
ຂຽນເມື່ອ: ມ.ນ.. 17, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
*ເຈົ້າເຄີຍຜິດຫວັງໃນເລື່ອງຄວາມຮັກຫລືບໍ່?
*ເຈົ້າເຄີຍເສຍໃຈເພາະຄວາມຮັກຫລືບໍ່?
*ເຈົ້າເຄີຍປວດໃຈເພາະຄວາມຮັກຫລືບໍ່?
*ເຈົ້າເຄີຍຮອ້ງໄຫ້ເພາະຄວາມຮັກຫລືບໍ່?
ແລ້ວສິ່ງເຫລົ່ານີ້ເຮັດໃຫ້ເຈົ້າຊັງຄວາມຮັກຫລືບໍ່ຖ້າເຈົ້າຊັງຄວາມຮັກເພາະສິ່ງນີ້ເຈົ້າຄິດຜິດ
ມັນບໍ່ແປກດອ໋ກຖ້າເຈົ້າຫລືໃຜໆຊິໂທດຄວາມຮັກ
ແຕ່ຖ້າຄິດດີໆແລ້ວຈະຮູ້ວ່າມັນບໍ່ແມ່ນຄວາມຜິດຂອງຄວາມຮັກເລີຍ
ຄວາມຮັກເປັນສິ່ງທີ່ດີບໍ່ເຄີຍເຮັດໃຫ້ໃຜເປັນແນວນັ້ນເລີຍ
ແຕ່ທີ່ເຈົ້າຮູ້ສຶກແນວນັ້ນເປັນເພາະໂຕເຈົ້າເອງ
ທີ່ເປັນແນວນັ້ນເພາະເຈົ້າບໍ່ສົມຫວັງໃນຄວາມຮັກ
ເພາະຮັກລາວແລ້ວແຕ່ລາວບໍ່ຮັກຕອບແມ່ນບໍ່............?
ຖ້າເປັນຄວາມຮັກທີ່ແທ້ຈິງເຈົ້າຈະບໍ່ເສຍໃຈຖ້າລາວບໍ່ຮັກເຈົ້າ
ເພາະຄວາມຮັກຄືການໃຫ້ບໍ່ແມ່ນການຄອບຄອງ
ການຮັກໃຜຈັກຄົນບໍ່ຈຳເປັນຕອ້ງເປັນແຟນຫລືເປັນຫຍັງກັນ
ແຄ່ໄດ້ຮັກຫລືເຮັດຫຍັງດີໆໃຫ້ກໍພໍແລ້ວບໍ່ແມ່ນຫວາ...........?
ລອງເອົາໄປຄິດເບິ່ງວ່າທີ່ເຈົ້າອົກຫັກຫລືເສຍໃຈ
ມັນແມ່ນຄວາມຜິດຂອງຄວາມຮັກ
ຫລືຄວາມຜິດຂອງເຈົ້າທີ່ມີແຕ່ນັ່ງເສຍໃຈ
ໃຫ້ກັບຄວາມຮັກແລະມີແຕ່ຖ້າແຕ່ຈະໂທດຄວາມຮັກ.......................................................................