ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

 

ນາງ ອຳແດງ ຟັກມີ
ມີຜູ້ຍິງຄົນໜື່ງເປັນຄົນຕ່າງແຂວງນາມວ່າ  “ນາງອຳແດງຟັກມີ” 
ມື້ໜື່ງລາວມີຄວາມຈຳເປັນຕ້ອງໄປເຮັດວຽກຢູ່ອາເມລິກາ ລາວຈື່ງໄປຍື່ນເລື່ອງຂໍວີຊ່າທີ່ສະຖານທູດ ເມື່ອເຈົ້າໜ້າທີ່ເຫັນນາມສະກຸນຂອງລາວ ຈື່ງແຈ້ງວ່ານາມສະກຸນຂອງເຈົ້າບໍ່ສຸພາບ ແລະຄົງບໍ່ເໝາະສົມທີ່ຈະໄປໃຊ້ນາມສະກຸນນີ້ໃນອາເມລິກາ. ເມື່ອລາວຮູ້ຄວາມໝາຍຂອງນາມສະກຸນຂອງລາວໃນພາສາອັງກິດລາວກໍ່ອາຍຈົນໜ້າແດງ ແລະ ແຈ້ງວ່າຈະຮີບໄປປ່ຽນໃຫ້ຮຽບຮ້ອຍ ແລະຈະຟ້າວກັບມາຍືານເລື່ອງຕໍ່ເຈົ້າໜ້າທີ່ອີກຄັ້ງ ຫລັງຈາກອອກຈາກສະຖານທູດລາວກໍ່ກົງໄປທີ່ເມືອງໃນທັນທີພ້ອມທັງແຈ້ງຄວາມປະສົງພ້ອມທັງເຫດຜົນຕໍ່ເຈົ້າເມືອງ.

ນາງອຳແດງ “ທ່ານເຈົ້າເມືອງຂ້ອຍຢາກປ່ຽນນາມສະກຸນໃໝ່ເພາະຕ້ອງໄປເຮັດວຽກຢູ່ອາເມລິກາແລະເຈົ້າໜ້າທີ່ສະຖານທູດບອກວ່ານາມສະກຸນຂ້ອຍບໍ່ສຸພາບ ທ່ານເຈົ້າເມືອງຊ່ວຍແດ່ເດີ ຂ້ອຍກໍ່ບໍ່ຮູ້ເລື່ອງພາສາອັງກິດ ” 
ເຈົ້າເມືອງພໍໄດ້ຟັງແລະເຫັນນາມສະກຸນກໍ່ຫົວແລ້ວບອກວ່າ “ບໍ່ເປັນຫຍັງນາງ ເຂົາຕ້ອງການໃຫ້ສຸພາບຂື້ນກ່ວານີ້ແມ່ນບໍ? ດຽວຂ້ອຍຊິຈັດການໃຫ້” 
ເມື່ອແລ້ວໆທ່າເຈົ້າເມືອງກໍ່ຈັດການປ່ຽນນາມສະກຸນໃຫ້ລາວເປັນທີ່ຮຽບຮ້ອຍແລະບອກກັບລາວວ່າ “ບັດນີ້ຄືຊິບໍ່ມີປັນຫາແລ້ວເດີຂ້ອຍປ່ຽນໃຫ້ສຸພາບແລ້ວ” 
ນາງອຳແດງດີໃຈຫລາຍ ມື້ຕໍ່ມາລາວຮີບໄປຍື່ນຂໍວີຊ່າໃໝ່ພ້ອມກັບຄວາມໝັ້ນໃຈວ່າ ສຸພາບແນ່ນອນ.
 
 
 
ລາວຍື່ນຂໍວີຊ່າໃນຊື່ຂອງ  “ນາງອຳແດງ ຟັກມີພລີສ please”      55555555…….
 
Delicious Digg Fark Twitter