ຂຽນເມື່ອ: ຕ.ລ.. 16, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າ ຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ “ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ ” ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ
ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ “ ແມ້ໂຕເຮົາກໍເປັນ ສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ
ເຮົາຈະຂ້າຊ້າງເປັນ ອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ ” ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວ ບອກເຣື່ອງນັ້ນ
------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າ “ ເປັນໄປບໍ່ໄດ້ ” ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍບອກ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ “ ຈິ້ງຈອກ ເອີ້ຍ ເຊີນຍ໌ແຜດສຽງເຖີດ ”
------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າ ກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດ ໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ
----“ ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ ”
ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ