ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ເຫດຜົນຂອງຄວາມຮັກ

ຜູ້ຍິງສ່ວນໃຫຍ່ມັກຈະຕັ້ງຄຳຖາມກັບຄົນຮັກວ່າ: “ ເປັນຫຍັງເຈົ້າຈຶ່ງຮັກຂ້ອຍ ຫລືເຈົ້າຮັກຂ້ອຍຢູ່ບ່ອນໃດ?

ຜູ້ຍິງຄົນນີ້ກໍເຊັ່ນດຽວກັນ ລາວພະຍາຍາມຖາມຄົນຮັກຂອງລາວວ່າ ເປັນຫຍັງເຈົ້າຈຶງຮັກຂ້ອຍ ຄົນຮັກຂອງລາວຕອບວ່າ ຕອບບໍ່ໄດ້ ...ລາວຈຶ່ງຖາມວ່າ ເປັນຫຍັງຈຶ່ງຕອບບໍ່ໄດ້ ທີຄົນຮັກຂອງຫມູ່ຂ້ອຍກໍ່ຍັງຕອບໄດ້ເລີຍວ່າ ຍ້ອນຫຍັງຈຶ່ງຮັກ ທີ່ເຈົ້າຕອບບໍ່ໄດ້ເພາະບໍ່ຮັກຂ້ອຍຈິງແມ່ນບໍ່? ....

ຄົນຮັກຂອງລາວຈຶ່ງຕອບລາວໄປວ່າລາວຫາເຫດຜົນບໍ່ໄດ້...ຜູ້ຍິງຄົນນັ້ນຮູ້ສຶກເສຍໃຈ ແລະຕໍ່ວ່າຄົນຮັກໄປວ່າບໍ່ໄດ້ຮັກລາວຈິງ. ຊາຍຄົນຮັກຈຶ່ງຕອບໄປວ່າ ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີຫນ້າຕາທີ່ສວຍງາມ, ທີ່ຮັກເພາະເຈົ້າມີສຽງທີ່ມ່ວນ, ເພາະເຈົ້າມີນ້ຳໃຈທີ່ອ່ອນໂຍນຕໍ່ທຸກໆຄົນ ແລະຂ້ອຍຮັກເຈົ້າທີ່ທຸກໆການເຄື່ອນໄຫວຂອງເຈົ້າ .

ຟ່າຍຍິງກໍ່ສະບາຍໃຈທີ່ໄດ້ຮູ້ເຫດຜົນແລະຢຸດຕິການເວົ້າເລືອງນີ້...ຕໍ່ມາຝ່າຍຍິງເກີດອຸບັດຕິເຫດຈົນນຳມາເຊິ່ງຄວາມປ່ຽນແປງຫລາຍໆຢ່າງໃນຊີວິດຂອງລາວ. ເທິງໂຕະຂ້າງຕຽງຂອງລາວມີຈົດຫມາຍສະບັບຫນຶ່ງວາງໄວ້, ລາວເປີດອ່ານ ໃນຈົດຫມາຍຂຽນໄວ້ວ່າ.................

ສຸດທີ່ຮັກຂອງຂ້ອຍ ເຈົ້າເຄີຍຖາມຂ້ອຍຕະຫລອດວ່າຂ້ອຍຮັກເຈົ້າຍ້ອນຫຍັງ ແລະຂ້ອຍໄດ້ຕອບເຈົ້າວ່າ ທີ່ຂ້ອຍຮັກເຈົ້າເພາະເຈົ້າມີຫນ້າຕາທີ່ສວຍງາມແຕ່ຕອນນີ້ມັນບໍ່ເປັນແນວນັ້ນແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີນ້ຳສຽງທີ່ມ່ວນ ແຕ່ຕອນນີ້ເຈົ້າບໍ່ສາມາດທີ່ຈະເອີ່ຍສຽງທີ່ມ່ວນນັ້ນໄດ້ຄືເກົ່າແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ທີ່ຂ້ອຍຮັກເຈົ້າ ເພາະເຈົ້າມີນ້ຳໃຈທີ່ອ່ອນໂຍນຕໍ່ຄົນອ້ອມຂ້າງ ແຕ່ຕອນນີ້ເຈົ້າບໍ່ສາມາດທີ່ຈະສະແດງນ້ຳໃຈຕໍ່ຄົນອື່ນໄດ້ອີກແລ້ວ ຂ້ອຍຄົງຈະຮັກເຈົ້າຕໍ່ໄປບໍ່ໄດ້...

ແລະທີ່ຂ້ອຍຮັກເຈົ້າເພາະທຸກໆການເຄື່ອນໄຫວຂອງເຈົ້າ ກໍ່ຄົງຈະບໍ່ເປັນແນວນັ້ນແລ້ວ ເພາະຕອນນີ້ເຈົ້າບໍ່ສາມາດທີ່ຈະເຄື່ອນໄຫວໄປໃສໄດ້ອີກແລ້ວ ແລະຂ້ອຍກໍ່ຄົງຈະບໍ່ຮັກເຈົ້າແລ້ວ...

ນີ້ຄືສິ່ງທີ່ຂ້ອຍຢາກໃຫ້ເຈົ້າຮັບຮູ້ມາຕະຫລອດ...

ສິ່ງທີ່ເຈົ້າພຽນພະຍາຍາມຖາມກ່ຽວກັບເຫດຜົນໃນຄວາມຮັກຂອງຂ້ອຍ, ຖ້າເຫດຜົນທັງຫມົດນັ້ນຫມາຍເຖິງຄວາມຮັກ ຕອນນີ້ຂ້ອຍຈຶ່ງບໍ່ຮັກເຈົ້າແລ້ວ...

ແຕ່ຄວາມຮັກບໍ່ຕ້ອງການເຫດຜົນ

ເຫດຜົນທັງຫມົດບໍ່ແມ່ນຄວາມຮັກ

ຂ້ອຍຮັກເຈົ້າທີ່ທັງຫມົດຂອງຄວາມເປັນຕົວເຈົ້າ

ຮັກທີ່ຫົວໃຈແລະຄວາມຄິດຂອງເຈົ້າ

ຢ່າພຽນພະຍາຍາມຖາມເຫດຜົນຂອງຄວາມຮັກຂອງຂ້ອຍອີກເລີຍ

ເພາະຂ້ອຍຮັກເຈົ້າດ້ວຍທັງຫມົດຂອງຫົວໃຈຂອງຂ້ອຍ...

...........................................................

ເລື່ອງບາງເລືອງບໍ່ຈຳເປັນຕ້ອງມີເຫດຜົນອະທິບາຍ ເພາະບໍ່ມີເຫດຜົນໃດທີ່ຈະອະທິບາຍໄດ້ດີເທົ່າກັບການໃຊ້ຫົວໃຈແລະຄວາມຮູ້ສຶກຂອງຕົວເຮົາເອງ...

ຖ້າຄິດທີ່ຈະຮັກໃຜຄົນຫນຶ່ງຕ້ອງຮັກເຂົາຄົນນັ້ນດ້ວຍຫົວໃຈຂອງເຮົາເອງ...ຮັກໂດຍບໍ່ຫວັງວ່າເຂົາຈະຮັກເຮົາແລະດູແລເຮົາໄດ້ຫລືບໍ່ ເພາະນັ້ນເປັນຫົວໃຈຂອງເຂົາ ເປັນສິດຂອງເຂົາ ຂໍພຽງແຕ່ເຮົາເຮັດໃນສ່ວນຂອງເຮົາໃຫ້ດີທີ່ສຸດ ເທົ່າທີ່ເຮົາຈະເຮັດໄດ້ເພື່ອຄົນທີ່ເຮົາຮັກກໍພໍແລ້ວ....

............................................................

Delicious Digg Fark Twitter