ຂຽນເມື່ອ: ກ.ລ.. 30, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ຫຼາຍຄັ້ງທີ່ ຄວາມຮັກ ເຮັດໃຫ້ເຮົາລືມໃນຫຼາຍໆ ສິ່ງ...
ລືມວ່າ....
ເຮົາເຄີຍກິນເຂົ້າຄົນດຽວໄດ້.......ໂດຍບໍ່ຮູ້ສຶກເຫງົາ
ເຮົາເຄີຍໄປໃສຄົນດຽວໄດ້.........ໂດຍບໍ່ຮູ້ສຶກວ່າມັນເປັນເລື່ອງຍາກ
ຍິ່ງກັບຄວາມຮັກ ທີ່ຄົບກັນມາດົນນານ
ຍິ່ງດົນ ຄວາມຜູກພັນກໍຍິ່ງເພີ່ມຂຶ້ນ
ເມື່ອຄວາມຜູກພັນເລີ່ມຫຼາຍຂຶ້ນ ຊີວິດເຮົາກໍຈະເກີດຄວາມລຶ້ງເຄີຍ
ລຶ້ງເຄີຍທີ່ຈະກິນເຂົ້າກັບເຂົາ ເບິ່ງໜັງກັບເຂົາ
ໄປໃສຕໍ່ໃສກັບເຂົາ......
ຄວາມຮັກ ບໍ່ໄດ້ເຮັດໃຫ້ເຮົາອ່ອນແອລົງດອກ...
ແຕ່ ຄວາມຮັກ ມັກຈະເຮັດໃຫ້ເຮົາລືມການໃຊ້ຊີວິດຄົນດຽວ
ບໍ່ຕ່າງຫຍັງຈາກການທີ່ເຮົາເບິ່ງໂມງແຂວນຝາ ທີ່ເດີນບອກເວລາໄປເລື້ອຍໆ
ໂດຍບາງຄັ້ງ ອາດຈະລືມໄປວ່າ ທີ່ໂມງເດີນໄດ້ນັ້ນ ເພາະມີຖ່ານໃຫ້ພະລັງງານຢູ່
ດັ່ງນັ້ນ ຈຶ່ງມີຄວາມເປັນໄປໄດ້ວ່າ ມື້ໃດມື້ໜຶ່ງຖ່ານຈະໝົດ
ເປັນໄປໄດ້...ພໍໆ ກັບຄວາມຮັກທີ່ເຄີຍມີມາຈະໝົດລົງ
ຊຶ່ງຖ້າມື້ທີ່ຖ່ານໝົດມາຮອດແທ້ໆແລ້ວ..
ເຖິງວ່າເຂັມໂມງຈະຢຸດເດີນ ແຕ່ເຊື່ອບໍ່ວ່າ...ເວລາຍັງເຄື່ອນໄປຕະຫຼອດ
ເວລາໃນໂລກນີ້ບໍ່ໄດ້ຢຸດຄືເຂັມໂມງ
ຄວາມຮັກທີ່ໝົດລົງແລ້ວນັ້ນກໍເຊັ່ນກັນ
ຄວາມຮັກໝົດ ແຕ່ບໍ່ໄດ້ໝາຍຄວາມວ່າ "ຊີວິດ" ຈະໝົດ
ຊີວິດຂອງເຮົາ ຍັງກ້າວເດີນຕໍ່ໄປໄດ້ສະເໝີ
ມັນອາດຈະເຫງົາ.....ທີ່ຕ້ອງກັບມາກິນເຂົ້າຄົນດຽວ
ອາດຈະເຈັບປວດ.....ທີ່ເບີໂທລະສັບທີ່ຄຸ້ນເຄີຍບໍ່ປາກົດເທິງໜ້າຈໍເລື້ອຍໆ ອີກແລ້ວ
ແຕ່ເຊື່ອບໍ່ ວ່າ.....ກ່ອນໜ້າທີ່ບໍ່ມີເຂົາ ເຮົາຍັງຢູ່ຢ່າງມີຄວາມສຸກໄດ້.