ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ພາສາທີ່ໃຊ້ໃນການສ້າງໄວຣັສຄອມພິວເຕີ

·         ANSI COBOL 

·         Pascal

·         VBA

·         Unix Shell Scripts

·         ແລະພາສາຄອມພິວເຕີໃດໆທີ່ທຳງານໄດ້ກັບລະບົບຄອມພິວເຕີນັ້ນ

ຕົວຢ່າງ: ໂຄ້ດໄວຣັສ “Crazynotepad” ໂຄ້ດນີ້ຈະເປີດ notepad ຫຼາຍໆຮ້ອຍຄັ້ງທັນທີທີ່ລະບົບເລີ່ມທຳງານ

@ECHO off

:top

START %SystemRoot%system32 otepad.exe

GOTO top

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ຕົວຢ່າງ: ​Exploit code

#include <string.h>

void do_something(char *Buffer)

{

     char MyVar[128];

     strcpy(MyVar,Buffer);

}

int main (int argc, char **argv)

{

    do_something(argv[1]);

}

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ປ​ະ​ເພດ​ຂອງ​ໄວຣັສ​ແບ່ງ​ຕາມ​ການ​ຊ້ອນ​ຕົວ​ແລະ​ລັກສະນະ​ການ​ທຳ​ງານ

1.   ແບ່ງ​ຕາມ​​ແຫຼ່ງທີ່​ຊ້ອນ​ຕົວ

-    ​ໄວຣັສ Boot Sector

-    ​ໄວຣັສທີ່​ຕິດ​ຢູ່ຕາຕະລາງ Partition

-    ​ໄວຣັສທີ່​ຕິດ File

2.   ແບ່ງ​ຕາມ​ລັກສະນະ​ການ​ທຳ​ງານ

-    ​ໄວຣັສປະ​ເພດ​ກໍ່ກວນ

-    ​ໄວຣັສປະ​ເພດ​ທຳລາຍ

​ແນວ​ໃດ​ກໍ​ຕາມ​ການ​ແບ່ງ​ປະ​ເພດ​​ໄວຣັສຂອງ​ແຕ່ລະຄົນ​ອາດ​ຈະ​ແຕກ​ຕ່າງ​ກັນ​ອອກ​ໄປ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ການ​ເຮັດ​ວຽກ​ຂອງ​ໄວຣັສ

​ດັ່ງ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ ​ໄວຣັສມີ​ຫຼາຍ​ປະ​ເພດ​ຫຼາຍ​ຮູບ​ແບບ​ຄົງ​ຈະ​ອະທິ​ບາຍ​ໄດ້ບໍ່​ໝົດ ການ​ທຳ​ງານ​ຂອງ​ໄວຣັສ​ໂດຍ​ທົ່ວ​ໄປ​ຄື ​ເມື່ອ​ມີ​ການ​ເອີ້ນ​ໃຊ້​ໂປຼແກຼມ​ທີ່​ຕິດ​ໄວຣັສ

ສ່ວນ​ຂອງ Code ຫຼື​ໄວຣັສຈະ​ທຳ​ງານ​ກ່ອນ​ແລະ​ຈະ​ຖື​ໂອກາດ​ນີ້​ຝັງ​ຕົວ​ເຂົ້າ​ໄປ​ຢູ່​ໃນ​ໜ່ວຍ​ຄວາມ​ຈຳ​ທັນທີ ​ແລ້ວ​ຈື່ງ​ຄ່ອຍ​ໃຫ້​ໂປຼແກຼມ​ນັ້ນ​ທຳ​ງານ​ຕາມ​ປົກກະຕິ​ຕໍ່​ໄປ

​ເມື່ອ​ໄວຣັສ​ເຂົ້າ​ໄປ​ຝັງ​ຕົວ​ຢູ່​ໃນ​ໜ່ວຍ​ຄວາມ​ຈຳ​ແລ້ວ ຫຼັງ​ຈາກ​ນີ້​ໄປ​ຖ້າ​ມີ​ການ​ເອີ້ນ​ໃຊ້​ໂປຼແກຼມ​ອື່ນໆ​ໃນ​ຄັ້ງ​ຕໍ່​ໄປ ​ໄວຣັສຕົວ​ນີ້​ກໍ​ຈະ​ສຳ​ເນົາ​ຕົວ​ເອງ​ເຂົ້າ​ໄປ​

ໃນ​ໂປຼແກຼມ​ເຫຼົ່າ​ນີ້​ທັນທີ​ເປັນ​ການ​ແຜ່​ລະບາດ​ຕໍ່​ໄປ​ນີ້​ຖື​ເປັນ​ຫຼັກການ​ເບີ້​ງຕົ້ນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ໃນປີ 1969 ທີມວິສະວະກອນຫ້ອງທົດລອງຂອງບໍລິສັດ Bell Telephone Laboratories ໄດ້ສ້າງເກມທີ່ຊື່ວ່າ Darwin ຊື່ງຖືວ່າເປັນໂປຼແກຼມທຳອິດທີ່ມີຮູບແບບຄ້າຍຄືໄວຣັສ ໂດຍມັນຈະຝັງຕົວຢູ່ໃນໜ່ວຍຄວາມຈຳ ໂດຍໂປຼແກຼມນີ້ສາມາດທີ່ຈະວິໃຈສະພາບແວດລ້ອມຂອງມັນເອງ, ສຳເນົາຕົວເອງ ແລະທຳລາຍຕົວເອງໄດ້ ຈຸດປະສົງຫຼັກຂອງເກມນີ້ຄື ລົບໂປຼແກຼມທັງໝົດທີ່ຄູ່ແຂ່ງຂຽນແລະຄອບຄອງສະໜາມຮົບ

 ປີ 1970 ມີການກວດພົບໄວຣັສທີ່ຊື່ Creeper ໃນເຄືອຂ່າຍ ARPANET ຊຶ່ງໃຊ້ໃນວົງການທະຫານໃນສະຫະລັດອາເມຣິກາ ໄວຣັສນີ້ຖືເປັນຕົ້ນແບບຂອງໄວຣັສຄອມພິວເຕີໃນປະຈຸບັນ ເພາະໂປຼແກຼມ Creeper ສາມາດແຜ່ກະຈາຍຕົວເອງຜ່ານເຄືອຂ່າຍໂດຍຜ່ານໂມເດັມແລະສົ່ງສຳເນົາຕົວເອງໄປທີ່ເຄື່ອງອື່ນ ເມື່ອຕິດໄວຣັສແລ້ວກໍຈະສະແດງຂໍ້ຄວາມທີ່ວ່າ “I’M THE CREEPER… CATCH ME IF YOU CAN”

 ປີ 1974 ໂປຼແກຼມຊື່ “Rabbit” ໄດ້ຖືກກວດພົບໃນເຄື່ອງ Mainframe ຊື່ງມັນສາມາດສຳເນົາຕົວເອງຢ່າງໄວວາໄປໃນລະບົບເກັບຂໍ້ມູນຊະນິດຕ່າງໆ Rabbit ນີ້ໄດ້ດຶງຊັບພະຍາກອນລະບົບມາໃຊ້ຢ່າງຫຼວງຫຼາຍ ເຮັດໃຫ້ການທຳງານກະທົບຢ່າງຮຸ່ນແຮງຈົນອາດເຮັດໃຫ້ລະບົບທຳງານຜິດພາດຫຼືຫຼົ້ມໄດ້.

ໄວຣັສ ຄອມພິວເຕີທີ່ພົບໃນທົດສະວັດທີ່ 1980 ເປັນໄວຣັສທີ່ພັດທະນາເພື່ອໃຊ້ໃນຫ້ອງທົດລອງເທົ່ານັ້ນ ຊື່ງລັກສະນະຂອງໄວຣັສນັ້ນກໍເປັນໄຟລ໌ທີ່ສາມາດສຳເນົາຕົວເອງໄປເລື້ອຍໆ ແລະເມື່ອຖືກຣັນກໍພຽງແຕ່ສະແດງຂໍ້ຄວາມຕະລົກໆ ຫຼືຄຳວເວົ້າບໍ່ສຸພາບເທົ່ານັ້ນ ການທີ່ຈະບອກວ່າໄວຣັສນັ້ນເລີ່ມມີເມື່ອໃດຫຼືມາຈາກໃສນັ້ນເປັນສິ່ງທີ່ຍາກ ເນື່ອງຈາກໂດຍທົ່ວໄປແລ້ວຜູ້ສ້າງໄວຣັສມັກຈະບໍ່ເປີດເຜີຍຕົນເອງນອກຈາກຈະຖືກຈັບໄດ້ ແຕ່ທີ່ຈະກ່າວເຖິງໃນທີ່ນີ້ແມ່ນຄວາມເປັນມາຂອງໄວຣັສທີ່ຍອມກັນໂດຍທົ່ວໄປ.

 

ໃນປີ 1982 ມີການກວດພົບໄວຣັສທີ່ຊື່ “Elk Cloner” ຊື່ງເປັນໄວຣັສໃນເຄື່ອງຄອມພິວເຕີສ່ວນບຸກຄົນໂຕທຳອິດຊື່ງແຜ່ຂະຫຍາຍວົງກວ້າງອອກໄປໄກກວ່າຫ້ອງທົດລອງທີ່ສ້າງໂປຼແກຼມ ໂປຼແກຼມນີ້ຖືກຂຽນຂື້ນໂດຍ Rich Skrenta ໂດຍໄວຣັສນີ້ຈະຕິດໄປກັບລະບົບປະຕິບັດການ Apple DOS 3.3 ຜ່ານທາງ Boot Sector ຂອງ Floppy Disk ໃນເວລານັ້ນເຮັດໃຫ້ຜູ້ໃຊ້ຄອມພິວເຕີບາງຄົນເຂົ້າໃຈວ່າໄວຣັສຄອມພິວເຕີເກີດຈາກມະນຸດຕ່າງດາວ ເພາະເຮັດໃຫ້ການສະແດງພາບທີ່ໜ້າຈໍກັບຫົວກັບຫາງແລະເຮັດໃຫ້ຕົວອັກສອນກະພິບຂື້ນຂໍ້ຄວາມຕ່າງໆອອກມາ

ປີ 1983 Len Adleman ທີ່ມະຫາວິທະຍາໄລ Lehigh ຕັ້ງຄຳວ່າ “Virus” ເປັນໂປຼແກຼມຄອມພິວເຕີທີ່ທຳການສຳເນົາຕົວເອງໄດ້ ແລະໃນປີຖັດມາໃນການປະຊຸມສຳມະນາດ້ານການຮັກສາຄວາມປອດໄພຂອງຂໍ້ມູນ (Information Security Conference) ຄັ້ງທີ່ 7 Fred Cohen ໄດ້ໃຫ້ນິຍາມ Computer Virus ວ່າເປັນໂປຼແກຼມທີ່ສາມາດຕິດຕໍ່ໄປຍັງໂປຼແກຼມອື່ນໂດຍການແກ້ໄຂໂປຼແກຼມເດີມເພື່ອແຜ່ກະຈາຍຕົວເອງ ຊຶ່ງເຂົາໄດ້ໃຊ້ຄອມພິວເຕີ VAX 11/750 ສາທິດວ່າໂປຼແກຼມໄວຣັສສາມາດຝັງຕົວເຂົ້າໄປໃນ Object ອື່ນໄດ້ ຊື່ງຕໍ່ມາເຂົາໄດ້ຮັບການຍອມວ່າເປັນບິດາແຫ່ງໄວຣັສສາດ (Virology)

ປີ 1986 ໄດ້ມີລາຍງານເປັນຄັ້ງທຳອິດວ່າ ມີໄວຣັສໂຈມຕີຄອມພິວເຕີທີ່ຣັນ MS-DOS ໄວຣັສນີ້ຊື່ວ່າ “Brain Virus” ຊື່ງເປັນໄວຣັສປະເພດ Boot Sector ທີ່ສ້າງໂດຍໂປຼແກຼມເມີ ອາຍຸພຽງ 19 ປີ ຊາວ ປາກິດສະຖານ ຊື່ Basit Faroog ແລະອ້າຍຂອງລາວທີ່ຊື່ Amjad ໂດຍມີເປົ້າໝາຍໄປທີ່ເຄື່ອງຄອມພິວເຕີ IBM PC.

ປີ 1987 ​ໄດ້​ເກີດ​ມີ​ການລະບາດ​ຂອງ​ໄວຣັສທີ່​ຊື່ lovechild ຫຼື orphan ທີ່​ກຸງ​ວຽນ​ນາ, ຕໍ່​ມາ​ໃນ​ປີ​ດຽວ​ກັນ​ກໍ​ມີ ​ໄວຣັສຊື່ Christmas Three ​ໄດ້​ຫຼຸດ​ອອກ​ມາ​ຈາກ​ເຄືອ​ຂ່າຍ Bitnet ຂອງ​ມະຫາວິທະຍາ​ໄລ Western University ປະ​ເທດ​ເຢຍລະ​ມັນ.

ປີ 1988 Peter Norton ​ນັກໂປຼແກຼມ​ຜູ້​ມີ​ຊື່​ສຽງ​ເປັນ​ຜູ້​ກໍ່​ຕັ້ງ​ບໍລິສັດ Symantec ​ເປັນ​ຜູ້​ທີ່​​ໄດ້​ເລີ່​ມຕົ້ນ​ພັດທະນາ​ຊອບແວຣ໌​ປ້ອງ​ກັນ​ໄວຣັສ Norton-AntiVirus ຊື່​ງມີ​ອອກ​ວາງ​ຈຳໜ່າຍ​ໃນ​ປີ 1991. ​ແລະ​ໃນ​ເດືອນ​ຕຸລາ ປີ 1988 ​ໄດ້​ມີ​ການ​ແຜ່​ຂ່າວ​ໄວຣັສຊື່ “Mr. RoChenle” ຊື່​ງ​ເປັນ​ໄວ​ຣັສປະ​ເພດ​ຫຼອກ​ລວງ​ຫຼື Hoax ເປັນ​ຕົວ​ທຳ​ອິດ.

ເມື່ອ​ມີ​ຄົນ​ໃຫ້​ຄວາມ​ສົນ​ໃຈກ່ຽວ​ກັບ​ເທັກ​ໂນ​ໂລ​ຢີ​ໄວຣັສຫຼາຍ​ຂື້ນ ​ເຮັດ​ໃຫ້​ຈຳນວນ​ໄວຣັສ, ຈຳນວນ Platform ທີ່​ເປັນ​ເປົ້າ​ໝາຍ, ຄວາມ​ຊັບຊ້ອນ​ແລະ​ຄວາມ​ຫຼາກຫຼາຍ​ຂອງ​ໄວຣັສ​ໄດ້​ເພີ່ມ​ຂື້ນ​ຢ່າງ​ໄວ​ວາ. ​ໃນ​ຊ່ວງ​ທຳ​ອິດ​ນັ້ນ ​ໄວຣັສຈະ​ເນັ້ນ​ໄປ​ທີ່​ການ​ທຳລາຍ ບູດ​ເຊັກ​ເຕີ້ ​ແລ້ວ​ຄ່ອຍໆ​ປ່ຽນ​ໄປ​ຕິດ Executable File.

ໃນປີ 1988 ນີ້​ເອງ​ທີ່ Internet Worm ຕົວ​ທຳ​ອິດ​ໄດ້​ປະກົດ​ຕົວ​ຂື້ນ ຊື່​ງ​ເປັນ​ໂປຼແກຼມ​ສົງ​ຮ້າຍ​ຕົວ​ທຳ​ອິດ​ທີ່​ສາມາດ​ແຜ່​ກະຈາຍ​ດ້ວຍຕົວຂອ​ໃມັນ​ເອງ​ແບບອັດຕະ​ໂນ​ມັດ​ຈາກ​ຄອມ​ພິວ​ເຕີ​ເຄື່ອງໜື່ງ​ໄປ​ຍັງ​ເຄື່ອງ​ອື່ນໆ​ໃນ​ເຄືອ​ຂ່າຍ ​ໂດຍ worm ຕົວ​ທຳ​ອິດ​ນີ້​ຊື່ Morris Worm ຊື່​ງສາມາດ​ແຜ່​ກະຈາຍ​ແລະ​ຕິດ​ເຄື່ອງ​ຄອມ​ພິວ​ເຕີ​ປະມານ 6000 ​ເຄື່ອງ ​ແລະ​ເຮັດ​ໃຫ້ ARPANET ຫຼື ອິນ​ເທີ​ເນັດ​ຊ້າ​ລົງ ຍ້ອນ​ເຫດການ​ນີ້​ຈື່ງ​ເກີດ​ມີ​ການ​ກໍ່​ຕັ້ງ​ສູນ​ປະສານ​ງານ CERT(Computer Emergency Response Team) ​ແຕ່​ດຽວ​ນີ້​ປ່ຽນ​ມາ​ເປັນ CERT Coordination Center ​ເພື່ອ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ຂໍ້​ມູນ​ກ່ຽວ​ກັບ​ເຫດການ​ກ່ຽວ​ກັບ​ໄວຣັສຊື່​ງ​ເຮັດ​ໃຫ້​ລະບົບ​ອິນ​ເທີ​ເນັດ​ມີ​ຄວາມ​ປອດ​ໄພ​ຂື້ນ ຊື່​ງມີ​ເວັບ​ໄຊ​ທ໌ www.cert.org

 

ມີ​ສຳນັກງານ​ຢູ່​ທີ່ ມະຫາວິທະຍາ​ໄລ ຄາ​ເນ​ກີ້ ​ແມ​ລລອນ ສະຫະລັດ​ອາ​ເມຣິກາ ຊື່​ງທຳ​ໜ້າ​ທີ່​ເປັນ​ສະ​ຖາ​ບັນ​ວິ​ໃຈ​ຊ່ອງໂຫວ່​ຂອງ​ລະບົບ​ຄອມ​ພິວ​ເຕີ​ແລະ​ລະບົບ​ເຄືອ​ຂ່າຍ​ແລະ​ປະສານ​ງານ​ກ່ຽວ​ກັບ​ເຫດການ​ຂອງ​ການ​ແຜ່​ກະຈາຍ​ໄວຣັສ​ໃນ​ອິນ​ເທີ​ເນັດ​ເປັນ​ຫຼັກ.

ປີ 1990 ​ໄດ້​ມີ​ການ​ພັດທະນາ​ໄວຣັສທີ່​ຊື່ Polymorphic Virus ຫຼື Chameleon ຫຼື Casper ຊື່​ງ​ເປັນ​ໄວຣັສທີ່​ສາມາດ​ເຂົ້າ​ລະຫັດ​ຕົວ​ເອງ​ເພື່ອ​ປ້ອງ​ກັນ​ການກວດ​ສອບ​ໂດຍ​​ໂປຼແກຼມ​ປ້ອງ​ກັນ​ໄວຣັສ ນອກຈາກ​ນີ້​ໂປຼແກຼມ​ຕົວ​ນີ້​ຍັງ​ສາມາດ​ແປງ​ຕົວ​ເອງ​ທຸກໆ​ຄັ້ງ​ທີ່​ມີ​ການ​ສ້າງ​ຕົວ​ເອງ​ໃໝ່.

ປີ 1992 ​ໄດ້​ມີ​ເຄື່ອງ​ມື​ພັດທະນາ​ໄວຣັສ Polymorphic ຂື້ນ​ແລະ​ມີ​ຢູ່​ໃນ​ອິນ​ເທີ​ເນັດ ຊື່​ງ​ເຮັດ​ໃຫ້​ຜູ້​ບໍ່​ຫວັງ​ດີ​ສາມາດ​ດາວ​ໂຫຼ​ດ​ເອົາ​ໄປ​ສ້າງ​ໄວຣັສ​ໄດ້ ຕໍ່​ຈາກ​ນັ້ນ​ມາ​ກໍ​ໄດ້​ກຳ​ເນີ​ດມີ​ໄວຣັສຕ່າງໆ​ກຳ​ເນີ​ດຂື້ນ​ຊື່​ງສາມາດ​ເຂົ້າ​ເຖິງ​ບັນຊີ​ລາຍ​ຊື່​ອີ​ເມລ​ແລະ​ສົ່ງ​ເມລພ້ອມ​ກັ​ແນບ​ໄຟ​ລ໌​ໄວຣັສ​ໄປ​ຕາມ​ຊື່​ທີ່ຢູ່​ຂອງ​ອີ​ເມ​ລດັ່ງກ່າວ​ໂດຍ​ອັດຕະ​ໂນ​ມັດ ຈາກ​ນັ້ນ ​ໄວຣັສ Macro ກໍ​ໄດ້​ກຳ​ເນີ​ດຂື້ນ​ແລະ​ສາມາດ​ແຝງ​ຕົວ​ໄປ​ກັບ​ໄຟ​ລ໌ປະ​ເພດ MS Office ປີ 1994 ມີ​ໄວຣັສ Hoax ຕົວ​ໃໝ່​ທີ່​ຊື່ “Good Times” ​ແຜ່​ກະຈາຍ​ຢ່າງ​ໜັກ ​ແລະ​ໃນ​ປີ 1995 ​ໄວຣັສທີ່​ຕິດ​ໃນ​ໄຟ​ລ໌ Word ທີ່​ຊື່ “Concept” ກໍ​ມີ​ການ​ແຜ່​ກະຈາຍ​ເຊັ່ນ​ກັນ. ປີ 1999 ​ໄວ​ຣັສຊື່ “Melissa” ຖື​ຂຽນ​ຂື້ນ​ໂດຍ ​ເດ​ວິດ ​ແອ​ລ ສມິດ​ ​ເປັນ​ໄວຣັສທີ່​ແຜ່​ກະຈາຍ​ຜ່ານ​ອີ​ເມລ​ໂດຍ​ການ​ອ່ານ​ລາຍ​ຊື່​ທີ່ຢູ່​ອີ​ເມລຈາກ MS Outlook​. ປີ 2000 ​ໄວ​ຣັສ “I Love You” ຖືກ​ຂຽນ​ຂື້ນ​ໂດຍ​ນັກຮຽນ​ຊາວ​ Philippines ຊື່​ງມີ​ຄວາມ​ຄ້າຍຄື​ກັບ​ໄວຣັສ “Melissa” ທີ່​ອາ​ໃສ​ການ​ແຜ່​ກະຈາຍ​ທາງ​ອີ​ເມລ ຕໍ່​ມາ​ໃນ​ປີ 2001 ​ເວິຣມ ​ໂຄ້ດ ​ເຣດ (Code Red) ຊື່​ງ​ແຜ່​ກະຈາຍ​ໄປ​ກວ່າ​ລ້ານ​ເຄື່ອງ​ທີ່​ໃຊ້​ລະບົບ​ປະຕິບັດ​ການ​ວິນ​ໂດ​ສ໌ NT/200 ຕໍ່​ມາ​ໃນ​ປີ 2003 ​ໄດ້​ກຳ​ເນີ​ດ​ໄວຣັສ ຊື່ “Slammer” ຊື່​ງ​ໄດ້​ທຳລາຍ​ເຄື່ອງ​ຫຼາຍ​ເຄື່ອງ​ທີ່​ຕິດ​ຕັ້ງ​ລະບົບ SQL Server ຈາກ​ນັ້ນ​ໃນ​ປີ​ດຽວ​ກັນ ກໍ​ເກີດມີ​ໄວ​ຣັສທີ່​ຊື່ “Blaster ຫຼື Lovesan” ທີ່​ໃຊ້​ຊ່ອງໂຫວ່​ຂອງ​ລະບົບ​ວິນ​ໂດ​ສ໌. ປີ 2004 ​ເວິ​ຣມ ທີ່​ຊື່ MyDoom ​ໄດ້​ແຜ່​ກະຈາຍ​ຕົວ​ເອງ​ໄວ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ​ໂດຍ​ແຜ່​ກະຈາຍ​ຕົວ​ເອງ​ຜ່ານ​ລະບົບ​ອີ​ເມລ ຕໍ່​ມາ​ໄດ້​ມີ​ເວີຣມ “Sasser” ຂື້ນ.

ປີ 2005 ໄດ້ປະກົດມີ worm ທີ່ຊື່ zotob ໜອນຕົວນີ້ມີຜົນກະທົບກັບລະບົບ Windows 2000 ທີ່ບໍ່ໄດ້ຕິດຕັ້ງໂປຼແກຼມຊ້ອມແຊມ ແຕ່ຄວາມສາມາດທີ່ເດັ່ນຂອງມັນຄືສາມາດເຂົ້າໄປຍັງ ເວັບໄຊທ໌ຂອງ CNN ແລະ New York Times ໄດ້ອີກດ້ວຍ. ຕໍ່ມາໃນປີດຽວກັນ Rootkits ຊື່ງເປັນເຄື່ອງມືທີ່ໄດ້ຮັບຄວາມນິຍົມສູງສຸດໃນໂລກຂອງໂຄ້ດທີ່ເປັນອັນຕະລາຍຊື່ງຖືກໃຊ້ເພື່ອເຮັດໃຫ້ Malware ສາມາດຊ້ອນຕົວຢູ່ໃນເຄື່ອງຄອມພິວເຕີໄດ້ດີ

ປີ 2007 ເກີດມີ Storm Worm ເປັນໄວຣັສລວງທີ່ເກີດຂື້ນເປັນພັນໆຄັ້ງແລະໃນທ້າຍທີ່ສຸດກໍຈະສ້າງ Botnet ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ໂດຍເຊື່ອວ່າມີຄອມພິວເຕີທີ່ຕິດເຊື້ອໃນເວລາດຽວກັນຫຼາຍກວ່າ 15 ລ້ານເຄື່ອງ ຊື່ງຢູ່ພາຍໃຕ້ການຄວບຄຸມຂອງອາດຊະຍາກອນໃຕ້ດິນ. ຕໍ່ມາໃນປີດຽວກັນກໍມີ ໄດ້ປະກົດມີ Italian Job ເປັນເຄື່ອງມືອີກແບບໜື່ງຫຼືເອີ້ນວ່າ MPACK ເພື່ອສ້າງ ມັລແວຣ໌ລຸ້ນໃໝ່ເພື່ອການລັກເອົາຂໍ້ມູນທີ່ສຳຄັນຕ່າງໆ ແລະມີເວັບໄຊທ໌ກວ່າ 10.000 ແຫ່ງຖືກເປັນເຫຍື່ອ.

*ໝາຍເຫດ: ຜູ້ຂຽນຫວັງວ່າຂໍ້ມູນຂ້າງເທິງນັ້ນຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ແລະ ຖ້າມີຂໍ້ຄວາມໃດຂຽນຜິດພາດ ກະລຸນາສົ່ງຄຳຄິດເຫັນມາໄດ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ໃນອາດີດຄຳວ່າ ໄວຣັສ ເປັນນິຍາມຂອງໂປຼແກຼມທີ່ສ້າງບັນຫາແລະກໍ່ໃຫ້ເກີດຄວາມເສຍຫາຍຕ່າງໆກັບເຄື່ອງຄອມພິວເຕີແລະສາມາດແຜ່ກະຈາຍຕົວເອງຈາກໄຟລ໌ໜື່ງໄປຍັງອີກໄຟລ໌ອື່ນໆພາຍໃນເຄື່ອງຄອມພິວເຕີ ແຕ່ບໍ່ສາມາດແຜ່ກະຈາຍຂ້າມເຄື່ອງຄອມພິວເຕີໄດ້ດ້ວຍຕົວເອງ ຊື່ງການທີ່ໄວຣັສຄອມພິວເຕີສາມາດແຜ່ກະຈາຍຂ້າມເຄື່ອງຄອມພິວເຕີໄດ້ນັ້ນມີສາເຫດມາຈາກການທີ່ຜູ້ໃຊ້ນຳໄຟລ໌ທີ່ມີໄວຣັສຄອມພິວເຕີໄປໃຊ້ໃນເຄື່ອງຄອມພິວເຕີອື່ນໆ ເຊັ່ນ: ນຳສື່ບັນທຶກຂໍ້ມູນຕ່າງໆທີ່ມີໄວຣັສຝັງຕົວຢູ່ມາໃຊ້ງານເປັນຕົ້ນ. 

 

 

ໄວຣັສຄອມພິວເຕີ ຫຼືເອີ້ນສັ້ນໆວ່າ ໄວຣັສ ໝາຍເຖິງໂປຼແກຼມຄອມພິວເຕີທີ່ບຸກລຸກເຂົ້າໄປໃນເຄື່ອງຄອມພິວເຕີໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ໃຊ້ ສ່ວນໃຫຍ່ມັກຈະມີຄວາມປະສົງຮ້າຍ ແລະສ້າງຄວາມເສຍຫາຍໃຫ້ກັບລະບົບຂອງເຄື່ອງຄອມພິວເຕີນັ້ນໆ ໃນທາງເທັກນິກແລ້ວ ໄວຣັສ ເປັນໂປຼແກຼມຄອມພິວເຕີທີ່ສາມາດທຳສຳເນົາຕົວເອງເພື່ອແຜ່ກະຈາຍອອກໄປໂດຍການສອດແຊກຕົວສຳເນົາໄຟລ໌ຂໍ້ມູນຫຼືເອກະສານ ດັ່ງນັ້ນ ໄວຣັສຄອມພິວເຕີຈື່ງມີພຶດຕິກຳໃນລັກສະນະດຽວກັນກັບໄວຣັສໃນທາງຊີວະວິທະຍາ ຊື່ງສາມາດແຜ່ກະຈາຍໄປໃນເຊວຂອງສິ່ງທີ່ມີຊີວິດໃນລັກສະນະດຽວກັນນີ້ ຄຳອື່ນໆ ທີ່ໃຊ້ກັບໄວຣັສໃນທາງຊີວະວິທະຍາຍັງຂະຫຍາຍຂອບຂ່າຍຂອງຄວາມໝາຍຄວບຄຸມເຖິງໄວຣັສໃນທາງຄອມ ພິວເຕີ ເຊັ່ນ: ການຕິດໄວຣັສ (infection) ໄວຣັສນັ້ນເປັນປະເພດໜື່ງຂອງໂປຼແກຼມ Malware ຫຼືໂປຼແກຼມທີ່ມີປະສົງຮ້າຍ ໃນຄວາມໝາຍທີ່ໃຊ້ກັນທົ່ວໄປນັ້ນໄວຣັສຍັງໝາຍເຖິງ Worm ຊື່ງກໍເປັນໂປຼແກຼມອີກຮູບແບບໜື່ງຂອງ Malware ຊື່ງບາງຄັ້ງກໍເຮັດໃຫ້ຜູ້ໃຊ້ຄອມພິວເຕີນັ້ນສົບສົນເມື່ອຄຳວ່າໄວຣັສນັ້ນໃຊ້ໃນຄວາມໝາຍທີ່ສະເພາະເຈາະຈົງ ໄວຣັສຄອມພິວເຕີນັ້ນໂດຍທົ່ວໄປຈະບໍ່ສົ່ງຜົນກໍໃຫ້ເກີດຄວາມເສຍຫາຍຕໍ່ຮາດແວຣ໌ໂດຍກົງ ແຕ່ຈະທຳຄວາມເສຍຫາຍຕໍ່ຊອບແວຣ໌.

      ໃນຂະນະທີ່ໄວຣັສໂດຍທົ່ວໄປນັ້ນກໍໃຫ້ເກີດຄວາມເສຍຫາຍ ເຊັ່ນ ທຳລາຍຂໍ້ມູນ ເຮັດໃຫ້ເປີດເຄື່ອງໃຊ້ງານບໍ່ໄດ້ ເປັນຕົ້ນ ແຕ່ກໍມີຫຼາຍຊະນິດທີ່ບໍ່ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍປານໃດ ພຽງແຕ່ກໍ່ໃຫ້ເກີດຄວາມລະຄານເທົ່ານັ້ນ ໄວຣັສ ບາງຊະນິດຈະມີການຕັ້ງເວລາໃຫ້ເຮັດວຽກສະເພາະຕາມເງື່ອນໄຂ ເຊັ່ນ ເມື່ອເຖິງວັນທີ່ກຳນົດຫຼືເມື່ອຂະຫຍາຍຕົວໄດ້ເຖິງລະດັບໃດໜຶ່ງ ຊື່ງໄວຣັສເຫຼົ່ານີ້ຈະເອີ້ນວ່າ Logic Bomb ຫຼື ລະເບີດເວລາ ຊື່ງຈະທຳງານເມື່ອເຖິງວັນທີ່ກຳນົດ ສ່ວນລະເບີດເງື່ອນໄຂນັ້ນຈະທຳງານເມື່ອຜູ້ໃຊ້ຄອມພິວເຕີມີການກະທຳສະເພາະຊື່ງເປັນໂຕຈຸດຊະນວນ ບໍ່ວ່າຈະເປັນໄວຣັສທີ່ກໍ່ໃຫ້ເກີດຄວາມເສຍຫາຍຫຼືບໍ່ກໍຕາມ ກໍຈະມີຜົນເສຍທີ່ເກີດຈາກການແຜ່ກະຈາຍຂອງຕົວເອງໂດຍປາສະຈາກການຄວບຄຸມ ຊື່ງຈະເປັນການບໍລິໂພກຊັບພະຍາກອນຄອມພິວເຕີຢ່າງບໍ່ມີປະໂຫຍດ ຫຼືອາດຈະບໍ່ລິໂພກເປັນຈຳນວນຫຼາຍ

 

 

       ເນື່ອງຈາກຄວາມຫຼາກຫຼາຍຂອງໄວຣັສໃນປະຈຸບັນ ຈື່ງບໍ່ສາມາດຈະອະທິບາຍຄວບຄຸມໄດ້ໄວຣັສໄດ້ໝົດທຸກປະເພດ.