![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ນ.. 29, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ທີ່ມາຂອງ Banana, Mangosteen & Papaya
Long time ago…. ປະມານວ່າດົນນານມາແລ້ວ
ມີຝຼັ່ງ ມາທ່ຽວຕະຫລາດນ້ຳຢູ່ເມືອງໄທ ແລະເຫັນໝາກໄມ້ຫລາຍຊະນິດ ຝຼັ່ງກໍ່ມາເບີ່ງທີ່ໝາກກ້ວຍກ່ອນໝາກໄມ້ອື່ນ ແລ້ວຝຼັ່ງກໍ່ຖາມແມ່ຄ້າວ່າ “ What is this? ”
ແຕ່ແມ່ຄ້າບໍ່ຮູ້ພາສາອັງກິດຈື່ງບໍ່ຕອບຫຍັງ ຝຼັ່ງເຫັນແນວນັ້ນຈື່ງລອງບີບກ້ວຍເບີ່ງ ບັງເອີນວ່າຝຼັ່ງມືໜັກຈື່ງບີບກ້ວຍເລະ ແມ່ຄ້າເຫັນຈື່ງຮ້ອງໂວຍວາຍວ່າ (ພາສາໄທ) “ແບນແນ່ໆ”
ຝຼັ່ງໄດ້ຟັງຈື່ງຮ້ອງໂອ!ແລ້ວກໍ່ບອກວ່າ “ Oh! Banana ”
ຫລັງຈາກນັ້ນຝຼັ່ງກໍ່ມາຊີ້ທີ່ມັງຄຸດ ແລະຖາມວ່າ “ Is this mango? ” ແມ່ຄ້າຄົນໄທກຳລັງໃຈຮ້າຍທີ່ຝຼັ່ງເຮັດກ້ວຍເລະເລີຍຕອບໄປວ່າ “ ແມງໂກສົ້ນteen ຫັນຕິ” ຝຼັ່ງກໍ່ຮ້ອງໂອ້!ແລ້ວບອກວ່າ“ Oh Mangosteen! ” ແລ້ວຝຼັ່ງກໍ່ເຫລືອບໄປເຫັນໝາກຮຸ່ງ ກໍ່ເອົາມືທີ່ເປື້ອນກ້ວຍໄປຈັບແລ້ວຖາມວ່າ“ What is this? ” ແມ່ຄ້າເຫັນແນວນີ້ກໍ່ແຫ່ງໃຈຮ້າຍທີ່ໝາກຮຸ່ງເປື້ອນ ຈື່ງຈັບເອົາສາກຂື້ນມາຈະຕີຝຼັ່ງ ແຕ່ມີຄົນເອີ້ນມາຫ້າມແມ່ຄ້າວ່າ “ ປ້າໆ ຢ່າ ” ຝຼັ່ງໄດ້ຍິນດັ່ງນັ້ນຈື່ງນຶກວ່າມີຄົນບອກຊື່ໝາກຮຸ່ງ ຈື່ງຮ້ອງວ່າ “ OH! papaya “
ຈົບ