
ຂຽນເມື່ອ: ມ.ສ.. 17, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)
ຕຳຫລວດໄລ່ຈັບໂຈນ...
ໂຈນແລ່ນເຂົ້າໄປໃນສາງເກັບເຄື່ອງໃຫຍ່ແຫ່ງໜື່ງ...
ຕຳຫລວດຍົດຮ້ອຍໂທຄົນໜື່ງ ສັ່ງລູກນ້ອງວ່າ
"ປິດທາງອອກໃຫ້ໝົດ...ຕ້ອງຈັບໂຕໃຫ້ໄດ້"
ເມື່ອເຂົ້າໄປຄົ້ນເບີ່ງແລ້ວ...ຊ້ຳພັດບໍ່ເຫັນຫຍັງເລີຍ...
ຕຳຫລວດຄົນນັ້ນຈື່ງຮ້າຍລູກນ້ອງ "ກູບອກສູປິດທາງອອກໃຫ້ໝົດແລ້ວ...
ມັນເປັນຫຍັງຈຶ່ງໜີໄປໄດ້"
"ທາງອອກປິດໝົດແລ້ວ! ແຕ່ແຕ່ບໍ່ໄດ້ປິດທາງເຂົ້າ ທ່ານ" ລູກນ້ອງຕອບ