ຂຽນເມື່ອ: ພ.ຈ.. 20, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ເພງນີ້ແຕ່ງຂື້ນຕອນຝຶກອົບຮົມ ໂຄງການເສີມສ້າງຄວາມເຂັ້ມແຂງແກ່ຊຸມຊົນ
ເພື່ອສຸຂະພາບຈະເລີນພັນທີ່ດີຂື້ນ.
ເພງ: ສັນຍານອັນຕະລາຍ Lamvong
ສັນຍານ ອັນຕະລາຍ
ທັງຍິງຊາຍ ທຸກຄົນຄວນຮູ້
ໄລຍະ ຖືພາມີຢູ່ (2)
ທີ່ຄວນຮູ້ ອາການຕໍ່ໄປ
ອາການ ທັງຫຼາຍຄືວ່າ
ຈືດມ້ານໜ້າຕາ ສີສັນປ່ຽນແປງ
ອາການທີໜຶ່ງ ເຈັບຫົວແຮງໆ (2)
ທີ່ສ່ອງແສງ ສັນຍານເຕືອນໄພ
ໃນໄລຍະ ຖືພາຄືວ່າ
ອ່ອນເພຍໜັກໜາ ອິດອ່ອນໂຮຍແຮງ
ເກີດເປັນລົມ ຕາມົວສິ້ນແສງ (2)
ອາການແຊກແຊງ ໃນເວລາຖືພາ
ອີກບັນຫາ ຮາກຫຼາຍເຫຼືອລົ້ນ
ເປັນໄຂ້ຮ້ອນຮົນ ຊັກດີ້ນປີ້ນຕົວ
ອາການທີ່ກ່າວ ເຫັນແລ້ວຢ່າເມົາມົວ (2)
ຮີບພາຕົວ ໄປສຸກສາລາ
ໂດຍ: ທ. ທ້າວ ຄູນພະໄທ ເມືອງແພນ