ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2014 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

                                             ບາບ​ໄລ່​ເວນ​ທັນ

 

      ນະ​ມຸ ອະມິ​ຕະ ພຸດ​ສຸ! ນະ​ມຸ ອະມິ​ຕະ ພຸດ​ສຸ! ​ໂອ​ພະ​ຜູ້​ເປັນ​ເຈົ້າ​ຜູ້​ສັກສິດ

            ຍາ​ທ່ານ ອົງ​ໜຶ່ງ ສູດ​ມົນ​ພາວະນາ ຢູ່​ໃນ​ຫ້ອງ​ອາຫານ​ນ້ອຍໆ​ແຫ່ງ​ໜຶ່ງ​ໃກ້ໆ​ກັບ​ຕົວ​ເມືອງ​ນາກ​ອຍຢາ. ​ເພິ່ນ​ໄດ້​ມາ​ຢຸດ​ພັກ​ຢູ່​ທີ່​ນີ້​ເພື່ອ​ສັນ​ຈັງຫັນ. ​ແຕ່​ວ່າ​ໃຜໆ​ກໍ່ບໍ່ສົນ​ໃຈ​ກັບ​ເພິ່ນ ​ແລະ ບໍ່ມີ​ໃຜ​ມາ​ຖາມ​ເພິ່ນ​ເລີຍ​ວ່າ​ຕ້ອງການ​ຫຍັງ, ​ແຕ່​ຍາ​ທ່ານ​ກໍ່ຍັງ​ສະຫງົບ​ຈິດ​ໃຈ​ຄອຍ​ຖ້າ​ຕໍ່​ໄປ.

      ຍາ​ທ່ານ​ເປັນ​ຄົນ​ນ້ອຍ​ຕໍ່າ ​ແຖ​ຫົວ​ມີ​ໃບ​ໜ້າ​ແຈ່ມ​ໃສ ​ແລະ ສະຫງ່າ​ອັນ​ສະ​ແດງ​ເຖິງ​ຄວາມ​ມີ​ເມດ​ຕາ​ຈິດ​ຢ່າງ​ສູງ​ສົ່ງ.

      ຢູ່​ໂຕະ​ໃກ້​ທ່ານ​ກໍ່ມີ ​ໂຣນິນ  ອັດສະວິ​ນ​ເດີນ​ດ່ຽວ​ຄົນ​ໜຶ່ງ​ນັ່ງ​ຢູ່, ທີ່​ປະ​ເທດ​ຍີ່​ປຸ່ນສະ​ໄໝ​ເກົ່າ​ນັ້ນ​ມີ​ນັກຮົບ​ເດີນ​ດ່ຽວ ​ຊຶ່ງ​ເອີ້ນ​ວ່າ: ອັດສະວິນ ​ເດີນ​ດ່ຽວ​ໄປ​ທົ່ວ​ປະ​ເທດ​ຍີ່​ປຸ່ນ​ເພື່ອ​ຊອກ​ຫາ​ປະຈົນ​ໄພ. ພາສາ​ຍີ່​ປຸ່ນສົມ​ທຽບ​ພວກ​ນີ້​ໃສ່​ຄື້ນຟອງ​ຍວກ​ຍູ້​ຂອງ​ທະ​ເລ.

      ​ເຂົາ​ຄົນ​ນັ້ນ​ເປັນ​ຄົນ​ໃຫຍ່​ກຶດ​ອາລົມ​ຮ້ອນ​ແຕ່​ກໍ່ມີ​ໃບ​ໜ້າ​ແຫ່ວ​ເຊັ່ນ​ກັນ. ​ແຕ່​ກໍ່ບໍ່​ແມ່ນ​ແຫ່ວ​ຍ້ອນ​ສະມາທິ​ຈິດ​ໃຈ​ສູດ​ມົນ​ພາວະນາ​ດອກຫວາ. ​ເຂົາ​ແຫ່ວ​ຍ້ອນ​ຄວາມທຸກ​ຍາກ​ກາກ​ກຳ​ຂອງ​ເຂົາ​ຕ່າງຫາກ.

      ​ໂຣນິນ​ຄົນ​ນີ້​ກໍ່ມາ​ພັກ​ເຊົາ​ເຮືອນ​ແຮມ​ນີ້​ເຊັ່ນ​ກັນ. ​ເຂົາ​ອົດ​ບໍ່ລົນ​ທົນ​ບໍ່​ໄດ້​ຈຶ່ງ​ຕົບມື​ຂຶ້ນ​ເພື່ອ​ຮຽກ​ເອົາ​ອາຫານ. ມີ​ສຽງ​ຕອບ​ມາ​ແຕ່​ໄກ​ແລ້ວ​ຄົນ​ຮັບ​ໃຊ້​ກໍ່ມາປະກົດ​ຕົວພ້ອມ​ທັງ​ອາຫານ. ນາງ​ຄົນ​ຮັບ​ໃຊ້​ລັ່ງ​ເລ​ໃຈ​ເພາະ​ບໍ່ຮູ້​ວ່າ​ຈະ​ເອົາ​ໃຫ້​ໃຜ​ກ່ອນ ຍາ​ທ່ານ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ:

      - ​ໃຫ້​ອັດສະວິນ​ກ່ອນ ​ເພາະ​ເພິ່ນ​ມາ​ຖ້າ​ກ່ອນ​ອັດຕະມາ ​ແລະ ​ເພິ່ນ​ອາດ​ຈະ​ມີ​ວຽກ​ຟ້າວ​ກ່ອນ​        ອັດຕະມາ.

      - ບໍ່ ຂະ​ນ້ອຍ! ​ໃຫ້​ຍາ​ທ່ານ​ສັນ​ກ່ອນ ສ່ວນ​ຂະ​ນ້ອຍ​ທີ່​ເປັນ​ອັດສະວິນ​ອະນາຖາ ກິນ​ຕາມ​ຫຼັງ​ກະ      ໄດ້. ທັງ​ສອງ​ໃຜໆ​ກໍ່ຍາດ​ກັນ​ສະ​ແດງ​ມາລະຍາດ ຈົນ​ໃນ​ທີ່​ສຸດ​ກໍ່​ໄປ​ເຖິງ​ການ​ຮູ້ຈັກ​ຮັກ​ແກ່ນ​    ກັນ.

      - ຂະ​ນ້ອຍ​ຊື່ວ່າ: ຕະຍິມະ ສຸ​ເມະ ຈະ​ເດີນທາງ​ໄປ​ນະຄອນ​ກຽວ​ໂຕ ທາງ​ເບື້ອງ​ທະ​ເລ​ໂຕ​ໄກ​        ໂດ.

      ​ໃນ​ທີ່​ສຸດ​ທັງ​ສອງ​ກໍ່ຮູ້​ວ່າ​ຕ່າງ​ຄົນ​ຕ່າງ​ຈະ​ເດີນທາງ​ໄປ​ນະຄອນ​ກຽວ​ໂຕ ​ແລະ ຈະ​ໃຊ້​ເສັ້ນທາງ​ເບື້ອງ​ທະ​ເລ​ສາຍດຽວ​ກັນ. ​ເມື່ອ​ເປັນ​ເຊັ່ນ​ນັ້ນ ​ເລື່ອງ​ຫຍັງ​ຕ່າງ​ຄົນ​ຕ່າງ​ໄປ​ທາງ​ທີ່​ດີ​ແໜງ​ເດີນທາງ​ໄປ​ຮ່ວມ​ກັນ​ດ້ວຍ​ກັນຈະ​ດີກ​ວ່າ.

      ທັງ​ສອງ​ກໍ່ບໍ່​ໃຜ​ມີ​ເຂົ້າຂອງ​ໜັກໜ່ວງ​ຫຍັງ​ເລີຍ. ​ໂຣນິນ ນອກຈາກ​ມີ​ດາບ​ສະ​ມູ​ໄລ​ສອງ​ດວງ​ແລ້ວ​ກໍ່ບໍ່ສົມບັດ​ຫຍັງ​ພໍ​ຈະ​ເປັນ​ຫາບ. ສ່ວນ​ຍາ​ທ່ານ​ນັ້ນ​ມີ​ແຕ່​ພົກ​ນ້ອຍ​ພົກ​ດຽວ.

      ​ເມື່ອ​ເດີນທາງ​ໄປ​ຮ່ວມ​ກັນ​ທັງ​ສອງ​ຍິ່ງ​ຮູ້​ຈິດ​​ໃຈ, ຮູ້​ນິ​ໄສ​ໃຈຄໍ​ເຊິ່ງກັນ ​ແລະ ກັນ​ພ້ອມ​ທັງ​ຖືກ​ວາດ​ສະໜາ​ກັນ. ການ​ແລກປ່ຽນ​ບົດຮຽນ​ຊີວິດ​ນຳ​ກັນ, ບັນຍາກາດ​ເປັນ​ກັນ​ເອງ ​ແລະ ຊື່ນ​ບານ​ເຮັດ​ໃຫ້​ລືມ​ຄວາມ​ອິດ​ເມື່ອຍ.

ຈະ​ມີ​ຫຍັງ​ໄປ​ກວ່າ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໄວ້​ອົກ​ໄວ້​ໃຈ​ກັນ​ເພື່ອ​ເປັນ​ເພື່ອນ​ສະໜິດ​ມິດ​ສະໜົມ​ກັນ​. ຕາມ​ເສັ້ນທາງ ທີ່​ຍາວ​ໄກ​ນັ້ນ ມີ​ຫຼາຍ​ສິ່ງ​ຫຼາຍ​ແນວ​ເປັນຕາ​ໜ້າ​ເບິ່ງ​ໜ້າຊົມ. ມີ​ຄົນ​ເດີນທາງ​ສວນ​ສົນ​ກັນ​ໄປມາ ຈັກ​ໜ້ອຍ​ກໍ່ພົບ​ເຈົ້າຫົວ​ອັດສະວິນ​ເດີນທາງ​ໄປ​ຮ່ວມ​ກັນ ຈັກ​ໜ້ອຍ​ກໍ່ມີ​ຍິງ​ໜຸ່ມ​ຊາວ​ໜຸ່ມພາ ກັນ​ໄປ​ວັດ​ເພື່ອ​ຕັກບາດ​ຍາດ​ນ້ຳ ​ແລະ ອີກ​ຈັກ​ໜ້ອຍ​ກໍ່ພົບ​ເຫັນ​ຂະ​ບວນແຫ່​ໄດ​ມີ​ໂອະ( ຂຸນ​ນາງ ) ຜ່ານ​ໄປ​ໂດຍ​ທີ່​ເຫັນ​ເພິ່ນ​ໃສ່​ເຄື່ອງ​ທົງ​ທີ່​ມີ​ລາຄາ​ແພງ​ຂີ່​ມ້າ​ຕົວ​ງາມໆ​ເຊິ່ງ​ເອ້ຍ້ອງ​ເຕັມ​ຍົດ, ມີ​ຂ້ອຍ​ຍິງ​ຂ້ອຍ​ຊາຍ​ແຫ່​ແຫນ​ໄປ​ພ້ອມ. ຂະ​ບວນ​ແຫ່​ຜ່ານ​ໄປ​ສິ່ງ​ໃໝ່ໆ​ກໍ່ປະກົດ​ໃຫ້​ເຫັນ​ເຊັ່ນ: ບັນດາ​ນັກປາດ, ນັກ​ແຕ່ງ, ນັກ​ກະວີ ພາກັນ​ນັ່ງ​ຊົງ​ຄວາມ​ຄິດ​ເພື່ອ​ຊົມ​ທຳ​ມະ​ຊາ​ດ ພ້ອມ​ທັງ​ມີ​ນັກ​ແຕ້​ມຈິດຕະກອນ​ສີມື​ດີ​ເດັ່ນ ມາ​ຖ່າຍ​ທອດ​ເອົາ​ພາບ​ທຳ​ມະ​ຊາດ​ເຫຼົ່າ​ນີ້​ໄວ້​ດ້ວຍ.

      ຕົກ​ມື້​ໃໝ່​ມາ​ອັດສະວິນ​ກໍ່​ເລີຍ​ເລີ່​ມ​ເລົ່າ​ເລື່ອງ​ພະ​ຈົນ​ໄພ​ຂອງ​ຕົນ​ສະ​ໄໝ​ເປັນ​ທະຫານ​ຮັບ​ໃຊ້​ພວກ​ທ້າວ​ຂຸນ​ມຸນ​ນາຍ. ​ເມື່ອ​ໄດ້​ຍິນ​ເຊັ່ນ​ນັ້ນ ຍາ​ທ່ານ​ເລີຍ​ຕຳ​ນິວ່າ: ​ເປັນ​ຫຍັງ​ຈຶ່ງ​ເອົາ​ຊີວິດ​ຂອງ​ຕົນ​ໄປ​ແລກ​ກັບ​ຄວາມ​ຕາຍ ​ແລະ ຄວາມທຸກ​ໂສກ​ຂອງ​ຄົນ​ອື່ນ. ​ເກີດ​ເປັນ​ຄົນ​ບໍ່ຄວນ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ສັດຕະວະ​ໂລກ​ທັງ​ປວງ.

      ຍາ​ທ່ານ​ຢຸດ​ເຊົາ​ເພື່ອ​ພຶມພຳ​ຄຳ​ສູດ​ມົນ​ພາວະນາ​ຂອງ​ເພິ່ນ “ ນະ​ມຸ ອະມິ​ຕະ ພຸດ​ສຸ - ນະ​ມຸ ອະມິ​ຕະ ພຸດ​ສຸ ” ​ແລ້ວ​ເລີຍ​ເລົ່າ​ເລື່ອງ​ຂອງ​ກະສັດ​ອິນ​ເດຍສູ່​ອັດສະວິນ​ເດີນ​ດ່ຽວ ຟັງ​ວ່າ: “ ​ແຕ່​ກີ້​ແຕ່​ກ່ອນ​ມີ​ກະສັດ​ຂອງ​ອິນ​ເດຍພະ​ອົງ​ໜຶ່ງ ​ເຊິ່ງ​ໄດ້​ແມ່​ຮ້າງ​ມາ​ເປັນ​ມະ​ເຫ​ສີ ວັນ​ໜຶ່ງ​ຍິງ​ຄົນ​ດັ່ງກ່າວ​ກໍ່​ເລີຍ​ກະທຳ​ບາບ​ແກ່​ພະ​ອົງ ​ໂດຍ​ໃຫ້​ຄົນມາ​ຈັບ​ເອົາ​ພະ​ອົງ​ໄປ​ເຈາະ​ຕາ ​ເຖິງ​ປານ​ນັ້ນ​ກະສັດ​ອົງ​ນັ້ນ​ຍັບ​ອະ​ໄພ​ຍະ​ໂທດ​ໃຫ້​ຍິງ​ຄົນ​ຮ້າຍ​ຄົນ​ນັ້ນ​ດ້ວຍ​ຄະຕິ​ທີ່​ວ່າ: “ ຖ້າ​ຫາກ​ດັບ​ຄວາມ​ແຄ້ນ​ດ້ວຍ​ຄວາມ​ແຄ້ນ ​ແລ້ວ​ເຫດ​ສັນ​ໃດ​ຄວາມ​ແຄ້ນ​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ​ໄດ້...? ”

      ຫຼາ​ຍວັນ​ຜ່ານ​ມາ ຄວາມ​ສະໜິດສະໜົມ​ກົມກຽວ​ກັນ​ກໍ່​ເພີ່ມ​ທະວີ​ຂຶ້ນ​ຈົນ​ບໍ່ມີ​ຫຍັງ​ເລີຍ​ ທີ່ຈະ​ເວົ້າ​ໄດ້​ວ່າ​ເປັນຄວາມ​ລັບ​ລະຫວ່າ​ງຄົນ​ທັງ​ສອງ.

      - ​ເຈົ້າ​ຮູ້​ບໍ່ວ່າ ພົກ​ຂອງ​ຂ້ອຍ​ນີ້​ແມ່ນ​ຫຍັງ? ຍາ​ທ່ານ​ຖາມ​ຂຶ້ນ.

      - ບໍ່ ບໍ່ຮູ້ຈັກ​ດອກ, ​ແມ່ນ​ຫຍັງ​ວິ​ເສດ​ວິ​ໂສ​ແທ້​ຫວະ ?

      - ວິ​ເສດ​ແທ້.

      - ​ແມ່ນ​ແພ​ທີ່​ໄດ້​ມາ​ຈາກ​ການ​ຂໍທານ​ນັ້ນ​ບໍ່ ?

      - ບໍ່​ແມ່ນ.

      - ຄັນ​ຊັ້ນ​ກໍ່​ແມ່ນ​ໜັງສື​ຄຳ​ພີ​ຂອງ​ພະພຸດທະ​ເຈົ້າ.

      - ບໍ່​ແມ່ນ​ຄື​ກັນ.

        ອັດສະວິນ​ເດີນ​ດ່ຽວ​ຢາກ​ຈະ​ເວົ້າ​ຂຶ້ນ​ວ່າ ​ແມ່ນ​ແຂ້​ວຂອງ​ພະພຸດທະ​ເຈົ້າ​ເທົ່າ​ນັ້ນ​ແລ້ວ ​ແຕ່​ເຂົາ ກໍ່ບໍ່​ເວົ້າ​ເພາະ​ມັນ​ຕະລົົກ​ໂພດ.

      ຢູ່​ໃນ​ຜ້າ​ຂີ້ຮ້າຍ​ນີ້​ມີ​ເງິນ​ຢູ່ 200 ຝັກ. ​ໂຣນິນ​ຫົວ​ກາກ​ຂຶ້ນ​ທັນທີ ພ້ອມ​ທັງ​ເວົ້າ​ວ່າ: ຍາ​ທ່ານ​ຕະ ລົກ​ຫວະ ? ຄັນ​ຍາ​ທ່ານ​ມີ​ເງິນ​ຫຼາຍ​ປານ​ນັ້ນ​ຊິ​ໄປ​ຂໍທານ​ເຮັດ​ຫຍັງ ​ແຕ່​ລະ​ມື້​ຍາ​ທ່ານ​ກໍ່​ໃສ່​ຜ້າສະບົງແລະ ຜ້າຄຸມ​ໃໝ່ໆ​ລະຕິ ​ແລະ ຈະ​ພາ​ໄປ​ນອນ​​ເຮືອນ​ແຮມ​ແບບ​ຂີ້ທຸກ​ນັ້ນ​ເຮັດ​ຫຍັງ​. ພາກັນ​ໄປ​ເອົາ​ເຄຫາ​ອັນ​ງົດ​ງາມ, ມີ​ອາຫານ​ດີໆ​ຈະ​ບໍ່ດີກ​ວ່າ​ບໍ່ ?

ບໍ່ ບໍ່ຂ້ອຍ​ບໍ່​ໄດ້​ຕະລົກ. ​ໃນ​ພົກ​ນີ້​ມີ​ເງິນ​ຢູ່ 200 ຝັກ​ແທ້.​ແຕ່​ບໍ່​ແມ່ນ​ເງິນ​ທີ່​ຕ້ອງ​ຈ່າຍ​ທົ່ວທີ​ບ, ດຽວ​ນີ້ເຈົ້າກໍ່​ເປັນ​ເພື່ອນ​ກັບ​ຂ້ອຍ​ແລ້​ວຂ້ອຍ​ຈະ​ບໍ່ປິດ​ບັງ​ຫຍັງ​ຕໍ່​ເຈົ້າ​ເລີຍ. ​ເລື່ອງ​ຂອງ​ມັນ​ເປັນ​ດັ່ງ​ນີ້: ວັນ​ໜຶ່ງ​ອັດຕະມາ​ໄດ້​ຈາກ​ໂອ​ໂມຣິ ​ໄປ​ສູ່​ວັດ​ອິຄາ​ມິ ບາງ​ເທື່ອ​ເຈົ້າ​ເຄີຍ​ເຫັນ​ແລ້ວ​ບໍ່ຮູ້ ນະ​ທີ່​ນັ້ນ​ທຳ​ມະ​ຊາດ​ປະກົດ​ວ່າ​ສວຍ​ສົດ​ງົດ​ງາມ​ເປັນ​ຮົ່ມ​ເຢັນ​ດີ, ອາກາດ​ສົດ​ຊື່ນ, ​ເວລາ​ນັ້ນ​ມີ​ສຽງ​ລະຄັງ​ຫຼວງ​ແລ້ວ​ສະ​ນິກກະ​ຊົນ​ທັງຫຼາຍ​ເລີຍ​ພາກັນ​ຫຼັ່ງ​ມາ​ເອົາ​ສິນ​ຟັງ​ທຳ​ຢ່າງ​ຫຼວງ​ຫຼາຍ, ອັດຕະມາ​ຮູ້ສຶກ​ເປັນ​ໜີ້​ບຸນຄຸນ​ພະພຸດທະ​ເຈົ້າ​ຈຶ່ງ​ປະຕິຍານ​ວ່າ: ຈະ​ອຸດ​ທິດ​ຊີວິດ​ນີ້​ເພື່ອ​ຈະ​ສ້າງ​ພະພຸດທະ​ຮູບ​ທອງ​ອົງ​ຫຼວງ ​ແລະ ງົດ​ງາມ​ໄດ້. ຈາກ​ນັ້ນ​ ອັດຕະມາກໍ່​ເດີ​ນ​ເລາະ​ໄປ​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ຍີ່​ປຸ່ນ​ເພື່ອ​ບິນ​ພະ​ບາດ​ແຜ່​ເງິນ​ໃຫ້​ພຽງພໍ.ດຽວ​ນີ້​ອັດຕະມາ​ໄປ​ກຽວ​ໂຕ​ເພື່ອ​ຈະ​ຊອກ​ຫາ​ຊ່າງ​ທີ່​ມີ​ສີມື​ດີໆ​ມາ​ຫຼໍ່​ພະພຸດທະ​ຮູບ​ອົງ​ທີ່​ວ່າ​ນັ້ນ.

      ​ເວົ້າ​ມາ​ຮອດ​ນີ້​ດວງ​ຕາ​ທັງ​ຄູ່​ຂອງ​ທ່ານ​ໃສ​ຂຶ້ນ​ທັນທີ ​ແລະ ໜ້າກໍ່ຊື່ນ​ຂຶ້ນ​ເຊັ່ນ​ດຽວ​ກັນ ​ເພາະ​ມອງ​ເຫັນ​ພະພຸດທະ​ຮູບ​ອົງ​ນັ້ນຢູ່​ໃນ​ຄວາມ​ສຳນຶກ​ຂອງ​ຕົນ​ໄວ້​ກ່ອນ​ແລ້ວ.

      ຈະ​ເປັນ​ພະພຸດທະ​ຮູບ​ນັ່ງ​ເທິງ​ດອກ​ບົວຫຼວງ ​ໃນ​ຊົງ​ຂັດ​ຕະໝາດ, ຍົກ​ມື​ຂວາ​ຂຶ້ນ​ພຽງ​ບ່າ ​ແລະ ປິ່ຝາ​ມື​ເບື້ອງ​ໜ້າ​ສະ​ແດງ​ເຖິງ​ຄວາມ​ຜາບ​ມານ, ​ທີ່​ໜ້າຜາກຈະ​ມີ​ເມັດ​ແຫງ​ຍານ ​ແລະ ຮີມ​ສົບ​ຈະ​ມີ​ຮອຍ​ຍິ້ມ​ບາງໆ​ນີ້​ແລ້ວ. ​ເຈົ້າ​ເຂົ້າ​ໃຈບໍ່ວ່າ​ເປັນ​ຫຍັງ​ອັດຕະມາ​ຈຶ່ງ​ປະ​ຄັບ​ປະຄອງພົກ​ນ້ອຍ​ນີ້​ໄວ້​ໃຫ້​ດີ ​ແລະ ​ເປັນ​ການ​ຕະລົກ​ໄປ​ນຳ ຍາ​ທ່ານ​ເລີຍ​ຍົກ​ຄຳ​ສອນ​ເກົ່າ​ບົດ​ໜຶ່ງ​ເວົ້າ​ສູ່​ຟັງ.

      - ​ໃຜ​ຖື​ສົມບັດ​ຖື​ອັນຕະລາຍ​ໄປ​ພ້ອມ ​ແຕ່​ກັບ​ອັດສະວິນ​ຄື​ເຈົ້າ​ອັດຕະມາບໍ່ຢ້ານ​ຫຍັງ​ເລີຍ.

      ຕະຍິມະ ສຸ​ເມະ ກົ້ມ​ຫົວ​ຮັບຮອງ ​ແຕ່​ວ່າ​ທ່າ​ທາງ​ຂອງ​ເຂົາ​ບໍ່​ໄດ້​ສະ​ແດງຕອບ​ຕາມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ຍາ​ທ່ານ​ເລີຍ. ໜ້າ​ຕາ​ເຂົາ​ມີ​ສີ​ປ່ຽນ​ແປງ ​ແລະ ​ເຂົາ​ເອງ​ກໍ່ຄ່ອຍໆ​ເອົາ​ຕົວ​ຫ່າງ​ຍາ​ທ່ານ​ອົງ​ນັ້ນ, ​ເຂົາ​ຍ່າງ​ໄວ​ເຂົ້າ​ກວ່າ​ເດີມ​ໄກ​ຈາກ​ຍາ​ທ່ານ, ໜ້າຜາກຂອງ​ເຂົາ​ເປັນ​ເສັ້ນ​ສົນ​ເຂົາ​ໃຊ້​ຄວາມ​ຄິດ​ຢ່າງ​ໜັກ.

      - ກູ​ເຄີຍ​ເອົາ​ຊີວິດ​ເປັນ​ເດີມ​ພັນ​ເວລາ​ຮັບ​ໃຊ້​ເຈົ້າ​ນາຍ​ຈະ​ແມ່ນ​ຂັ້ນ​ໃຫຍ່ ຫຼື ຂັ້ນ​ນ້ອຍ​ກໍ່ຕາມ, ກູກໍ່ຮັບ​ໃຊ້​ດ້ວຍ​ຄວາມ​ສັດ​ຊື່​ສຸດຈະ​ຫຼິດ ​ແຕ່​ກູກໍ່ບໍ່​ເຄີຍ​ໄດ້​ມີ​ເງິນ​ມີ​ຄຳ​ສໍ່າສ້ຽວ​ໜຶ່ງຂອງ​ພະ​ຂີ້ກາກ​ໂຕ​ນີ້. ​ໃນ​ທີ່​ສຸດ​ກູກໍ່ກາຍ​ເປັນ​ຄົນ​ພະ​ເນ​ຈອນ​ຂາດ​ທີ່​ເພິ່ງ​ພາອາ​ໄສ, ບັດ​ນີ້​ກູ​ທຸກ​ຍາກ​ເຖົ້າ​ແກ່ ​ແລະ ອາຍຸ​ກໍ່​ເຖິງ 40 ປີ​ແລ້ວ.

            – ​ເຂົາ​ຫາຍ​ໃຈ ​ແລະ ຈົ່ມ​ພຶມພຳ​ອີກ​ວ່າ:

      - ບັດ​ນີ້​ກູບໍ່ມີນາ​ຍ, ບໍ່ມີ​ທີ່​ເພິ່ງ ​ແລະ ກໍ່ບໍ່ສາມາດ​ໄດ້​ນາຍ​ອີກ​ເລີຍ. ຫາກ​ກູ​ໄດ້​ເງິນ​ພົກ​ນີ້​ຈັກ​ໜ້ອຍ​ໜຶ່ງ​ກໍ່ຍັງ​ໄຄ​ແດ່ ​ແຕ່​ຄູບາ​ຕາຍຫ່າ​ນີ້​ບໍ່ຄິດ​ແດ່​ວ່າ ຈະ​ຕ້ອງ​ປັນ​ໃຫ້​ກູ​ຈັກ​ໜ້ອຍ​ໜຶ່ງ ​ແທນ​ທີ່​ຈະ​ເອົາ​ໄປ​ສ້າງ​ພະພຸດທະ​ຮູບ​ອັນ​ອັບປີ​ຢ່າງ​ທີ່​ວ່າ​ຈົນ​ໝົດ.

      ຄວາມ​ຄິດ​ອິດສາ​ລິດສະຫຍາ​ເລີ່​ມກໍ່ຕົວ​ຂຶ້ນ​ໃນ​ສະໝອງ​ຂອງ​ເຂົາ. ຈົນ​ມີ​ບາງ​ເທື່ອ​ເຂົາ​ຍັງ​ວອນ​ໃຫ້​ຍາ​ທ່ານ​ລືມ​ພົກ​ນັ້ນ​ໄວ້​ບ່ອນ​ໃດ​ບ່ອນ​ໜຶ່ງ​ແລ້ວ​ຄວນ​ໃຫ້​ເຂົາ​ເປັນ​ຜູ້​ເກັບ​ມັນ​ໄດ້ ​ແລະ ໜີ​ໄປ​ດ້ວຍ​ເງິນ​ດັ່ງກ່າວ.

            ບາງ​ເທື່ອ​ເຂົາ​ແຫ່ງ​ເກີດ​ຄວາມ​ຄິດ​ທີ່​ຮ້າຍ​ແຮ​ງ​ໄປ​ກວ່າ​ນັ້ນ​ຄື​ວ່າ:

      - ຮວ້າຍ... ຊີວິດ​ນີ້​ເກີດ​ມາ​ແກ່​ເຈັບ​ຕາຍ​ເທື່ອ​ດຽວ ​ແລະ ຊີວິດ​ແມ່ນ​ຄວາມ​ຕໍ່​ເນື່ອງ​ຂອງ

​ຄວາມ​ພະ​ຈົນ​ໄພ​ຮ້າຍ​ແລະ​ດີ​ເທົ່າ​ນັ້ນ, ຕ້ອງ​ຮູ້​ກຳ​ກາລະ​ໂອກາດ​ຕິ ຫຼື ຕ້ອງ​ສ້າງ​ໂອກາດ​ລະບໍ່...

      ຕະຍິມະ ສຸ​ເມະ ຄິດ​ໄປ​ຄິດ​ມາ​ເປັນ​ວັກ​ເປັນວໍ່ານຳ​ແຕ່​ພົກ​ເງິນ​ຂອງຍາ​ທ່ານ​ບໍ່​ແລ້ວ​ບໍ່ທົ່ວ.ເຂົາ​ປະ

ຕິ​ເສດ​ຄວາມ​ຄິດ​ຮ້າຍ ​ແລະ ຊົ່ວ​ຊ້າ​ຕ່າງໆ ​ແຕ່​ກໍ່ຊອກ​ວິທີ​ເພື່ອ​ຈະ​ໄດ້​ເງິນນັ້ນ​ມາ ​ໂດຍ​ທີ່​ບໍ່​ເປັນ​ໂທດ​ເປັນ​ໂພຍ. ສ່ວນ​ຍາ​ທ່ານ​ນັ້ນ​ບໍ່​ໄດ້​ສັງ​ເກດ​ຫຍັງ​ເລີຍ ​ແລະ​ກໍ່​ບໍ່​ໄດ້​ສົງ​ໃສ​ຫຍັງ.

      ບັດ​ນີ້​ທັງ​ສອງ​ໄດ້​ເດີນທາງ​ມາ​ເຖິງ​​ແຄມ​ອ່າວ ຊຶ່ງ​ເປັນ​ແງ່​ໜຶ່ງ​ຂອງ​ທະ​ເລ. ຈະ​ຕ້ອງ​ໄດ້​ອາ​ໄສ​ເຮືອ​ຂ້າມ​ໄປ​ສູ່​ຝັ່ງ​ເບື້ອງນັ້ນ.

      ​ໃນ​ເຮືອ​ໃບ​ຈະ​ຂ້າມ​ໄປ​ຝັ່ງ​ເບື້ອງ​ນັ້ນ​ມີ​ຄົນ​ໂດຍສານ​ຢູ່​ປະມານ 30 ຄົນ.​ເວລາ​ຍາ​ທ່ານ​ປີນ​ຂຶ້ນ​ເຮືອ​ດັ່ງກ່າວ ຕີນ​ຂອງ​ທ່ານ​ພະ​ລິດ​ເກືອບ​ຈະ​ຕົກ​ນ້ຳ​ ເລີ​ຍ​ເຮັດ​ໃຫ້​ຕະຍິມະ​ເກີດ​ຄວາມ​ຄິດ​ອອກ​ມາ​ວ່າ: ຈະ​ຕ້ອງ​ກຳຈັດ​ຍາ​ທ່ານ​ນີ້​ດ້ວຍ​ວິທີ​ໃດ​. ບັດ​ນີ້​ຄວາມ​ຫງໍ່າຮ້າຍ​ຂອງ​ເຂົາ​ແກ່​ຂຶ້ນ​ນຳ​ທຸກ​ວິ​ທີ ​ແລະ ຄວາມ​ໂຫດ​ຫ້ຽມຂອງ​ເຂົາ​ກໍ່ຕາມ​ມາ​ດ້ວຍ​ຈົນ​ວ່າ​ເຂົາ​ຈະ​ຕັດສິນ​ໃຈ​ປະຕິບັດ​ຕາມ​ສັນດານ​ສາ​ໂຫດ​ຂອງ​ເຂົາ.

      ຍາ​ທ່ານ ​ແລະ ອັດສະວິນ ພາກັນ​ນັ່ງ​ຢູ່​ທ້າຍ​ເຮືອ​ຫ່າງ​ຈາກ​ເພື່ອນ​ຝູງ​ພໍ​ສົມຄວນ, ພົກ​ອັນ​ລ້ຳ​ເລີດ​ດັ່ງກ່າວຂອງ​ຍາ​ທ່ານ​ໄດ້​ປົງ​ໄວ້​ລະຫວ່າງ​ກາງ. ​ເວລາ​ເຮືອ​ແລ່ນ​ໄປ​ດ້ວຍ​ຄວາມ​ໄວ​ພໍ​ສົມຄວນ ​ແລະ ກະ​ແສ​ລົມ​ແຮງ​ກໍ່​ພໍດີ​ເປັນ​ໂອກາດ​ທີ່ ​ໂຣນິນ​ປະຕິບັດ​ແຜນການ​ຮ້າຍ​ຂອງ​ເຂົາ. ​ເຂົາ​ເອົາ​ມື​ຊີ້​ໃສ່​ປາ​ຕົວ​ງາມໆ​ທີ່​ລອຍ​ມາ​ຂ້າງ​ເຮືອ ​ໂດຍ​ກວັກ​ໃຫ້​ຍາ​ທ່ານ​ເບິ່ງ​ນຳ, ​ເມື່ອ​ຍາ​ທ່ານ​ກະ​ໂຢ້​ຕົວ​ກົ້ມ​ເບິ່ງ​ປາ​ເຂົາ​ເລີຍ​ເອົາ​ແຂນ​ສອກ​ດະ ​ເຮັດ​ໃຫ້​ຍາ​ທ່ານ​ປັກ​ຄິດ​ລົງ​ນ້ຳ​ຈົມ​ໄປ ​ເຂົາ​ປະ​ໃຫ້​ເຮືອ​ແລ່ນ​ໄປ​ຄາວໜຶ່ງ​ແລ້ວ​ຈຶ່ງ​ຕາງ​ຕິ​ຮ້ອງ​ອີ​ເລີ​ເປີ​ເສີ​ວ່າ: ຍາ​ທ່ານ​ຕົກລົງ​ນ້ຳ​ຊ່ອຍ​ແດ່. ຊາມ​ຈະ​ປົດ​ໃບ​ເຮືອ ​ແລະ ຕຸ້ນ​ໃຫ້​ເຮືອ​ຢຸດ ​ເຮືອກໍ່​ເລີຍ​ແລ່ນ​ອອກ​ຫ່າງຈາກ​ບ່ອນ​ທີ່​ຍາ​ທ່ານ​ຕົກນັ້ນ​ໄປ​ໄກ​ຈົນ​ແນມ​ເກືອບ​ບໍ່​ເຫັນ. ທຸກ​ຄົນ​ແນມ​ນຳ​ທະ​ເລ​ດ້ວຍ​ຄວາມ​ເສົ້າ​ສະຫຼົດ​ໃຈ ​ແຕ່​ບໍ່​ເຫັນ​ຮ່ອງຮອຍ​ວ່າ​ຍາ​ທ່ານ​ຈະ​ຍັງ​ມີ​ຊີວິດ​ຢູ່​ເລີຍ. ​ໂຣນິນ​ຜູ້​ໃຈ​ມານ​ທຳ

ທ່າ​ຈົ່ມ​ທຸກ​ໂສກ​ໄປ​ຕາມໆ​ກັນ ​ແລະ ພ້ອມ​ທັງ​ຮັບ​ຮູ້​ນຳ​ກັນ​ແລ້​ວວ່າ​ນີ້​ເປັນ​ເຫດ​ຮ້າຍ​ເຊິ່ງບໍ່​ມີ​ໃຜ​ເປັນ​ຕົ້ນ​ເຫດ​​ເລີຍ.

      ພໍ​ເມື່ອ​ຫົວ​ເຮືອ​ຮອດ​ຝັ່ງ​ແລ້ວ ຕະຍິມະ ສຸ​ເມະ ກໍ່ຮີ​ບຫອບ​ເອົາ​ພົກ​ເງິນ​ດັ່ງ​ກ່າວ​ນັ້ນ​ໄປ​ຢ່າງ​ບໍ່ຫຼຽວ​ຫຼັງ.

      ບັດ​ນີ້​ເຂົາ​ມີ​ເງິນ​ແລ້​ວ​ເປັນ​ຈຳນວນ​ຕັ້ງ 200 ຝັກ. ​ເຂົາ​ຮູ້​ຄຸນຄ່າ​ຂອງ​ມັນ​ດີ​ຈຶ່ງ​ຮີບ​ມຸ້ງ​ໜ້າ​ໄປ​ສູ່​ນະຄອນ​ກຽວ​ໂຕ ​ໂດຍ​ໄວ, ນະ​ທີ່​ນັ້ນ​ເຂົາ​ໄດ້​ປ່ຽນ​ຊື່​ເປັນ ທ່ານ ​ໂຕ​ກູເບະ ​ແລະ ມີ​ຖານະ​ເປັນ​ພໍ່ຄ້າ​ເຂົ້າ​ໃຫຍ່​ຂອງ​ເມືອງ​ນັ້ນ. ບັກ​ນີ້​ເຂົາ​ໄດ້​ມ້ຽນ​ດາບ​ຂອງ​ເຂົາ​ເອົາ​ເຄື່ອງ​ງາມໆ​ອອກ​ມາ​ນຸ່ງ. ກິດຈະການ​ຄ້າຂາຍ​ຂອງ​ເຂົາ​ຂະຫຍາຍຕົວ​ໄວ ​ແລະ ກວ້າງ​ຂວາງ ​ເງິນ​ຄຳ​ສົມບັດ​ກໍ່​ຫຼັ່ງ​ໄຫຼ​ເຂົ້າ​ມາ​ບໍ່​ຂາດ. ​ເຂົາ​ຕັດສິນ​ໃຈ​ສ້າງ​ຄອບຄົວ ​ເຊິ່ງບໍ່​ເທົ່າ​ໃດ​ກໍ່​ເລີຍ​ໄດ້​ລູກນ້ອຍ​ຄົນ​ທຳ​ອິດ. ທຸກ​ສິ່ງ​ທຸກ​ຢ່າງ​ມີ​ຢ່າງ​ພຽງ​ພ້ອມ ​ແຕ່​ເຂົາ​ຮູ້ ສຶກ​ວ່າ ຍັງ​ມີ​ແປ້​ວ​ແມງ​ອັນ​ໃດ​ໜຶ່ງ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຂົາ, ຫຼອກ​ລວງ​ເຂົາ​ຢູ່​ຢ່າງ​ບໍ່​ແລ້​ວບໍ່​ທົ່ວ,​ເຂົາ​ຄິດ​ເຫັນ​ພາບ​ແຫ່ງ​ໂທດ​ກຳ​ອັນ​ຊົ່ວ​ຊ້າ​ຂອງ​ເຂົາອັນ​ພາ​ໃຫ້​ເຂົາ​ມີ​ຖານະ

ອັນ​ລ້ຳ​ລວຍ​ຢ່າງ​ນີ້. ​ແຕ່​ເວລາ​ທີ່​ເຂົາ​ຄິດ​ເຫັນ​ເລື່ອງ​ເກົ່າ​ເລື່ອງ​ຫຼັງ​ຂອງ​ເຂົາ​ຂຶ້ນ​ມາ ​ເຂົາ​ກໍ່​ຮີບ​ບຸກບືນ

​ໃສ່​ທຸລະ​ກິດ​ຂອງ​ເຂົາ​ເພື່ອ​ໃຫ້​ລືມ​ມັນ.ເຂົາຍິ່ງ​ບຸກບືນ​ເທົ່າ​ໃດ​ເງິນ​ຄຳ​ກໍ່ຫຼັ່ງ​ໄຫຼ​ເຂົ້າ​ມາ​ຫາ​ເຂົາ​ຊັກ​ໄຊ້. ​ເມື່ອ​ໄດ້​ເງິນ​ຄຳ​ຫຼາຍ​ກໍ່​ຍິ່ງ​ເຮັດ​ໃຫ້​ເຂົາ​ບໍ່ລືມ​ການ​ກະທຳ​ທີ່​ຕໍ່າຊ້າ​ຂອງ​ເຂົາ.

      ສາມ​ປີຕໍ່​ໄປ​ເຂົາ​ຮູ້ສຶກ​ອິດ​ເມື່ອຍ​ແລະຕ້ອງ​ພັກຜ່ອນ​ເປັນ​ຍ່ານ​ຄາວຈຶ່ງ​ຕົກລົງ​ຊື້​ເຮື​ອນຫຼັງງາມ​ທີ່​ມີ​ອຸທິຍານ​ອ້ອມ​ຮອບ, ມີ​ໜອງ​ນ້ຳ, ມີ​ນ້ຳບໍ່ ​ແລະ ຫີນ​ຜາ​ເປັນ​ທີ່​ພັກຜ່ອນ​ຂອງ​ເຂົາ.

     ສະຖານ​ທີ່ ​ແລະ ​ເຮືອນ​ຊານ​ຂອງ​ເຂົາ​ຈະ​ງາມ​ປານ​ໃດແຕ່​ຈິດ​ໃຈ​ຂອງ​ເຂົາ​ກໍ່​ບໍ່​ສາມາດ​ສະຫງົບ​ລົງ

​ໄດ້. ຄວາມ​ຄິດ​ເຖິງ​ການ​ກະທຳ​ອັນຕໍ່າຊ້າ​ຂອງ​ເຂົາ​ມາ​ຫຼອກ​ເລັ້ມຢູ່​ບໍ່​ເຊົາ ​ເຮັດ​ໃຫ້​ເຂົາ​ຄິດ​ກິນ​ແໜງ​ແຄງ​

ໃຈ​ຢູ່​ບໍ່​ຂາດ.

      ​ເພື່ອ​ເປັນ​ການ​ລະດົມ​ກຳລັງ​ໃຈ​ຂອງ​ຕົນ ​ເຂົາ​ເລີຍ​ຈົ່ມ​ຄຳ​ສຸພາສິດ​ທີ່​ເກົ່າ​ແກ່​ບົດ​ໜຶ່ງ​ອອກ​ມາວ່າ:

“ ຄວາມ​ອານາ​ຖາ​ນັ້ນ ​ເປັນ​ທີ່​ປຶກສາ​ຜູ້​ຊົ່ວ​ຮ້າຍ ”. ​ແລ້ວ​ເຂົາ​ກໍ່​ຄິດ​ຕໍ່ “ ​ໂຊກ​ຊາຕາ​ນີ້​ຊົ່ວ​ຫຼາຍ ​ເປັນ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ກູ​ເກີດ​ເປັນ​ຄົນ​ທຸກ​ຍາກ ​ແມ່ນ​ແຕ່​ໂຊກ​ຊາຕາ​ນີ້​ແຫຼະ ຈຶ່ງ​ຈຳ​ໃຫ້​ກູ​ກາຍ​ເປັນ​ນັກ​ປຸ້ນ ​ແລະ ຄາດ​ຕະກອນ ”.

      ​ແຕ່​ຍິ່ງ​ງຄິດ​ຈິດ​ໃຈ​ຂອງ​ເຂົາ​ຍິ່ງ​ວຸ້ນວາຍ​ບໍ່​ສະຫງົບ​ເປັນ ​ແລະ ​ເມື່ອ​ຕອນ​ກາງຄືນ​ເດືອນ​ແຈ້ງ​ມາ​ເຂົາ​ກໍ່​ອອກ​ມາ​ເລາະ ​ເອົາ​ອາກາດ​ຕາມ​ອຸທິຍານ​ທີ່​ຫງຽບ​ສະຫງັດ ​ແລະ ສວຍ​ງາມ​ຂອງ​ເຂົາ. ທັນ​ໃດ​ນັ້ນ​ເຂົາ​ຮູ້ສຶກ​ວ່າ ມີ​ປະກົດ​ການ​ອັນ​ໃດ​ອັນ​ໜຶ່ງ​ຕ້ອງ​ສາຍຕາ​ຂອງ​ເຂົາ​ເຮັດ​ໃຫ້​ເຂົາ​ແນມ​ໄປ​ຫາ​ຕົ້ນ​ແປກ​ໃຫຍ່ ​ແລະ ຮຽວ​ດົກ​ຕົ້ນ​ໜຶ່ງ. ຮູບ​ຮ່າງ​ຂອງ​ສົງ​ອົງ​ນັ້ນ​ປະກົດ​ອອກ​ມາ​ຄ່ອຍໆ​ແຈ້ງ​ອອກ. ມັນ​ແມ່ນ​ຮູບ​ຮ່າງ​ຂອງ​ຍາ​ທ່ານ​ທີ່​ຕາຍ​ດິກ​ນ້ຳ​ນັ້ນ​ເອງ, ​ໃບ​ໜ້າ​ຂຽວ​ຊ້ຳ​ໃນ​ຕາ​ໂປ​ອອກ​ມາ​ຈາກ​ເບົ້າຕາ. ​ແຕ່​ມັນ​ແມ່ນ​ຍາ​ທ່ານ​ທີ່​ຕາຍ​ດິກ​ນ້ຳ​ອີ​ຫຼີ​ແລະ​ອີກ​ຈັກ​ໜ້ອຍ​ປະກົດ​ວ່າ​ເໜັງ​ຕີງ​ຂຶ້ນ​ຍິ້ມ​ຫົວ​ຕໍ່​ເຂົາ ​ເຮັດ​ໃຫ້​ເຂົາ​ຢ້ານ ​ແລະ ສັ່ນ​ໄປ​ໝົດ​ທັງ​ຕົວ. ​ແຕ່​ຄາວໜຶ່ງ​ເຂົາ​ເລີຍ​ຊວາດ​ວ່າ​ເຂົາ​ແມ່ນ​ນັກຮົບ​ເກົ່າ​ຄົນ​ໜຶ່ງ​ທີ່​ມີ​ຄວາມ​ກ້າ​ກັ່ນ. ​ເຂົາ​ຈຶ່ງ​ຮີບ​ແລ່ນ​ໄປ​ດຶງ​ເອົາ​ດາບ​ຂອງ​ເຂົາ​ມາ​ແຕ່​ເຮືອນ​ເຂົາ​ກວັດ​ແກວ່ງ​ດາບ​ຟັນ​ຜ່າ​ສັດຕູ​ຂອງ​ເຂົາ. ຈົນ​ໃນ​ທີ່​ສຸດ​ແສງ​ສະຫວ່າງ​ຍາມ​ເຊົ້າ​ໄດ້​ມາ​ເຖິງ​ເງົາ​ຂອງ​ຍາ​ທ່ານ​ອົງ​ນັ້ນ​ຈຶ່ງ​ໄດ້​ຈາງ​ຫາຍ​ໄປ.

      ຄືນ​ຕໍ່​ມາ ​ແລະ ຕໍ່​ມາ​ກໍ່​ເປັນ​ເຊັ່ນ​ດຽວ​ກັນ​ນີ້​ທຸກ​ມື້​ເຮັດ​ໃຫ້​ເຂົາ​ສູ້​ກັບ​ເງົາ​ຂອງ​ຍາ​ທ່ານ​ນັ້ນ​ຈົນຮູ້ສຶກ​ອິດ​ອ່ອນ​ໂຮຍ​ແຮ​ງ. ​ເພື່ອ​ກຳຈັດ​ເຫດ​ຮ້າຍ​ດັ່ງກ່າວ​ເຂົາ​ໄດ​ດ້ສັ່ງ​ໃຫ້​ຄົນ​ໄປ​ປ້ຳ​ຕົ້ນ​​ແປກ​ນັ້ນ​ຖິ້ມ​ທັນທີ. ​ແຕ່​ວ່າ​ເງົາ​ຂອງ​ພະ​ອົງ​ນັ້ນ​ຊ້ຳພັດ​ໄປ​ປະກົດ​ຢູ່​ຕົ້ນ​ໄມ້​ໃຫຍ່... ດັ່ງ​ນີ້​ຕໍ່ໆ​ໄປ​ຈົນ​ໃນ​ທີ່​ສຸດ​ເຂົາ​ກໍ່​ເລີຍ​ຕັດສິນ​ໃຈ​ບໍ່​ຍອມ​ອອກ​ໄປ​ສວນ​ຂອງ​ເຂົາ​ອີກ. ​ແຕ່​ວ່າ​ເງົາ​ຂອງ​ພະ​ອົງ​ນັ້ນ​ຊ້ຳພັດ​ມາ​ປະກົດ​ຢູ່​ໃນ​ຫ້ອງ​ນອນ​ຂອງ​ເຂົາ. ​ເຮັດ​ໃຫ້​ເຂົາ​ໃຈ​ຂວ້າມ​ໃຈ​ຫງາຍ ຈົນ​ໃນ​ທີ່​ສຸດ​ເຂົາ​ເລີຍ​ລົ້ມ​ປ່ວຍ​ໜັກ. ​ເກີດ​ເປັນ​ວັນ​ພັນ​ເປັນ​ມື້​ມີ​ແຕ່​ຮ້ອງ​ຄາງ: “ ຕາຍ - ຕາຍ. ພະ - ພະ - ບາບ - ບາບ - ​ໂອ​ບາບ ... ”

      ຜູ້​ເປັນ​ເມຍ​ໄດ້​ໄປ​ເກນ​ເອົາ​ນາຍ​ໝໍ​ຜູ້​ທີ່​ລື​ຊື່​ທັງ​ເມືອງ​ມາ​ປິ່ນປົວ​ຜູ້​ເປັນ​ຜົວ​ແຕ່​ກໍ່​ບໍ່​ຫາຍ​ໄດ້.

      ສຽງ​ຊ່າ​ລື​ໄປ​ທົ່ວ​ເມືອງ​ວ່າ: ພໍ່ຄ້າ​ໃຫຍ່ ​ໂຕ​ກູ​ເບະ ລົ້ມ​ເຈັບ​ໜັກ. ສຽງ​ດັ່ງກ່າວ​ດັງ​ໄປ​ຮອດ

​ຫູ​ຂອງ​ຍາ​ທ່ານ​ອົງ​ໜຶ່ງ ທີ່​ມີ​ຊື່​ສຽງ​ວ່າ ​ເປັນ​ຄົນ​ທີ່​ມີ​ຫູ​ແຈ້ງ​ຕາ​ທິບ ດຳ​ລົງ​ຊີວິດ​ຢູ່​ດ້ວຍ​ຄວາ​ຍາກຈົນ ​ແຕ່​ດ້ວຍ​ສິນ​ທຳ. ວັນ​ໜຶ່ງ​ສາວ​ໃຊ້​ຂອງ​ໂຕ​ກູເບະ ​ໄດ້​ໄປ​ເວົ້າ​ເລື່ອງ​ລາວ​ໃຫ້​ພະ​ອົງ​ທ່ານ​ຟັງ ພະ​ອົງ​ຈຶ່ງ​ສົນ​ໃຈ ​ແລ້ວ​ຈຶ່ງ​ຂໍ​ມາ​ເບິ່ງ​ອາການ​ຂອງ​ຜູ້ກ່ຽວ.

      ​​ເມື່ອ ​ໂຕ​ກູເບະ ມາບ​ເຫັນ​ຍາ​ທ່ານ​ເຂົ້າ​ມາ​ຫາ ​ເຂົາ​ກໍ່​ຮ້ອ້ງ​ໄຫຼ​ຂຶ້ນ​ທັນທີ​ວ່າ:

      - ຫັ້ນ​ເດ - ຫັ້ນ​ເດ - ຄູບາ - ຄູບາ - ​ແມ່ນ​ມັນ​ແລ້ວ ຂ້ອຍ​ເຫັນ​ແຈ້ງ​ທີ່​ສຸດ ຈັບ​ມັນ ຈັບ​ມັນ ຊ່ອຍ​ເອົາ​ຂ້ອຍ​ແດ່...

      ​ໂຕ​ກູ​ເບະ ຮ້ອງ​ໄຫ້ ພ້ອມ​ທັງ​ໝູບ​ໜ້າ​ລົງ​ຕຽງ ​ແລ້ວ​ຊັກ​ຜ້າ​ຫົ່ມ​ມາ​ປົກ.

      ຍາ​ທ່ານ ​ໃຫ້​ທຸກ​ຄົນ​ອອກ​ຈາກ​ຫ້ອງ​ເພື່ອ​ຈະ​ໄດ້​ຢູ່​ສອງ​ຕໍ່​ສອງ​ນຳ​ກັນ.

      - ​ແມ່ນ​ແລ້ວ ​ແມ່ນ​ອັດຕະມາ​ແລ້ວ. ອັດຕະມາ​ແມ່ນ​ສົງ​ທີ່​ເຈົ້າ​ງັດ​ລົງ​ນ້ຳ​ຢູ່ ກູ​ອາ​ນະ ກ່ອນ​ໜ້າ​ນີ້ 3 ປີ ຫັ້ນ​ເດ.    

​      ໂຕ​ກູ​ເບະ ຍັງ​ຮ້ອງ​ສັ່ນ​ຢູ່​ບໍ່​ເຊົາ ​ແຕ່​ກ່ອນ​ເອົາ​ເງົາ​ເປັນວິນ​ຍາ​ນຂອງ​ສົງ​ອົງ​ນັ້ນ ຍັງ​ບໍ່​ປາກ. ມາ​

ບັດ​ນີ້​ຍັງ​ສາມາດ​ເວົ້າ​ໄດ້​ນຳ​ອີກ... ຍາ​ທ່ານ​ຕວງ​ແນ​ວຄິດ​ຂອງ​ເຂົາ​ໄດ້ ຈຶ່ງ​ເວົ້າ​ກັບ​ເຂົາ​ວ່າ:

      - ອັດຕະມາບໍ່​ແມ່ນ​ຜີ ບໍ່​ແມ່ນ​ເງົາ ​ແມ່ນ​ຄົນ​ອີ​ຫຼີອັດຕະມາ​ຍັງບໍ່ທັນຕາ​ຍ ອັດຕະມາ​ແມ່ນສົງ ທີ່

​ໄດ້​ເດີນທາງ​​ໂຕ​ໄກ​ໂດ ຮ່ວມ​ອອກ​ມາ​ກ່ອນ​ໜ້າ​ນີ້ 3 ປີ​ຫັ້ນ​ເດ ຈື່​ບໍ່​ໄດ້​ບໍ່ ? ຜູ້​ເຈົ້າ​ງັດ​ລົງ​ນ້ຳ​ແມ່ນ ອັດຕະມາ​ນີ້​ແຫຼະ ​ແຕ່​ໂຊກ​ດີ ອັດຕະມາ​ໄດ້​ຮຽນ​ລອຍ​ນ້ຳ​ໃນ​ເວລາ​ເປັນ​ເດັກນ້ອຍ​ຈຶ່ງ​ລອຍ​ອອກ​ຮອດ​ຝັ່ງ​ໄດ້. ອັດຕະມາ​ໄດ້​​ເດີນ​ເລາະ​ໄປ​ທຸກ​ແຫ່ງ​ຫົນ ​ເພື່ອ​ຊອກ​ຫາ​ເຈົ້າ​ເພື່ອ​ຈະ​ຂໍ​ເອົາ​ເງິນ​ນັ້ນ​ມາ​ສ້າງ​ພະພຸດທະ​ຮູບ. ​ແຕ່​ອັດຕະມາ​ນັ້ນ​ກໍ່​ບໍ່​ໄດ້​ພໍ້​ກັບ​ເຈົ້າ​ ຈາກ​ນັ້ນ​ອັດຕະມາ​ກໍ່​ຕັດສິນ​ໃຈ​ໄປ​ເລາະ​ຂໍທານ​ອີກ​ເພື່ອ​ເກັບ​ເງິນ​ມາ​ສ້າງ​ຈົນ​ສຳ​ເລັດ. ​ເຈົ້າ​ໄດ້​ສ້າງ​ໂທດ​ກຳ​ອັນ​ສາ​ໂຫດ​ໄວ້​ໜັກ​ທີ່​ສຸດ ​ແຕ່​ອັດຕະມາ​ເປັນ​ນັກບວດ​ຈຶ່ງ​ອະ​ໄພ​ໂທດ​ໃຫ້​ແກ່ອອກ. ພະພຸດທະ​ເຈົ້າ​ສອນ​ໄວ້​ວ່າ: “ ຖ້າ​ຫາກ​ວ່າ​ເອົາ​ຄວາມ​ແຄ້ນ​ມາ​ດັບ​ຄວາມ​ແຄ້ນ ​ແລ້ວ​ເຫດ​ສັນ​ໃດ​ຄວາມ​ແຄ້ນ​ຈຶ່ງ​ຈະ​ດັບ​ມອດ​ລົງ​ໄດ້ ” ຄວາມ​ແຄ້ນ​ນັ້ນ​ໃຫ້​ມັນ​ຫາຍ​ໄປ​ດ້ວຍ​ການ​ອະ​ໄພ​ໂທດ.

      ​ໂຕ​ກູ​ເບະ ​ໄດ້​ຍິນ​ຄວາມ​ນີ້​ແລ້ວ​ກໍ່​ຄ່ອຍ​ຫຼຽວ​ໜ້າ​ມາ​ເບິ່ງ​ຜູ້​ເປັນ​ເຫື່ອ​ຂອງ​ຄວາມ​ສາມານ​ຂອງ​ເຂົາ​ແລ້ວ​ກໍ່​ຄ່ອຍໆ​ພຶມພຳ​ຄວາມ​ຮູ້​ບຸນ​ຄຸນ​ອອກ​ມາ​ຕໍ່​ຍາ​ທ່ານ.

      ອະ​ໂຫສີ​ກຳ​ໃຫ້​ຂ້າ​ພະພຸດທະ​ເຈົ້າ​ດ້ວຍ​ເຖີດ, ອອກ​ຕົນ​ໄດ້​ຜິດ​ໄປ​ແລ້ວ ​ໄດ້​ເຈດ​ຕະນາ​ຂ້າ​ຍາ​ທ່ານ ​ເພື່ອ​ກອບ​ໂກຍ​ເອົາ​ເງິນ ອັນ​ເປັນ​ເພາະ​ຄວາມທຸກ​ຍາກ​ລຳ​ເຄັນ​ຂອງ​ອອກ​ນີ້​ເອງ ​ແລ້ວ​ຈຶ່ງ​ພາ​ໃຫ້​ອອກ​ເກີດ​ມີ​ຄວາມ​ໂຫດ​ຫ້ຽມກໍ່​ບາບກຳ​ອັນ​ມະຫາສານ​.

      ​ແມ່ນ​ແລ້ວ - ຄົນ​ເຮົາ​ເກີດ​ມາ ພ້ອມ​ກັບ​ຫົວ​ໃຈ​ທີ່​ບໍລິສຸດ​ໝົດ​ທຸກ​ຄົນ ​ແຕ່​ວ່າ​ຊີວິດ​ສ້າງ​ຄວາມ​ເບື່ອ​ເມົາ​ໃຫ້​ແກ່​ມັນ. ຄວາມທຸກ​ຈົນ​ເປັນ​ທີ່​ປຶກສາ​ຄວາມ​ຊົ່ວ​ຊ້າ​ທີ່​ສຸດ, ມັນ​ຈຳ​ໃຫ້​ຄົນ​ຈົນ​ກະທຳ​ໄປ​ທາງ​ທີ່​ອັບປະມຸງຄຸນ ​ເຊິ່ງພາຍຫຼັງ​ມາ​ກໍ່​ຮູ້ສຶກ​ກິນ​ແໜງ​ແຄງ​ໃຈ.

      ດຽວ​ນີ້ ຂ້ານ້ອຍ​ຮູ້ສຶກ​ທຸກ​ໂສກ​ດ້ວຍ​ຄວາມ​ກິນ​ແໜງ. ຂໍ​ໃຫ້​ຂ້ານ້ອຍ​ໄດ້​ລ້າງບາບ​ກຳ​ຂອງ​ຂ້າ ນ້ອຍ​ດ້ວຍ​ການ​ມອບ​ເງິນ​ຄືນ​ໃຫ້​ຍາ​ທ່ານ​ທົບ​ເທົ່າ​ດ້ວຍ.

      ບໍ່ຈຳ​ເປັນ​ເລີຍ​ອອກ​ເຮີຍ - ອັດຕະມາ​ບໍ່​ຕ້ອງການ​ມັນ​ອີກ​ແລ້ວ ພະພຸດທະ​ເຈົ້າ​ສ້າງ​ສຳ​ເລັດ​ຮຽບ ຮ້ອຍ​ແລ້ວ.

      ຂໍ​ໃຫ້​ຍາ​ທ່ານ​ຮັບ​ເອົາ​ມັນ​ໄປ ​ໃນ​ຖານະ​ທີ່​ເປັນ​ຂອງ​ທານ​ດ້ວຍ​ເຖີດ ​ເພື່ອ​ໃຫ້​ອອກ​ໄດ້​ຫາຍ​ຄວາມ​ກິນ​ແໜງ​ແຄງ​ໃຈ ​ແລະ ຄວາມທຸກ​ໂສກ ຫາກ​ວ່າ​ພະພຸດທະ​ຮູບ​ສ້າງ​ສຳ​ເລັດ​ແລ້ວ ກໍ່​ຂໍ​ໃຫ້​ຍາ​ທ່ານ​ເອົາ​ໄປ​ແຈ​ກ​ແກ່​ຄົນ​ທຸກ​ຍາກ​ດ້ວຍ.

      ຈາກ​ນັ້ນ​ພໍ່​ຄ້າ ​ໂຕ​ກູ​ເບະ ກໍ່​ມີ​ສຸຂະພາບ​ແຂງ​ແຮງ​ຂຶ້ນ ​ແລະ ມີ​ຄວາມ​ສະຫງົບ​ທາງ​ຈິດ​ໃຈ. ​ເຂົາ​ໄດ້​ປະພຶດ​ຕົນ​ເປັນ​ຄົນ​ດີ ມີ​ສິນ​ທຳ​ເພື່ອ​ແຜ່​ເອື້ອ​ອາລີ​ແກ່​ຄົນ​ທຸກ​ຈົນ. ບາງ​ຄັ້ງ​ຄາວ​ບາງ​ຜູ້​ຄົນ​ຍັງ​ໄດ້​ຍິນ​ລາວ​ພຶມພຳ​ອອກ​ມາ​ວ່າ: “ ນະ​ມຸ ອະມິ​ຕະ ພຸດ​ສຸ  ນະ​ມຸ ອະມິ​ຕະ ພຸດ​ສຸ ”.

 

ຕົວລະຄອນ     ເນື້ອໃນຫຍໍ້

 

 

Delicious Digg Fark Twitter