາໂຊກດີທີ່ມີໂອກາດໄດ້ຜູກພັນກັບສິ່ງທີ່ເຮົາຮັກ...

............................................................

Delicious Digg Fark Twitter