ຂຽນເມື່ອ: ຕ.ລ.. 19, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ກັບມາອີກແລ້ວເດີ້ພີ່ນ້ອງ ແລະ ໜູ່ເພື່ອນທີ່ໜ້າຮັກ ຈັງແມ່ນຄິດຮອດເດນໍບໍ່ໄດ້ມາເລົ່າຄວາມຊົງຈໍາທີ່ດີໃຫ້ຟັງເກືອບປີ ເພາະວ່າຫາຊິກັບມາປະເທດເຮົາ ແຕ່ກໍ່ຍັງບໍ່ລືມທີ່ຈະເອົາປະສົບການຄວາມຈິງມາເລົ່າ ເຊິ່ງຕໍ່ຈາກພາກທີ2 ຄັນໃຜຍັງບໍ່ທັນໄດ້ອ່ານ ພາກທີ1 ກັບພາກທີ2 ລະວັງບໍ່ເຂົ້າໃຈເດີ້.
ປາຕິໂທ ….. ມື້ນີ້ຄຶມາວຽກຫຼາຍແທ້! ຊິບໍ່ໄດ້ຕາຍຊໍ້າຫວານິ…. ນີ້ເປັນຄໍາຈົ່ມຂອງຂ້ອຍໃນມື້ນັ້ນທີ່ຍັງຢູ່ໃນຄວາມຊົງຈໍາຂອງຂ້ອຍຕະຫຼອດມາ, ໃນຕອນນັ້ນຂ້ອຍໄດ້ເຮັດວຽກ ແລະ ຮຽນໝັງສືໄປພ້ອມກັນ ທຸກມື້ມີແຕ່ຄໍາວ່າ: ເມື່ອຍ…..ຫຼັງຈາກກັບມາບ້ານແລ້ວຫາກໍຄິດພໍ້ວ່າ: ອ້າວບໍ່ແມ່ນ 5 ປີລະຫວານິ? ແຕ່ຕອນນັ້ນກໍ່ຖືວ່າເປັນລົມເປັນແລ້ງໄປແລ້ວຄືຊິບໍ່ມີດອກ, ມື້ໜຶ່ງທີ່ກໍາລັງເຮັດວຽກຈົນຫົວຟູ ກໍ່ມີໂທສະສັບດັງຂື້ນ ໃຈໝຶ່ງກໍ່ບໍ່ຍາກຮັບ ເພາະຢ້ານຖືກເຊີນອອກຈາກວຽກ ແຕ່ກໍ່ຕ້ອງໄດ້ຮັບເພາະວ່າລືມເຮັດລະບົບສັ່ນ . ຮະໂລ້...ນີ້ເປັນສຽງທີ່ມາຈາກປາຍສາຍ ຍັງງົງຢູ່ວ່າຮະໂລອີ່ຫັຍງຢູ່ຕັ້ງດົນນັ້ນ ກະຍ້ອນວ່າລາວເວົ້າພາສາລາວບໍ່ເປັນ ໂຕເອງພາສາອັງກິດກະພໍກະເທີນ ບໍພໍນາທີກໍ່ຕ້ອງວາງສາຍເພາະເວົ້າບໍ່ເຂົ້າພາສາກັນ.
ຈາກມື້ນັ້ນກໍ່ກາຍເປັນມື້ເລີ່ມຕົ້ນຂອງຄວາມເປັນມິດ ທີ່ເກີດຂື້ນໂດຍໃນຕໍາແໜ່ງ ຄູສອນພາສາ ແລະ ລູກສິດຜີບ້າ ເພາະວ່າການສື່ສານທີ່ເຂົ້າໃຈຖືກແດ່ ຜິດແດ່ ແຕ່ກໍ່ເປັນຈູດເລີ່ມຕົ້ນທີ່ເຮັດໃຫ້ ເຫັນວ່າ ພາສາອັງກິດທີ່ໃຊ້ໃນການເວົ້າສໍາຄັນ! ຈໍາເປັນຕ້ອງລົງທຶນໄປຮຽນພາສາຫ້ອງພິເສດ ຈັງແມ່ນແພງແຕ່ກໍ່ຕ້ອງໄດ້ຮຽນເພາະບໍ່ແມ່ນເພື່ອສື່ສານຢ່າງດຽວ ແຕ່ແມ່ນເພື່ອຄວາມຮູ້ຕິດຕົວທີ່ຍາວນານ ສະນັ້ນການທີ່ມີຄູສອນພິເສດທີ່ບໍ່ໄດ້ເສຍເງິນ ແລະ ບໍ່ເຫັນໜ້າກໍ່ຍັງດໍາເນີນຕໍ່ໄປ ກັບຊີວິດໃນເວລາໝຶ່ງທີ່ມີສິ່ງປ່ຽນແປງຫຼາກຫຼາຍ ເຮັດໃຫ້ເລີ່ມເຂົ້າໃຈ ແລະ ຮຽນຮູ້ຫຼາຍຂື້ນ.
ມາຮອດຕອນນີ້ກໍ່ຮູ້ແລ້ວວ່າ: ຮອດເວລາແລ້ວທີ່ຈະຕ້ອງເຫັນໜ້າກັນຈັກເທື່ອ……….
ຂຽນຮອດນີ້ລະເມື່ອຍຂະໜາດນັ່ງເລົ່າຈົນເຈັບຫັລງລະ ມື້ໜ້າຈະກັບມາເລົ່າຕໍ່
ພົບກັນໃນພາກທີ 4 ຕິດຕາມຕອນຕໍ່ໄປໄວໄວນີ້ ຊິມີເລື່ອງຕື່ນເຕັ້ນມາບອກ ຈຸບຈຸບ……..
ເມັດຝົນ……