ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ຕຳນານ ແລະ ທີ່ມາຂອງຫວນແຕ່ງງານ  
ຕາມຕຳນານແລະປະຫວັດສາດທີ່ມີມາດົນນານ ຕ່າງເຊື່ອກັນວ່າການໃສ່ແຫວນທີ່ນີ້ວນາງ ຈະເຮັດໃຫ້ແຫວນນັ້ນດົນອຳນາດຂອງຄວາມຮັກຜ່ານສູ່ຫົວຝຈຂອງຜູ້ໃສ່ໄດ້ແລະແຫວນແຕ່ງງານກໍ່ປຽບສະເໝືອນຕົວແທນຄຳສັນຍາຄວາມຮັກແລະຄວາມໝັ້ນຄົງ ເປັນເຄື່ອງປະດັບຕິດຕົວຊີ້ນດຽວທີ່ມີຄຸນຄ່າຜູກພັນຈດໃຈກັບຜູ້ຍົງ ແຕ່ກອນ ຄູ່ໜຸ່ມສາວຈະໃຊ້ເຖົາວັນຕາມທຳມະຊາດນຳມາມັດຕິດກັບນີ້ວເພື່ອສະແດງເຖີງຄວາມຮັກ ຈົນກາຍເປັນປະເພນີຂອງຄົນໂຣມັນແລະຄົນອັງກິດທີ່ຈະນຳໂລຫະທີ່ມີຄ່າທີ່ສຸດຂອງແຕ່ລະຍຸກສະໄໝມາໃຊ້ສວມໃຫ້ກັບເຈົ້າສາວ.

alt


     ຊື່ງແລກເລີ່ມເດີມທີ່ຕັ້ງແຕ່ສະໄໝໂບຮານແຫວນໝັ້ນທີ່ນິຍົມໃນຄູ່ບ່າວສາວນັ້ນເຮັດມາຈາກເຫລັກທຳມະດາ ຕາມຕຳນານເຊື່ອວ່າແຫວນເລົ່ານີ້ເກີດຈາກເທບພະເຈົ້າໂພຣເມທູສ(Prometheus) ຕີເຫລັກຂື້ນມາເປັນແຫວນໃຫ້ກັບມະນຸດທີ່ບໍ່ມີຮັກຕໍ່ມາແຫວນທີ່ຄົນໂຣມັນໃຫ້ກັນນັ້ນ ກໍ່ກາຍມາເປັນຄຳຊົງກົມ ຊື່ງສະແດງເຖິງວັດທະຈັກແຫ່ງຊີວິດແລະຄວາມເປັນນິລັນດອນອີກທັງຍັງເປັນການປະຕິຍານຕົນຕໍສາທາລະນະຊົນວ່າສັນຍາສົມລົດຂອງຄູ່ບ່າວສາວຈະໄດ້ປະຕິບັດຖະໜອມຮັກໄວ້ຊົ່ວນິລັນດອນ

      ຈົນເຖິງປະຈຸບັນ ດ້ວຍຄຸນຄ່າຄວາມງາມອຳມະຕະ ເຮັດໃຫເແຫວນຄຳເປັນສັນຍາລັກແລະປະເພນີຂອງການແຕ່ງງານທີ່ຍັງຄົງມະຫັດສະຈັນຢູ່ກັບເຈົ້າສາວຕະຫລອດການ ຈົນເຖິງສັດຕະວັດທີ15 ແຫວນອັນເປັນສັນຍາລັກແຫ່ງຄວາມໝັ້ນຄົງ ແລະ ຄວາມຊື່ສັດ ໂດຍໃຊ້ອັນຍະມະນີທີ່ແຂງແກ່ນທີ່ສຸດນັ້ນກໍ່ຄື''ເພັດ''

     ເພັດຖືກຄົ້ນພົບຄັ້ງທຳອິດໃນປະເທດອິນເດຍ ຄຸນຄ່າຂອງເພັດໃນຍຸກສະໄໝນັ້ນ ບໍ່ພຽງແຕ່ມີຄວາມງົດງາມຈາກພາຍນອກເທົ່ານັ້ນ ແຕ່ເປັນເພາະຄວາມວິເສດແຫ່ງອາຄົມຊື່ງເຊື່ອກັນວ່າ ເພັດສາມາດປ້ອງກັນໄພຈາກອະສໍລະພິດ, ໄຟ, ຍາພິດ, ຄວາມປ່ວຍໄຂ້, ການໂຈລະກຳ ຕະຫລອດຈົນພະລັງແຫ່ງຄວາມຊົ່ວຮ້າຍທັງປວງ

      ດັ່ງນັ້ນຄຳວ່າ Diamond ນີ້ ຊື່ງມີຄຳສັບມາຈາກຄຳວ່າ Adamas ໃນພາສາເກຼັກ ຊື່ງແປວ່າບໍ່ອາດເອົາຊະນະໄດ້ກາຍເປັນສັນຍາລັກສາກົນແຫ່ງຮັກທີ່ຍືນຍົງ ຕຳນານຂອງເພັດຈື່ງໄດ້ເລີ່ມຕົ້ນແລະເລົ່າຂານຕົກທອດກັນນັບແຕ່ຕອນນັ້ນມາ

ຂອບໃຈທີ່ອ່ານ ຄັ້ງໜ້າຈະຊອກມາໃຫ້ອ່ານອີກ

 

Delicious Digg Fark Twitter