ຈະຢູ່ຈັ່ງໃດ... ເມື່ອ ຖືກຜູ້ຊາຍຫັກອົກ
ສ້າງເມື່ອ ກ.ຍ.. 4, 2010 19 ຄົນໂຫວດ,
21 ຄຳເຫັນ,
ອ່ານ 554 ເທື່ອ
ມີຄົນເຄີຍບອກວ່າ " ອົກຫັກ ດີກວ່າຮັກບໍ່ເປັນ " ສະໄໝກ່ອນອາດຈະແມ່ນ ແຕ່ສະໄໝນີ້ເຫັນວ່າຍອມຮັກບໍ່ເປັນ ດີກວ່າອົກຫັກ ເພາະອົກຫັກບາດໃດຫົວໃຈປານລະລາຍທຸກເທື່ອ ທີ່ຜ່ານມາເຄີຍເຫັນນ້ຳຕາຂອງສາວໆ ຊຶ່ງຖືກຫັກອົກມາຫຼາຍຕໍ່ຫຼາຍແລ້ວ ແລະເພາະຄວາມຢາກຮູ້ວ່າເຫດຜົນໃດ ເປັນເຫດຜົນສຸດນິຍົມທີ່ເຮັດໃຫ້ສາວໆ ເສຍອົກເສຍໃຈ ແລະລືມຜູ້ຊາຍອັນເປັນທີ່ຮັກບໍ່ໄດ້ຈັກເທື່ອ... ຈາກການສອບຖາມສາວໆ ໜ້າໃສທີ່ຍ່າງຂວັກໄຂວ່ໄປມາຕາມທ້ອງຖະໜົນ ປາກົດວ່າ ມີຫລາຍສາເຫດນຳກັນ ແຕ່ທີ່ເຂົ້າວິນມາເປັນອັນດັບທຳອິດ ເພາະຜູ້ຊາຍຄົນນັ້ນເປັນຄົນທຳອິດ ຜູ້ສາວຍຸກນີ້ຍັງໃຫ້ຄວາມສຳຄັນກັບຜູ້ຊາຍທີ່ເປັນຄົນທຳອິດ ບໍ່ວ່າຈະເປັນແຟນຜູ້ທຳອິດ ພາຄົນຮັກ ໄປຮູ້ຈັກກັບພໍ່ແມ່ເປັນຄົນທຳອິດ ແລະທີ່ສຳຄັນສຳລັບສາວໆ ຍຸກນີ້ແມ່ນຈະເປັນຍຸກທີ່ຂ້ອນຂ້າງໄປມານຳກັນໄວ. ແຕ່ສາວໆ ສ່ວນຫຼາຍກໍຍັງໃຫ້ຄວາມສຳຄັນກັບຜູ້ຊາຍຄົນທຳອິດ ທີ່ນາງຍອມເສຍພົມມະຈັນໃຫ້ ດັ່ງນັ້ນ ເວລາຖືກຜູ້ຊາຍເຊິ່ງເປັນຄົນທຳອິດຂອງຊີວິດຫັກອົກ ມັນຈຶ່ງເປັນຄວາມເຈັບປວດຢ່າງທີ່ສຸດ. ເພາະຄວາມຜູກພັນ ຄວາມຜູກພັນ ເພາະໃນຊ່ວງເວລາທີ່ຍິງຊາຍ ຊຶ່ງຕັດສິນໃຈຄົບຫາກັນ ຍ່ອມຫລີກລ້ຽງບໍ່ໄດ້ທີ່ທັງຄູ່ ຈະຢູ່ນຳກັນແທບຕະຫລອດເວລາ ດັ່ງນັ້ນ ຈຶ່ງເກີດຄວາມຜູກພັນ ທັງໃນແງ່ຂອງຄວາມສຸກ ໄປກິນເຂົ້ານຳກັນ ຊື້ໝາມາລ້ຽງນຳກັນ ທຸກຢ່າງລ້ວນແລ້ວແຕ່ເປັນຄວາມຜູກພັນທັງສິ້ນ ຫລືແມ່ນແຕ່ຄວາມທຸກທີ່ເກີດຈາກການຜິດຖຽງກັນ ມັນກໍຖືເປັນຄວາມຜູກພັນຢ່າງໜຶ່ງດ້ວຍ ອີກຝ່າຍໜຶ່ງໂມໂຫ ອີກຝ່າຍໜຶ່ງເຂົ້າມາອອຍ ເຊິ່ງເມື່ອທັງສອງໄດ້ຮຽນຮູ້ຊຶ່ງກັນ ແລະກັນ ແລ້ວກໍຍາກທີ່ຝ່າຍໃດຝ່າຍໜຶ່ງໂດຍສະເພາະຝ່າຍ ທີ່ກຳລັງຈະຖືກຖິ້ມນັ້ນຈະທີ່ຕັດໃຈລົງ. ຍິ່ງພຽງເຫລືອບໄປເຫັນຂອງຂວັນ ຮູບໃນກະເປົາກໍຍິ່ງຕອກຢ້ຳ ຄວາມຄິດຮອດຢູ່ທຸກເທື່ອ ນອກຈາກສິ່ງຂອງແລ້ວ " ສະຖານທີ່ " ກໍເປັນສ່ວນສຳຄັນ ໂດຍສະເພາະເປັນທີ່ທີ່ເຄີຍເຮັດກິດຈະກຳເລື້ອຍໆ ເຊັ່ນ ໂຮງຮຽນ ໂຮງໜັງ ສວນສາທາລະນະ ໂຕະຕັ່ງ ເຮືອນຄົວ ຫຼືເຮືອນກໍຕາມ ພໍໄປຍືນບ່ອນທີ່ເຄີຍມີກິດຈະກຳຮ່ວມກັນ ບ່ອນເຄີຍມ່ວນເຄີຍຫົວ ເຄີຍຫຼິ້ນເຄີຍກິນນຳກັນ ກໍຍິ່ງເຈັບຍິ່ງຊ້ຳ. ເພາະເຂົາເປັນໝູ່ມາກ່ອນ ຕອນເປັນໝູ່ກໍສະຫນິດກັນຫລາຍ ພໍເປັນແຟນກັນກໍຍິ່ງມີຄວາມສະໜິດສະໜົມ ແນບແໜ້ນເຂົ້າໄປອີກ ເມື່ອເລີກກັນ ແຕ່ຖ້າຍັງພົບກັນ ເພາະຮຽນບ່ອນດຽວກັນຫລືເຮັດວຽກ ບ່ອນດຽວກັນຍິ່ງເຮັດໃຫ້ຍາກທີ່ຈະລືມລົງໄດ້. ເພາະຍັງບໍ່ມີຄົນໃໝ່ ຂໍ້ນີ້ແຫລະທີ່ສາວໆ ຫລາຍຄົນບອກກົງກັນວ່າ ເພາະຂ້ອຍຍັງບໍ່ມີຄົນໃໝ່ ຂ້ອຍຈຶ່ງເຈັບປວດ ແຕ່ຖ້າມີຄົນໃໝ່ເມື່ອໃດ ບັນຫາຖືກຫັກອົກຄົງທຸເລົາໄປໄດ້ຫຼາຍ ເພາະຄົນໃໝ່ (ທີ່ຖືກໃຈ) ຈັດເປັນຢາຊັ້ນຍອດຍິ່ງກວ່າໝໍໃດໆ ກໍວ່າໄດ້. ຜູ້ມີປະສົບການດ້ານອົກຫັກ ໃຫ້ເຫດຜົນທີ່ລືມຢາກວ່າ ລາວຫາກໍ່ເຄີຍມີແຟນ ພໍມີແຟນມັນເປັນຄວາມພູມໃຈນ້ອຍໆ ຂອງຜູ້ຍິງ ເວລາພວກເຂົາເຮັດຫຍັງກໍດີໄປຫມົດ ຊ່ວງເວລາທີ່ຄົບກັນ ມັນຈຶ່ງເປັນເວລາທີ່ມີຄວາມສຸກ ແຕ່ພໍເລີກກັນມັນຍາກທີ່ຈະລືມ. ອີກຜູ້ໜຶ່ງໃຫ້ເຫດຜົນວ່າ ທີ່ລືມບໍ່ໄດ້ ເພາະຜູ້ຍິງມັກທຳໃຈຍອມຮັບບໍ່ໄດ້ທີ່ຖືກປະ ເຮັດໃຫ້ຢ້ອນຖາມຕົວເອງວ່າ ເຮົາເຮັດຫຍັງຜິດໄປຫລືບໍ່ ພວກເຂົາຈຶ່ງຖິ້ມເຮົາໄປ ຜູ້ຍິງເປັນຄົນມັກຄິດຫລາຍ ເມື່ອຫາຄຳຕອບບໍ່ໄດ້ ຄວາມຄິດກໍຍັງວົນວຽນຢູ່ ເຮັດໃຫ້ຕັດໃຈບໍ່ໄດ້ຈັກເທື່ອ. ເຖິງຈະມີລ້ານເຫດຜົນທີ່ເຮັດໃຫ້ " ລືມ " ຍາກ ແຕ່ຢ່າງຫນ້ອຍສິ່ງໜຶ່ງທີ່ຕ້ອງຄຳນຶງໄວ້ ເມື່ອຜິດຫວັງໃນຄວາມຮັກ ຂໍໃຫ້ຮັກຕົວເອງໃຫ້ຫລາຍໆ ລວມທັງເຮັດຫຍັງຂໍໃຫ້ມີສະຕິ ຮິ່ນຕອງໃຫ້ຮອບຄອບ ແລະຢູ່ກັບເພື່ອນ ຢູ່ກັບຄອບຄົວ ແລ້ວຈະຮູ້ວ່າຍັງມີຄົນທີ່ຍັງຮັກເຮົາຢູ່ອີກຫຼວງຫຼາຍ… ມາຈາກ www.sansuok.com |