ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ທະຫານໜຸ່ມຄົນໜື່ງຕ້ອງອອກໄປເຮັດເສິກຢູ່ແດນໄກປະເມຍສາວໄວ້ບ້ານເປັນເວລາດົນເຖິງ2ປີເຕັມ ເມື່ອຈະໄດ້ກັບບ້ານ,,,ລາວຮູ້ສຶກດີໃຈຫລາຍທີ່ຈະໄດ້ພົບເມຍສາວທີ່ເປັນທີ່ຮັກຂອງລາວ ແຕ່ເມື່ອກັບໄປຮອດບ້ານລາວກໍ່ຮູ້ສຶກແປກໃຈຫລາຍ ເພາະວ່າຢູ່ຫົວຕຽງຂອງເມຍລາວນັ້ນມີໄຂ່ໄກ່ວາງໄວ້ຢູ່3ໜ່ວຍ ແລະ ເງີນອີກ 10ລ້ານກີບ. ດ້ວຍຄວາມສົງໃສລາວຈື່ງຖາມເມຍວ່າ:

ຜົວ: ທີ່ຮັກ . . . ເຈົ້າເອົາໄຂ່ມາວາງໄວ້ຫົວຕຽງເຮັດຫຍັງ?

ເມຍ: ຂ້ອຍສາລະພາບຕາມຕົງເລີຍວ່າ. . . ຊ່ວງທີ່ເຈົ້າບໍ່ຢູ່ຂ້ອຍເຫງົາຫລາຍ, ຂ້ອຍນອກໃຈເຈົ້າ ແລະ ຍາມທີ່ຂ້ອຍນອກໃຈເຈົ້າ ຂ້ອຍຈະເອົາໄຂ່ມາວາງໄວ້ເທິງຫົວຕຽງ ເພື່ອເຕືອນຄວາມຈຳວ່າຂ້ອຍເຮັດຜິດໄປຈັກເທື່ອ.

ຜົວໄດ້ຍິນກໍ່ຮູ້ສຶກເຫັນໃຈເມຍຫລາຍ. . . ໂອ໋ ເຮົາຈາກໄປຕັ້ງ2ປີລາວນອກໃຈເຮົາພຽງແຕ່3ຄັ້ງເທົ່ານັ້ນນໍ (ເພາະມີໄຂ່ວາງຢູ່3ໜ່ວຍ) ລາວຄົງຊິເຫງົາຫລາຍຈື່ງເຮັດແບບນີ້

ຜົວ: ລະເງີນອີກ10ລ້ານເດ ເຈົ້າເອົາມາແຕ່ໃສ?

ເມຍ: ເອີ!!!!!!!!!!!!! ຂ້ອຍ . . . . . ກໍ່ໄດຈາກການຂາຍໄຂ່ຫັນເດ

ຜົວ: ??????

ຂອບໃຈທີ່ອ່ານ ຖ້າວ່າງໆແລ້ວຈະຊອກມາໃຫ້ອ່ານອີກເດີ

 

Delicious Digg Fark Twitter