ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຈີບຜູ້ຊາຍຮູບງາມຕ້ອງງໍເກັ່ງ
ຈີບຜູ້ຊາຍຮຽນເກັ່ງຕ້ອງໃຫ້ສອນ
ຈີບຜູ້ຊາຍຊື່ບືຕ້ອງອອນຊອ້ນ
ຈີບຜູ້ຊາຍໃຈຮ້ອນຕ້ອງຜ່ອນຕາມ
ຈີບຜູ້ຊາຍລອຍຊັບຕ້ອງໄຮໂຊ
ຈີບຜູ້ຊາຍຄຸຍໂມ້ຕ້ອງໝັ່ນຖາມ
ຈີບຜູ້ຊາຍຫຼາຍໃຈຕ້ອງຫຼາຍຕາມ
ຈີບຜູ້ຊາຍລວນລາມຕ້ອງຮັກມວນ
ຈີບຜູ້ຊາຍໜ້າຮັກຍ່າຈີບຫຼິ້ນ
ຈີບຜູ້ຊາຍເຍືອກເຍັນຢ່າໃຈຮ້ອນ
ຈີບຜູ້ຊາຍຮຸ່ນນ້ອງຕ້ອງໝັ່ນສອນ
ຈີບຜູ້ຊາຍຮຸ່ນເອື້ອຍຕ້ອງເຊື້ອຟັງ
ຈີບຜູ້ຊາຍນິໄສດີຕ້ອງດີນຳ
ຈີບຜູ້ຊາຍຫຼໍ່ລວຍຢ່າໃຊ່ເກັ່ງ
ຈີບຜູ້ຊາຍອາລົມດີຕ້ອງຄືນເຄງ
ຈີບຜູ້ຊາຍເອົງໃຈເກັ່ງຕ້ອງຂີ້ງອນ
ຈີບຜູ້ຊາຍຕໍແຫຼຢ່າໄປຈີບມັນ
ຈີບຜູ້ຊາຍຫວັງຟັນໃຫ້ຫ່າງເຫີນ
ຈີບຜູ້ຊາຍຂີ້ຢາໃຫ້ຮີບເມີນ
ຈີບຜູ້ຊາຍຂີ້ເຂີນຕ້ອງຫຼອກລວງ
ຈີບຜູ້ຊາຍຂີ້ເຫງາຕ້ອງໂທຫາ
ຈີບຜູ້ຊາຍຫຼິ້ນກິລາຕ້ອງແອບປື້ມ
ຈີບຜູ້ຊາຍນັດເຈີຍ່າຂີ້ລືມ
ຈີບຜູ້ຊາຍຂີ້ຫືງຕ້ອງຮັກດຽວ
ຈີບຜູ້ຊາຍເຮືອນໄກຕ້ອງຄິດຮອດ
ຈີບຜູ້ຊາຍລຶກຊຶ້ງຕ້ອງຫວງຫາ
ຈີບຜູ້ຊາຍປາກຫວານຕ້ອງເຈົ້ານ້ຳຕາ
ຈີບຜູ້ຊາຍໃຈກ້າຕ້ອງຊື່ນຊົມ
ຈີບຜູ້ຊາຍຜີວຄ້ຳເຮົາຕ້ອງຂາວ
ຈີບຜູ້ຊາຍຜີວຂາວເຮົາຕ້ອງງາມ
ຈີບຜູ້ຊາຍບ້າກາມເຮົາກໍ່ຊວຍ
ຈີບຜູ້ຊາຍງາມລະວັງກະເທີຍ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃສ່ໃຈໃນ 3 ສີ່ງ ...

# 3 ສີ່ງໃນຊີວິດ ທີ່ຫວນກັນບໍ່ໄດ້   
   - ເວລາ
   - ຄຳເວົ້າ
   - ໂອກາດ

# 3 ສີ່ງທີ່ຂາດບໍ່ໄດ້
   - ຄວາມສະຫງົບ
   - ຄວາມສື່ສັດ
   - ຄວາມຫວັງ

# 3 ສີ່ງທີ່ມີຄຸນຄ່າ
   - ຄວາມຮັກ
   - ຄວາມເຊື່ອໝັ້ນ
   - ເພື່ອນມິດ

# 3 ສີ່ງທີ່ຄວນປະຕິບັດ
   - ດຸໝັ່ນ
   - ກ້າຫານ
   - ອົດທົນ

# 3 ສີ່ງທີ່ຄວນຮູ້
   - ຮູ້ຫາ
   - ຮູ້ຮັກ
   - ຮູ້ໃຫ້

# 3 ສີ່ງທີ່ຄວນຖະໜອມ
   - ຖະໜອມກາຍ
   - ຖະໜອມໃຈ
   - ຖະໜອມວັດຖຸ

# 3 ສີ່ງທີ່ບໍ່ແນ່ນອນ
   - ຄວາມຝັນ
   - ຄວາມໝັ້ນໃຈ
   - ໂຊກຊະຕາ

# 3 ສີ່ງທີ່ຄວນລະວັງ
   - ຄວາມຍິ່ງໃຫຍ່
   - ຄວາມໃຈຮ້າຍ
   - ອະບາຍຍະມຸກ.....  

ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ການສູບຢາສູບ ນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາຍຮ່າງກາຍແລ້ວ
ຍັງເຮັດໃຫ້ທ່ານແກ່ຂຶ້ນນຳຕື່ມ.
ທີ່ເວົ້າກັນແບບນີ້ເພາະ ມີລາຍງານຈາກນັກວິທະຍາສາດຊາວອັງກິດ
ທີ່ລະບຸໄວ້ວ່າ:ຄົນສູບຢາສູບ ໃນຊ່ວງອາບຸນ້ອຍຈະມີຜົມຂາວໄດ້ຫຼາຍ
ກວ່າຄົນບໍ່ສູບ ເຖິງ 4 ເທົ່າ ພວກເຂົາຍັງບອກວ່າ ມີການເຊື່ອມໂຍງກັນ
ລະຫວ່າງ ການສູບຢາແລະອາການຜົມລົນ ຮູ້ແບບນີ້ແລ້ວ ເຊົ່າສູບຢາ

ສາເຖິ! ຖ້າຢາກໃຫ້ຜົມຢູ່ກັບທ່ານດົນໆ.

 


ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ແຟນບໍ່​ແມ່ນ​ອາກາດ………ທີ​ຂາດ​ແລ້ວ​ຕ້ອງຕາ​ຍ

​ແຟນບໍ່​ແມ່ນ​ຮ່າງກາຍ…….ທີ​ເຮົາ​ຈະ​ຕາຍ​ແທນ​ໄດ້

​ແຕ່​ແຟນຄື​ພະຍາດ​ຮ້າຍ….ທີ​ເຮັດ​ໃຫ້​ໃຈ​ເຮົາ​ມີ​ບາດ​ແຜ

 

ບໍ່​ມີ​ແຟນກໍ່ບໍ​ແຄ………….ຈະ​ໄດ້​ບໍ່​ມີ​ບາດ​ແຜ​ໃນ​ຫົວ​ໃຈ.


ແຟນບໍ່ຮັກ  ພຽງອົກຫັກບໍ່ເຫັນຕາຍ

ແຟນບໍ່ຮັກ  ຫາເອົາໃໝ່ກໍ່ຍັງມີ

ແຟນບໍ່ຮັກ  ບໍ່ຕ້ອງງໍ້ເສຍສັກສີ

ແຟນບໍ່ມີ    ກໍ່ຢູ່ໄດ້ສະບາຍກວ່າ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຈົ້າຜູ້ແນວນາມເຊື້ອ...........ລາຊະນີຜູ້ສູງສົ່ງ
ປຽບດັ່ງຫົງເຫີນຟ້າ...........ກາດໍານ້ອຍຜູ້ສ່ອງນໍາ

ຈຶ່ງທົນຈໍາເອົາໄວ້..............
.ໃນຫົວໃຈ ມາປັ່ນປ່ວນ
ບໍ່ຄູ່ຄວນດອກນ້ອງ............ສອງເຮົານັ້ນ ຕ່າງຕະກຸນ...ແທ້ນາ
ໃນຫົວໃຈຈຶ່ງເກີດວຸ້ນ..........ເຄີຍມີຮັກມານໍາກັນ

ເຄີຍສໍາພັນກັນມາດົນ.........ຈົນຫມູ່ຄົນເຂົາເວົ້າ

ໄປໃຝ່ຝັນນໍາເຊື້ອເຈົ້າ.......
...ເຮົາພໍພຽງເປັນນາມໄພ່
ບໍ່ຫວັງຄິດວ່າຊິໄດ້.............ເອົາມາຊ້ອນຮ່ວມຮຽງ....ໄດ້ແລ້ວ
ຄວາມຕັ້ງໃຈເລີຍຫມົດສ້ຽງ...ຈຶ່ງຂໍໂບກມືລາ

ວາດສະໜາກາດໍາ..............ບໍ່ຄູ່ຄວນນໍາຫົງໄດ້

ເຮົາເປັນພຽງນາມໄພ່..........ຊາວໄຮ່ນາ
ຄົນຕ້ອຍຕໍ່າ
ບຸນບໍ່ນໍາສົ່ງໃຫ້..............
...ຕົວອ້າຍເອື້ອມບໍ່ເຖິງ....ນ້ອງແລ້ວ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສາມາດທົດລອງໂດຍ ໄປທີ່ເມນູ start>Run> ຄຳສັ່ງທີ່ຕ້ອງການ


1-Accessibility Controls - access.cpl
2-Accessibility Wizard - accwiz
3-Add Hardware Wizard - hdwwiz.cpl
4-Add/Remove Programs - appwiz.cpl
5-Administrative Tools - control admintools
6-Automatic Updates - wuaucpl.cpl
7-Bluetooth Transfer Wizard - fsquirt
8-Calculator - calc
9-Certificate Manager - certmgr.msc
10-Character Map - charmap
11-Check Disk Utility - chkdsk
12-Clipboard Viewer - clipbrd
13-Command Prompt - cmd
14-Component Services - dcomcnfg
15-Computer Management - compmgmt.msc
16-Control Panel - control
17-Date and Time Properties - timedate.cpl
18-DDE Shares - ddeshare
19-Device Manager - devmgmt.msc
20-Direct X Troubleshooter - dxdiag
21-Disk Cleanup Utility - cleanmgr
22-Disk Defragment - dfrg.msc
23-Disk Management - diskmgmt.msc
24-Disk Partition Manager - diskpart
25-Display Properties - control desktop
26-Display Properties - desk.cpl
27-Dr. Watson System Troubleshooting Utility - drwtsn32
28-Driver Verifier Utility - verifier
29-Event Viewer - eventvwr.msc
30-Files and Settings Transfer Tool - migwiz
31-File Signature Verification Tool - sigverif
32-Findfast - findfast.cpl
33-Firefox - firefox
34-Folders Properties - control folders
35-Fonts - control fonts
36-Fonts Folder - fonts
37-Free Cell Card Game - freecell
38-Game Controllers - joy.cpl
39-Group Policy Editor (para xp profesional) - gpedit.msc
40-Hearts Card Game - mshearts
41-Help and Support - helpctr
42-HyperTerminal - hypertrm
43-Iexpress Wizard - iexpress
44-Indexing Service - ciadv.msc
45-Internet Connection Wizard - icwconn1
46-Internet Explorer - iexplore
47-Internet Properties - inetcpl.cpl
48-Keyboard Properties - control keyboard
49-Local Security Settings - secpol.msc
50-Local Users and Groups - lusrmgr.msc
51-Logs You Out Of Windows - logoff
52-Malicious Software Removal Tool - mrt
53-Microsoft Chat - winchat
54-Microsoft Movie Maker - moviemk
55-Microsoft Paint - mspaint
56-Microsoft Syncronization Tool - mobsync
57-Minesweeper Game - winmine
58-Mouse Properties - control mouse
59-Mouse Properties - main.cpl
60-Netmeeting - conf
61-Network Connections - control netconnections
62-Network Connections - ncpa.cpl
63-Network Setup Wizard - netsetup.cpl
64-Notepad - notepad
65-Object Packager - packager

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເນື້ອຫາຖືກເຊື່ອງໄວ້

ຫມາກໄມ້ທີ່ຊ່ວຍໃຫ້ຜິວຂາວ

                                                                                                                              


                                       


                                                                                                                                    

ຫມາກໄມ້ທຸກໆຊະນິດລ້ວນແຕ່ມີຄຸນປະໂຫຍດຕໍ່ສຸຂະພາບຂອງຄົນເຮົາຫລາຍໆຢ່າງ

ແຕກຕ່າງກັນໄປເຊັ່ນວ່າຫມາກໂມ ຫມາກແອບເປິ້ນ ຫມາກກ້ວຍ

ແລະຫມາກໄມ້ອື່ນໆອີກຫລາຍຊະນິດເລີຍ

ທີ່ເປັນສ່ວນຫນຶ່ງໃນການເພີ່ມຄວາມສົດໃສໃຫ້ຜິວຂອງທ່ານ

ຫລືເວົ້າອີກຢ່າງຫນຶ່ງວ່າຫມາກໄມ້ເປັນອາຫານຜິວທີ່ດີອີກປະເພດຫນຶ່ງ

ແລະຈະມີຫມາກໄມ້ຊະນິດໃດແດ່ທີ່ຈະມາຊ່ວຍເພີ່ມຄວາມຂາວສົດໃສໃຫ້ແກ່ຜິວພັນຂອງເຮົາ


ຫມາກແອບເປິ້ນ

ເຕັມໄປດ້ວຍສານເປັກຕິນ (Pectin) ຈະຊ່ວຍໃຫ້ເລັບແຂງແຮງ

*********************************

ຫມາກກ້ວຍ

ຜູ້ທີ່ກຳລັງຫລຸດນ້ຳຫນັກແມ່ນເຫມາະສົມເປັນຢ່າງຍິ່ງເພາະຈະເຮັດໃຫ້ຮູ້ສຶກອີ່ມໄວ ແລະຢູ່ທ້ອງດົນ

*********************************

ຫມາກຮຸ່ງ

ເປັນຢາລະບາຍອ່ອນໆ ເຫມາະສຳລັບຜູ້ທີ່ມັກເຈັບທ້ອງຢູ່ເລື້ອຍໆ

*******************************

ຫມາກນາວ

ມີວິຕາມິນຊີສູງເຮັດໃຫ້ຜິວນຽນນຸ່ມສົດໃສ

*********************************

ຫມາກກ້ຽງ

ຈະເສີມສ້າງຄອລລາເຈນໃຫ້ກັບຜິວຂອງເຮົາ

************————–***********

ຫມາກໂມ

ບຳລຸງຜິວພັນ ແລະຊ່ວຍລ້າງຫມາກໄຂ່ຫລັງ ແລະຂັບຖ່າຍເບົາໄດ້ສະດວກດີ

—–**************************——

ຫມາກສີດາ

ເພີ່ມພູມຄຸມກັນໃຫ້ກັບຮ່າງກາຍ ແລະມີວິຕາມິນຊີໃນປະລິມານທີ່ສູງ

************^^—^^************

ຫມາກເລັ່ນ

ຊ່ວຍຄວບຄຸມຄວາມອອ່ນໄວ ແລະປ້ອງກັນການເຊື່ອມຂອງເຊວ໌ຜິວ************************************

ເມື່ອຮູ້ແບບນີ້ແລ້ວຢ່າລືມພາກັນກິນຫມາກໄມ້ທີ່ມີປະໂຫຍດເດີ້ຮັກຜິວກໍ່ຢ່າລືມໃຫ້ອາຫານແກ່ຜິວເດີ້ທຸກໆຄົນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 ແຕ່​ກີ້​ແຕ່​ກ່ອນ ມີ​ເສດ​ຖີ​ຄົນ​ໜຶ່ງ ​ມີ​​ແຕ່​ເງິນ​ແຕ່​ບໍ່​ມີ​ລູກ ຕັ້ງ​ເຮືອນ​ຢູ່​ໃກ້​ກັບ​ນັກ​​ເລງຂີ້​ເຫຼົ້າ​ທີ່​ມີ​ລູກ​ສອງ​ຄົນ ມື້​ໜຶ່ງ​ນັກ​ເລງ​ຂີ້​ເຫຼົ້າ​​ເວົ້າ​ໃຫ້​ເສດຖີ ຈົນເສດ​ຖີ​ນ້ອຍ​ໃຈ ຈຶ່ງ​ໄດ້​ບວງ​ສວງ​ພະ​ອາທິດ ພະ​ຈັນ ຕັ້ງ​ຈິດ​ອະທິຖານຂໍ​ລູກ ​ຢູ່​ກວ່າ​ສາມ​ປີ ກໍ​ຂາດ​ວີ່​ແວວ​ທີ່​ຈະ​ມີ​ລູກ ຢູ່​ມາ​ມື້​ໜຶ່ງ​ພໍ​ເຖິງ​​ໃນ​ໄລຍະ​ທີ່​ພະ​ອາທິດ​ຍົກ​ຂຶ້ນ​ສູ່​ລາ​ສີ​ເມດ ເສດ​ຖີ​ໄດ້​ພາ​ບໍລິວານ​ໄປ​ຍັງ​ຕົ້ນ​ໄຮ​ແຄມ​ນ້ຳ ພໍ​ເຖິງ​ກໍ​ໄດ້​ເອົາ​ເຂົ້າ​ສານ​ລົງ​ລ້າງ​ໃນ​ນ້ຳ​ເຈັດ​ເທື່ອ ແລ້ວ​ຫຸງ​ບູຊາ​ອະທິຖານ​ຂໍ​ລູກ​ກັບ​ລຸ​ກຂະ​ເທວ​ະດາ​ໃນ​ຕົ້ນ​​ໄຮ​ນັ້ນ ລຸ​ກຂະເທວະ​ດາ​ເຫັນ​ໃຈ​ເສດ​ຖີ ຈຶ່ງ​ເຫາະ​ໄປ​ທູນພະຍາ​ອິ​ນ ບໍ່ຊ້າ​ພະຍາ​ອິນ​ກໍ​ມີ​ເມດຕາ​ປະ​ທານ​ໃຫ້​ເທພະບຸດ​ອົງ​ໜຶ່ງ​ຊື່ວ່າ "ທຳມະບານ" ລົງ​ໄປ​ປະຕິ​ສົນ​ທິ​ໃນ​ມົດລູກ​ເມຍ​ເສດ​ຖີ ​ໄດ້​ເກົ້າ​ເດືອນກໍ​ເກີດ​ອອກ​ມາ ເສດ​ຖີ​ຕັ້ງຊື່​ໃຫ້​ກຸ​ມານ​ນ້ອຍ​ນີ້​ວ່າ ທຳມະ​ບານ​ກຸ​ມານ ແລະ​ໄດ້​ປຸກ​ປາ​ສາດ​ໄວ້​ໃຕ້​ຕົ້ນ​ໄຮ​ໃຫ້​ກຸ​ມານ​ນີ້​ຢູ່​ອາໄສ.

ຕໍ່​ມາ​ເມື່ອ​ທຳມະ​ບານ​ກຸ​ມານ​ໃຫຍ່​ຂຶ້ນ ກໍ​ໄດ້​ຮຽນ​ຮູ້​​ພາສາ​ນົກ ແລະ​ຮຽນ​ໄຕ​ເພດ​ຈົບ​ເມື່ອ​ອາ​ຍຸ​ໄດ້​ເຈັດ​ປີ ພວກເຂົາ​ໄດ້​ເປັນ​ອາຈານ​​ໄລ່​ມື້​ໄລ່​ວັນ​ມຸງຄຸນຕ່າງໆ ແກ່​ຄົນ​ທັງ​ຫລາຍ ຢູ່​ມາ​ມື້​ໜຶ່ງ ທ້າ​ວກະບິນ​ລະ​ພົມ(ພະຍາ​ພົມ) ໄດ້​ລົງ​ມາ​ຖາມ​ບັນຫາ​ກັບ​ທຳມະ​ບານ​ກຸ​ມານ 3 ຂໍ້ ຖ້າ​ທຳມະ​ບານ​ກຸ​ມານ​ຕອບ​ໄດ້​ກໍ​ຈະ​ຕັດ​ສຽນ(ຫົວ)​ບູຊາ ແຕ່​ຖ້າ​ຕອບ​ບໍ່​ໄດ້​ຈະ​ຕັດ​ຫົວ​ທຳມະບານ​ກຸ​ມານ​ຖ້ິມເສຍ ທ້າ​ວກະບິນລະ​ພົມ ​ຖາມ​ທຳ​ມະບານ​ກຸ​ມານ​ວ່າ ຕອນ​ເຊົ້າ​ລາສີ​ຢູ່​ທີ່​ໃດ ຕອນ​ທ່ຽງ​ລາສີ​ຢູ່​ທີ່​ໃດ ແລະ​ຕອນ​ຄ່ຳລາ​ສີ​ຢູ່​ທີ່​ໃດ ທັນ​ໃດ​ນັ້ນ​ທຳ​ມະບານ​ກຸ​ມານ​ຈຶ່ງ​ຂໍ​​ເວລາ​ກັບ​ທ້າ​ວກະ​ບິນ​ລະ​ພົມເປັນ​ ເວລາ 7 ມື້ ​ເພື່ອ​ໄປ​ຄົ້ນຄວ້າ​ຫາ​ຄຳ​ຕອບ.

ທາງ​ທຳ​ມະບານ​ກຸ​ມານ​ກໍ​ພະຍາຍາມ​ຄິດ​ຄົ້ນ​ຫາ​ຄຳ​ຕອບ ລ່ວງ​ເຂົ້າ​ວັນທີ່ 6 ທຳ​ມະບານ​ກຸ​ມານ​ກໍ​ລົງ​ຈາກ​ປາ​ສາດ​ມາ​ນອນ​ຢູ່​ໃຕ້​ຕົ້ນ​ຕານເຂົາ​ຄິດວ່າ ຂໍ​ຕາຍ​ໃນ​ທີ່​ລັບ​ຍັງ​ດີກວ່າ​ໄປ​ຕາຍ​ດ້ວຍ​ອາ​ຍາ​ທ້າ​ວກະບິນ​ລະ​ພົມ ບັງ​ເອີນ​ເທິງ​ຕົ້ນ​ໄມ້​ມີ​ນົກ​​ແຮ້ງ 2 ຕົວ​ຜົວ​ເມຍ​ເຮັດ​ລັງ​ຢູ່. ນາງ​ນົກ​ແຮ້ງ​ຖາມ​ຜົວ​ວ່າ ມື້​ອື່ນ​ນີ້​ເຮົາ​ຈະ​ໄປ​ຫາ​ອາຫານ​ແຫ່ງ​ໃດ ຜົວ​ຕອບ​ນາ​ງ​ແຮ້ງວ່າ ເຮົາ​ຈະ​ໄປ​ກິນ​ສົບ​ທຳມະ​ບານ​ກຸ​ມານ ຊຶ່ງ​ທ້າ​ວກ​ະບິນລະ​ພົມ​ຈະ​ຂ້າ​ເສຍ ດ້ວຍ​ແກ້​ບັນຫາ​ບໍ່​ໄດ້. ນາງ​ນົກ​ຈຶ່ງ​ຖາມວ່າ ຄຳ​ຖາມ​ທີ່​ທ້າ​ວກະບິນ​ລະ​ພົມ ຖາມ​ຄື​ຫຍັງ?. ຜົວ​ກໍ​ເລົ່າ​ໃຫ້​ຟັງ ຊຶ່ງ​ນາງ​ນົກ​ກໍ​ບໍ່​ສາມາດ​ຕອບ​ໄດ້ ຜົວ​ຈຶ່ງ​ສະ​ເຫຼີຍ​ວ່າ ຕອນ​ເຊົ້າ ລາສີ​ຈະ​ຢູ່​ທີ່​ໜ້າ ຄົນ​ຈຶ່ງ​ຕ້ອງ​ລ້າງ​ໜ້າ​ທຸກ​ໆ ເຊົ້າ ຕອນ​ທ່ຽງ ລາສີ​ຈະ​ຢູ່​ທີ່​ໜ້າ​ເອິກ ຄົນ​ຈຶ່ງ​ອາບນ້ຳ​ແລະເອົາ​ເຄື່ອງ​ຫອມ​ປະ​ພົມ​ທີ່​ໜ້າ​ເອິກ ສ່ວນ​ຕອນ​ຄ່ຳ ລາສີ​ຈະ​ຢູ່​ທີ່​ຕີນ ຄົນ​​ເຮົາຈຶ່ງ​ຕ້ອງ​ລ້າງ​ຕີນ​ກ່ອນ​ເຂົ້າ​ນອນ ທຳ​ມະບານ​ກຸ​ມານ​ກໍ​ໄດ້​ຮູ້​ເລື່ອງ​ທີ່​ນົກ​ແຮ້ງ​ລົມ​ກັນ​ທັງ​ໝົດຈຶ່ງ​ຈົດ​ ຈຳ​ໄວ້.

ເມື່ອ​ຮຸ່ງ​ເຊົ້າຂຶ້ນມາ​ເປັນ​ມື້​ນັດ​ໝາຍ​ກັນ​ແລ້ວ ທ້າ​ວກະ​ບິນລະ​ພົມ​ກໍ​ມາ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ທຸກ​ປະ​ການ ທຳມະ​ບານ​ກຸ​ມານ​ຈຶ່ງ​ເອົາ​ຄຳ​ຕອບ​ທີ່​ໄດ້ຍິນ​ຈາກ​ນົກ​ໄປ​ຕອບ​ກັບ​ທ້າ​ ວກະບິນລະ​ພົມ ​​ທ້າວ​ທຳ​ມະ​ບານ​ກຸ​ມານ​​ກໍ​ເອົາ​ຊະນະ ​ແລະ​ທ້າວ​ກະບິນລະ​ພົມ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຕັດ​ຫົວ​ຕົວ​ເອງ​ຕາມ​ທີ່​ສັນຍາ​ ໄວ້. ທ້າ​ວກະ​ບິນ​ລະ​ພົມ ​ຈຶ່ງ​​ເອີ້ນ​ລູກ​ສາວ​ທັງ​ເຈັດ​ອັນ​ເປັນ​ປາທະ​ຈາລິ​ກາ​ພະ​ອິນ​ມາ​ລວມ ພ້ອມ​ກັນ ແລ້ວ​ບອກວ່າ ເຮົາ​ຈະ​ຕັດ​ສຽນ​ບູຊາ​ທຳ​ມະບານ​ກຸ​ມານ ຖ້າ​ຈະ​ຕັ້ງ​ໄວ້​ຍັງ​ແຜ່ນດິນ ໄຟ​ກໍ​ຈະ​ໄໝ້​ໂລກ ຖ້າ​ຈະ​ໂຍນ​ຂຶ້ນ​ໄປ​ເທິງ​ອາ​ກາດ ຝົນ​ກໍ​ຈະ​ແລ້ງ ຖ້າ​ຈະ​ຖິ້ມ​ໃນ​ມະຫາ​ສະໝຸດ ນ້ຳ​ກໍ​ຈະ​ແຫ້ງ ຈຶ່ງ​ໃຫ້​ທິ​ດາ​ທັງ​ເຈັດ​ນຳ​ພານ​ມາ​ຮອງ​ຮັບ ແລ້ວ​ກໍ​ຕັດ​ສຽນ​ໃຫ້​ນາງ​ທຸງ​ສະ​ເທວີ ຜູ້​ເປັນ​ທິ​ດາ​ອົງໃຫຍ່ ຈາກ​ນັ້ນ​ນາງ​ທຸງ​ສະ​ກໍ​ອັນ​ເຊີນ​ພະ​ສຽນ​ທ້າ​ວກະບິນລະ​ພົມ​ວຽນ​ຂວາ​ຮອບ​ ພູເຂົາ​ພະ​ສຸ​ເມ​ນ 60 ນາ​ທີ ແລ້ວ​ເກັບ​ຮັກສາໄວ້​ໃນ​ຖ້ຳ​ຄັນ​ທຸ​ລີ ໃນ​ພູເຂົາ​ໄກ​ລາດ.

ນັບ​ແຕ່​ມື້ນັ້ນມາ​ທຸກ​ໆ 1 ປີ ທິ​ດາ​ຂອງ​ທ້າ​ວກະບິນລະ​ພົມ​ທັງ 7 ກໍ​ຈະ​ຜັດ​ປ່ຽນ​ໝຸນ​ວຽນ​ມາ​ເຮັດ​ຫນ້າທີ່​ອັນ​ເຊີນ​ພະ​ສຽນ​ທ້າ​ວກະບິ​ນລະ​ພົມ ​ແຫ່​ໄປ​ຮອບ ພູເຂົາ​ພະ​ສຸ​ເມ​ນ ເປັນ​ເວລາ 60 ນາ​ທີ ແລ້ວ​ປະ​ດິດ​ສະຖານ​​ໄວ້​ຄື​ເກົ່າ ໃນ​ແຕ່​ລະ​ປີ​ນາງ​ສົງ​ການແຕ່​ລະ​ນາງ​ຈະ​ເຮັດ​ຫນ້າທີ່​ຜັດ​ປ່ຽນ​ກັນ​ຕາມ​ ວັນມະຫາ​ສົງ​ການ ດັ່ງ​ນີ້:

1.         ຖ້າ​ວັນອາທິດ​ເປັນ​ມື້​ມະຫາ​ສົງ​ການ(ສັງຂານ​ລ່ວງ) ນາງ​ສົງ​ການນາມ ທຸງ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ພິລາ ອາ​ພອນແກ້ວ​ປັດ​ທະມະ​ລາດ ພັກ​ສາ​ຫານ​ອຸ​ທຸມ​ພອນ (ໝາກເດື່ອ) ພະ​ຫັດຂວາ​ຊົງ​ກົງຈັກ​ ພະ​ຫັດຊ້າຍ​ຊົງ​ສັງ(ຫອຍ) ສະເດັດ​ມາ​ເທິງ​ຫລັງ​ຄຸດ.

2.         ຖ້າ​ວັນຈັນ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການນາມ ໂຄ​ລາ​ຄະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ປີບ ອາ​ພອນແກ້ວ​ມຸກ​ດາ ພັກ​ສາ​ຫານ​ເຕ​ລັງ (ນ້ຳ​ມັນ) ພະ​ຫັດຂວາ​ຊົງຂັນ ພະ​ຫັດຊ້າຍ​ຊົງ​ໄມ້ຄ້ອນ​ເທົ້າ ສະເດັດ​ມາ​ເທິງ​ຫລັງ​ພະ​ຍັກ (ເສືອ).

3.         ຖ້າ​ວັນອັງ​ຄານ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ຣາກ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ບົວ​ຫລວງ ອາ​ພອນແກ້ວ​ໂມ​ລາ ພັກ​ສາ​ຫານ​ເລືອດ ພະ​ຫັດຂວາ​ຊົງ​ຕີ​ສູນ(​ເຫຼັກສາມ​​ແຫຼມ) ພະ​ຫັດຊ້າຍ​ຊົງ​ທະນູ ສະເດັດ​ມາ​ເທິງ​ຫລັງ​ວະ​ລາ​ຫະ (ໝູ).

4.         ຖ້າ​ວັນ​ພຸດ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈຳ​ປາ ອາ​ພອນ​ແກ້ວ​ໄພ​ທູນ ພັກ​ສາ​ຫານ​ນົມ​ເນີຍ ພະ​ຫັດຂວາ​ຊົງ​ເຂັມ ພະ​ຫັດຊ້າຍ​ຊົງ​ໄມ້ເທົ້າ ສະເດັດ​ມາ​ເທິງ​ຫລັງ​ຄັດ​ລະ​ພະ (ລາ).

5.         ຖ້າ​ວັນພະ​ຫັດ​ ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການນາມ ກິ​ລິ​ນີ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ມົນ​ທາ ອາ​ພອນແກ້​ວມໍລະ​ກົດ ພັກ​ສາ​ຫານ​ຖົ່ວ​ງາ ພະ​ຫັດຂວາ​ຊົງ​ຂໍ​ຊ້າງ ພະ​ຫັດຊ້າຍ​ຊົງ​ປືນ ສະເດັດ​ມາ​ເທິງ​ຫລັງ​ຄະສະສານ (ຊ້າງ).

6.         ຖ້າ​ວັນສຸກເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ກິ​ມິ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈົງ​ກົນ​ນີ ອາ​ພອນແກ້ວ​ບຸດສະລາ​ຄຳ ພັກ​ສາ​ຫານ​ກ້ວຍ​ນ້ຳ ພະ​ຫັດຂວາ​ຊົງ​ຂັນ ພະ​ຫັດຊ້າຍ​ຊົງ​ພິນ ສະເດັດ​ມາ​ເທິງ​ຫລັງ​ມະ​ຫິງ​ສາ (ຄວາຍ).

7.         ຖ້າ​ວັນເສົາເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ມະ​ໂຫ​ທອນ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ສາ​ມຫາ​ວ ອາ​ພອນ​ແກ້ວ​ນິນ​ລັດຕະນະ ພັກ​ສາ​ຫານ​ເນື້ອ​ຊາຍ ພະ​ຫັດ​ຂວາ​ຊົງກົງ​ຈັກ​ ພະ​ຫັດຊ້າຍ​ຊົງ​ຕີ​ສູນ ສະເດັດ​ມາ​ເທິງ​ຫລັງ​ມະ​ຍຸ​ລາ (ນົກ​ຍູງ).

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ທ່ານ Carter ຈະເດີນທາງ ໄປເກົາຫຼີເໜືອ

 

ກະຊວງການຕ່າງປະເທດສະຫະລັດກ່າວວ່າອະດີດປະທານາທິບໍດີສະຫະລັດທ່ານ Jimmy
Carter ມີແຜນການເດີນທາງໄປຢ້ຽມຢາມເກົາຫຼີເໜືອ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວໃນວັນພະຫັດມື້ວານ
ນີ້ວ່າ ລັດຖະບານສະຫະລັດໄດ້ຮັບຊາບກ່ຽວກັບແຜນການເດີນທາງດັ່ງກ່າວແຕ່ທ່ານເວົ້າວ່າ
ທ່ານ Carter ຈະເດີນທາງໄປຢ້ຽມຢາມໃນຖານະສ່ວນໂຕ.

ທ່ານເວົ້າວ່າ ທ່ານ Carter ບໍ່ໄດ້ເດີນທາງໄປພ້ອມກັບຄະນະຜູ້ແທນຂອງທາງການສະຫະ
ລັດແລະກໍບໍ່ໄດ້ຖືສານຂອງທາງການສະຫະລັດ ໄປນຳແຕ່ຢ່າງໃດ.

ທ່ານບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາໃນການເດີນທາງດັ່ງກ່າວ.

ສູນກາງ Carter ທີ່ນະຄອນ Atlanta ກ່າວວ່າຕົນຈະບໍ່ໃຫ້ຄວາມເຫັນກ່ຽວກັບການປະ
ກາດທີ່ວ່ານີ້.

ອົງການຂ່າວຢອນຮັບ ຂອງເກົາຫຼີໃຕ້ ລາຍງານໃນວັນພະຫັດມື້ວານນີ້ວ່າ ອະດີດເລຂາທິ
ການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Kofi Annan ອະດີດປະທານາທິບໍດີໄອ
ແລນທ່ານນາງ Mary Robin ແລະອະດີດນາຍົກລັດຖະມົນຕີນໍເວ ທ່ານ Gro Harlem
Brundland ແມ່ນຮວມຢູ່ໃນບັນດາ ຜູ້ທີ່ຈະຮ່ວມເດີນທາງ ໄປນະຄອນຫຼວງພຽງຢາງກັບ
ທ່ານ Carter ເພື່ອພະຍາຍາມຊອກຫາຊ່ອງທາງຜ່ອນຄາຍຄວາມເຄັ່ງຕຶງຢູ່ໃນແຫຼມເກົາຫຼີ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ພວກຕໍ່ຕ້ານລັດຖະບານລີເບຍ ເຂົ້າຢຶດເມືອງ Ajdabiya

 

ພວກຕໍ່ຕ້ານລັດຖະບານໃນລີເບຍ ຊຶ່ງໄດ້ຮັບການສະໜັບ
ສະໜຸນຈາກການໂຈມຕີທາງອາກາດຂອງປະເທດຕາເວັນ
ຕົກໃນວັນເສົາມື້ນີ້ ໄດ້ເຂົ້າຢຶດເອົາເມືອງ Ajdabiya ຫົວ
ເມືອງຍຸດທະສາດນໍ້າມັນ ໃນພາກຕາເວັນອອກ ຂອງປະ
ເທດຈາກກຳລັງຂອງຜູ້ນຳລີເບຍທ່ານ Moammar Ga-
dhafi. ເມືອງ Ajdabiya ຕັ້ງຫ່າງຈາກເມືອງ Bengha-
zi ຊຶ່ງເປັນທີ່ໝັ້ນຂອງພວກຕໍ່ຕ້ານລັດຖະບານໄປທາງທິດ
ໃຕ້ປະມານ 160 ຫຼັກກິໂລແມັດ.

ພວກເຈົ້າໜ້າທີ່ລີເບຍພວມດຳເນີນຄວາມພະຍາຍາມທາງ
ດ້ານການທູດເພື່ອຊອກຫາຊ່ອງທາງແກ້ໄຂວິກິດການຂອງປະເທດຂະນະທີ່ກຳລັງປະສົມ ຂອງນາໆຊາດທຳການໂຈມຕີເປົ້າໝາຍຕ່າງໆຂອງລັດຖະບານລີເບຍທີ່ຢູ່ໃກ້ໆທີ່ໝັ້ນຂອງ
ພວກຕໍ່ຕ້ານລັດຖະບານ.

ຄະນະຜູ້ແທນຂອງລີເບຍກ່າວວ່າ ຕົນມີຄວາມໝາຍໝັ້ນຕັ້ງໃຈຕໍ່ການຢຸດຍິງແລະທວງໃຫ້
ຢຸດຕິການໂຈມຕີທາງອາກາດແລະການປິດລ້ອມທາງທະເລຕໍ່ລີເບຍ.

ການປະຊຸມ ທີ່ພົວພັນກັບຄະນະຜູ້ແທນລີເບຍ ຊຶ່ງໄດ້ມີຂຶ້ນລຸນຫຼັງກອງປະຊຸມມະຫາອຳ
ນາດໂລກຢູ່ນະຄອນຫຼວງ Adis Ababa ຂອງເອທິໂອເປຍໄດ້ຮຽກຮ້ອງໃຫ້ມີການຈັດຕັ້ງ ໄລຍະຂ້າມຜ່ານໄປສູ່ປະຊາທິປະໄຕກ່ອນໜ້າການເລືອກຕັ້ງຢູ່ໃນລີເບຍ.

ຄະນະຜູ້ແທນລີເບຍ ໄດ້ເດີນທາງໄປຮ່ວມກອງປະຊຸມດັ່ງກ່າວ ແຕ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າ
ຮ່ວມ ເວລາພວກຕໍ່ຕ້ານລັດຖະບານລີເບຍ ບໍ່ສາມາດໄປ ຮ່ວມກອງປະຊຸມທີ່ວ່ານີ້.

ນອກນັ້ນແລ້ວໃນມື້ວານນີ້ອົງການເນໂຕ້ກ່າວວ່າ ພົນໂທ Charles Bouchard ຂອງກາ ນາດາຈະເປັນຜູ້ນຳພາການປະຕິບັດງານທາງທະຫານ ຂອງກຸ່ມພັນທະມິດເນໂຕ້ໃນລີເບຍ.
ອົງການເນໂຕ້ ໄດ້ຕົກລົງໃນມື້ວັນພະຫັດຜ່ານມານີ້ວ່າ ຈະເຂົ້າກຳການບັງຄັບບັນຊາ ເພື່ອ
ຈັດຕັ້ງປະເທດບັດເຂດຫ້າມບິນເໜືອນ່ານຟ້າລີເບຍ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄວາມ​
ຮັກ​ເປັນ​ທຳ​ມະ​ຊາດ​ຂອງ​ຄົນ​ທີ່​ມີ​ຈິດ​ປົກກະຕິຈະ​ຕ້ອງ​ມີ​ດ້ວຍ​ກັນ​ທຸກ​ຄົນ
​ແລະ​ດ້ວຍ​ຄວາມ​ຮັກ​ເຮັດ​ໃຫ້​ສັງຄົມ​ມະນຸດປະກອບ​ວຽກ​ງານ​ສຳ​ເລັດ​ໄດ້
ຈະ
​ເຂົ້າ​ກັບ​ຄຳ​ພັງ​ເພີຍທີ່​ວ່າ:ຍາມ​ຮຽນ​ຢ່າ​ຮຽນ​ຮັກ ​ແຕ່​ພໍ​ຄິດ​ຄັກໆ​ຮັກ​
ແນ່​ຮຽນ​ນຳ ຄົນ​ເຮົາ​ສ່ວນ​ຫລາຍ​ທຳງານ​ດ້ວຍ​ຄວາມ​ຮັກ
​ແລະ​ເພື່ອຄົນ​ທີ່​ເຮົາ​ຮັກມັກ​ຈະ​ເຮັດ​ໄດ້​ແລະ​ບໍ່​ຮູ້ຈັກ​ອິດເມື່ອຍ
ຫຼື​ຈະ​ເຂົ້າ​ກັບ​ຄຳ​ເວົ້າ​ທີ່​ວ່າ”ທີ່​ໃດ​ມີ​ຮັກທີ່​ນັ້ນ​ມີ​ທຸກ ຫຼື​
ທີ່​ໃດ​ມີ​ຮັກ​ທີ່​ນັ້ນ​ບໍ່​ມີ​ທຸກ”​ເພາະວ່າ​ຄວາມ​ຮັກ​ເປັນ​ຢາ​ຊູ​ກຳລັງ
ປຸກ​ໃຈ​ໃຫ້​ຕໍ່ສູ້ ​ເຖິງ​ວ່າ​ວຽກ​ງານ​ນັ້ນ ຈະ​ລຳບາກ​ພຽງ​ໃດ​ກໍ​ທົນ​ສູ້​ໄດ້
​ເພາະວ່າ​ເພື່ອ”ຄວາມ​ຮັກ”
ຄວາມ​ຮັກ​ນັ້ນ
ນັກ​ຄິດ​ນັກ​ຂຽນ​ກ່າວ​ໄວ້​ວ່າ:ຊີວິດ​ຂອງ​ຄົນ​ເຮົາ​ຈະ​ມີຣົດຊາດ​ດີ​ເປັນ​ຢ່າ​
ວິຕາມິນ​ຫຼື​ມີ​ຄວາມ​ຂົມ​ຂື່ນ ຊີວິດ​ຈືດໆ​ຈາງໆ
ນັ້ນ​ແມ່ນ​ຂື້ນຢູ່​ກັບ​ຄວາມ​ຮັກ
ຊີວິດ ​ປຽບ​ເໝືອນ​ເຮືອນຄົວ
ຖ້າ​ເຮືອນຄົວ​ທີ່​ບໍ່​ມີ​ນ້ຳຕານ,​ເກືອກໍບໍ່​ແມ່ນ​ເຮືອນຄົວ
​ການ​ປຸງ​ແຕ່ງອາຫານ​ໃຫ້​ແຊບນົວ ຕ້ອງ​​ໃສ່​ນ້ຳຕານ​ແລະ​ເກືອຖ້າ​ຂາດ​ນ້ຳຕານ
ຂາດ​ເກືອ​ແລ້ວ​ອາຫານ​ຈະ​ບໍ່​ແຊບນົວ
ດັ່ງ​ນັນ
ນ້ຳຕານ,​ເກືອ​ຈິ່ງ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ປຸງ​ອາຫານ​ໃນ​ເວລາ​ດຽວ​ກັນ
ນ້ຳຕານ ​​ແລະ ເກືອກໍ​ໃຫ້​ໂທດ​ເປັນ​ພິດ​ເປັນ​ໄພ
​ແກ່​ຄົນ​ເຮົາ​ຫລາຍ​ເໝືອນ​ກັນ​ໂລກ​ເຈັບ​ປ່ວຍ​ໄຂ້​ຂອງ​ຄົນ​ເຮົາ​ມີ​ຫລາຍ​ໂລກ
ອັນ​ທີ່​ມີ​ສາ​ເຫດກິນ​ເກືອ​ນ້ຳຕານ​ຫລາຍ​ເກີນ​ໄປ ບາງ​ຄົນ​ກໍ​ບອກ​ວ່າ
ນ້ຳຕານ​ມີ​ແຕ່​ໂທດ​ບໍ່​ມີ​ປະ​ໂຫຍ​ດ​ເລີຍ
​ແຕ່​ຮ່າງກາຍ​ຂອງ​ຄົນ​ເຮົາ​ກໍ​ຕ້ອງການ​ນ້ຳຕານ​ໃນ​ປະລິມານ​ທີ່​ເໝາະ​ສົມ
ຊີວິດ​ທີ່​ປາ​ສະ​ຈາກ​ຄວາມ​ຮັກ​ບໍ່​ແມ່ນ​ຊີວິດ​ເໝືອນ​ເຮືອນຄົວ
ທີ່​ບໍ່​ມີ​ນ້ຳຕານ,​ເກືອ ຈະ​ບໍ່​ເປັນ​ເຮືອນຄົວ
ສິ່ງສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຄື​ຄວາມ​ຮັກ ຄວາມ​ຮັກ​ຄື​ຊີວິດ
ຊີວິດ​ຄື​ຄວາມ​ຮັກ​ແລະ​ຄວາມທຸກ​ຂອງ​ຊີວິດ​ເກີດ​ຈາກ​ຄວາມ​ຮັກ​ເຊັ່ນ​ກັນ
ຈົນ​ບາງ​ຄັ້ງ​ເບິ່ງ​ເໝືອນກັບ​ວ່າ
ຄວາມ​ຮັກ​ຄື​ຄວາມທຸກ​ບາງ​ຄົນ​ທຸກ​ຫລາຍ​ທຳ​ໃຈ​ບໍ່​ໄດ້
ຈົນ​ເຖິງ​ຂ້າ​ກັນ​ຕາຍ​ທຳລາຍ​ຊີວິດ​ຕົນ​ເອງ​ກໍ່​ມີ​ຫລາຍ​ທຸກ​ຍຸກ​ທຸກ​ສະ​ໄໝ
ຖ້າ​ເປັນ​ເຊັ່ນ​ນັ້ນ​ກໍ​ເຂົ້າ​ກັບ​ຄຳ​ຄົມ​ທີ່​ວ່າ:"ທີ່​ໃດ​ມີ​ຮັກ
ທີ່​ນັ້ນ​ມີ​ທຸກ"ເພາະ​ຮັກ​ບໍ່​ເປັນຈິ່ງ​ເປັນ​ທຸກ ອັນ​ອຳນາດ​ແຫ່ງ​ຄວາມ​ຮັກ
​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້ຄວາມ​ຮັກ​ນັ້ນ ມີ​ພະລັງ​ແຮງ​ມະຫາສານ
ມີ​ອຳນາດ​ທີ່​ຍິ່ງ​ໃຫຍ່ອຳນາດ​ຂອງ​ຄວາມ​ຮັກ​ທຳ​ໃຫ້​ຄົນ​ຕາບອດ​ໄດ້
ຖ້າ​ບໍ່​ມີ​ສະຕິ
​ເໝືອນ​ມີ​ເລື່ອງ​ທີ່​ເຂົາ​ເລົ່າ​ກັນ​ວ່າ:ຊາຍ​ຄົນ​ໜຶ່ງ​ຖຶກຈັບ​​ເຂົ້າ​ຮ່ວມ​
ຫຼິ້ນ​ເກ​ມ​ແຫ່ງ​ຄວາມ​ຮັກ
​​ໂດຍ​ມີ​ກະຕິ​ກາ​ວ່າ​ໃຫ້​ແຕ່ລະຄົນ​,ຍິງ-ຊາຍ​ຫຼັບ​ຕາ​ໄຕ່​ຂົວ​ໄມ້​ລຳ​ດຽວ​
ຖ້າ​ໄປ​ຮອດ​ພາກ​ນັ້ນ​ໂດຍ​ບໍ່​ຕົກ​ຂົວ​ສະ​ແດງ​ວ່າຄວາມ​ຮັກ​ຂອງທ່າ​ນທີ່​ມີ​
ຢູ່​ໃນ​ປັດຈຸບັນ ​ແມ່ນ​ເນື້ອ​ຄູ່​ກັນ​ແທ້ໆ
ມີ​ຜູ້​ໄຕ່​ໄປ​ກ່ອນ​ແລ້ວ​ 20ຄູ່​ລ້ວນ​ແຕ່​ຕົກ​ຂົວ​ໝົດ
​ແຕ່​ຊາຍ​ຄົນ​ນັ້ນ​ຜູ້​ດຽວ​ທີ່​ໄຕ່​ຈົນ​ຮອດ​ຝັ່ງ​ນັ້ນ​ໄດ້​ຢ່າງ​ປອດ​ໄພ
ຫລາຍ​ຄົນ​ຫຸ້ມ​ມາ​ຖາມ​ລາວ
​ວ່າ​ເຮັດ​ຢ່າງ​ໃດ​ຈິ່ງ​ໄຕ່​ສຸດ​ຂົວ​ມາ​ຮອດ​ຝັ່ງ​ນີ້​ໄດ້
ຊາຍ​ຄົນ​ນັ້ນ​ຕອບ​ວ່າ ຂ້ອຍ​ມືນ​ຕາ​ນ້ອຍ​ຍ່າງ​ມາ........
ອັນ​ນີ້​ແລະ​ອຳນາດ​ແຫ່ງ​ຄວາມ​ຮັກ​ເຮັດ​ໃຫ້​ຄົນ​ຕາບອດ​ໄດ້
ຖ້າ​ເພື່ອ​ຄວາມ​ຮັກ ​ເຂົາ​ທຳ​​ໄດ້​ທຸກ​ຢ່າງ
​ເໝືອນ​ຄົນ​ຫຼິ້ນ​ເກ​ມ​ແຫ່ງ​ຄວາມ​ຮັກຖ້າ​ບໍ່​ມືນ​ຕາ​ເບິ່ງ​ທາງ
​ເຮົາ​ອາດ​ຈະ​ຕົກ​ຂົວ​ແລະ​ເຮັດ​ໃຫ້​ເກີດ​ບາດ​ເຈັບ​ໄດ້
​ເພາະ​ເຮົາ​ບໍ່​ຮູ້​ວ່າ
ຊິ​ຕົກລົງ​ທ່າ​ໃດ​ແລະ​ກໍ​ບໍ່​ເຫັນ​ເບື້ອງລຸ່ມ​ວ່າ​ມີ​ຫຍັງ​ແນ່ຖ້າ​ເຮົາ​ມືນ​
ຕາຈະ​ໄດ້​ມອງ​ເຫັນ​ແລະຫຼົບຫຼີກ​ທັນ​ຈິ່ງ​ຈະ​ບໍ່​ເຈັບ​ໂຕ​ຫລາຍ
ນີ້​ປຽບ​ຄວາມ​ຮັກ​ຖ້າ​ເຮົາ​ຮັກ​ເປັນ​ເຮົາ​ຈະ​ເບິ່ງ​ໂລກ​ກວ້າງໆ​ໄວ້
ຖ້າ​ເຮົາ​ຮັກ​ຈິງ​ເມື່ອ​ການ​ເງິນ​ການ​ງານ​ບໍ່​ພ້ອມບໍ່​ຄວນ​ປ່ອຍ​ໃຫ້​ອຳນາດ​
ແຫ່ງ​ຄວາມ​ຢາກ​ເຂົ້າ​ມາ​ຄອບ​ງຳ​ຈິດ​ໃຈ​ເຮົາ​ຈົນ​ເຮັດ​ໃຫ້​ຕາ​ເຮົາ​ມືດ​ມົວ​
ບໍ່​ສະຫວ່າງຈົນ​ບໍ່​ເຫັນ​ຄວາມ​ດີ​ຄວາມ​ງາມ​ຂອງ​ຜູ້​ໃຫຍ່​ທີ່​ຫວັງ​ດີ
ຄື​ຖ້າ​ອາຍຸ​ຢູ່​ໃນ​ເກນ​ໄວ​ໜຸ່ມ
ກໍ​ບໍ່​ຄວນ​ໃຫ້​ສຸກ​ກ່ອນ​ເຫີ່ມ​ຄວນ​ລໍຖ້າ​ໃຫ້​ຮອດ​ເວລາ​ທີ່​ເໝາະ​ສົມ
ຖ້າ
​ເຮົາ​ຄິດ​ໄດ້​ແບບ​ນີ້​ເພີ່ນ​ໝາຍວ່າ​ເຮົາ​ຮັກ​ເປັນ
​ແລະ​ເຮັດ​ໃຫ້​ຄວາມ​ຮັກ​ເປັນ​ຢາ​ວິຕາມິນC ປຽບ​ເໝືອນ​ຊາຍ​ຄົນ​ນັ້ນ​ທີ່​ສະຫລາດ​ເວລາ​ໄຕ່​ຂົວ​ແອບ​ມືນ​ຕາ​ເບິ່ງ​ທາງ​ໄປ​
ຈິ່ງຍ່າງ​ໄດ້​ຢ່າງ​ທຸ່ນ​ທ່ຽງ​ແລະ​ບໍ່​ຕົກຖ້າ​ເຮັດ​ໄດ້​ແບບ​ນີ້
ມັນ​ຈະ​ເຂົ້າ​ກັບ​ຄຳ​ຄົມ​ທີ່​ວ່າ”ທີ່​ໃດ​ມີ​ຮັກ​ທີ່​ນັ້ນ​ບໍ່​ມີ​ທຸກ”​ ເພາະວ່າ​ຄວາມ​ຮັກ​ຄື​ຄວາມ​ປາຖະໜາ​ດີ​ຕໍ່​ກັນ​ໂດຍ​ບໍ່​ມີ​ສານພິດ​ຄື​ກິ​ເລດ​
ມາ​ເຈືອ​ປົນ ຄື​ບໍ່​ໃຫ້​ອຳນາດ​ແຫ່ງ​ກາມມະລາຄະ​ມາ​ບັງຕາ
ຈິ່ງ​ເປັນຄວາມ​ຮັກ​ທີ່​ບໍລິສຸດ
​ສົດ​ໃສ​ເຮັດ​ໃຫ້​ທຸກ​ຊີວິດ​ມີຣົດຊາດ​​ແລະ​ມີ​ຊີວິດ​ຊີວາ......

ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ກ່ອນທີ່ຈະເລີ້ມຕົ້ນມີສາຍສຳພັນຄວາມຮັກກັບໃຜຄົນໜຶ່ງ

ເຮົາອາດຈະຕ້ອງການຄວາມໝັ້ນໃຈໃຫ້ຕົວເອງເລັກນ້ອຍວ່າຕົວເຮົາພ້ອມຈະມີຄວາມຮັກກັບຄົນໆນີ້ຫຼືບໍ່
1.ເປັນຝ່າຍເລືອກແລະຕ້ອງຮູ້ວ່າໂຕເອງຕ້ອງການຄົບກັບຄົນແບບໃດ

ຖາມຕົວເຮົາເອງວ່າຄົນແບບໃດທີ່ຖືກໃຈ
ແລະຈະມາຄົບກັບຕົວເຮົາເອງໄດ້ ເພາະເປັນພຶ້ນຖານທີ່ດີໄວ້
ເມຶ່ອຄົບກັນແລ້ວກໍ່ຈະປະຄັບປະຄອງສາຍສຳພັນທີ່ດີໄດ້ງາຍ
ຄຳຖາມສຳຄັນທີ່ຈະຕ້ອງຖາມຕົວເອງກໍ່ຄືຄົນຮັກທີ່ຈະມາຄົບກັນຄວນຈະມີນິໄສແນວໃດ ?
2.ເລືອກຢ່າງຕັ້ງໃຈ
ຫາເຫດຜົນທີ່ດີໃຫ້ແກ່ໂຕເອງແນ່ໃຈ ກ່ອນທີ່ຈະເລີ້ມຕົ້ນສາຍສຳພັນເພຶ່ອຄວາມໝັ້ນໃຈແລະຄວາມພ້ອມກ່ອນທີ່ຈະອອກເດີນທາງເທິງຫົນທາງແຫ່ງຄວາມຮັກ
ຄຳຖາມທີ່ຕ້ອງຖາມກັບຕົວເອງກໍ່ຄືສາຍສຳພັນຄວາມຮັກແບບໃດທີ່ໂຕເອງຕ້ອງການ ?. ເປັນຫຍັງຕົວເຮົາຈິ່ງຕ້ອງການສາຍສຳພັນໃນຄັ້ງນີ້ ?
3.ກ່ອນທີ່ຈະພັດທະນາສາຍສຳພັນ

ແນ່ໃຈແລ້ວບໍ່ວ່າ ໂຕເອງແລະຄົນທີ່ກຳລັງຄົບກັນຢູ່ ພ້ອມທີ່ຈະຈິງໃຈແລະຈິງຈັງຕໍ່ກັນກ່ອນທີ່ຈະພັດທະນາສາຍສຳພັນຂຶ້ນອີກຂັ້ນໜຶ່ງ
ຄຳຖາມສຳຄັນທີ່ຈະຕ້ອງຖາມຕົວເອງກ່ອນກໍ່ຄື
ຕົວເຮົາພ້ອມຈະຜູກພັນມີຄວາມຮັບຜິດຊອບກັບຄົນທີ່ຄົບກັນຫຼືຍັງ ? ແລະເຊັ່ນດຽວກັນຖາມອີກຝ່າຍໜຶ່ງດ້ວຍຄຳຖາມດຽວກັນນີ້ວ່າ
ພ້ອມທີ່ຈະຜູກພັນກັນຫຼືຍັງ ?
4.ຈະເລິ້ມຄົບກັນມີມູມມອງຄວາມຄິດສອດຄ່ອງກັນຫຼືບໍ່?
ຖ້າມີບາງເລຶ່ອງທີ່ມີແນວຄວາມຄິດບໍ່ສອດຄ່ອງກັນຍອມຮັບກັນໄດ້ຫຼືບໍ່ ?
ເມຶ່ອຄົບກັນຕ່າງ ຝ່າຍຕ່າງ ຮັບຟັງ ແນວຄວາມຄິດຄວາມເຊຶ່ອທີ່ແຕກຕ່າງກັນໄດ້ບໍ່ ?
5.ຖມຄວາມຮູ້ສຶກຕົວເອງໃຫ້ແນ່ໃຈ

ຮູ້ຕົວເອງແລະຮູ້ຄວາມຮູ້ສຶກທີ່ມີຕໍ່ຄົນທີ່ເຈົ້າຈະຄົບນຳ
ຄຳຖາມທີ່ຕ້ອງຖາມຕົວເອງຄື ໂຕເຮົາຮູ້ສຶກດີແລະປອດໄພກັບຄົນທີ່ຈະຄົບກັນນີ້ຫຼືບໍ່ ?
ແລະຖາມອີກຝ່າຍວ່າຮູ້ສຶກດີທີ່ຈະຄົບກັນຫຼືບໍ່ ?
ນອກຈາກຄຳຖາມ 5 ຂໍ້ນີ້ແລ້ວສິ່ງໜຶ່ງທີ່ຄວນຕຽມພ້ອມກ່ອນຈະມີຄວາມຮັກກໍ່ຄືຮູ້ຈັກຮັກໂຕເອງກ່ອນແລ້ວຈະຮັກຄົນອຶ່ນເປັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຄວາມຮັກເປັນສິ່ງສັກສິດແລະສູງສົ່ງ
ຊຶ່ງຍາດມາໄດ້ດ້ວຍຄວາມຮັກເທົ່ານັ້ນ
ເມື່ອໃຫ້ຄວາມຮັກ ຄວາມຫ່ວງໃຍ
ແລະໃຫ້ຄວາມສຸກຫລາຍພຽງໃດ
ກໍຍ່ອມຈະໄດ້ຮັບຄວາມຮັກ ຄວາມຫ່ວງໃຍ
ແລະຄວາມສຸກກັບຄືນມາຫລາຍພຽງນັ້ນ

ແມ່ນແລ້ວ
ເຮົາຕ້ອງຈົກເອົາຄວາມຮັກຄວາມຫ່ວງໃຍທີ່ອອກຈາກຂົ້ວຫົວໃຈມອບແດ່ຄົນທີ່ເຮົາປາຖະໜາດີ
ແລະຫວັງວ່າຮັກທີ່ເຮົາມອບໃຫ້ແກ່ຄົນອື່ນນັ້ນຄົງຫວນຍ້ອນກັບມາຫາເຮົາເຊັ່ນກັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

@      ຖ້າຢາກເປັນຄົນງາມ                               ຢ່າວູ່ວາມຄຽດງ່າຍ

ຖ້າຢາກເປັນຄົນສະບາຍ                                            ຢ່າເບື່ອນ່າຍຄວາມພຽນ

ຖ້າຢາກເປັນຄົນຮັ່ງມີ                                             ຢ່າເປັນຄົນດີແຕ່ຈ່າຍ

ຖ້າຢາກເປັນຄົນນຳສະໄໝ                                           ຢ່າທຳລາຍວັດທະນາທຳ

@       ຖ້າຢາກມີຄວາມຮູ້                                   ຢ່າລົບລູ່ຄູອາຈານ

ຖ້າຢາກມີຄວາມສຳລາຍ                                       ຢ່າລ່້າງຜານສົມບັດ

ຄ້າຢາກເປັນຄົນມີອຳນາດ                                          ຢ່າຂາດຄວາມຍຸດຕິທຳ

ຖ້າຢາກເປັນຄົນດັງ                                                    ຢ່າຫວັງຄວາມສະຫງົບ

@       ຖ້າທ່ານທຳຕົວແຂ່ງກັບສັງຄົມ       ຄວາມົ່ມຈົມກຳລັງຕາມມາ

ຖ້າທານເຮັດວຽກເຫັນແກ່ໜ້າ                             ທ່ານຈະພົບກົບບັນຫາເລື້ອຍໄປ

ຖ້າທ່ານທຳຕົນເຫັນແກ່ໃດ້                                     ທ່ານຢ່າຫວັງນ້ຳໃຈຈາກເພື່ອນຝູງ

ຖ້າທ່ານຢ້ານກົວຈົນເກີນໄປ                    ທ່ານຈະເຮັດຫຍັງບໍ່ໃດ້

@       ຖ້າທ່ານກ້າຈົນເກີນໄປ          ທ່ານຈະພົບແຕ່ຄວາມເດືອດຮ້ອນ

ຖ້າທ່ານຂາດຄວາມພໍດີ                                         ທ່ານຈະເປັນຄົນໜີເຂົາຕະຫຼອດ

ຖ້າທ່ານຫວັງແຕ່ສະໜຸກ                                        ທ່ານຈະເປັນຄົນທຸກມະຫາສານ

ຖ້າທ່ານຂາດຄວາມທີ່ຖ້ວນ                         ຊີວິດຈະບໍ່ມີຄວາມໝາຍ

ຖ້າທ່ານທຳໃຈໃຫ້ສະບາຍ                               ທ່ານຈະພົບຄວາມສຸກທິ່ເຢືອກເຢັນ...........ທ່ານເອີ້ຍ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຊ່ວງນີ້ໄວລັສ໌ທີ່ໃຊ້ຊອງທາງ Autorun ຂອງ Windows ລະບາດຫຼາຍອອກມາກັນບໍ່ຊຳເລີຍຈາກຊ່ວງທຳອິດຈະເປັນພວກ Hacked By ແມ່ນຫຍັງ ຕໍ່ ແມ່ນຫຍັງ ແຕ່ແລ້ວຊ່ວງຫຼັງໆ ແມແຕ່ໄວລັສ໌ຕົວອື່ນໆທີ່ບໍ່ໄດ້ແກ້ Title ຂອງ IE ກໍ່ອາດໃຊ້ຊອງທາງນີ້ເຂົ້າມາຄົງຍ້ອນສາມາດແພໄດ້ໄວພຽງອາໃສການເກາະຕິດໄປໃສ Thumb Drive ໂດຍຝັງໄຟລ໌ທີ່ຊື່ Autorun.inf ໄວ້ໃນ Thumb Drive ນັ້ນໆເມືອນຳໄປສຽບທີ່ເຄື່ອງ Windows ກໍ່ຈະມາອ່ານຄຳສັ່ງທີຢູ່ໃນໄຟລ໌ນີ້ວ່າຈະໃຫ້ ເຮັດຫຍັງຕໍ່ໄປ ຊຶ່ງຫຼັກໆແລ້ວກໍ່ແມ່ນການເອີ້ນຕົວ Virus (ຕົວຈິງ) ໃຫ້ເຮັດວຽກຂຶ້ນມາເທົ່ານັ້ນເອງ ແລະຈະມີການສ້າງ

ຕົວໄວລັສ໌ພອມທັ່ງຕົວ Autorun.inf ໄວ້ໃນທຸກໆ Drive ຊຶງຈະເຮັດໃຫ້ບໍ່ສາມາດ Double Click ເຂົ້າທີ່ Drive ໂດຍກົງໄດ້ຕ້ອງໄດ້ Click ຂວາແລ້ວເລືອກ Open ເອົາເພາະການ Double Click ເປັນການເອີ່ນຄຳສັງ AutoPlay ຊຶ່ງກໍ່ເປັນການເອີ່ນໄວລັສ໌ເຮັດວຽກຂື້ນມານັ້ນເອງ


ການປ້ອງກັນ virus Autorun ແບບພື້ນຖານ


ວິທີປ້ອງກັນກໍ່ຄື ໃຫ້ສ້າງ Folder ຊື່ Autorun.inf ໄວ້ທຸກໆDrive ລວມເຖິງ Thumb Drive ນຳມັນຈະເຮັດໃຫ້ໄວລັສ໌ບໍ່ສາມາດທີ່ຈະສ້າງໄຟລ໌ Autorun.inf ຂຶ້ນມາໄດ້ເພາະໂດຍທຳມະຊາດຂອງ Windows ແລ້ວມັນຈະບໍ່ຍອມໃຫ້ມີຊື່ຊ້ຳກັນ ໂດຍບໍ່ໄດ້ແຍກແຍະວ່າເປັນ Folder ຫຼື File ສວນສາເຫດທີ່ໃຊ້ການສ້າງ Folder ແທນທີ File ນັ້ນເພາະເຮົາສ້າງ File ທີ່ຊື່ Autorun.inf ນັ້ນ ຕົວໄວລັສ໌ສາມາດທີຈະທຳການສ້າງ File
Autorun.inf ຂອງຕົວມັນເອງທັບ File ຂອງເຮົາໄດ້ແຕ່ຖ້າເຮົາສ້າງເປັນ Folder ຈາກທີ່ທົດສອບເບິງມັນບໍ່ສາມາດທັບກັນໄດ້

      ແຕ່ ບໍ່ໄດ້ໝາຍຄວາມວ່າ ເມືອເຮັດແບບນີ້ແລ້ວເຄື່ອງເຮົາຈະບໍ່ຕິດໄວລັສ໌ເດີມັນເປັນພຽງການປ້ອງກັນ ການໃຊ້ໄວລັສ໌ຊ້ຳຂຶ້ນມາ ແລະ ເປັນການປ້ອງກັນອາການ Double Click ເອີ່ນ Drive ບໍ່ໄດ ແລະ ທີ່ສຳຄັນສຳລັບຕົວ Thumb Drive ເອງນັ້ນກໍ່ເປັນການປ້ອງກັນການເປັນພາຫະນຳໄວລັສ໌ໄປຢັງເຄືອງຄອມອື່ນໆຄືເມືອນຳ Thumb Drive ທີ່ຕິດໄວລັສ໌ໄປສຽບຄອມອື່ນໆ ກໍ່ຈະບໍ່ມີການເອີ່ນຕົວໄວລັສ໌ Thumb Drive ເພື່ອຂະຫຍາຍພັນໄປເຄື່ອງອື່ນໆອີກ ແຕ່ຕົວໄວລັສ໌ຢັງຢູ່ໃນThumb Drive ເດີຈາ ເພື່ອຄວາມປອດໄພຂ້ອຍແນະນຳວ່າຄວນທີ່ຈະເປີດ ShowAll File ລວມທັງ File System ນຳແລ້ວສັງເກດວ່າມີໄຟລ໌ແປກໆຢູ່ໃນ Thumb Drive ເຮົາຫຼືບໍ່ໂດຍສະເພາະໄຟລ໌ .VBS ແລະ .Exe ຖ້າເຫັນແລ້ວທຳການລຶມເລີຍໂດຍການກົດ Shift+del ໄປເລີຍ ເພາະມັນເປັນໄວລັສ໌ແນນອນ

ໝາຍເຫດ:

      ສຳລັບ Folder Autorun.inf ທີ່ຂ້ອຍເວົາມາຂ້າງເທິງນັ້ນເພື່ອເປັນການລີກເວັນຄວາມສັບສົນທີອາດ ຈະເກີດຂຶ້ນ ກັບໄວລັສ໌ບາງຕົວທີ່ໃຊ້ Icon ເປັນຮູບ Folder ຄືກັນ ຂ້ອຍຈຶ່ງໄດ້ເຮັດໃຫ້ເປັນຮູບ Ultraman ໄວ້ເດີ ຖ້າເປີດເບິງDrive ແລ້ວເຫັນ Autorun.inf ທີ່ເປັນຮູບ Ultraman   ກໍ່ບໍ່ຕ້ອງຕົກໃຈເດີ ມັນບໍ່ແມ່ນໄວລັສ໌ມັນເປັນ
Folder ທີ່ຂ້ອຍເວົາ ມາຂ້າງເທິງ
ນັ້ນເອງ ຊຶ່ງພາຍໃນຈະປະກອບດ້ວຍໄຟລ໌ 2 ໄຟລ໌ ຄືໄຟລ໌ Ultra.ico ຊຶ່ງກໍ່ເປັນຮູບຄືສະແດງນັ້ນເອງ ກັບອິກໄຟລ໌ຊື່ Desktop.ini ເປັນໄຟລ໌ທີ່ກຳນົດໃຫ້ Folder ສະແດງຮູບ ບໍ່ແມ່ນໄວລັສ໌ເດີ ບໍ່ຕ້ອງລົບທິມເດີອິອິອິ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຢ່ານອນຕື່ນສວາຍ ຢ່າອາຍທຳກິນ
ຢ່າໝິ່ນເງິນໜ້ອຍ ຢ່າຄອຍວາດສະໜາ
ຢ່າເສວະນາຄົນຊົ່ວ ຢ່າມົ້ວອະບາຍຍະມຸຂ
ຢ່າຊີງສຸກກ່ອນເຫີ່ມ ຢ່າພໍ່າເພີ້ກ່ອນທຳ
ຢ່າລຳກ່ອນເພງ ຢ່າຂົ່ມເຫັງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຄົນອື່ນ
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
ຢ່ານິນທາພຣະເຈົ້າ ຢ່າອັ່ງເອົ້າເມື່ອມີທຸກ
ຢ່າສະນຸກເກີນຕົວ ຢ່າເກງກົວງານໜັກ
ຢ່າພິທັກພາລະຊົນ ຢ່າລືມຕົນເມື່ອມັ່ງມີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ອາດິດເຄີຍຮັບຮູ້ ຮຽນຢູ່ຊັ້ນມັດທະຍົມ
ຜ່ານກາຍຈາກປະຖົມ ສູ່ມັດທະຍົມຕອນຕົ້ນ
ມໍໜື່ງເລີຍຜ່ານພົນ ຄະແນນດີເສັງຜ່ານ
ຫຼອກໃຈລວງຕົ້ມ
ໄດ້ເອົາຕົວຫຼົງຫຼົ້ມ ການຮຽນເລີຍປະປ່ອຍ
ໄວໜຸ່ມເຮົາໃຫຍ່ນ້ອຍ ມົວໂກ້ຂີ່ລົດເກັ່ງຊັ້ນບໍ່
ຍາມເມືອ່ເສັ່ງເລື່ອນຊັ້ນ ຄອຍແຕ່ກ່າຍຕຳລາຮຽນ
ຍາມນັ່ງຮຽນບໍ່ມີຂຽນ ບໍ່ຫວ່ງຮຽນພໍດີ໊
ມີແຕ້ແນມນຳຊູ້ ນຳແຟນຢູ່ອ້ວຍອິມ
ຊອກຫາທາງທ່ຽວຫຼີ້ນ ກີນເລື້ອຍຢູ່ບໍ່ເຊົາ ແທ້ນໍ
ຍາມເມື່ອລຸກຮຸ່ງເຊົ້າ ກໍ່ແຕ້ມແຕ່ງໂຕກາຍ
ລະໄລດລີຍການຮຽນ ແລ່ນນຳແຕ່ຄວາມໂກ້
ໂສກັນໂລເລຫຼີ້ນ ໜັງໃດທີ່ອອກໃໝ່
ທັນສະໄໝຮອບດ້ານ ລືມຈ້ອຍເຊື້ອຊາດລາວ ແທ້ນໍ
ຂໍອາໄພເຖີດໝູ່ເຈົ້າ ຂ້ອຍເລີຍກ່າວໄປຫຼາຍ
ແຕ່ໃຫ້ຍ້າຍໄປເຖິງ ຍອດຍິງ-ຊາຍ ທັງຫຼາຍ
ຂໍໃຫ້ຍ້າຍໄປໃຫ້ ບ້ານໃຕ້ເໜືອໃຫ້ພຽນອ່ານ
ເປີດຕຳລາທຸກໆດ້ານ ອ່ານແລ້ວໃຫ້ຮີ່ນຕອງ ແມ່ນແທ້ບໍ່
ມາເດີພວກໝູ່ເຈົ້າ ຈົ່ງກັບຕ່າວມັນບໍ່ສາຍ
ມາສະຫາຍ ການຮຽນ ເພີ່ນສະໜອງຄວາມຮູ້
ຊ່ວຍເຫຼືອພາກັນສູ້ ຮັກການຮຽນມັນດີກວ່າ
ຢ່າສູ່ມົວເກືອກກົ້ວ ຢາບ້າເບື່ອສະໝອງ ນັ້ນເນີ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເພື່ອນກິນ ຄື ເພື່ອທີ່ຄົບຫາສະມາຄົມດ້ວຍເມື່ອມີເງິນລ້ຽງດູເທົ່ານັ້ນ
ເພື່ອນເກົ່າ ຄື ເພື່ອນທີ່ຄົບຫາກັນເປັນເວລານານມາແລ້ວ
ເພື່ອນແກ້ວ ຄື ເພື່ອນທີ່ດີຍິ່ງ
ເພື່ອນຄູ່ຫູ ຄື ເພື່ອນຄູ່ໃຈ
ເພື່ອນຝູງ ຄື ພວກເພື່ອນໆມິດສະຫາຍ
ເພື່ອນຍາກ ຄື ເພື່ອນທີ່ຊ່ວຍກັນຍາມຍາກ
ເພື່ອນມະນຸດ ຄື ມະນຸດທີ່ເກີດຮ່ວມໂລກດຽວກັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຫລາຍວັນແລ້ວ .......ບໍ່ເຫັນລູກ.......ມາຢາມແມ່

ຈັກແມ່ນແວ່..........ໄປທ່ຽວຫລີ້ນ.....ຢູ່ແຫ່ງໃດ

ເປັນຫຍັງນໍ............ລູກບໍ່ເວົ້າ.........ວ່າໄປໃສ

ຫລືວ່າໃຈ...........ລູກຊາຍແມ່.......ເຈັບປວດລ້າວ

ຈິ່ງຫລົບຫລີກ.......ໄປຢ່າແຜ.......ຢູ່ແຫ່ງໃດ

ຫລືເສຍໃຈ......ໂສກເສົ້າຫນັກ.....ເພາະຜູ້ສາວ

ແມ່ເປັນຫ່ວງ.......ລູກມິດງຽບ........ບໍ່ມີຂ່າວ

ຖ້າລູກຕ່າວ........ກັບຄືນມາ........ແມ່ຢາກຮູ້

ແມ່ລໍຢູ່.........ແລະຫ່ວງຫາ......ຈິດອາວອນ

ສາຍສະຫມອນ.....ລູກຊາຍແມ່

ຈະໄປນານ..........ເຫີງປານໄດ້.........ແມ່ບໍ່ຮູ້

ຖ້າຍັງຢູ່.............ຫລືຮູ້ເຫັນ...........ແມ່ວອນຫາ

ໄຫ້ເມດຕາ...........ບອກໄຫ້ແມ່.......ພໍຊື່ນໃຈ

ເຈົ້າຢ່າໄດ້...........ຂ້າໃຈແມ່........ບໍ່ຍອມຈາ

ເຖີງລູກຄຽດ..........ກຽດຊັງຫລາຍ.......ໄຫ້ບອກມາ

ເຜີຍວາຈາ...........ໄຫ້ແມ່ຮູ້.......ຫາຍກັງວົນ.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ໜ້ານອກ                ບອກຄວາມງາມ

ໜ້າໃນບອກຄວາມດີ       ໜ້າທີ່ບອກຄວາມສາມາດ

ໜ້ານອກແຕ່ງໃຫ້ພໍດີ         ໜ້າທີ່ແລະໜ້າໃນແຕ່ງໃຫ້ຫຼາຍໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຖ້າບໍ່ລອງກ້າວຈະບໍ່ມີວັນຮູ້ໄດ້ເລີຍວ່າທາງໜ້າເປັນ ແນວໃດ

ເສັ້ນທາງອັນຍາວໄກນັບໝື່ນລີ້ຕ້ອງເລີ່ມດ້ວຍກ້າວ ທຳອິດກອ່ນສະເໝີ

ບັນຫາທຸກຢ່າງຢູ່ທີ່ຕົວເຮົາທັງສີ້ນ

ຈະເຫັນຄ່າຂອງຄວາມອົ້ບອຸ່ນເມື່ອຜ່ານຄວາມເໜັດ ໜາວມາແລ້ວ

ອັນຕະລາຍທີ່ສຸດຄືການຄາດຫັວງ

ເລີ່ມຕົ້ນດີແລ້ວລົງທ້າຍດ້ວຍດີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຂ້ອຍຕ້ອງການ     ເປັນໜຶ່ງ       ບໍ່ແມ່ນສອງ

ບໍ່ຕ້ອງການ          ເປັນຮອງ      ຂອງຄົນໃດ

ເຖິງທີ່ໜຶ່ງ            ບໍ່ໄດ້             ບໍ່ເສຍໃຈ

ແຕ່ຈຳໄວ້             ທີ່ສອງ          ບໍ່ຕ້ອງການ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

Ø  ເຈົ້າປຽບເໝືອນ ນົກນ້ອຍຄ່ອຍຫັດບິນ

ຊອກຫາກິນຖິ່ນກ້ວາງໄກ ໄປສຸດຕາ

ຄົງບໍ່ຄິດວ່າມີໃຜ ຄອງຄອຍຖ້າ

ອານິດຈາເຈົ້າບິນມາ ໄກແສນໄກ

Ø  ດົງກ້ວາງໃຫຍ່ ແຫຼວຮ້າຍຫຼາຍ ໃຊ້ຕາມອງ

ຫັວງຈັບຈອງປອງເຈົ້າ ມາຂ້າທຳຮ້າຍ

ພົງພະນານັ້ນມືດມົວ ທົ່ວແຫ່ງໄປ

ສຽງຮ້ອງໄຫ້ໄປທົ່ວດົງ ຄົງດັງກ້ອງ

Ø  ເຈົ້າບິນແຂງລົມແຮງພັດ ສະບັດປີວ

ເມື່ອຍໂຫຍຫິວແຮງອິດອ່ອນ ຍ້ອນປາກທ້ອງ

ຈຳຕ້ອງບິນເຫື່ອແຮງນ້ອຍ ພອຍຈາກຫ້ອງ

ມຸ້ງສູ່ທ້ອງດົງກ້ວາງໃຫຍ່ ໄພຂວາງໜ້າ

Ø  ກັບຄືນຮັງຄັ້ງກ່ອນເກົ່າ ຂອງເຈົ້າເຖີດ

ຖິ່ນກຳເນີດຮັງເກີເຈົ້າ ແຕ່ເກົ່າມາ

ຢ່າຫັວງຄິດບິນໄປໄປ ຕາຍຕາດາບໜ້າ

ຈົ່ງຄືນມາຫາຮັງນ້ອຍ ທີ່ຄອຍເຈົ້າ

ນົກນ້ອຍເອີຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ໜ້າຕາດີມີສະເໜ     ມີຄົນເບິງຄົນແນມ

ໜ້າຕາຂີ້ລ່າຍ    ບໍ່ມີຄົນແນມແຖມໝາເຫົ່າ

ແຕ່ແວວຕາທີ່ສົດໃສ  ພາຍໃນອາດມີເອດ ອິອິອິ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຖ້າເຮົາຍາກຮັກສາສຸກຂະພາບຂອງເຮົາ

ໃຫ້ມີສຸຂະພາບແຂງແຮງ

ຫຼືໜ້າຕາຜິວພັນຂອງເຈົ້າໃຫ້ມີຄວາມສົດຊືນ

ແຈມໃສຢູ່ຕະຫຼອດເວລາ

ແມ່ນເຮົາຄວນກີນອາຫານທີ່ມີປະໂຫຍດ

ແລະດີຕໍ່ສຸຂະພາບເຮົາເຊັ່ນພືດຜັກນານາພັນ

ແລະທີ່ສຳຄັນທີ່ສຸດແມ່ນເຮົາຄວນດື່ມນ້ຳມື້ລະ 7- 8 ຈອກຕໍ່ມື້ເປັນຢ່າງຕ້ຳເດີເຈົ້າເອີຍ

ຍັງບໍ່ຈົບເທື່ອເດີມື້ໜ້າເຂົາຈະມາຂຽນເພີ່ມອີກເດີ

ມື້ນີ້ຄິດບໍ່ອອກໃຜຄິດອອກແລ້ວບອກແນເດີ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ອັນວ່າການຮຽນນັ້ນ    ມັນບໍ່ມີທີ່ສີນສຸດ

ເມືອພໍ່ແມ່ສົງໃຫ້         ເຮົາຮຽນແລ້ວຈົງຕັ້ງໃຈ

ສຶກສາຮຳຮຽນ         ເພື່ອອະນາຄົດທີ່ດີ

ແລະເພື່ອຄວາມ   ກ້າວໜ້າຂອງຊີວິດ

ຍາໂລເລຍາກໍ່ຄວາມວຸ້ນວາຍ   ໃຫ້ກັບພໍ່ແມ່ເດີ

ຂໍຂອບໃຈ     ຍັງຂຽນບໍ່ຈົບເທື່ອເດີ ມື້ໜ້າຄິດອອກແລ້ວຈະມາຂຽນຕໍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 1, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ທ້ອງຟ້າ ຢັງມີດາວ

ທ້ອງສາວ ຢັງມີເດັກ

ແລ້ວທ້ອງເລັກໆ ຂອງເທີມີອະໄລ

ໂອ໋ໄຂມັນ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ການດື່ມແມ່ນຢູ່ວ່າເຮັດໃຫ້ເຮົາມວນຊື່ນເຮຮາແຕ່ການດື່ມເຮັດໃຫ້ສຸກຂະພາບ ຮາງກາຍອ່ອນເພຍ

ຂາດສະຕິເຮັດໃຫ້ເກີດອຸບັດຕິເຫດ, ເກີດການທະເລາະວິວາດແລະຄວາມຫວຸນວາຍໃນສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

                                        ຄົນເຮົາສະໄໝນີ້ແມ່ນຕ່າງຈາກແຕ່ກອນຫຼາຍ

ແຕ່ກ່ອນຄົນເຮົາເປັນຫຍັງກໍ່ຊ່ວຍເຫຼືອກັນ              ມີນ້ຳໃຈຊ່ວຍເຫຼືອກັນຮັກແພງກັນ

ມີຄວາມໂອບອ້ອມອາລີ                                        ມີຄວາມສາມະຄີກັນເປັນນ້ຳໜຶ່ງໃຈດ່ຽວກັນ

ມີຄວາມອົດທົນ                                                  ບາກບັນຕໍ່ສູ້ເດັດດ່ຽວ

ແຕ່ດ່ຽວນີ້ຄວາມດີແບບແຕ່ກ່ອນ                         ບໍ່ຄອຍຈະພົບເຫັນແລ້ວ

ແລະຄອຍໆໆຫາຍໄປ                                      ຕາມຍຸກສະໄໝ

ແລະໃກ້ຈະຫ່າງຫາຍ                                        ໄປໝົດແລ້ວ

                                ຂໍ່ໃຫ້ຄົນລາວເຮົາຮັກແພງກັນເດີ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຊາຍຢູ່ຄົນໜຶ່ງ

ແອບຮັກຜູ້ຍິງອີກຄົນ

ໜຶ່ງຊາຍຄົນນັ້ນເປັນຄົນຮັກດ່ຽວໃຈດ່ຽວ

ແຕ່ຍິງຄົນນັ້ນເປັນຄົນຫຼາຍໃຈ

ຈຶ່ງເຮັດໃຫ້ຊາຍຄົນນັ້ນອົກຫັກ