1. ແຂວງຄຳມ່ວນ: ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ ຕົ້ນກຳເນີດລຳຜະຫຍາມະຫາໄຊ
ກິນຊຸບໜໍ່ໄມ້ ແກງໄກ່ໃສ່ລານ ນະມັດສະການພະທາດສີໂຄດຕະບອງ ເປັນເຈົ້າຂອງເຂົ້າໜົມປ່ານ ປະສານ
ປວງປະຊາ ເລັ່ງພັດທະນາ ຊ່ວຍປະຊາໃຫ້ມີສຸກ.
2. ແຂວງສະຫວັນນະເຂດ: ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ ສັດ
ໂລກໄດໂນເສົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳລື ກຳເນີດຂັບລໍ4 ຈັ່ງຫວະ.
3. ແຂວງສາລະວັນ: ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ.
4. ແຂວງກຳແພງນະຄອນຫຼວງວຽງຈັນ: ມາວຽງຈັນ ຊົມຂົວມິດຕະພາບ ກາບໃຫວ້ຫໍພະແກ້ວ ຊົມສວນປະຕູໄຊ
ໃຫວ້ພະທາດຫຼວງມິ່ງຂວັນ ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ ຊີມລົດອາຫານນາໆຊາດ ເທິງ
ຫໍຜາສາດສີ່ສິບຊັ້ນ ພັກຜ່ອນເທິງວິມານສະຫວັນ ໂຮງແຮມດອນຈັນພາເລດລືນາມ.
5. ແຂວງຊຽງຂວາງ: ພູກູດມີໄຊ ທົ່ງໄຫຫີນລືນາມ ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ.
6. ແຂວງໄຊຍະບູລີ: ງາມທາດປວກເມືອງຄອບ ປະນົມນອບພະທາດມັດຄຳ ເມືອງເງິນແສນເພີດເພີນພະທາດ
ຊຽງລົມ ເມືອງຊຽງຮ່ອນອອນຊອນບຸນບັ້ງໄຟ ເມືອງປາກລາຍງາມເຫຼືອຫຼາຍ ສາວດອກຝ້າຍຈັນເມືອງແກ່ນ
ທ້າວຫວານນ້ຳໝາກພ້າວເມືອງບໍ່ແຕນ ແດນພູເຂົາຊ້າງເມືອງຫົງສາ-ເມືອງທົ່ງ ຮວງເຂົ້າກົ່ງເມືອງພຽງ ສຽງ
ຂັບລຳລ່ອງຮຸ່ງ ເມືອງໄຊຍະບູລີ.
7. ແຂວງເຊກອງ: ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ ທ່ຽວວັງໄງດື່ມເຫຼົ້າໄຫ ເມືອງດາກຈຶງຄະນຶງຫາ
ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍເປັນກອບ ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ.
8. ແຂວງບໍ່ແກ້ວ: ບໍ່ແກ້ວມະນີລ້ຳຄ່າຊົມປ່າດອກງີ້ວບານເທດສະການບັນດາເຜົ່າຖິ່ນເມືອງເກົ່າສຸວັນນະໂຄມຄຳ
ຊົມຖ້ຳນ້ຳຍູ້ອູ້ສາວລາວຢວນ ຊວນຊົມວັດຈອມເຂົາມະນີລັດ ໃຫວ້ພະທາດສຸວັນນະຜາຄຳ
9. ແຂວງບໍລິຄຳໄຊ: ຖິ່ນອາໃສສາວລາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ ໄມ້ເກດສະໜາຄ່າແພງ ທົ່ງນາແຊງກວ້າງ
ໄກພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ.
10. ແຂວງຜົ້າສາລີ: ຜົ້າສາລີປຽບຄືດັ່ງສະຫວັນ ວິມານດ່ານແດນພູດອຍ ເປັນດິນແດນວິລະຊົນ ຮັກຄອນພົງພັນ
ເຊື້ອ ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່ ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວແອ່ວສະຖານທີ່ ເບີ່ງຮີດຄອງປະ
ເພນີ ເອກະລັກຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ.
11. ແຂວງຫຼວງນ້ຳທາ: ບັນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ ຊາບຊຶ້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍ
ແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາທ່ຽວປ່າສະຫງວນແຫ່ງຊາດນ້ຳຮ່ອງເຂດພັດທະນາເສດ
ຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະກ໋າ.
12. ແຂວງຫຼວງພະບາງ: ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລື່ອງລືວັດທະນະທຳ
ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ9ເມືອງກ້ຽວຄຳຫວານ ຕຳ
ນານເມືອງຂັບທຸ້ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕິ່ງ ເປັນເມືອງມໍລະດົກໂລກ.
13. ແຂວງວຽງຈັນ: ເມືອງເກົ່າໄຜ່ໜາມ ລືນາມອ່າງນ້ຳງື່ມ ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບ
ງື່ມດື່ມດຳທຳມະຊາດ ປະຊາລາດສາມັກຄີ.
14. ແຂວງຫົວພັນ: ງົດງາມພູຜາ ນ້ຳມ້າສ່ອງໃສວຽງໄຊປະຫວັດສາດຜ້າໄໝຊຳໃຕ້ຫີນຕັ້ງຫົວເມືອງຖິ່ນພູສາມ
ເສົ້າ ກົກເຂົ້ານ້ຳລຶກ ແຜ່ນດິນວິລະຊົນ.
15. ແຂວງອຸດົມໄຊ: ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນ້ຳຕົກຕາດຫົວນາກຊົມວັດທະນະທຳຊົນເຜົ່າໃຫວ້ພະເຈົ້າ
ສິງຄຳ ດື່ມນ້ຳຊາພັນປີຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ.
16. ແຂວງອັດຕະປື: ລຳນ້ຳໃສປ່າໄມ້ຂຽວທ່ອງທ່ຽວໜອງຟ້າຊົມຜ້າຮຽງຊານໄຊໃຫວ້ພະອົງແສນພັກແດນສາມັກຄີ.
17. ແຂວງຈຳປາສັກ: ເອກະລັກວັດພູ ກຸຫຼາບປາກເຊ ກະເຟປາກຊ່ອງ ນ້ຳຂອງໂຕນຄອນສີພັນດອນລືນາມ.
ລວບລວມຂໍ້ມູນຕອນໄປຝຶກອົບຮົມທີ່ສູນວັງວຽງ
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.