ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 9, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຄວາມຫ່າງໄກ...ເຮັດໃຫ້ຫມັ້ນໃຈກັນຫລາຍຂຶ້ນ

ເວລາເຮົາມີເຫດໃຫ້ຕ້ອງຫ່າງໄກຄົນຮັກ ຫລາຍຄົນມັກບອກວ່າ...ຟ້າດິນລົງໂທດໃຫ້ຫ່າງໄກກັນ ແຕ່ຄວາມຈິງແລ້ວ...ຟ້າດິນກຳລັງສົງໄສຄູ່ນີ້ວ່າ ເຂົາຮັກກັນຈິງຫລືບໍ່ຕ່າງຫາກ...ເລີຍໃຫ້ບົດທົດສອບທີ່ຍາກຍິ່ງຂຶ້ນ ໂດຍແຍກຄົນຫນຶ່ງໄປທາງ ແລະອີກຄົນໄປທາງຫນຶ່ງ ເພາະ ໄລຍະຫ່າງແລະການເວລາຈະເປັນເຄື່ອງພິສູດຄວາມຫມັ້ນຄົງໃນຈິດໃຈ.

ຟ້າດິນອາດຈະຄິດວ່າ ຄວາມຫ່າງໄກອາດຈະເຮັດໃຫ້ໃຜຄົນຫນຶງມີພຶດຕິກຳທີ່ບໍ່ຫນ້າໄວ້ວາງໃຈ ຫລືຫລັກໄປມີກິກກັບໃຜອີກ. ຖ້າເປັນການທົດສອບທີ່ວ່າເຮົາເລືອກຖືກຄົນຫລືບໍ່ ຄວາມຫ່າງໄກຈະເຮັດຫນ້າທີ່ເປັນສິ່ງວັດປະລິມານຄວາມຜູກພັນທີ່ເຮົາມີຕໍ່ເຂົາ ຖ້າເຮົາຍັງຮູ້ສຶກຄືເກົ່າ ຫລືບາງທີ່ຄວາມຫ່າງໄກຍິ່ງເພີ່ມຄວາມຫ່ວງໃຍແລະໃສ່ຄວາມຄິດເຖິງເຂົ້າໄປຫລາຍຂຶ້ນ ບໍ່ເຄີຍສົນໃຈຫລຽວເບິ່ງຄົນອື່ນເລີຍ ສະແດງວ່າເຮົາມີຄວາມຮັກທີ່ແທ້ຈິງໃຫ້ກັບເຂົາ ແລະເຮົາກໍ່ຜ່ານບົດທົດສອບທີ່ວ່າດ້ວຍຄວາມຫ່າງໄກນີ້.

ສຳລັບເຂົາ...ຖ້າເຂົາຍັງເຫມືອນເດີມ ແລະຫມັ້ນຄົງຄືທີ່ເຮົາເປັນ ເຂົາກໍ່ຜ່ານບົດທົດສອບນີ້ເຊັ່ນກັນ ແລະຄວາມຫ່າງໄກກໍຈະໃຫ້ສິ່ງທີ່ດີໆກັບຄວາມຮັກອີກຫລາຍໆຢ່າງທີ່ເຮົາບໍ່ເຄີຍຄິດມາກ່ອນ. ແຕ່ຖ້າເຂົາປ່ຽນແປງໄປ...ເຊັ່ນ ຕອນທຳອິດກໍ່ລົມກັນທຸກວັນ ຕໍ່ມາຫລັ້ງໆ ກໍ່ເລີ່ມຫ່າງຫາຍ ຫາຕົວບໍ່ເຈີ ບໍ່ຍອມຕິດຕໍ່ກັບ ແຖມຫລັກໄປມີກິກກັບຄົນອື່ນອີກ...ສະແດງວ່າເຂົາບໍ່ຜານບົດທົດສອບນີ້ ເຊິ່ງເຮົາກໍ່ຫນ້າຈະພູມໃຈທີ່ເຮົາສອບຜ່ານ ເຖິງວ່າຈະມີໃຜບາງຄົນສອບຕົກກໍ່ຕາມ...ເຮົາຄວນເກັບຫົວໃຈທີ່ດີໆຂອງເຮົາໄວ້ໃຫ້ຄົນທີ່ຄູ່ຄວນດີກວ່າ.

ຢ່າເສີຍໃຈໄປເລີຍຖ້າຫາກຄວາມຫ່າງໄກຈະເຮັດໃຫ້ຄວາມຮັກຂອງເຮົາປ່ຽນແປງ...ປ່ຽນວັນນີ້ຍັງດີກວ່າຈະປ່ຽນຕອນທີ່ຢູ່ນຳກັນໄປ 10ປີ 20ປີ...ໃຫ້ຄິດວ່າເປັນບຸນຂອງເຮົາທີ່ຟ້າດິນຊ່ວຍສົ່ງຄວາມຫ່າງໄກມາກຳຈັດຄົນທີ່ມີຈິດໃຈໂລເລອອກໄປຈາກຊີວິດເຮົາແລ້ວ...ໂດຍທີ່ເຮົາບໍ່ຕ້ອງລົງມືເຮັດຫຍັງເລີຍ...........

.............................................................

Delicious Digg Fark Twitter