ຂຽນເມື່ອ: ຕ.ລ.. 9, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໃນສະມັຍນຶ່ງ ພຣະພຸທທະເຈົ້າປະທັບຢູ່ວັດເຊຕະວັນ ເມືອງສາວັຕຖີ ຊົງປຼາຣົພກັບ ພິກສຸຊື່ໂກກາລິກະ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ..
ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນພຣາຫ໌ມນ໌ ໃນຕະກູລອຸທິຈຈ໌ພຣາຫ໌ມນ໌ ເມື່ອຮຽນຈົບ ສິລປະທຸກຢ່າງ ຈາກເມືອງຕັກກະສິລາ ແລ້ວບວຊເປັນຣຶສີ ໄດ້ເປັນອາຈາຣຍ໌ ຜູ້ໃຫ້ໂອວາທແກ່ຣຶສີ ໕໐໐ ຕົນ
ໃນທີ່ນັ້ນ ມີຣຶສີເປັນໂຣຄຜອມເຫລືອງຜູ້ນຶ່ງ ມື້ນຶ່ງ ທ່ານກຳລັງນັ່ງຜ່າຝືນຢູ່ ໄດ້ມີຣຶສີເວົ້າຫຼາຍຜູ້ນຶ່ງ ເຂົ້າມານັ່ງໃກ້ໆ ແລ້ວເວົ້າວ່າ “ ທ່ານຈົງຟັນຢ່າງນີ້ ຈົງຟັນດຽວນີ້ “
ເຮັດໃຫ້ຣຶສີໂຣຄຜອມເຫລືອງຜູ້ນັ້ນໂກທ ແລ້ວກ່າວວ່າ “ ທ່ານບໍ່ແມ່ນອາຈາຣຍ໌ ສອນສິລປະກາຣຜ່າຟືນ ຂອງຂ້ານ້ອຍນ້າ “ ຈຶ່ງຟັນດາບົສນັ້ນ ເສັຽຊີວິຕດ້ວຍພ້າຜ່າຟືນ ນັ້ນເອງ
ແລະໃນທີ່ບໍ່ໄກຈາກທີ່ຢູ່ຂອງຣຶສີ ມີນົກກະທາໂຕນຶ່ງ ອາສັຍຢູ່ທີ່ຈອມປວກ ທຸກເຊົ້າທຸກແລງ ມັນຈະຂຶ້ນ ໄປຢືນຂັນສຽງດັງ ຢູ່ເທິ່ງຈອມປວກນັ້ນ ເປັນປະຈຳທຸກມື້ ເປັນເຫຕຸໃຫ້ນາຍພຼານຜູ້ນຶ່ງມາຈັບມັນໄປ ເປັນອາຫາຣ
ຣຶສີພຣະໂພທິສັຕວ໌ບໍ່ໄດ້ຍິນສຽງມັນຂັນຈຶ່ງຖາມຫມູ່ຣຶສີ ເມື່ອຮູ້ເຫຕຸກາຣນ໌ນັ້ນແລ້ວ ໄດ້ກ່າວຄາຖານີ້ຢູ່ ໃນກຸ່ມຫມູ່ຣຶສີວ່າ
“ ຄຳເວົ້າທີ່ດັງເກີນໄປ ຮຸນແຮງເກີນໄປ ແລະເວົ້າເກີນເວລາ ຍ່ອມຂ້າຄົນຜູ້ ບໍ່ມີປັນຍ໌ຍາເສັຽ ເຫມືອນສຽງຂ້ານົກກະທາ ເພາະຂັນດັງເກີນໄປ “
ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ກາຣເວົ້າຫຼາຍບໍ່ດີ ຄວຣເວົ້າຕາມກາລະເທສະ ແລະເວົ້າແຕ່ ສິ່ງທີ່ດີໆ