
ຂຽນເມື່ອ: ກ.ລ.. 22, 2009
| ມີ
24 ຄຳເຫັນ
ແລະ
0 trackback(s)
"ຢ່າສັນຍາກັບໃຜຖ້າເຈົ້າເຮັດບໍ່ໄດ້"
ມີຜູ້ຍິງຕາບອດຄົນໜຶ່ງ ລາວຊັງຕົນເອງທີ່ລາວບໍ່ສາມາດເບິ່ງຫຍັງເຫັນ
ລາວຊັງທຸກຄົນຍົກເວັ້ນແຟນຂອງລາວ
ມີມື້ໜຶ່ງລາວບອກກັບແຟນລາວວ່າ ຖ້າລາວເບິ່ງເຫັນລາວຈະແຕ່ງງານກັບແຟນລາວ
ຢູ່ມາມື້ໜຶ່ງໂຊກຊະຕາກໍເດີນທາງມາຫາລາວ ມີຄົນບໍລິຈາກດວງຕາໃຫ້ຜູ້ຍິງຕາບອດຄົນນັ້ນ
ລາວຈຶ່ງສາມາດເບິ່ງເຫັນທຸກສິ່ງທຸກຢ່າງລວມກັບແຟນຂອງລາວ
ແຟນລາວຈຶ່ງຖາມລາວວ່າ "ບາດນິເຈົ້າເບິ່ງເຫັນໝົດທຸກຢ່າງແລ້ວ ເຈົ້າຈະແຕ່ງງານກັບຂອ້ຍບໍ່"
ຜູ້ຍິງຜູ້ນັ້ນຕົກໃຈຫຼາຍທີ່ເຫັນວ່າແຟນຂອງຕົນຕາບອດ
ຜູ້ຍິງຄົນນັ້ນຕອບແຟນລາວວ່າ "ຂໍໂທດເດີ້ ຂອ້ຍແຕ່ງງານກັບເຈົ້າບໍ່ໄດ້ເພາະວ່າເຈົ້າຕາບອດ"
ແຟນຂອງລາວຍ່າງຈາກໄປພອ້ມກັບນ້ຳຕາທີ່ຍອ້ຍລົງມາ
ແຟນຂອງລາວບອກກັບຜູ້ຍິງຄົນນັ້ນວ່າ " ຖ້າເປັນແນວນັ້ນເຈົ້າຊ່ວຍເບິງແຍງດວງຕາຂອງຂອ້ຍໃຫ້ດີແດ່ເດີ້"

