ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າ ຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ “ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ  ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ
ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ “ ແມ້ໂຕເຮົາກໍເປັນ ສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ

ເຮົາຈະຂ້າຊ້າງເປັນ ອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ  ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວ ບອກເຣື່ອງນັ້ນ

 

------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າ “ ເປັນໄປບໍ່ໄດ້  ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍບອກ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ “ ຈິ້ງຈອກ ເອີ້ຍ ເຊີນຍ໌ແຜດສຽງເຖີດ

 

------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າ ກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດ ໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ

 
----“ ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ

ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ໃນສະມັຍນຶ່ງ ພຣະພຸທທະເຈົ້າປະທັບຢູ່ວັດເຊຕະວັນ ເມືອງສາວັຕຖີ ຊົງປຼາຣົພກັບ ພິກສຸຊື່ໂກກາລິກະ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ..

ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນພຣາຫ໌ມນ໌ ໃນຕະກູລອຸທິຈຈ໌ພຣາຫ໌ມນ໌ ເມື່ອຮຽນຈົບ ສິລປະທຸກຢ່າງ ຈາກເມືອງຕັກກະສິລາ ແລ້ວບວຊເປັນຣຶສີ ໄດ້ເປັນອາຈາຣຍ໌ ຜູ້ໃຫ້ໂອວາທແກ່ຣຶສີ ໕໐໐ ຕົນ

ໃນທີ່ນັ້ນ ມີຣຶສີເປັນໂຣຄຜອມເຫລືອງຜູ້ນຶ່ງ ມື້ນຶ່ງ ທ່ານກຳລັງນັ່ງຜ່າຝືນຢູ່ ໄດ້ມີຣຶສີເວົ້າຫຼາຍຜູ້ນຶ່ງ ເຂົ້າມານັ່ງໃກ້ໆ ແລ້ວເວົ້າວ່າ ທ່ານຈົງຟັນຢ່າງນີ້ ຈົງຟັນດຽວນີ້

ເຮັດໃຫ້ຣຶສີໂຣຄຜອມເຫລືອງຜູ້ນັ້ນໂກທ ແລ້ວກ່າວວ່າ ທ່ານບໍ່ແມ່ນອາຈາຣຍ໌ ສອນສິລປະກາຣຜ່າຟືນ ຂອງຂ້ານ້ອຍນ້າ ຈຶ່ງຟັນດາບົສນັ້ນ ເສັຽຊີວິຕດ້ວຍພ້າຜ່າຟືນ ນັ້ນເອງ

ແລະໃນທີ່ບໍ່ໄກຈາກທີ່ຢູ່ຂອງຣຶສີ ມີນົກກະທາໂຕນຶ່ງ ອາສັຍຢູ່ທີ່ຈອມປວກ ທຸກເຊົ້າທຸກແລງ ມັນຈະຂຶ້ນ ໄປຢືນຂັນສຽງດັງ ຢູ່ເທິ່ງຈອມປວກນັ້ນ ເປັນປະຈຳທຸກມື້ ເປັນເຫຕຸໃຫ້ນາຍພຼານຜູ້ນຶ່ງມາຈັບມັນໄປ ເປັນອາຫາຣ

ຣຶສີພຣະໂພທິສັຕວ໌ບໍ່ໄດ້ຍິນສຽງມັນຂັນຈຶ່ງຖາມຫມູ່ຣຶສີ ເມື່ອຮູ້ເຫຕຸກາຣນ໌ນັ້ນແລ້ວ ໄດ້ກ່າວຄາຖານີ້ຢູ່ ໃນກຸ່ມຫມູ່ຣຶສີວ່າ

ຄຳເວົ້າທີ່ດັງເກີນໄປ ຮຸນແຮງເກີນໄປ ແລະເວົ້າເກີນເວລາ ຍ່ອມຂ້າຄົນຜູ້ ບໍ່ມີປັນຍ໌ຍາເສັຽ ເຫມືອນສຽງຂ້ານົກກະທາ ເພາະຂັນດັງເກີນໄປ

ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ກາຣເວົ້າຫຼາຍບໍ່ດີ ຄວຣເວົ້າຕາມກາລະເທສະ ແລະເວົ້າແຕ່ ສິ່ງທີ່ດີໆ 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 9, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຮີຕສິບສອງ "ບຸນຍ໌ປະເພນີຕ່າງໆຕະຫຼອດປີຂອງລາວ"
 
ບຸນຍ໌ປະເພນີຕ່າງໆຂອງຊາວລາວເປັນບຸນຍ໌ປະເພນີທີກ່ຽວເນື່ອງກັບພຸທທະສາສນາ ເອິ້ນ ກັນວ່າຮີຕສິບສອງ
Ø ຮີຕ ຫມາຍເຖິງ ຈາຮີຕປະເພນີ
Ø ສິບສອງ ຫມາຍເຖິງ ເດືອນທັ້ງ 12 ເດືອນໃນຮອບນຶ່ງປີ
1. ເດືອນອ້າຍ: ບຸນຍ໌ເຂົ້າກັມມ໌
vຈັດຂຶ້ນຣະຫວ່າງ:ເດືອນທັນວາ ແມ່ນຢູ່ໃນຣະຫວ່າງຣຶດູຫນາວ
vພິທີກາຣຈັດບຸນຍ໌: ຈຸດປະສົງຄ໌ຂອງບຸນຍ໌ນີ້ເພື່ອໃຫ້ພຣະພິກສຸ ເຂົ້າພິທີກັມມ໌ປຼົງ ອາບັຕິດ້ວຍກາຣຢູ່ໃນເຂຕທີ່ຈຳກັດ ເພື່ອຊຳຣະຈິຕໃຈໃຫ້ສະອາດ
2. ເດືອນຍີ່:ບຸນຍ໌ຄູນລານເຂົ້າ
vຈັດຂຶ້ນຣະຫວ່າງ: ຫລັງຣຶດູເກັບກ່ຽວ
vພິທີກາຣຈັດບຸນຍ໌: ກ່ອນທີ່ຈະນຳເຂົ້າທີ່ຝາດແລ້ວໄປມ້ຽນໃນເຫຼົ້າເຂົ້າ ຈະມີກາຣເຮັດບຸນຍ໌ສູ່ຂວັນເຂົ້າ ມີກາຣນິມົນຕ໌ ພຣະພິກສຸ ມາສວດເປັນສິຮິມົງຄົລ ແລະເປັນນິມິຕຣ໌ຫມາຍທີ່ດີໃນປີຕໍ່ ໆໄປ ໃຫ້ເຮັດນາໄດ້ຜົລ ຍິ່ງໆ ຂຶ້ນໄປຯ
3. ເດືອນສາມ:ບຸນຍ໌ເຂົ້າຈີ່
vຈັດຂຶ້ນຣະຫວ່າງ: ຫລັງບຸນຍ໌ມາຄະບູຊາ
vພິທີກາຣຈັດບຸນຍ໌: ຊາວນາຈະນຳເຂົ້າຈີ່ ຫຼືເຂົ້າໜຽວທີ່ໜຶ້ງສຸກແລ້ວ ປັ້ນເປັນກ້ອນ ຊ່ຳໄຂ່ເປັດ ທາເກືອນຳ ໄປສຽບໄມ້ຢ້າງ ຈາກນັ້ນຕີໄຂ່ທາໃຫ້ທົ່ວ ແລ້ວຢ້າງຈົນໄຂ່ສຸກ ແລະຖອດໄມ້ສຽບອອກ ນຳນ້ຳຕາລອ້ອຍ ຍັດໃສ່ທາງກາງເປັນໃສ້ ແລ້ວນຳໄປຖະຫວາຍພຣະສົງຄ໌ ໃນຣະຫວ່າງທີ່ໝົດຣຶດູເຮັດນາແລ້ວ ເພື່ອເປັນກາຣເຮັດບຸນຍ໌
4. ເດືອນສີ່:ບຸນຍ໌ພຣະເວສ
vຈັດຂຶ້ນຣະຫວ່າງ: ເດືອນສີ່ຂ້າງຂຶ້ນຫຼືຂ້າງແຮມກໍໄດ້
vພິທີກາຣຈັດບຸນຍ໌: ບຸນຍ໌ພຣະເວສ ຫຼືບຸນຍ໌ມະຫາຊາຕິ ເຊັ່ນດຽວກັບບຸນຍ໌ຟັງເທສພຣະເວສສັນດອຣຊາດົກ ອັນເປັນຊາດົກທີ່ຍິ່ງໃຫຍ່ ຊາວບ້ານຈະຊ່ວຍກັນຕົກແຕ່ງປະດັບປະດາສາລາໂຮງທັມມ໌ດ້ວຍດອກໄມ້ ໃຊ້ດອກບົວປະດັບທັມມ໌ມາສນ໌ ມີກາຣຈັດຂະບວນແຫ່ພຣະເວສສັນດອຣ ແລະນາງມັທທຼີ ຫຼື ມັດຊີີອອກຈາກປ່າ ເຂົ້າໃນເມືອງໄປສິ້ນສຸດທີ່ພຣະອຸໂບສົຖ ມີກາຣເທສນ໌ມະຫາເວສສັນດອຣຕະຫຼອດວັນ
 
 
5. ເດືອນຫ້າ:ບຸນຍ໌ສົງກຼານຕ໌
vຈັດຂຶ້ນຣະຫວ່າງ: ກຼຸສ ອ່ານ ກຸດສົງກຼານຕ໌
vພິທີກາຣຈັດບຸນຍ໌: ນັບເປັນບຸນຍ໌ທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຫຼາຍທີ່ສຸດ ແລະຍັງຖືເປັນມື້ປີໃຫມ່ຂອງລາວເຊັ່ນດຽວກັບຂອງໄທຍ໌ ແລະ ຂະເມຣ
ມື້ທຳອິດຂອງບຸນຍ໌ເອິ້ນວ່າ ມື້ສັງຂາຣລ່ອງຊາວຫລວງພຣະບາງຈະໄປຈັບຈ່າຍຊື້ຂອງແລະທງຕົກແຕ່ງຂັດສີພຣະພຸທທະຮູປ ປະດັບປະດາຫິ້ງພຣະ ແລະບ່ອນສົງພຣະ ປັກກອງເຈດີຍ໌ຊາຍຮິມແມ່ນ້ຳຂອງ ຄ່ຳມາມີກາຣລອຍກະທົງ ພາຍໃນກະທົງບັຣຈຸຸກ້ວຍ ຂິງ ເຂົ້າດຳ ເຂົ້າແດງ ດອກໄມ້ ໃບພລູ ທູປ ທຽນ ດອກດາວເຮືອງ ຜົມແລະເລັບຂອງຜູ້ລອຍ ອະທິສຖານໃຫ້ທຸກຂ໌ ໂສກ ໂຣຄພັຍ ລອຍໄປກັບກະທົງ
ມື້ທີ່ສອງ ເອິ້ນວ່າ ມື້ເນົາຕອນເຊົ້າມີກາຣແຫ່ຮູປຫຸ່ນເຊີດປູ່ເຍີຍ່າເຍີ ແລະສິງຫ໌ແກ້ວ ສິງຫ໌ຄຳຕອນບ່າຍຂະບວນແຫ່ເຊິ່ງນຳໂດຍປູ່ເຍີຍ່າເຍີ ຜູ້ເຖົ້າຜູ້ແກ່ ນາຍບ້ານແຕ່ລະຫມູ່ບ້ານຂະບວນພຣະສົງຄ໌ ນາງສົງກຼານຕ໌ (ນາງວໍ) ຂີ່ສັຕວ໌ພາຫະນະເທິ່ງຣົຖແຫ່ປູ່ເຍີຍ່າເຍີກໍຈະຟ້ອນຣຳ ອວຍພຣະໃຫ້ລູກຫລານ
ມື້ທີ່ສາມ ເອິ້ນວ່າ ມື້ສັງຂາຣຂຶ້ນຊາວຫລວງພຣະບາງໜຶ້ງເຂົ້າໜຽວ ແລະນົມລູກກວາດ ພາກັນຍ່າງຂຶ້ນພູສີພູເຂົາສູງກາງເມືອງຫລວງພຣະບາງ ຂະນະທີ່ຍ່າງໄປຈະວາງເຂົ້າໜຽວແລະຂະນົມໄວ້ຕາມຫົວເສົາຂັ້ນໃດ ຈົນເຖິງອົງຄ໌ພຣະທາຕຸວິທີກາຣນີ້ເອິ້ນວ່າເປັນກາຣຕັກບາຕຣ໌ພູສີມີກາຣໂຍນເຂົ້າໜຽວລົງປ່າຂ້າງອົງຄ໌ພຣະທາຕຸເປັນກາຣໃຫ້ທານຕອນບ່າຍມີຂະບວນແຫ່ນາງສັງຂາຣແລະອັນຍ໌ເຊີນຍ໌ຫົວທ້າວກະບິລພົຣຫ໌ມຈາກວັດຊຽງທອງໄປຍັງວັດວິຊຸນມີກາຣສຼົງນ້ຳ(ຫົດນ້ຳພຣະ)ພຣະທີ່ວັດວິຊຸນ
ມື້ທີ່ສີ່ນັບເປັນມື້ສຳຄັນຍ໌ອີກມື້ນຶ່ງມີກາຣແຫ່ພຣະບາງ ພຣະພຸທທະຮູປ ຄູ່ເມືອງຫລວງພຣະບາງປີນຶ່ງຈະອັນຍ໌ເຊີນຍ໌ອອກມາໃຫ້ຊາວເມືອງສຼົງນ້ຳພຣະບາງນີ້ຈະປະດິສຖານຢູ່ທີ່ວັດໃຫມ່ເປັນເວລາ 3 ມື້ 3 ຄືນຈາກນັ້ນຈະອັນຍ໌ເຊີນຍ໌ກັບຫໍພິພິທະພັນທເຕີມເດີມຯ
6. ເດືອນຫົກ: ບຸນຍ໌ບັ້ງໄຟ
vຈັດຂຶ້ນຣະຫວ່າງ: ເດືອນຫົກກ່ອນຣຶດູກາລເຮັດນາມາເຖິງ ຍ່າງເຂົ້າຣຶດູຝົນ
vພິທີກາຣຈັດບຸນຍ໌: ຈຸດປະສົງຄ໌ເພື່ອບູຊາຫລັກເມືອງ ແລະຂໍໃຫ້ຝົນຕົກ ຕ້ອງຕາມຣຶດູກາລ ປີໃດທີ່ບໍ່ມີກາຣເຮັດບຸນຍ໌ບັ້ງໄຟ ເຊື່ອວ່າປີນັ້ນຈະເກີດເພທພັຍຕ່າງໆ ແລະເປັນສັນຍ໌ຍານວ່າ ຣຶດູກາຣເຮັດນາຈະເຣິ່ມຕົ້ນແລ້ວ ນັບເປັນບຸນຍ໌ທີ່ເຮັດກັນມາແຕ່ໂບຮານ
7. ເດືອນເຈັດ:ບຸນຍ໌ຊຳຮະ
vຈັດຂຶ້ນຣະຫວ່າງ: ເດືອນເຈັດ
vພິທີກາຣຈັດບຸນຍ໌: ບຸນຍ໌ນ້ອຍໆ ແຕ່ສຳຄັນຍ໌ ຈຸດປະສົງຄ໌ເພື່ອເປັນກາຣຊຳລະລ້າງສະໜຽດຈັນຍ໌ໄຣ ທີ່ຈະເກີດກັບບ້ານເມືອງ ເພື່ອໃຫ້ບ້ານເມືອງມີຄວາມສະຫງົບສຸຂ
8. ເດືອນແປດ:ບຸນຍ໌ເຂົ້າພັຣສາ
vຈັດຂຶ້ນຣະຫວ່າງ: ມື້ຂຶ້ນ 15 ຄ່ຳ ເດືອນ 8
vພິທີກາຣຈັດບຸນຍ໌: ເປັນກາຣເຣິ່ມຕົ້ນຣຶດູເຂົ້າພັຣສາເຫມືອນຊາວໄທຍ໌ ພະມ່າ ແລະ ຂະເມຣ ພຣະສົງຄ໌ຈະຫຢຸດອອກບິນທະບາຕຣ໌ເປັນເວລາ 3 ເດືອນຕາມ ພຸທທະບັນຍ໌ຍັຕິ ອ່ານວ່າ "ບັນ-ຍັດ ຫຼື ບັນ-ຍັດ-ຕິ " ນັບແຕ່ມື້ເຂົ້າພັຣສາເປັນຕົ້ນໄປ ໃນມື້ທຳອິດນີ້ຈະມີກາຣເຮັດບຸນຍ໌ກັນທີ່ວັດຕ່າງໆ
9. ເດືອນເກົ້າ:ບຸນຍ໌ຫໍ່ເຂົ້າປະດັບດິນ ກາຣສ່ວງເຮືອ ແລະກາຣລ່ອງເຮືອໄຟ
vຈັດຂຶ້ນຣະຫວ່າງ: ເດືອນເກົ້າ
vພິທີກາຣຈັດບຸນຍ໌: ບຸນຍ໌ຫໍ່ເຂົ້າປະດັບດິນ ເປັນກາຣທຳພິທີກັມມ໌ອຸທິສສ່ວນກຸສົລໃຫ້ກັບວິຍານບັຣພະບຸຣຸສ ແລະວິນຍ໌ຍານທີ່ບໍ່ມີຍາຕິພີ່ນ້ອງ ໃຫ້ອອກມາຮັບສ່ວນບຸນຍ໌ ຊາວບ້ານຈະນຳອາຫາຣຫວານຄາວ ຢາ ຫມາກ ພລູ ໃສ່ລົງໃນກວຍໃບຕອງໄປວາງຕາມພື້ນດິນຫຼືໃຕ້ຕົ້ນໄມ້ບໍຣິເວນຮົ້ວບ້ານ ຮົ້ວວັດ
vເປັນບຸນຍ໌ແຂ່ງເຮືອປະຈຳເດືອນເກົ້າ ທຸກຄຸ້ມ (ຫມູ່ບ້ານ) ຈະນຳເຮືອເຂົ້າແຂ່ງຂັນ ໃນອະດີຕກາຣແຂ່ງເຮືອຖືເປັນກາຣຝຶກຊ້ອມຝີພາຍເພື່ອຕໍ່ສູ້ຂ້າສຶກທີ່ມາທາງນ້ຳ ປັຈຈຸບັນນັບເປັນບຸນຍ໌ທີ່ສະນຸກສະໜານບຸນຍ໌ນຶ່ງຂອງຊາວຫລວງພຣະບາງ ແລະຊາວນະຄອຣຫລວງວຽງຈັນທຣ໌
10. ເດືອນສິບ: ບຸນຍ໌ເຂົ້າສາກ
vຈັດຂຶ້ນຣະຫວ່າງ: ມື້ຂຶ້ນ 15 ຄ່ຳ ເດືອນ 10
vພິທີກາຣຈັດບຸນຍ໌: ຈຸດປະສົງຄ໌ຂອງກາຣຈັດບຸນຍ໌ເພື່ອອຸທິສສ່ວນກຸສົລໃຫ້ຄົນຕາຍຫຼືເປຼຕ ຫ່າງຈາກມື້ບຸນຍ໌ເຂົ້າປະດັບດິນ 15 ມື້ ອັນເປັນເວລາທີ່ເປຼຕຕ້ອງກັບໄປຍັງທີ່ຢູ່ຂອງຕົນ
11. ເດືອນສິບເອັດ: ບຸນຍ໌ອອກພັຣສາ
vຈັດຂຶ້ນຣະຫວ່າງ: ມື້ຂຶ້ນ 15 ຄ່ຳ ເດືອນ 11
vພິທີກາຣຈັດບຸນຍ໌: ເປັນບຸນຍ໌ຕັກບາຕຣ໌ເທໂວ ມີກາຣຈັດອາຫາຣໄປຖະຫວາຍພຣະພິກສຸສາມເນຣ ມີກາຣກວນເຂົ້າທິພຍ໌ (ເຂົ້າພະຍາສາທ) ຖະຫວາຍ ມີກາຣຖະຫວາຍຜ້າຈຳນຳພັຣສາ (ຜ້າອາບນ້ຳ ຫຼື ຄ້າຍກັບຜ້າຂະມ້າ ແຕ່ເປັນສີຂາວ) ແລະປຼາສາທເຜິ້ງ ໂດຍກາຣນຳໄມ້ໄຜ່ມາສານ ເປັນຮູປປຼາສາທ ຕົກແຕ່ງສວຍງາມ ຈັດຂະບວນແຫ່ປຼາສາທເຜິ້ງ ໄປຖະຫວາຍພຣະໃນຕອນຄ່ຳ ເພື່ອອຸທິສສ່ວນກຸສົລໃຫ້ຜູ້ລ່ວງລັບ
12. ເດືອນສິບສອງ: ບຸນຍ໌ກະຖິນ
v ຈັດຂຶ້ນຣະຫວ່າງ: ແຮມ 1 ຄ່ຳ ເດືອນ 11 – ເດືອນເພັນຍ໌ ເດືອນ 12
v ພິທີກາຣຈັດບຸນຍ໌: ເປັນກາຣຖະຫວາຍຜ້າແດ່ພຣະສົງຄ໌ ທີ່ຈຳພັຣສາມາຕະຫຼອດຕອນເຂົ້າພັຣສາ ນັບເປັນບຸນຍ໌ທີ່ເຮັດກັນມາແຕ່ໂບຮານ
 
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

 ແດ່ຜູ້ທີ່ຕິດເຊື້ອໂຣກເອດ
 
ຮຽມໄດ້ຮັບຂ່າວຂໍ້................ທີ່ໂຍມສົ່ງສານເຖິງ
ໄດ້ໄຖ່ຖາມມາຫາ.................ບອກຈາຄວາມຕ້ານ
ຂໍໃຫ້ໄຂຄວາມເວົ້າ................ສອນທັມອັນປະເສີດ
ແກ່ພວກໝູ່ຂ້ານ້ອຍ...............ຜູ້ຕິດໄພພະຍາດຮ້າຍພໍໄດ້ເພິ່ງພາແດ່ທ້ອນ.


ພະຍາດທີ່ວ່ານັ້ນ................ຄືໂລກເອຈໄອວີ
ເປັນທີ່ເວທະນາອຸກ...............ອັ່ງມະໂນສຸດແຄ້ນ
ຄອຍແຕ່ຄອງວັນມື້...............ລໍເວລາມັດຈຸລາດ (ຕາຍ)
ມັນຈະມາຢ່ວງຢື້.................ໃຫ້ຊີວັງມອດມ້ວຍກັບບ້ານບໍ່ຕ່າວຄືນ.

ອາຕະມາຂໍເປັນຜູ້ໃຫ້.............ບິແບ່ງກຳລັງໃຈ
ຂໍໃຫ້ໂຍມແຂງແຮງ...............ແກ່ນກຳລັງໃຈກ້າ
ເຖິງແມ່ນໂຣຄາຮ້າຍ...............ມາທຳລາຍບັງບຽດ
ຝຶກຈິດໃຈຕໍ່ສູ້...................ຢ່າພອຍທໍ້ອ່ອນແອ.

ຊີວິດເຫລືອມື້ນີ້.................ໃຫ້ສ້າງສິ່ງແຕ່ແນວດີ
ໂອກາດເຮົາຍັງມີເຫລືອ............ເພື່ອສ້າງສົມກຸສົນໄວ້
ຢູ່ໄດ້ຫລາຍວັນມື້................ຫລາຍປີບໍ່ໄປງ່າຍ
ຍັງດີກວ່າໂລກໄຕວາຍ.............ໂລກມະເຮັງອີກຊ້ຳໃຫ້ຈຳໄວ້ໃສ່ໃຈ.

ສິ່ງທີ່ເຮົາຍັງເຮັດໄດ້..............ໃຫ້ຮີບເຮັ່ງຂົນຂວາຍ
ຄືທານສີນພາວະນາ..............ແລະຊ່ວຍເຫລືອຊາວບ້ານ
ງານອາສາສະໝັກເນັ້ນ............ພ່ຳເພັງຕົນຊົດຊ່ວຍ
ຜົນບຸນນີ້ສົ່ງອຳນວຍ..............ແມ່ນຊິຕາຍກໍບໍ່ຢ້ານໃຫ້ເຮົາພ້ອມຢູ່ສູ່ຍາມ.

ຢ່າໄດ້ຄິດຕ່ຳຕ້ອຍ..............ຄ້ອຍຫງ່ຽງໃນຄວາມດີ
ໃຜຊິນິນທາຂວັນ...............ຫຍຽບຫຍາມຊາມຮ້າຍ
ເຂົາຜູ້ນິນທານັ້ນ...............ບໍ່ນານວັນກໍຈອນຈາກ
ອາຍຸບໍ່ຮອດຮ້ອຍ...............ຊິຕາຍຈ້ອຍດັ່ງດຽວແທ້ນາ.

ສຳຄັນເຈົ້າຢ່າໄດ້................ຜາຍແຜ່ໂຣຄາ
ຢ່າຮັບມາມີເສີມ................ເພີ່ມພິດແຮງຮຸນຮ້າຍ
ມີແຕ່ຫວນຫາສ້າງ...............ຄວາມດີປຸນແຕ່ງ
ແຮງບຸນເຮົາຊິສົ່ງໃຫ້..............ອະທິດຖານໃຈທ່ຽງໝັ້ນ
..........................
ເກີດໄປພາຍພາກໜ້າ
..........................
ຊື່ວ່າໂຣຄາພະຍາດຮ້າຍໃຫ້ໃກ້ເວັ້ນຢ່າແວ່ວຽນ ເຈົ້າທ້ອນ.


ຜູ້ຕິດເຊື້ອ HIV/AIDs ນັບວ່າເປັນຜູ້ເຄາະຮ້າຍໃນສັງຄົມ ຖ້າຫາກວ່າ ຕັ້ງສະຕິບໍ່ຢູ່ ກໍອາດເຖິງກັບວ່າຕ້ອງທຳຮ້າຍຕົນເອງ. ແຕ່ຖ້າມີສະຕິດີກໍຈະມີໂອກາດພິຈາລະນາເຫັນຄຸນຄ່າຂອງຊີວິດທີ່ເຫລືອຢູ່ ແລ້ວທຸ່ມເທທັງກາຍແລະໃຈເພື່ອເຮັດວຽກໃຫ້ສັງຄົມສືບຕໍ່ໄປ. ສຳຄັນແມ່ນໃຫ້ໝັ່ນອອກກຳລັງກາຍ ພັກຜ່ອນໃຫ້ພຽງພໍກິນອາຫານດີໆ ໝັ່ນເຂົ້າວັດຟັງທັມ ສ້າງບຸນກຸສົນໃຫ້ຫລາຍຂື້ນຖ້າເປັນໄປໄດ້ໃຫ້ຮຽນຮູ້ການຝຶກອົບຮົມສະມາທິ ແລ້ວນຳເອົາໄປປະຕິບັດ ຮັບຮອງວ່າຈະຢູ່ອີກນານແລະບໍ່ຢ້ານຢ່ອນຕໍ່ຄວາມຕາຍ.

ຈົ່ງພິຈາລະນາວ່າໂຣຄາພະຍາດທີ່ຮ້າຍແຮງກວ່າໂຣຄເອສນັ້ນຍັງມີຫລາຍ ທີ່ຈະພາກຊີວິດເຮົາ ເຊັ່ນ ມະເຮັງ, ໂຣຄຕັບ... ເຖິງແມ່ນວ່າໂຣຄາພະຍາດໃດກໍຕາມ ບໍ່ມີໃຜຈະປາດຖະໜາໃຫ້ເກີດມີແກ່ຕົນ.ແຕ່ຄົນເຮົາເກີດມາຫາຍາກທີ່ຈະຫລີກລຽງໄດ້ ເພາະທຸກໆຊີວິດຈະຕ້ອງປະເຊີນໜ້າກັບສິ່ງທີ່ເປັນອະນິດຈັງ ຄືຄວາມບໍ່ທ່ຽງ ແທ້ແນ່ນອນ ນັ້ນຄື ຄວາມເກີດຄວາມເຖົ້າແກ່ຊະຣາ ຄວາມເຈັບ ແລະຄວາມຕາຍ ຕ່າງແຕ່ວ່າໃຜຈະໄປກ່ອນໄປລຸນເທົ່ານັ້ນ.

ຖ້າເອົາຫລັກທັມ ທີ່ເປັນມໍຣະນານຸສສະຕິຄືການລະນຶກເຖິງຄວາມຕາຍມາເປັນອາລົມ ຈົນເກີດຄວາມສັງເວດ ເຫັນຄວາມເປັນຈິງແຫ່ງຊີວິດບາງທີອາດຈະເຮັດໃຫ້ເຮົາປົດປົງແລະປ່ອຍວາງ ນຳພາຈິດໃຈໃຫ້ເຂົ້າເຖິງຄວາມສະຫງົບກໍເປັນໄດ້ນີ້ຄື ວິທີປະຕິບັດກັມມະຖານອີກແບບໜຶ່ງດ້ວຍການພິຈາລະເຫັນຄວາມຕາຍເປັນອາລົມ.

ໃນອະດີດຕະການເມື່ອພຣະພຸດທະອົງຍັງຊົງພະຊົນຢູ່ ມີພຣະສົງຫລາຍອົງໄດ້ບັນລຸທັມຕອນທີ່ໃກ້ຈະສີ້ນລົມໂດຍສະເພາະເລື່ອງທີ່ເສືອກຳລັງກັດພຣະສົງທີ່ກຳລັງນັ່ງສະມາທິ ເປັນຕົ້ນເພິ່ນໄດ້ພິຈາລະນາທັມຕອນທີ່ເສືອຂົບແຫ້ນກິນຢູ່ນັ້ນຈົນໄດ້ເປັນພຣະອະຣະຫັນກ່ອນສິ້ນລົມຫາຍໃຈ.

ເຮົາກໍເຊັ່ນດຽວກັນຍັງໂຊກດີທີ່ຍັງມີໂອກາດໄດ້ຫາຍໃຈຢູ່ອີກຫລາຍມື້ ແລະມີເວລາສ້າງຄວາມດີອີກຕໍ່ໄປແລະເມື່ອຄວາມດີພ້ອມແລ້ວ ເຖິງຈະຕາຍເມື່ອໃດ ກໍຢ່າໄດ້ເສຍດາຍຊີວິດເພາະມີບຸນກຸສົນເປັນທີ່ຮອງຮັບການເກີດໄປໃນພົບພູມຂ້າງໜ້າແລ້ວ.

ຈົ່ງຢູ່ດ້ວຍຄວາມບໍ່ປະໝາດຜູ້ພຽບພ້ອມດ້ວຍຄວາມບໍ່ປະໝາດເປັນຜູ້ບໍ່ຕາຍ
ຜູ້ທີ່ປະໝາດຢູ່ເຖິງຮ່າງກາຍຍັງຍ່າງໄປມາໄດ້ ກໍຊື່ວ່າຕາຍ ຄືຕາຍຈາກຄຸນຄວາມດີ.

ຊີວິດທີ່ຍັງເຫລືອຍັງມີຄ່າມະຫາສານ ເພື່ອຈະສ້າງຄວາມດີໄດ້ອີກ.
ທ່ານທັງຫຼາຍທີ່ມີຄວາມສ່ຽງຕໍ່ສັງຄົມບໍ່ຄວນໄປສ່ຽງ ຄວນມີສະຕິລະວັງຕົວຢູ່ສະເໝີ ຄວນປ້ອງກັນໄວ້ກ່ອນ ແລະບໍ່ຄວນປະມາດກັບມັນຢ່າງເດັດຂາດ ຖ້າຫາກທ່ານຕິດແລ້ວທ່ານເສຍໃຈໄປຕະຫຼອດຊີ ວິດ.
ດ້ວນຄວາມ ປາຖະໜາດີ.
 
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

ການນົບໄຫວ້ ເປັນຄຸນສົມບັດມາລະຍາດຂອງຄົນລາວເຮົາແຕ່ໃດມາ. ການໄຫວ້ເປັນການສະແດງເຖິງຄວາມເຄົາລົບ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມເປັນມິດຕະພາບທີ່ດີງາມບົ່ງບອກເຖິງອາຣະຍະທັມອັນລ້ຳຄ່າທາງວັດທະນະທັມ. ຕາມປົກກະຕິຜູ້ໄຫວ້ຍ່ອມຈະໄດ້ຮັບການໄຫວ້ຕອບ ເໝືອນດັ່ງພຸດທະພົດທີ່ວ່າວັນທະໂກປະຕິວັນທະນັງ.ການໄຫວ້ລະຫວ່າງຄົນຮຸ່ນລາວຄາວດຽວກັນ ກໍບົ່ງບອກເຖິງມິດຕະພາບ, ລະຫວ່າງຜູ້ນ້ອຍກັບຜູ່ໃຫຍ່ ກໍບົ່ງບອກເຖິງຄວາມອ່ອນນ້ອມ ບໍ່ຖືໂຕ. ການໄຫວ້ເປັນສິ່ງບໍ່ເສັຍຫາຍ ສາມາດດຶງດູດໃຈ ຜູກໃຈແກ່ຜູ້ທັກທາຍແລະພົບເຫັນເປັນວັດທະນະທັມການທັກທາຍທີ່ຄວນຮັກສາໄວ້.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຄວາມຮັກທີ່ບໍໍ່ເປັນທຸກ

ຜູ້ສູງອາຍຸກວ່າໄວ້ວ່າ: ຜູ້ຍິງບາງທ່ານປຽບເໝືອນສຸນັກທີ່ຊື່ສັດຕໍ່ເຈົ້າຂອງ... ຜູ້ຊາຍບາງທ່ານປຽບ

ເໝືອນແມວທີ່ຊື່ສັດຕໍ່ເຈົ້າຂອງແຕ່ບໍ່ມັກດີ... ມັກຈະຕິດກັບສະພາບແວດລ້ອມຄື: ການງານ ການເງິນ ສັງຄົມ ແລະສຸນັກກັບແມວຢູ່ກັນໃຫ້ລົງໂຕໄດ້ນັ້ນ ຄົງຈະບໍ່ງ່າຍ. ສະນັ້ນຄົນບາງກຸ່ມຈິ່ງບໍ່ຄ່ອຍສັດທາຄຄວາມຮັກຂອງໜຸ່ມສາວ ສ່ນໃຫຍ່ມັກບໍ່ຄ່ອຍຢັ້ນຍືນ ເພາະເປັນການຮັກເພື່ອຕົນເອງ, ຮັກເພື່ອຕື່ມໃຫ້ເຕັມຊ່ອງວ່າງຂອງຄວາມຮັກ, ຮັກເພື່ອໜ້າຕາໃນສັງຄົມ ແລະຮັກເພາະຈຳເປັນຕ້ອງຮັກ... ສັງຄົມປັດຈຸບັນມັກມີຄ່ານິຍົມວ່າ ຊີວິດຈະໃຫ້ສົມບູນ... ກໍ່ຕໍ່ເມື່ອໄດ້ແຕ່ງງານ ແຕ່ກັບບໍ່ໃຫ້ຄວາມສຳຄັນຈຸດມຸ້ງໝາຍທີ່ແທ້ຈິງຂອງການເກີດເທົ່າໃດ...ນີ້ຄົງຈະເປັນເຫດຜົນໜື່ງມະນຸດຈິ່ງກັບມາວົນວຽນເກີດບໍ່ຮູ້ຈັກຈົບສີ້ນ ອັນທີ່ຈິງແລ້ວຄວາມຮັກ ຖ້າຈະຮັກເພື່ອການຄາດຫວັງ ຮັກເພື່ອສິ່ງຕອບແທນ ຮັກເພື່ອເປັນເຈົ້າຂອງ ລອງປ່ຽນຮັກມາເປັນແບບ ພຣົມວິຫາຣສີ່ ເຊັ່ນ: ຮັກລະຫວ່າງພໍ່ແມ່ລູກ ອ້າຍເອື້ອຍນ້ອງ ນາຍຈ້າງກັບລູກຈ້າງ ເພື່ອນຕໍ່ເພື່ອນ ແລະຄູ່ຮັກ...ຖ້າປະກອບໄປດ້ວຍ ເມດຕາ ກະຣຸນາ ມຸທິຕາ ອຸເປກຂາ ຈະເປັນຄວາມຮັກທີ່ໃສສະອາດ ທັງຜູ້ຮັກ ແລະຜູ້ຖືກຮັກ ກໍ່ຈະບໍ່ເປັນທຸກ ແລະໂລກຂອງເຮົາຈະຫງອກງານກວ່າທີ່ເປັນ...ສຳລັບຄົນທີ່ຫຼີກລຽງຄູ່ຊີວິດບໍ່ໄດ້ຈິງໆ ຜູ້ສູງອາຍຸສອນວ່າ: ໃຫ້ຫາຄູ່ທີ່ດີ ໃຫ້ຄົນນັ້ນມີ ສິນ ທານ ພາວະນາ ສະເໝີກັນກັບເຮົາ ໃຫ້ອະໄພຍະທານແກ່ກັນແລະກັນໃນຍາມວິກິດ ໃຫ້ກຽດຕາມຖານະຂອງຄວາມເປັນຊາຍຍິງ ພ້ອມພຽງກັນທຳບຸນປະຕິບັດທຳ ແລະພ້ອມພຽງກັນສ້າງສາພັດທະນາຄອບຄົວຈິ່ງຈະໄດ້ຊື່ວ່າ: ຄູ່ບຸນ ຫຼື ຄູ່ສ້າງ ຄູ່ສົມ. ບໍ່ແມ່ນ ຄູ່ບາບ ຫຼື ຄູ່ເວນ ທີ່ໄດ້ເຫັນຢູ່ທົ່ວໄປ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                   ບຸນຄຸນ​ຂອງ​ພໍ່-​ແມ່

ບຸນຄຸນ​ຂອງ​​ແມ່​ນີ້                         ມີ​ມາກ​ຍິ່ງ​ໜັກ​ໜາ

ບໍ່​ອາດ​ພັນ​ລະນາ                         ສູ່​ຟັງ​ໃຫ້​ໝົດ​ໄດ້

​ແມ່​ມີ​ໃຈ​ພຽງ​ລ້ຽງ                         ຢູ່​ໃນ​ຄັນ​ຈົນ​ທ້ອງ​ໃຫຍ່

ນັບ​ເກົ້າ​ເດືອນ​ລ່ວງ​ໄດ້                     ​ເຮົາ​ຈິ່ງ​ໄດ້​ເກີດ​ມາ

​ເມື່ອ​ເຮົາ​ພຸ້ນ​ຈາກ​ທ້ອງ                     ​ແມ່​ເປັນ​ຫ່ວງ​ຫຼາຍ​ທີ່​ສຸດ​

ຂໍ​ໃຫ້​ເປັນ​ບຸດ​ຂອງ​ເຮົາ                     ຈົ່ງ​ປອດ​ໄພ​ໄດ້​ເປັນ​ເຫັນ​ໜ້າ

ຄອຍ​ປ້ອນ​ນົມ​ປ້ອນ​ເຂົ້າ                    ຂອງ​ກິນ​ຜິດ​ແມ່​ກໍ​ຢ່າ

ກຽມ​ຢູກຢາ​ເຄື່ອງ​ໜີ້​ນ                     ຂ​ອງຕ້ອນ​ເຄື່ອງນຸ່ງ​ງາມ

ຍາມ​ລູກ​​ໄຫ້​ແມ່​ກໍ​ໄຫ້                      ດ້ວຍ​ໃຈ​ຫ່ວງ​ອາ​ໄລ​ຫາ

ຍາມລູກຫົວ​ເຮ​ຮາ                        ​ແມ່​ກໍ​ເຮ​ຮາ​ດ້ວຍ

ລູກ​ຖືກ​ເຂົາ​ຕີ​ຂ້າ                         ​ແມ່​ຟ້າວ​ມາ​ປັດ​ປ້ອງ​ຊ່ວຍ

ຍາມ​ລູກ​ປ່ວຍ​ແມ່​ກໍ​ເຝົ້າ                    ອາ​ໄລ​ເຈົ້າ​ບໍ່​ຫ່ວງ​ກິນ

ອົໍບຮົມ​ນິດ​ໄສ​ໃຫ້                         ຕັ້ງ​ແຕ່​ອ່ອນ​ເຍົາ​ໄວ

​ໃຫ້​ມີ​ໃຈ​ອົດທົນ                          ຕໍ່​ການ​ງານ​ບໍ່​ສູນ​ສີ້​ນ

ສອນ​ວຽກ​ການ​ງານ​ໃຫ້                     ໜັກ​ຫຼື​ເບົາ​ບໍ່​ດູ​ໝິ່ນ

ທັງ​ຊັບ​ສິນ​ກໍ​ມ້ອບ​ໃຫ້                      ​ໃຫ້​ລູກ​ໄດ້​ແຕ່​ສິ່ງ​ດີ

ຍາມ​ເຮົາ​ພາດ​ແມ່​ບອກ​ໃຫ້                  ​ໃຫ້​ຈຳ​ຈື່​ຝັງ​ໃນ

​ແມ່​ອາ​ໄລ​ຍາມ​ເຮົາ​ຜິດ                     ບໍ່​ຄິດ​ຊັງ​ຫຼື​ຫຼົບ​ລີ້

​ເຮົາ​ມີ​ທຸກ​ແມ່​ທຸກ​ພ້ອມ                     ​ແສນ​ກັງ​ວົນ​ເໝືອນ​ໄຟ​ຈີ່

​ເຮົາ​ມີ​ສຸກ​ຊື່ນ​ຊ້ອຍ                        ດວງ​ໃຈນ້​ອຍ​ແມ່​ຊື່ນ​ນຳ

ຍາມ​ເຮົາ​​ໄກ​ຈາກ​ຈາກ​ຂ້າງ                  ​ໃຈ​ແມ່​ຫ່ວງ​ອາ​ໄລ​ຫາ

ວອນ​ໃຫ້​ປວງ​ເທວາ                       ຊ່ວຍ​ຮັກສາ​ແລະ​ຊູ​ຄ້ຳ

ຍາມ​ເຮົາ​ເຈັບ​ແມ່ນ​ທົນ​ກຸ້ມ                  ຢູ່​ໃນ​ຊວງ​ທັງ​ເຊົ້າ​ຄ່ຳ

​ ແມ່​ກະທຳ​ທຸກ​ຢ່າງ​ໃຫ້                     ຂໍ​ພຽງ​ລູກ​ໄດ້​ຢູ່ດີ

ບຸນຄຸນ​ຂອງ​ພໍ່​ແມ່​ນີ້                       ຍັງ​ຝັງ​ຢູ່​ໃນ​ດວງ​ຈິດ

​​ໃຜ​ບໍ່ຄິດ​ຮັກ​ເຮົາ                         ​ເໝືອນ​ດັ່ງ​ໃຈ​ແມ່​ເຮົາ​ນີ້

​ເປັນຄວາ​ມສຸກ​ຂອງ​ລູກ​ແລ້​ວ                ​ແມ່​ພໍ​ໃຈ​ບໍ່​ຕະໜີ່

ຊີວິດ​ນີ້​ແມ່​ມອບ​ໃຫ້                       ພຽງ​ລູກ​ໄດ້​ຢູ່​ສະບາຍ

ສ່ວນ​ບຸນຄຸນ​ຂອງ​ພໍ່​​ນັ້ນ                    ກໍ​ມີ​ມາກ​ຄື​ກັນ

​ເມື່ອ​ແມ່​ມີ​ຄັນ​ມາ                         ກໍ​ຊື່ນ​ໃຈ​ບໍ່​ມີ​ຮ້າຍ

ດີ​ໃຈ​ທຳ​ງານ​ສູ້                          ທັງ​ວັນ​ຄືນ​ເອົາ​ທຸກ​ຝ່າຍ

​ເພື່​ອສາຍ​ເລືອດ​ລູກນ້ອຍ                   ຄອບຄົວ​ຂ້ອຍ​ໄດ້​ຢູ່ດີ

ຢາມ​ແມ່​ຢູ່ກຳ​ເຝົ້າ                        ພໍ່ກໍ​ເລົາ​ພຽນ​ຫາ

ທັງ​ນ້ຳຢາ​ຟືນ​ໄຟ                         ບໍ່​ຂາດ​ເຂີນ​ຈັກ​ດີ້

ອາຫານ​ແລະ​ເງິນ​ພ້ອມ                    ພໍ່​ຈັດ​ຫາ​ໃຫ້​ຖ້ວນ​ຖີ່

ຊັກ​ຜ້າ​ຍ່ຽວ​ແລະ​ຜ້າ​ຂີ້                     ​ເຫັນ​ລູກນ້ອຍ​ຊື່ນ​ບານ

ພໍ່​ເປັນຜູ້​ຄິດ​ຄົ້ນ                         ສ້າງ​ກໍ່​ທາງ​ຄອບຄົວ

ບໍ່​ໃຫ້​ມົວ​ໝອງ​ສີ                        ຂາດ​ເຂີນ​ຍ້ອນ​ຄວາມຄ້ານ

ສົ່ງ​ເຂົ້າ​ໂຮງຮຽນ​ພ້ອມ                    ​ໃຫ້​ສຶກສາ​ຂີດ​ຂຽນ​ອ່ານ

ສອນ​ການ​ງານ​ໃຫ້​ໄດ້​ຮູ້                   ​ເມື່ອ​ເຮົາ​ໄດ້​ເຕີບ​ໃຫຍ່​ມາ

ສອນ​ການ​ງານ​ໃຫ້​ໄດ້​ຮູ້                   ຈັດ​ຫາ​ຄູ​ໃຫ້​ທຽມ​ສອງ

ມີ​ຮັກປອງ​ຮ່ວມ​ຊີ​ວີ​                      ສ້າງ​ຄອບຄົວ​ໃຫ້​ແຂງ​ກ້າ

​ ໄດ້​ມອບ​ເງິນ​ຄຳ​ໃຫ້                      ພ້ອມ​ວັດຖຸ​ອັນ​ມີຄ່າ

ລູກ​ມີ​ສຸກ​ກ້າວໜ້າ                       ພໍ່​ແມ່​ນັ້ນ​ກໍ​ອຸ່ນ​ໃຈ

ພໍ່​ແມ່​ເປັນ​ເພື່ອນ​ຫຼີ້ນ                    ຍາມ​ເຮົາ​ອ່ອນ​ເຍົາ​ໄວ

​ເປັນ​ມິດ​ໃຈ​ທີ່​ໝັ້ນຄົງ                    ​ເຮົາ​ຜິດ​ໄປ​ກໍ​ຄອຍ​ທ້ວງ

​*ເປັນ​ເພື່ອນ​ຕາຍ​ເປັນ​ຄູ​ພ້ອມ               ທັງ​ສົງສານ​ທັງ​ເປັນ​ຫ່ວງ

ຮັກ​ຫຼົງ​ຫວງ​ບໍ່​ເວັ້ນ                      ​ໃຈ​ນັ້ນ​ບໍ່​ປ່ຽນ​ແປ

​ພໍ່​ແມ່​ຮັກ​ລູກ​ແທ້                        ອາ​ໄລ​ຫ່ວງ​ບໍ່​ລາ​ໜີ

​ເຈັບ​ໄຂ້​ມາ​ຮາວີ                        ຫຼື​ຢ່າງ​​ໃດ​ກໍ​ຍອມ​​ແພ້

ລູກ​ບໍ່​ດີ​ກໍ​ຕາມ​ຖ້​ອນ                     ຫຼື​ພິການ​ກໍ​ຕາ​ມ​ແຕ່

​ໃຈ​ພໍ່​ແມ່​ຮັກ​ລູກ​ໝັ້ນ                    ສະ​ເໝີ​ຕົ້ນ​ຕະຫຼອດ​ປາຍ

ພໍ່ປຽບ​ຄື​ເສົາ​ຄ້ຳ                       ​ເປັນ​ເສົາ​ແກນ​ທີ່​ແຂງ​​ແກ່ນ

*ພໍ່​​ແມ່​ປຽບ​ເໝືອນ​ຕົ້ນ                  ​ໂພ​​ໄຊ​ທີ່​ສູງ​​ໃຫຍ່

​ເປັນ​ພຣະພົມ​ລູກ​ກໍ​ໄດ້                  ​ໃຜ​ຊິ​ກ້າ​ຕອບ​ຖຽງ

ພໍ່​ແມ່​ຮັກ​ລູກ​ດ້ວຍ                     ​ໃຈ​ຜຸ​ດຜ່ອງ​ບໍລິສຸດ

ມີ​ບຸດ​ຫຼາ​ລ​ເປັນ​ໂຫຼ                     ກໍ່​ເລົ່າ​ພຽນ​ຮັກສາ​ລ້ຽງ

ຊິ​ທຸກ​ຈົນກໍຕາມ​ຖ້ອນ                   ຂາດ​ເຂີນ​ຫຼາຍ​ກໍ​ຂໍ​ສ່ຽງ

ຂໍ​ແຕ່​ພຽງ​ໃຫ້​ລູກນ້ອຍ                  ມີ​ເຂົ້າ​ໄດ້​ຢູ່​ກິນ

ຈົນ​ວ່າ​ລູກ​ໃຫຍ່​ແລ້ວ                   ພໍ່​ແມ່​ຊື່ນ​ໃຈ​ນຳ

ບາງ​ຄົນ​ກຳ​ເວນ​ມີ                     ລູກ​ໜີ​ໄປ​ຈົນ​ໝົດສີ້​ນ

ປະ​ໃຫ້​ສອງຜົວ​ເມຍ​ເຖົ້າ                ທໍລະ​ມານ​ເຂົາ​ດູ​ໝີ່​ນ

ຊິ​ຢູ່​ກິນ​ກໍ​ຍາກ​ຊ້ຳ                     ຂາດ​ຈົນ​ຊວນ​ຊ່ວຍ​ຊູ່ ​ແທ້ນາ!

ລູກ​ຫຼາຍ​ຄົນ​​ເພິ່ນ​ລ້ຽງ​ໄດ້                ດ້ວຍ​ໃຈ​ຫ່ວງ​ອາ​ໄລ​ສຸດ

​ແຕ່​ວ່າ​ບຸດ​ຫຼາຍ​ຄົນ                    ບໍ່ຫ່ວງ​ນຳກໍ​ຄົງ​ຮູ້

ບໍ່ສົງສານ​ພໍ່​ແມ່ລ້ຽງ                   ຍັງ​ມີ​ໃຈ​ໝາຍ​ລົບ​ຫຼູ່

ປ່​ອຍ​ໃຫ້​ສອງ​ຜູ້​ເຖົ້າ                   ​ເຫງົາ​ງ້ວງ​ຂາດ​ລູກ​ຫຼານ

ບຸນຄຸນ​ເພິ່ນ​ມາກ​ລົ້ນ                   ​ເໜືອ​ພື້ນ​ແຜ່ນ​ທໍ​ລະ​ນີ

ຊິ​ຕອບ​ຄຸນ​ແນ​ວ​ໃດ                    ຈຶ່ງ​ບໍ່​ອາຍ​ພວກ​ຊາວບ້ານ

ບົວລະບັດ​ມີ​ຫຼາຍ​ຂໍ້                    ​ເຮົາ​ສົມຄວນ​ໄດ້ຄິດ​ອ່ານ

​ໃຫ້​ທ່ານ​ໄດ້​ປາບ​ປື້​ມ                   ສົມ​ຄຸນ​ເຖົ້າ​ໄດ້​ລ້ຽງ​ມາ

​ເມື່ອ​ທ່ານ​ລ້ຽງ​ໃຫຍ່​ແລ້ວ                ​ໃຫ້​ລ້ຽງ​ຕອບ​ແທນ​ຄຸນ

ຢ່າ​ເຮັດ​​ໂຕ​ເລວ​ຊາມ                   ​ເພິ່ນ​ປະນາມ​ລ້ຽງ​ເຮົາ​ລ້າ

​ໃຫ້​ຂອງ​ກິນ​ແລະ​ຂອງ​​ໃຊ້                 ອຸປະຖຳ​ໝົດ​ທຸກ​ຢ່າງ

​ເຈົ້າ​ຊິ​ຈົມ​ດ່າ​ປ້ອຍ                      ຫຼື​ຈາ​ຂ້າ​​ຢ່າ​ກະທຳ

ການ​ຕອບ​ແທນຄຸ​ນນັ້ນ                  ຄວນ​ເຮັດ​ຕອນ​​ເພິ່ນ​ຍັງ​ຢູ່

ທ່ານ​ຊິ​ໄດ້​ຮັບ​ຮູ້                       ຄວາມ​ດີ​ນັ້ນ​ລູກ​ໄດ້​ທຳ​

​ຖ້າ​ທ່ານ​ຕາຍ​​ໄປ​ແລ້ວ                   ຈຶ່ງ​ເຮັດ​ດີ​ຄຸນ​ຄ່າ​ຕ່ຳ

​ ໃຫ້​ເຮົາ​ທຳດີ​​ແຕ່​ບັດ​ນີ້                   ບຸນຄຸນ​ນັ້ນ​ຊິ​ມາກ​ຫຼາຍ ​ແທ້​ແລ້ວ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 ຄວາມ​ຮັກ​ທີ່​ໝັ້ນຄົງ​ມີ 4 ຢ່າງ​

ໃຫ້​ຮັກ​​ແບບ​ເມດ​ຕາ​ຄື: ປາ​ຖະໜາ​ໃຫ້​ຜູ້​ອື່ນ​ເປັນ​ສຸກ ​ໃຫ້​ຄວາມ​ຈະ​ເລີ​ນ​ແກ່​ຜູ້​ອື່ນ​ແລະ​ທີ່​ສຸດ​ເຖີງທີ່​ສຸດຄື​​ໃຫ້​ຮັກ​​ແບບ​ບໍລິ​ສຸດ ​ໂດຍ​ບໍ່ຫັວງຜົນ​ຕອບ​​ແທນ​ກັບ​ຄືນ.

ໃຫ້​ຮັກ​​ແບບ​ກະລຸນາ​ຄື: ຊ່ວຍ​ໃຫ້​ຜູ້​ອື່ນ​ພົ້ນຈາ​ກຄວາ​ມທຸກ​ເທົ່າ​ທີ່​ເຮົາຈະ​ມີ​ຄວາມ​ສາມາດຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໄດ້ ສົງສານ​ຄົນທີ່ກຳລັງ​ເປັນ​ທຸກດ້ວຍ​​ໃຈ​ຮັກ​ແລະ​ຊື່​ຕົງ.

ໃຫ້ຮັກ​ແບບ​ມຸທິຕາ​ຄື:​ໃຫ້​ຄວາມ​ຊື່​ນຊົມ​ຍິນ​ດີ​ເມື່ອ​ເຮົາ​ເຫັນ​ຜູ້​ອື່ນ​ໄດ້​ດີ​ແລະ​ປະ​ສົບ​ຜົນສຳ​ເລັດ​​ໃນ​ໜ້າ​ທີ່​ການ​ງານ​ເຮົາກໍ່ພອ້ມຈະ​ສະໜັບສະໜູນ​​ແລະ​ສົ່ງ​ເສີມ​ເຂົາ​ເຈົ້າຕໍ່​ໄປ.

ໃຫ້​ຮັກ​​ແບບ​ອຸ​ເປ​ກຂາຄື: ທຸກ​ເລື່ອງທີ່​ເຮົາ​ພົບບັນຫາ ​ເຮົາ​ຕ້ອງ​ວາງ​ໃຈ​ໃຫ້​ເປັນ​ກາງຢ່າ​ເຜີ​ໄປ​ເຂົ້າຂ້າງ​ຕົວເອງ ຫຼື ​ເຂົ້າຂ້າງຄົນ​ອື່ນ ​ແລະ ​ເຂົ້າຂ້າ​ງຄົນ​ທີ່​ເຮົາ​ຮັກ​ຫຼາຍ​ກ່ວາ​ເປັນອັນ​ຂາດ.ຖ້າ​ຜູ້​ໃດ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຮັກ​ແບບ​ພົມວິຫານ 4 ປະ​ເພດ​ນີ້​ໄດ້​ຈະ​​ເປັນ​ມະນຸດ​​ໂດຍ​ສົມບູນ​ແບບ. ຖ້າ​ເປັນ​ຄູ່​ຮັກ​ກໍ່ຈະ​ຢູ່​ນຳ​ກັນ​ໄດ້​ດົນ​ນານ. ດັ່ງ​ສຸພາ​ບສິດທີ່​ວ່າ: ຢູ່​ກັນ​ຮອດເຖົ້າ​ເໝືອນ​ໄມ້​ເທົ້າຍ​ອດ​ທອງ ກະບອງ​ຍອດ​ເພັດ ​ເປັນຕົ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ວັນ​ເກີດ​ຂອງ​ລູກ ​ເກືອບ​ເປັນ​ວັນ​ຕາຍ​ຂອງ​​ແມ່​ແຕ່​ເປັນ​ຫັຍ​ງລູກ​ບາງ​ຄົນ

ພໍ​ຄົບຮອບ​ວັນເກີດ​ມາ​ເທື່ອ​ໃດ​ລູກບາ​ງຄົນກັບ​ສະຫຼອງ​ກັນ​ຢ່າງ​ຫຼົງ​ໄຫຼມ່ວນ​ຊື່ນຈົນ​ວ່າ :

ນີ້​ຄື​ວັນ​ຂອງ​ຜູ້​ໃຫ້​ກຳ​ເນີ​ດ ວັນ​ຂອງ​ຜູ້​ມີ​ພະ​ຄຸນ ວັນຂອງ​ຜູ້​ມີ​ຄວາ​ມຮັກ​ທີ່​ແທ້​ຈິງ​ເພາະ​

ຄວາມ​ຮັກ​ນັ້ນ​ເກີດ​ຈ​​າກ​ໃຈອັນ​ບໍລິສຸດຂອງ​ພໍ່​ແມ່ ຄື ວັນ​ທີ່ລູກ​ຈະ​ໄດ້​ກາບ​ບູຊາ​ພໍ່​ແມ່ ​

ເພື່ອລະ​ເຖີງພະຄຸນອັນ​ອົບ​ອຸ່ນ​ແທ້ຢ່າ​ມົວແຕ່​ຈັດ​ງານ​ປະຈານ​ຕົວ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 ສັດ​ຈະ​ທັມ​ແຫ່ງ​ຄວາມ​ຮັກ

ຄວາມ​ຮັກ​ ໃນທາງ​ພຣະພຸດທະ​ສາສະໜາມີ​ຄວາມ​ໝາຍວ່າ: ຄວາມ​ອົບ​ອຸ່ນ, ຄວາມ​ພູມ​ໃຈ, ຄວາມ​ສຸກ, ຄວາມ​ຍິນ​ດີ ​ແລະ​ຄວາມ​ພໍ​ໃຈ. ທາງ​ກົງກັນຂ້າ​ມຄື: ຄວາມ​ຜິ​ດຫວັງ, ​ເສຍ​ໃຈ, ​ເສົ້າ​ໂສກ, ​ແຄ້ນ​ໃຈ, ອຶດ​ອັດ ​ແລະ​ທີ່​ສຸດ​ຄື ຄວາມ​ມິດ​ແຫ່ງ​ໃຈ​.

   ຄວາມ​ຮັກ ອັນ​ຄົນ​ເຮົາ​ຕ້ອງ​ເຈັບ​ປວດ ທີ່​ຫຼາຍ​ຕໍ່​ຫຼາຍ​ທ່ານ​ເຄີ​ຍມີ ບໍ່​ວ່າ​ຈະ​ເປັນຄວາມ​ຮັກ​ທາງ​ດ້ານ​ກຽດຕິຍົດ, ຊື່​ສຽງ, ເງິນ​ຄຳ ​ແລະ​ຄົນ​ຮັກ…ບໍ່​ແມ່ນ​ສິ່ງ​ທີ່​ຮັກ​ມັນ​ຈາກ​ເຮົາ​ໄປ ​ແຕ່​ເປັນ​ສິ່ງ​ທີ່​ຮັກ​ມັນ​ຍັງ​ຄົງ​ຢູ່​ແຖມ​ມັນ​ຍັງ​ຝັງ​ເລີກ​ຢູ່​ກັບ​ເຮົາ​ອີກ​ຕ່າງ​ຫາກ ຖ້າ​ມື້​ນີ້​ສິ່ງ​ສອງ​ສິ່ງ​ທີ່​ວ່າ​ມັນ​ຈາກ​ໄປ​ອິຫຼີ ກໍ່​ຄົງ​ບໍ່​ມີຜູ້​ໃດ​ຜູ້​ໜື່ງມາ​ເສຍ​ໃຈ ທີ່​ເຮົາ​ຕ້ອງ​ເຈັບ​ປວດ ​ເສຍ​ໃຈ ​ເພາະ​ເຮົາ​ຍັງ​​ໄປ​ຍຶດຕິດ​ສິ່ງ​ທີ່​ຮັກ​ນັ້ນ​ຢູ່ ​ເຮົາ​ປ່​ອຍວາງ​ສິ່ງ​ທີ່​ຮັກ​ນັ້ນ​ໄປ​ບໍ່​ໄດ້. ວິທີ​ການ​ປ່ອຍ​ວາງ ພຣະພຸດທະ​ເຈົ້າ​ໃຫ້​ຄຳ​ສອນ​ວ່າ ທ່ານ​ຈະ​ຕ້ອງ​ໃຊ້​ສະຕິ ​ໃຊ້​ປັນຍາ ຮູ້​ຄ່າ​ຂອງ​ຄວາມ​ຮັກ​ທີ່​ຄວນມີ ​ແລະ​ຄວນ​ຮູ້​ສັດຈະທຳ​ຂ​ອງຄວາມ​ຮັກ​ວ່າ ມັນ​ເກີດ​ຂື້ນ-​ຕັ້ງ​ຢູ່-​ແປ​ສະພາບ ​ແລະ​ດັບ​ໄປ​ໃນ​ທີ່​ສຸດ.

  ມື້​ນີ້​ມີ​ຮັກ​ປະຈັກ​ຄ່າ         ມື້​ໜ້າ​ຄວນ​ຖະໜອມ​ອອມ​ຮັກ​ຢູ່

  ຮັກ​ຕໍ່​ກັນ​ໝັ້ນ​ຄົງ​ຕ້ອງ​ເຊີດ​ຊູ   ຮ່ວມ​ຄອງ​ຄູ່​ດ້ວຍ​ຮັກ​ແລະ​ພັກ​ດີ.!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມ​ໝັ້ນຄົງ​ແຫ່ງ​ຄວາມ​ງາມ.

ການ​ສ້າງ​ຄວາມ​ງາມ ຫຼື​ສະ​ເໜ່​ແຫ່ງ​ຄວາມ​ງາມ​ໃຫ້​ໝັ້ນຄົງ​ຢູ່​ກັບ​ໂຕ​ເຮົາ​ນັ້ນ ທ່ານ​ຈະ​ຕ້ອງ​ມີ​ຫຼັກ​ທຳ​ທີ່​ມີ​ຊື່​ວ່າ ທຳ​ເຮັດ​ໃຫ້​ງາມ​ສອງ​ຢ່າງ​ຄື: ຂັນ​ຕິ ​ແລະ​ໂສຣັຈຈະ.

   ຂັນ​ຕິ ຄື:​ ຄວາມ​ອົດ​ທົນ ໝາຍ​ເຖິງ​ພະລັງ​ຄວາມ​ອົດທົນທາງ​ດ້ານ​ຈິດ​ໃຈ​ເຊັ່ນ:​ ທ່ານ​ຈະ​ຕ້ອງ​ອົດທົນ​ຕໍ່​ຄວາມ​ໜາວ, ຮ້ອນ, ລົມ, ​ແດດ, ສັດ​ເດຍລະສານ… ເອີ້ນ​ວ່າທົນ​ກາກ​ກຳ.​ ທ່ານ​ຈະ​ຕ້ອງ​ອົດທົນ​ຕໍ່ ຄວາມທຸກ​ຂະ​ເວທະນາ ອັນ​ເກີດ​ຈາກຄວາມ​ເຈັບ​​ໄຂ​ໄດ້​ປ່ວຍ,​ ຄວາມ​ບໍ່​ສົມ​ດຸນ​ທາງ​ຮ່າງກາຍ ​ແລ້ວ​ບໍ່​ສະ​ແດ​ງຄວາມ​ກະວົນກະວາຍ ທົນ​ກາກ​ກຳ.​ ທ່ານ​ຈະ​ຕ້ອງ​ອົດທົນ​ຕໍ່​ຄຳ​ເວົ້າ​ທີ່​ໝີ່​ນປະໝາດ, ຄວາມ​ບໍ່​ເພິ່ງ​ປາດ​ຖະໜາ​ຈາກ​ບຸກຄົນ​ອື່ນ​ທີ່​ໄດ້​ກະທຳ​ຕໍ່​ເຮົາ​ເຊັ່ນ: ດ້ານ​ກາຍ ວາຈາ…​ເອີ້ນ​ວ່າ ທົນ​ເຈັບ​ໃຈ.

   ໂສຣັຈຈະ ຄື: ຄວາມ​ຮຽບຮ້ອຍ ໝາຍ​​ເຖິງຄວາມ​ຍິນ​ດີ​ໃນຄຸນງາມຄວາມດີ​ຂອງ​ເຮົາ​ຄື:​ ຮູ້ຈັກ​ບໍລິຫານ​ຈິດ​ໃຈ​ໃຫ້​ຢູ່​ໃນ​ພາ​ວະ​ຄວາມ​ພໍດີ ມີ​ວາຈາ​ທີ່​ມ່ວນ​ຫູ ໝັ່ນ​ຮັກສາ​ມາລະຍາດ​ໃຫ້​ດີ ​ໃຫ້​ໜ້າ​ຊື່ນ​ຊົມ​ຢູ່​ສະ​ເໝີ….

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ມ​ຕຄວາາຍ

​ໄປ​ບໍ່​ກັບ ຫຼັບ​ບໍ່​ຕື່ນ ຟື້ນ​ບໍ່​ມີ ໜີ​ບໍ່​ພົ້ນ ຈົນ​ໃຈ​ຜູ້​ບໍ່​ຢາກ​ໄປ​ແທ້​ເດ….​ແຕ່​ໃນ​ທີ່​ສຸດ​ກໍ່​ຕ້ອງ​ໄປ.

ຄວາມ​ຕາຍ​ເປັນ​ສັດຈະທຳຂອງ​ທຸກ​ສິ່ງ…

​ຈະ​ເປັນ​ສາດ​ສະ​ດາ ຂອງ​ສາສະໜາ​​ໃດ​ໆກໍຕາມ…

ຈະ​ເປັນ​ພຣະມະຫາ​ກະສັດ…

ຈະ​ເປັນ​ນາຍົກລັດຖະມົນຕີ…

ຈະ​ຮັ່ງມີ​ລ້ຳລວຍ ຫຼື​ຢາກ​ຈົນ…

ຈະ​ມີ​ສື່​ສຽງ​ໂດ​ງດັງ…

ຈະ​ມີ​ອຳນາດ​ໃຫຍ່​​ໂຕ...

ຈະ​ເປັນ​ຄົນ​ສວຍ​ຄົນ​ງາມ…

ຈະ​ເປັນ​ຄົນ​ຂີ້ລ້າຍ​ທ້າຍ​​ເປ...

ຄວາມ​ຈິງ​ທັງ​ໝົດ​ທີ່​ເລົ່າ​ມາ​ໂດຍ​ຫຍໍ້​ນີ້…

ທຸກ​ຄົນມີຄ່າ​ເທົ່າ​ກັນ​ໝົດ ຄື​ຕາຍ…

ຕ່າງ​ແຕ່​ວ່າ​ຜູ້​ໃດ​ຈະ​ໄປ​ໄວ ຫຼື​ໄປ​ຊ້າ ກໍ​ເທົ່າ​ນັ້ນ…

ສິ່ງ​ຫຼາຍ​ທັງ​ປວງ​ທີ່​ຫາ​ມາ​ໄດ້ ​ເອົາ​ໄປ​ບໍ່​ໄດ້​ຈັກຢ່າງ ສິ່ງ​ທີ່​ຈະ​ເອົາ​ໄປ​ໄດ້​ຄື:..

ຫົວ​ໃຈ​ທີ່​ເປັນ​ບາບ…ກັບ​ຫົວ​ໃຈ​ທີ່​ເປັນ​ບຸນ…​ເປັນ​ທືນຕິດ​ໂຕ​ໄປ​ຕະຫຼອດ​ໄປ…

ຂຽນເມື່ອ ຂຽນເມື່ອ: ກ.ລ.. 6, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ຄວາມ​ຮັກ​ທີ່​ຕ້ອງ​ລະວັງ

ຄວາມ​ຮັກ: ບໍ່​ວ່າ​ຈະ​ຮັກ​ເລື່ອງ​​ໃດ​ກໍ​ຕາມ ​ເຊັ່ນ: ການ​ງານ, ການ​ເງິນ, ວັດ​ຖຸສິ່ງ​ຂອງ ​ແລະ​ຄົນ​ຮັກ…ຖ້າ​ເຮົາ​ຮັກ​ກັນ​ແບບ​ເມດ​ຕາ​ທຳ ຄວາມ​ຮັກ​ນັ້ນ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ກິ່ນ​ແຫ່ງ​ຄວາມສຸກ.

ການ​ແຕ່ງງານ ບໍ່​ແມ່ນ​ຫຼັກ​ປະກັນ​ແຫ່ງ​ຄວາມສຸກ​ສະ​ເໝີ​ໄປ ບາງ​ຢ່າງ​ອາດ​ຈະ​ເປັນ​ຈຸດ​ຈົບ​ຂອງ​ຄວາມ​ຮັກ​ກໍ​ເປັນ​ໄດ້ ຫາກ​ການ​ແຕ່ງງານ​ນັ້ນ ບໍ່​ໄດ້​ມາ​​ເຊິ່ງຄວາມພ້ອມທັງ​ສອງ​ຝ່າຍ, ບໍ່​ໄດ້​ມາ​ເຊິ່ງຄວາມ​ຕັ້ງ​ໃຈ, ຄວາມ​ຈິງ​ໃຈ ​ແລະ​ຄວາມ​ບໍລິສຸດ​ໃຈ…

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

                           ສັງ​ຂານ​ຮ່າງກ​າຍ      ຕ້ອງຕາ​ຍ​ເປັນ​ຜີ

                   ຢູ່​ໃນ​ໂລກ​ນີ້       ບໍ່​ມີ​ແກ່ນ​ສານ

 ຊັບ​ສິນ​ເງິ​ນ    ເປັນ​ຂອງ​ສາທາລະນະ

                                ບໍ່​​ແມ່ນ​ຂອງ​ທ່ານ     ລູກ​ຫຼານ​ຕ້ອງ​ລາ

                            ຢ່າ​ມົວ​ປະ​ມາດ     ໂອກາດ​ຍັງ​ມີ

                            ຢ່າ​ຫຼົງ​ໂລກີ       ຈະມີ​ປັນຫາ

                               ໂລກ​ນີ້​ແທ້​ຈິງ       ​ເປັນ​ສິ່ງ​ມາຍາ

                                 ​ເປັນ​ສິ່ງ​ລວງ​ຕາ       ​ແມ່ນ​ວ່າ​ຈີຣັງ

                               ສັງຂານ​ຮ່າງ​ກາຍ      ມັນ​ຢູ່​ບໍ່ດົນ

                                   ກໍ່​ຕາຍ​ເປັນ​ຜີ         ບໍ່​ມີ​ຄວາມ​ຫວັງ

                                    ​ເກີ​ດ​ແກ່​ເຈັບ​ຕາຍ      ຮ່າງ​ກາຍ​ພຸ​ພັງ

                                     ທຸກ​ວັນ​ເດີນທາງ      ​ໄປ​ສູ່ກອງ​ຟອນ

                                     ຈະ​ຫ້າມ​ກໍ່​ບໍ່​ຟັງ       ຈະ​ຢັ້ງ​ກໍ່​ບໍ່​ຢຸດ

​                                          ເປັນ​ສິ່ງ​ສົມ​ມຸດ        ຕາມ​ພຸດທະ​ຄຳ​ສອນ

​                                      ອຳນາດ​ໃດ​ໆ         ຢ່າ​ໄປ​ວິ່ງວອນ

​                                    ໃຫ້​ຊ່ວຍ​ເຮົາ​ຕອນ     ທີ່​ວັນ​ສີ້​ນ​ໃຈ

                                      ສັງ​ຂານ​ເຮົາ​ນີ້      ເປັນ​ສິ່ງ​ທີ່​ສັງ​ເວດ

                                       ມັນ​ເປັນສາ​ເຫດ       ສັງ​ເກດ​ເອົາ​​ໄວ້

                                   ຫິວ​ອີ່ມ​ເກີນ​ໄປ       ກໍ່​ບໍ່​ຢູ່​ນານ

                                        ໜາວ​ກໍ່​ຍຈະ​ຕາຍ      ຮ້ອນ​ກໍ່​ຈະ​ຕາຍ

                                      ລຳບາກ​​ແທ້​ໆ        ນີ້​ແລ​ສັງຂານ

                                       ຕ້​ອງກິນ​ຕ້ອງ​ຖ່າຍ     ທົນ​ໄປ​ທຸກ​ວັນ

                                      ​ເບິ່ງ​ໜ້າ​ສົງ​ສານ      ຄິດ​ກັນ​ໃຫ້​ດີ

                                               ສັງຂານຮ່າງ​ກາຍ      ທົ່ວ​ໄປ​ເນົ່າ​ເໝັນ ​ແທ້ນາ!