ຂຽນເມື່ອ: ຕ.ລ.. 20, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
[size=15pt].
ຊາວພຸດລາວໄດ້ຖືກນຳພາ ໃຫ້ເນັ້ນໜັກໃສ່ການທານ ຫລາຍທີ່ສຸດ.[/size]
[b]ຄວາມເຂົ້າໃຈໃນພຣະພຸດທະສາສໜາ.[/b]
ແຕ່ຄາວກ່ອນ ເວົ້າສະເພາະແຕ່ສມັຍພາຍໃຕ້ການ ເປັນຫົວເມືອງຂຶ້ນສຍາມ ມາຮອດກາງສັດຕະວັດ ທີໍ 20 ນັ້ນ ການເຜີຍແຜ່ຄວາມຮູ້ຕ່າງໆ ໂດຍສະເພາະທາງດ້ານພຸດທະສາສະໜາ ແມ່ນຫຍຸ້ງຍາກຫລາຍ ເພາະຄົນລາວ ມີພຽງຈຳນວນນ້ອຍໆ ທີ່ອ່ານອອກ ຂຽນເປັນ. ຖ້າຈະໃຫ້ຄົນທຳມະດາ ເຂົ້າໃຈ ພະໄຕປິດົກ ກໍ່ເປັນເລື່ອງ ທີ່ວ່າ ອິມພັສຊິໂບລ໌ (impossible). ມີແຕ່ພຣະພິກຂຸ ເທົ່ານັ້ນ ທີ່ມີໂອກາດຫລາຍກວ່າ. ແຕ່ຜູ່ທີ່ເຂົ້າໄປບວດຫລາຍຄົນ ກໍ່ບວດບໍ່ພໍທໍ່ໃດປີ ກະສິກອອກມາ. ສ່ວນນ້ອຍໆ ຈະບວດດົນ ແລະ ມີໂອກາດ ສຶກສາ ຮໍ່ຮຽນ ພຣະໄຕປິດົກ ຫລາຍ. ປຶ້ມພຣະໄຕປິດົກ ແຕ່ກີ້ ກະບໍ່ແມ່ນ ຂອງຫາງ່າຍ ຈົນຄົນລາວ ຫລາຍກະຖືວ່າ ເປັນເຄື່ອງສັກສິດ ທີ່ວ່າ ຄວນນົບໄຫວ້ບູຊາ ຫລາຍກວ່າແມ່ນ ເຄື່ອງທີນຳມາໃຊ້ ມາອ່ານ ໃຫ້ໄດ້ຄວາມຮູ້ ຄວາມສລາດ (ກະຍ້ອນວ່າ ອ່ານບໍ່ເປັນຫັ້ນແລ້ວ). ດຽວນີ້ ຄົນພຸດລາວ ກໍ່ຍັງບໍ່ທັນໄດ້ຖືກນຳພາ ໃຫ້ສົນໃຈ ຮ່ຳຮຽນພະໄຕປິດົກຢ່າງກວ້າງຂວາງເລີຍ.
[b]ການສຶກສາຮໍ່າຮຽນສະດວກກວ່າເກົ່າ[/b]
30- 40 ປີກ່ອນນີ້ ຄືຊິບໍ່ມີຄົນລາວຜູ່ໃດ ທີ່ສາມາດບອກຜົນ 128658623 x 976567785 ໄດ້ພາຍໃນ ເວລາ ຕໍ່າກວ່າ 1 ນາທີ. ແຕ່ດຽວນີ້ ບໍ່ອຶດຜູ່ຊິຕອບໄດ້ ເພາະມີ ຈັກຄິດໄລ່ ຫລືວ່າ ຄອມພິວເຕີ. ດັ່ງນັ້ນ ການເຜີຍແຜ່ ພຸດທະສາສະໜາ ກໍ່ຄວນປ່ຽນແປງ ໃຫ້ທັນກັບສະພາບການ. ຄວນຈະມີການ ນຳພາ ໃຫ້ຄົນພຸດລາວ ເຂົ້າໃຈ ເນື້ອໃນ ຄຳສັ່ງສອນ ຂອງພຣະສຳມາ ສຳພຸດທະເຈົ້າ ຫລາຍຂຶ້ນກວ່າເກົ່າ. ຊ່ອຍໃຫ້ຄົນພຸດລາວ ເປັນເຈົ້າການ ໃນສາສະໜາຂອງຕົນ ແລະ ໃນອະນາຄົດທາງທຳ ທາງວິນຍານ ຂອງຕົນ, ບໍ່ແມ່ນຈະຫລັບຫູ ຫລັບຕາ ຍ່າງນຳກົ້ນ ຜູ່ໃດ ຜູ່ໜຶ່ງ ຫລື ກຸ່ມຄົນໃດ ຄົນໜຶ່ງອີກຕໍ່ໄປເລື້ອຍໆ. ຖ້າມືນຕາຫລາຍບໍ່ໄດ້ ກະມືນແດ່ຈັກເລັກ ຈັກໜ້ອຍ.
[b]ເວົ້າງ່າຍ ເຂົ້າໃຈຍາກ[/b]
ວັນສິນ 8 ວັນສິນ 15 ພາກັນ ໄປໃສ່ບາດ ຮັບສິນ ຢູ່ວັດ. ມື້ 1 ຄໍ່າ ຫາ 7 ຄໍ່າ ແລະ ມື້ 9 ຄໍ່າ ຫາ 14 ຄໍ່າ ພາກັນ ກິນເຫລົ້າ ກິນເບຍ. ໄປເຮືອນບຸນ ກະຢາຍເຫລົ້າ. ໄປເຮືອນກຳ ກະຢາຍເຫລົ້າ. ໄປເຮືອນດອງກະຢາຍເຫລົ້າ. ປ້າຍໂຄສະນາເບຍລາວ ຢູ່ທຸກຈອກ ທຸກແຈ. ຂະບວນແຫ່ວໍ ແຫ່ນາງສັງຂານ ກະຂາດ ປ້າຍໂຄສະນາເບຍລາວບໍ່ໄດ້. ຮອດຄູບາອາຈານກະໃຊ້ສິ່ງຂອງ ທີ່ມີເຄື່ອງໝາຍເບຍລາວ.
ແມ່ນຢູ່ວ່າ ເຮັດດີ ໄດ້ດີ ເຮັດຊົ່ວໄດ້ແນວບໍ່ດີ. ມັນເປັນທິສດີກຳປັ້ນທຸບດິນ. ມັນເປັນເລື່ອງໃຜເລື່ອງມັນ. ແຕ່ຖ້າຫລາຍຄົນ ພາກັນ ເຮັດດີແທ້ໆ (ບໍ່ແມ່ນພາກັນເວົ້າລ້າ) ຄວາມດີ ກະຄືຊິຄ່ອຍເພີ່ມຂຶ້ນ. ຂ້ອຍເຄີ່ຍເຫັນເດີ ຄັນວ່າ ເພິ່ນຢາຍເຫລົ້າ ແລ້ວເຮົາບໍ່ກິນ ເພິ່ນກະວ່າເຮົາຂິ້ຄຸຍ, ຕ້ອງໄດ້ຕົວະວ່າ ເຈັບກະເພາະ ຈັ່ງແລ້ວໄປ.
[b]ເຫດການກ່ຽວກັບ ຄູບາ ກຣະເສມ ຢູ່ເມືອງໄທ ກະເປັນເລື່ອງໜຶ່ງ ທີ່ຄົນພຸດລາວ ຄວນພິຈາຣະນາ.[/b]