1. ແກຼນແຄນຍອນ ( Grand Canyon )

ຢູ່ປະເທດສະຫະລັດອາເມລິກາ, ກະຈາຍຢູ່ທາງແຖບເໜືອຂອງລັດ ອາຣີໂຊນາ, ເກີດຈາກການກັດເຊາະຂອງແມ່ນ້ຳ ໂກໂລຣາໂດ ທີ່ໃຊ້ເວລາາ 6 ລ້ານປີໃນການເຊາະເຈື່ອນແຜ່ນດິນ
ເຂດນັ້ນໃຫ້ເປັນຮ່ອມຜາຫີນ, ແຜ່ຍາວເຖິງ 446 ກິໂລແມັດ ແລະ ເລິກປະມານ 1,6 ກິໂລແມັດ.
2. ພູແອເວແຣດສ ( Mount Everrest )

ຢູ່ປະເທດ ເນປານ, ສູງ 8,850 ແມັດ. ຈາກໜ້ານ້ຳທະເລ, ເປັນພູສູງທີ່ສຸດໃນໂລກ, ຢູ່ໃນສາຍພູຫິມະໄລ ທີ່ເປັນຊາຍແດນ
ຂອງປະເທດເນປານ ແລະ ທິເບດ.
3. ໄອເຢີຣອັກ ( Ayers Rock )

ຢູ່ປະເທດ ອົດສະຕຼາລີ ເປັນພູຫີນຊາຍສີແດງ ໃຫຍ່ທີ່ສຸດໃນໂລກ, ສູງ 348 ແມັດ ວັດແທກວົງຮອບໄດ້ 9 ກິໂລແມັດ
ຕັ້ງຢູ່ກາງເດີ່ນທະເລຊາຍ ພາກກາງຂອງປະເທດ. ຊາວພື້ນເມືອງ ອາໂບຣິຊິນ ເອີ້ນວ່າ: ອູລູຣູ.
4. ເດີມາເທີຮອນ ( The Matterhorn )

ໄດ້ຊື່ວ່າເປັນພູທີ່ງາມທີ່ສຸດໃນໂລກ, ຕັ້ງຢູ່ເທິງສາຍພູ ທີ່ເນັ່ງມາແຕ່ປະເທດ ສະວິດສະແລນ ແລະ ອີຕາລີ ຈອມພູຢູ່ໃນເຂດ ສະວິດສະແລນສູງ 4,478 ແມັດ ຈາກໜ້ານ້ຳທະເລ, ມີຊື່ສຽງຍ້ອນ
ມະຫັດສະຈັນຮູບຊົງຈວຍ.
5. ນ້ຳຕົກວິກໂຕເຣຽ ( Victoria falls )

ຢູ່ທະວີບ ອາຟຣິກາໃຕ້, ໃນແມ່ນ້ຳຊຳແບຊີທີ່ເປັນຊາຍແດນລະຫວ່າງປະເທດ ຊິມບຳເວແລະຊຳບີ, ສູງ 180 ແມັດ. ແລະ ບໍລິເວນນ້ຳຕົກກວ້າງເຖິງ 1,6 ກິໂລແມັດ.
6. ເມເຕໂອ ເກຼເຕີ - ຫຼຸມອູກາບາດ ( Meteor crater )

ມີອີກຊື່ໜຶ່ງທີ່ເອີ້ນວ່າ: ບາຣິງເກີ ເກຼເຕີ, ເປັນຂຸມເລິກໃນແຜ່ນດິນ ຢູ່ໃກ້ໆກັບ ວິນສໂລ ລັດ ອາຣີໂຊນາ. ເກີດຈາກອູກາບາດໜ່ວຍໜຶ່ງຕົກມາຕຳ
ໜ່ວຍໂລກເມື່ອປະມານ 50,000 ປີກ່ອນ. ຖືວ່າເປັນປະຫວັດສາດດ້ານທໍລະນີວິທະຍາທີ່ຂ້ອນຂ້າງໃໝ່. ຫຼຸມອູກາບາດນີ້ເລິກ 175 ແມັດ ແລະ ກວ້າງ
1, 275 ແມັດ.
7. ເດີເກຼດບາເຣຍຣີຟ ( The Great Barrier Reef )

ແມ່ນແຫຼ່ງແລວປາກາລັງຍາວທີ່ສຸດໃນໂລກ, ລຽບແຄບຝັ່ງທະເລປະເທດ ອົດສະຕຼາລີເຖິງ 3,300 ກິໂລແມັດ. ປະດອບດ້ວຍໝູ່ເກາະນ້ອຍ ຂອງ
ປະກາລັງແຂງທີ່ຈັບກັນເປັນກຸ່ມ, ຜືນປະກາລັງຊາຍ ແລະ ກຸ່ມປະກາລັງກາຝາກ ອາໃສໝູ່ເກາະຢູ່. ປະກາລັງເກີດຈາກກະດູກສັດນ້ຳທີ່ມີຊື່ວ່າ: ໂປລິບ
ນອກນັ້ນສັດຊະນຶດອື່ນກໍ່ມີສ່ວນສ້າງສັນ ໃຫ້ທ້ອງທະເລມີຫຼາກລາຍສີສັນງົດງາມ.
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.