ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2024 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເງິນກີບລາວ ລາວບໍ່ໃຊ້            ຈະມີຄ່າແນວໃດ?

ຊິໃຫ້ໃຜມາຖື                          ຄອບຄອງນຳໃຊ້

ນອກຈາກໄທເຮົານີ້                  ພາກັນເຊີດຊູຄ່າ

ຮັກສາເງິນກີບໄວ້                    ເປັນສິນຄ້າສື່ກາງ

 

ລາງຄົນແຖມຈົ່ມເວົ້າ               ວ່າເງິນກີບບໍ່ມີຫຍັງ

ຫວັງແຕ່ຖືເງິນຕາ                   ບາດ-ໂດລາພຸ້ນ

ຄຸນຄ່່າເງິນລາວດ້ອຍ                 ຖືໄປກໍໄຮ້ຄ່າ

ສູ້ຖືເງິນໂດລາ ຫຼື ຊື້ຄຳມາເກັບໄວ້ ພໍຊິໄດ້ອຸ່ນໃຈ ວ່າເດ

 

ເຈົ້າບໍ່ຖື ຂ້ອຍບໍ່ໃຊ້                       ຊິຄອງແຂກທາງໃດຖື ເດນໍ

ໂຕເອງຍັງບໍ່ຮັກໂຕເອງ                 ແມ່ນໃຜຊິຮັກເຈົ້າ

ຮັກຊາດລາວ ຄວນຮັກເງິນກີບພ້ອມ ພາກັນໃຊ້ຈ່າຍ

ຊື້-ຂາຍ ເປັນເງິນກີບເທົ່ານັ້ນ         ວັນໜ້າຫາກຈະດີ

 

ເຫັນບໍ ເງິນກີບທຸກມື້ນີ້                  ບໍ່ແຂງຄ່າຄືເຂົາ

ເປັນເພາະເຮົາ ຫຼື ເພາະໃຜ              ຈິ່ງເປັນແນວນີ້

ບໍ່ວ່າຕູ້ສີ ຕາສາເຖົ້າ                        ຊິເປັນຄົນປັ່ນຄ່າ

ເຊົາສາ! ຫັນມາເຮັດແທ້ໆ               ຊົມໃຊ້ກີບລາວ ສາເຢີ

 

ເຈົ້າຢ່າຂໍ້ລໍ໋ໆ ແຂ້ແລ໋ໆ                       ເວົ້າແຕ່ປາກ ໃຈບໍ່ຈິງເລີຍນ່າ

ຢ່າຫາພາກັນເຮັດ                            ຫຼອກແຕ່ຄົນອື່ນໃຊ້

ຕັດສິນໃຈຕອນນີ້                            ຍັງບໍ່ສວາຍໄດ໋ຂ້ອຍວ່າ

ຮີບມາສາ ມາແກ້ໄພເງິນເຟີ້              ດ້ວຍການໃຊ້ເງິນກີບລາວ ໄດ້ບໍ?

ອ່ານບົດກະວີອື່ນໆ

https://www.laoguru.com/category/poem/