ຂຽນເມື່ອ: ມ.ນ.. 16, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ບໍ່ຮູ້ວ່າຈະໃຊ້ຫົວເລື່ອງຈັ່ງໃດ, ແຕ່ຄວາມຈິງທີ່ບໍ່ຄາດຝັນແລະບໍ່ໄດ້ປາຖະຫນາກໍ່ເກີດຂຶ້ນ
ວັນທີ່ 14 ມີນາ 2012 ພາລູກເມຍໄປໂຮງຫມໍເສດຖາ ແຕ່ດ້ວຍຄວາມທີ່ບໍ່ຢາກເສຍເວລາກໍ່ໄດ້ກະກຽມເຄື່ອງໄປນຳທຸກຢ່າງເພາະຄິດວ່າອອກຈາກໂຮງຫມໍແລ້ວຈະສົງເມຍແລະລູກແລະໄປການເລີຍ. ພໍໄປຮອດໂຮງຫມໍປະມານເກົ້າໂມງຍົງຕອນເຊົ້າກໍ່ລ້ຽວຂວາຊອກບ່ອນຈອດລົດແຕ່ບ່ອນຈອດລົດເຕັມ ແລະ ຫາ ຄົນຮັບຝາກກະບໍ່ມີ ກະເລີຍຂັບລົດຂວ້າມໄປຈອດຢູ່ຝາກຄອງທີ່ມີລົດຈອດຢູ່ປະມານ 5, 6 ຄັນ ເຊີ່ງໃນໃຈກໍ່ຄິດໄວ້ວ່າປອດໄພ ເພາະເຂົ້າໄປຄົງບໍ່ເກີນ 20 ນາທີ.
ແຕ່ຄວາມຈິງບໍ່ແມ່ນແບບນັ້ນ ເພາະ ກວ່າ ຈະຕໍ່ຄິວຖ້າກວດ, ຊື້ຢາ, ຈ່າຍເງິຍ, ຈ່າຍຢາ, ຕໍ່ຄິວເຂົ້າຊັກ ກະປາດໄປເປັນຊົ່ວໂມງ, ໃນທີ່ສຸດກະໄດ້ຊັກຢາໃຫ້ລູກ ແລະ ເມຍກະດີໃຈຍ່າງມາຫາລົດຢ່າງຮີບດ່ວນເພາະຟ້າງໄປວຽກ.
ພໍມາຮອດໃກ້ລົດປະມານ ຫ້າ ແມັດ, ໂອ ! ອາການຕົກໃຈຄ້າຍກັບວ່າຫົວໃຈຂ້ອຍຈະຕົກລົງມາເຖິງພື້ນ, ເຫັນແກ້ວລົດຕົກຊະຊາຍຕາມພື້ນ, ໃນໃຈກະບອກແລ້ວວ່າລົດຖືກທຸບ!
ມາຮອດລົດເຫັນແຕ່ເສດກະຈົກແຕກຊະ, ມັນແມ່ນລົດຂ້ອຍອີ່ຫລີ, ຖົງ ໂນັດບູກ ໂຕຊີບາຂອງຂ້ອຍຫາຍໄປພ້ອມ ປື້ມບັນທຶກປະຈຳວັນຫາຍໄປສອງຫົວພ້ອມເອກະສານອີກຈຳນວນນື່ງ, ປື້ມບັນຊີ ທຄ, ບັດເອທີເອັມ.
ເຫດການຕອນນັ້ນເຮັດຫຍັງບໍ່ຖືກ, ທັງເສຍດາຍຂອງທີ່ຫາຍໄປ, ທັງຕົກໃຈ ເພາະບໍ່ຄິດໍ່ຝັນວ່າເຫດຈະມາເກີດກັບຕົນເອງ, ຂໍ້ມູູນທຸກຢ່າງຫາຍໄປພ້ອມກັບຄອມ, ປື້ມບັນທືສອງຫົວ ນັ້ນມີຂໍ້ມູນລວມກັນເປັນເວລາ ສອງປີ. ແຕ່ກະຍ່າງເຮັດຂາແຂງໆ ໄປຫາຍາມຂອງໂຮງຫມໍເພື່ອມຫວັງແຈ້ງຄວາມແລະສອບຖາມເພື່ອວ່າຈະໄດ້ເບະແສ ແຕ່ ປານຟ້າຜ່າ ເພາະ ເພິ່ນບໍ່ມີປະຕິກິລິຍາຫຍັງເລີຍມີແຕ່ວ່າບໍ່ມີໃຜຮັບຜິດຊອບ, ເຈົ້າໄປຈອດລົດໄກໂພດ, ຂ້ອຍຮັບຜິດຊອບແຕ່ບໍລິເວນນີ້, ດຽວນີ້ບໍ່ມີຄົນຮັບຝາກລົດ....ຈົນຂ້ອຍຕ້ອງ ໄດ້ບອກເພີ່ນວ່າ: ອ້າຍຊິບໍ່ຈົດບັນທຶກຫຍັງບໍ່ ເຖິງວ່າຂອ້ຍຈະບໍ່ໄດ້ຂອງຄືນແຕ່ກໍ່ຕ້ອງບັນທຶກໄວ້ເພື່ອເປັນຂໍ້ມູນໄວ້ເປັນອຸທາຫອນໃຫ້ຄົນອື່ນ, ເພີ່ນຈຶ່ງໄປເຮັດບັນທຶກ.ຖາມເພິ່ນວ່າບໍ່ມີກ້ອງວົງຈອນປິດແນ່ບໍ່ ເພິ່ນຕອບວ່າ ຄືຊິບໍ່ມີ ໃຫ້ເຂົ້າໄປພົວພັນຫາ ຫ້ອງການຂອງໂຮງຫມໍ. ຫລັງຈາກແຈ້ງໃຫ້ເພີ່ງບັນທຶກແລ້ວ ກະໄປແຈ້ງຫ້ອງການບ້ານດອນກອຍຊິື່ງຢູ່ຊ້າຍ ສວາຍ ກັບໂຮງຫມໍເພື່ອລົງບັນທຶກໄວ້.
ເຫດການນີ້ໄດ້ເກີດກັບຂ້າພະເຈົ້າແທ້, ຢາກໃຫ້ທຸກທ່ານແລະບອກໃຫ້ຄົນທີ່ຮູ້ຈັກຈົ່ງລະວັງຢ່າວາງຂອງມີຄ່າໄວ້ໃນລົດຢ່າງເດັດຂາດ. ໂດຍປົກກະຕິແລ້ວຂ້າພະເຈົ້າກໍ່ໄດ້ລະວັງຢູ່ເລຶ້ອຍໆ ເພາະໄດ້ເຊື່ອງກະເປົ໋າຄອມໄວ້ບ່ອນພື້ນຢຽບຕະຫລອດ ແຕ່ວັນນັ້ນ ພັດມີກະເປົາເຄືີອງແລະ ນົມຂອງລູກ ເຊິ່ງເປັນສີ່ງລໍ້ຕາລໍ້ໃຈຂອງຄົນຮ້າຍ.
ເລິກໆແລ້ວກະຫວັງແລະປາຖະຫນາວ່າເຈົ້າຫນ້າທີ່ ຈະຈັບຄົນຮ້ານໄດ້ບໍ່ມື້ໃດມື້ນຶ່ງ, ແລະຢາກໄດ້ຂອງທີ່ເສຍຫາຍຄືນເພາະເສຍດາຍຂໍ້ມູນທັງຫມົດທີ່ເສຍໄປ.
ທີ່ໃສ່ຫົວຂໍ້ວ່າ ຝັນບໍ່ຢາກໃຫ້ເປັນຈິງນັ້ນເພາະວ່າ ກ່ອນຫນ້ານີ້ ອາທິດນຶ່ງ ຂ້າພະເຈົ້າໄດ້ຝັນວ່າມີຄົນທຸບລົດແລ້ວເອົາຖົງຄອມໄປ, ໃນຝັນກໍ່ຄິດເສຍດາຍທີ່ສຸດ ແຕ່ພໍຕື່ນກໍ່ດີໃຈເພາະເປັນພຽງຝັນ ແລະກໍ່ໄດ້ເຫລົ່າໃຫ້ເມຍ ຟັງ, ເຊີ່ງໂດຍປົກກະຕິ ຂ້າພະເຈົ້າຈະບໍ່ສົນໃຈກັບຄວາມຝັນຕົນເອງ, ຝັນໄປ ຕື່ນເຊົ້າມາກໍ່ລືມຫມົດ. ບໍ່ນຶກເລີຍວ່າຝັນຈະເປັນຈິງ ເຊິ່ງເປັນຝັນທີ່ບໍ່ປາຖະຫນາ ດັ່ງເຫດການນີ້,
ຫວັງວ່າ ສີ່ງທີ່ເກີດກັບຂ້າພະເຈົ້າຈະເປັນອຸທາຫອນແລະເປັນປະໂຫຍດ ແດ່ພົນລະພັນລາວ ວ່າ ຢ່າປະຫມາດ.