
ຂຽນເມື່ອ: ກ.ລ.. 27, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)

ເຄີຍສົງໄສຢູ່ຫວາວ່າເຂົ້າລະດູຝົນຍາມໃດເປັນຕອ້ງໄດ້ຍິນສຽງ ໄອ ຈາມ ຮັດຊິ້ວຂອງຄົນຮອບຂ້າງເຮົາຕະຫຼອດ
ຫຼືຖ້າວ່າຫົວປຽກຝົນຕອ້ງໄດ້ຟ້າວກັບມາອາບນ້ຳ ຫຼືສະຫົວໂລດບໍ່ສະນັ້ນຈະບໍ່ສະບາຍ
ໂລກຫວັດ ຫຼືເອີ້ນງ່າຍໆວ່າໂພງດັງອັກເສບຈາກການຕິດເຊື້ອສາເຫດເກີດຈາກເຊື້ອໄວຣັດທີ່ກະຈາຍຢູ່ເປັນຮອ້ຍໆຊະນິດຢູ່ໃນອາກາດທຸກມື້ເຮົາຈະສຳພັດກັບໄວຣັດຈຳພວກນີ້ຢູ່ບາງຄັ້ງ
ແຕ່ເນື່ຶອງຈາກວ່າຮ່າງກາຍຂອງເຮົາມີພູມຕ້ານທານແລະສະພາວະແວດລອ້ມທີ່ບໍ່ເໝາະສົມແກ່ການແບ່ງຕົວຂອງເຊື້ອໄວຣັດຈຶ່ງເຮັດໃຫ້ໄວຣັດບໍ່ສາມາດເຮັດຫຍັງເຮົາໄດ້

ແຕ່ຖ້າວ່າມື້ໃດມີຟ້າມືດຄື້ມຫຼືວ່າມີລົມແຮງເຮັດໃຫ້ໄວຣັດກະຈາຍໄປທົ່ວແລະຖ້າເຮົາຢູ່ໃນບໍ່ລິເວນນັ້ນກອ່ນຝົນຈະຕົກໂອກາດທີ່ຈະສຳພັດໄວຣັດກໍມີຫຼາຍຂຶ້ນ ຫຼືໂຊກຮ້າຍກວ່ານັ້ນຄືຖ້າເຮົາຕາກຝົນເຮັດໃຫ້ຫົວປຽກຊຸ່ມຈະເຮັດໃຫ້ອຸນຫະພູມບໍລິເວນເຍື່ອບຸດັງນັ້ນລົດລົງຕ່ຳລົງປະມານ 1-2ອົງສາເຊວຊຽດແລະອຸນຫະພູມລະດັບນີ້ເໝາະສົມທີ່ສຸດສຳຫຼັບການແບ່ງໂຕຂອງເຊື້ອໄວຣັດທີ່ຕົກຄ້າງຢູ່ໃນຊອ່ງດັງ
ຂຶ່ງເຮັດໃຫ້ຮ່າງກາຍບໍ່ສາມາດຕ້ານທານເຊື້ອໄວຣັດເຫຼົ່ານີ້ໄດ້ຈຶ່ງເຮັດໃຫ້ເປັນຫວັດນັ້ນເອງ
ຫຼືຖ້າບາງເທື່ອຖ້າຕີນເຮົາແຊ່ຢູ່ໃນນ້ຳດົນໆຫຼືປຽກນ້ຳເຍື່ອບຸດັງຕ່ຳລົງກໍ່ສາມາດເປັນຫວັດໄດ້ເຊັ່ນກັນສະນັ້ນເຮົາມາຮູ້ວິທີ່ປອ້ງກັນບໍ່ໃຫ້ເປັນຫວັດໃນເວລາທີ່ຫົວປຽກຝົນກັນດີກວ່າ
1.ບໍ່ຕອ້ງຢູ່ໃນບອ່ນໂລ່ງໆຫຼືກອ່ນທີ່ຝົນຈະຕົກ ແຕ່ຖ້າລ່ຽງບໍ່ໄດ້ແທ້ໆໃຫ້ໃຊ້ຜ້າປິດປາກຫຼືດັງກັນໄວ້

2.ຖ້າວ່າຫົວປຽກຝົນໃຫ້ຟ້າວເຊັດໄວໆແຕ້ຖ້າຈະໃຫ້ດີອາບນ້ຳສະຫົວໄປເລິຍຫຼັງຈາກນັ້ນໃຫ້ຮີບເຊັດຕົນໂຕແລະເປົ່າຜົມໃຫ້ແຫ້ງໄວໆເພາະເຮັດໃຫ້ອຸນຫະພູມປ່ຽນ
ແລະເຮັດໃຫ້ຈຳພວກເຊື້ອໄວຣັດແບ່ງຕົວໄດ້ຍາກ
3.ແຊ່ຕິນໃນນ້ຳອຸ່ນຫຼືເຮັດໃຫ້ຮ່າງການອົບອຸ່ນໄວໆ
4.ກິນໝາກໄມ້ທີ່ມີວິຕາມິນຊີສູງໆ ເຊັ່ນ ໝາກສີດາ ໝາກກ້ຽງ ແອັບເປິ້ນ ຫຼືກິນວິຕາມິນຊີທີ່ເປັນເມັດເພື່ອຊວ່ຍເສີມສ້າງເຊວຫຼືເນື້ອເຍື່ອທີ່ຖືກທຳລາຍໄປ

ແລະສຳຄັນຢ່າລືມອອກກຳລັງກາຍນອນຫຼັບພັກຜອ່ນໃຫ້ພຽງພໍເພາະຖ້າວ່າຮ່າງກາຍຂອງເຮົາແຂງແຮງນະໂລກອີ່ຫຍັງກະບໍ່ສາມາດເຮັດຫຍັງເຮົາໄດ້