ຂຽນເມື່ອ: ພ.ຈ.. 6, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄົນຜູ້ມີຄວາມຮູ້ ຊູຍິ່ງເຫຼືອຫຼາຍ ກໍ່ຕາມທ້ອນ
ທີ່ສອນໂຕເອງບໍ່ໄດ້ ໃຜຊິຍ້ອງວ່າດີ
ມີກໍ່ມີແຕ່ອວດ ໂອ້ອົ່ງນະນົງຕົວ
ຄວາມຮູ້ມີຖ້ວມຫົວ ບໍ່ຫ່ອນອຳເອົາໄວ້
ຮູ້ແຕ່ໃນນາມຕື້ນ ເຖິງຖອງບໍ່ທັນໝູ່
ຍ່ອມເປັນຄົນອວດອ້າງ ວ່າໂຕຮູ້ລື່ນຄົນ
ກົ້ມກ່ອງລົງດັ່ງຕົ້ນ ເຂົ້າແກ່ຮວງສຸກ
ໜ້າທີ່ເປັນຂອງທານ ແກ່ຄົນຫຼາຍລົ້ນ
ສະເພາະຄົນສະໝອງຕື້ນ ແກ້ບັນຫາບໍ່ເຂົ້າຮ່ອມ
ເໝີເມີ່ອືປາກອ້າ ວາຈາເວົ້າບໍ່ຮິ່ນຕອງ
ປຽບດັ່ງຄົນທີ່ຮູ້ຕ້ອງ ເວົ້າໃຫຍ່ໃນການຫົວ
ເໝືອນດັ່ງດັງໆຂັນ ອື່ງຢາງຂະຫຍອງເຕັ້ນ
ຮວງເຂົ້າເປັນສາຍຕົ້ນ ໃຫ້ຄົນເຮົາເປັນແບບຢ່າງ
ເຂົ້າກ່ອງສຸກຈາກກ້າ ຫຼາຍລົ້ນຜ່ານມາ
ທີ່ທ່ານເຄີຍໄດ້ປັ້ນ ເຂົ້າໜຽວອ່ອນໃນມື
ຜ່ານຂະບວນວິວັດ ແດດຝັນກໍ່ທົນສູ້
ໄລຍະທາງຍາວເຍີ້ນ ແຕ່ຄົນເຮົາບໍ່ຮູ້ຄ່າ
ຍະເວລາໃຫ້ຫ່າງເວັ້ນ ຄວາມພຽນນັ້ນເຈົ້າຫ່າງເຫີນ
ເວທີທີ່ຍາກເຍີ້ນ ດຸໝັ້ນຂະຫຍັນພຽນ
ລາການຮຽນສຶກສາ ຫ່າງຄວາມອົດທົນແລ້ວ
ຈົນວ່າແຖວຊາວບ້ານ ຊຸມໃຜໆກໍ່ເວົ້າກ່າວ
ເຖິງຕອນນ້ອຍຍັງສາວ ລາວເປັນຄົນຂີ້ຄ້ານ
ຕອນນັ້ນລືມລະແລ້ວ ບໍ່ມີແນວຊິສືບເຊື້ອ
ແກ່ຄວາມຮູ້ ພໍ່ແມ່ສອນ ແທ້ນອນ
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ.