ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 ເລື່ອງຈິງ ທີ່ນຳມາເວົ້າສູ່ຊຸມຊົນພັນລາວຟັງ:

ມີອົງກອນການເງິນແຫ່ງໜຶ່ງທີ່ຕັ້ງຢູ່ ສປປລາວ ເຮົານີ້ແຫລະ ໄດ້ດຳເນີນງານມາຫລາຍປີແລ້ວ ເຊິ່ງເປັນການຮ່ວມທຶນຂອງຕ່າງ ປະເທດ(ປະເທດໃກ້ຄຽງ). ແຕ່ການວາງນະໂຍບາຍກ່ຽວກັບພະນັກງານ ແມ່ນຕ່ຳກວ່າມາດຕະຖານຂອງລະບົບອົງກອນການເງິນ ທົ່ວໄປຢູ່ ສປປລາວ, ຫລື ວ່າຕ່ຳທີ່ສຸດກໍ່ວ່າໄດ້ ໂດຍສະເພາະເລື່ອງເງິນເດືອນ. ສະນັ້ນ ຈຶ່ງເປັນສາເຫດເຮັດໃຫ້ ພະນັກງານທີ່ເຂົ້າໄປຢູ່ ບໍ່ເຖິງ ປີ ຫລື 1 ປີແລ້ວ ກໍ່ລາອອກກັນໝົດ, ຮັບມາເທົ່າໃດກໍ່ເປັນແບບນີ້ຕະຫລອດ(ຍົກເວັ້ນຜູ້ທີ່ຢູ່ດົນແລ້ວ). ທາງອົງກອນ ເລີຍຫາວິທີແກ້ໄຂ ໂດຍການເຮັດສັນຍາ ຈາກສັນຍາເດີມ ປີຕໍ່ປີ ເປັນ 2 ປີ, ຖ້າຜູ້ໃດລາອອກກ່ອນແມ່ນຈະປັບໃໝ 50% ຂອງເງິນເດືອນທີ່ໄດ້ຮັບ. ເຮັດແນວໃດໄດ້ ເຖິງປານນັ້ນກໍ່ຕາມ ກໍ່ຍັງມີຄົນລາອອກບໍ່ຢຸດຄືເກົ່າ, ການລາອອກ ແມ່ນຍົກທີມກໍ່ວ່າໄດ້. ຈາກນັ້ນກໍ່ມາປ່ຽນສັນຍາເຊັນກັນ 3 ປີ. ແຕ່ກໍ່ຍັງມີຄົນລາອອກກ່ອນກຳນົດ ເປັນຈຳນວນບໍ່ໜ້ອຍເລີຍ. ທາງດຽວກັນນະໂຍບາຍຕ່າງໆກໍ່ບໍ່ໄດ້ປ່ຽນແປງຫຍັງໃຫ້ດີຂື້ນ. ໃນຂໍ້ນີ້ ຢາກໃຫ້ຊຸມຊົນພັນລາວເຮົາລອງຄິດເບິ່ງວ່າ ເປັນຫຍັງອົງກອນນີ້ຈຶ່ງບໍ່ຍອມປັບປຸງໂຕເອງໃຫ້ດີຂື້ນ ຫລື ວ່າມີເຫດຜົນອື່ນທີ່ແອບແຝງຢູ່, ແລ້ວລອງຄິດໄລ່ເບິ່ງວ່າ ພະນັກງານທີ່ລາອອກປີໜຶ່ງ ບໍ່ຕ່ຳກວ່າ 15-20 ຄົນ(ຢ່າງຕ່ຳ) ຈຳນວນ ຄົນເຫລົ່ານີ້ ຈຳຕ້ອງໄດ້ມາຊຳລະເງິນ ເດືອນປັບໃໝ 50% ທີ່ຕົນເອງໄດ້ຮັບຜ່ານມາ. ເອົາເປັນວ່າ ລາຍຮັບຈາກຈຸດນີ້ເປັນວົງເງິນບໍ່ໜ້ອຍທີ່ອົງກອນໄດ້ຮັບ (ເຮົາມາລອງລອງຄິດໄລ່ຫລິ້ນໆຕ່ຳໆເບິ່ງນຳກັນ: 700,000 ກ x 12 ດ x 50% x 20 ຄ = 84,000,000 ກີບ) ເບິ່ງແລ້ວ ເປັນເງິນຈຳນວນໜ້ອຍຂອງອົງກອນ ແຕ່ເປັນເງິນຈຳນວນຫລາຍສຳລັບ ບຸກຄົນທຳມະດາ ຫລື ມະນຸດເງິນເດືອນເລືອນລອຍ ແບບນັກສຶກສາທີ່ຈົບໃໝ່. ທັງຕ້ອງຫາເງິນມາລ້ຽງຊີບປະຈຳວັນ, ກິນເຂົ້າ, ນ້ຳມັນລົດ, ຄ່ານ້ຳ, ຄ່າໄຟ, ເຄື່ອງນຸ່ງ ແລະ ເຄື່ອງໃຊ້ສອຍ ຕ່າງໆ ກໍ່ຖືວ່າໜັກແລ້ວ ແຕ່ທີ່ໜັກກວ່ານັ້ນກໍ່ຄື ຕ້ອງໄດ້ມາໃຊ້ໜີ້ສິນທີ່ບໍ່ໄດ້ຕັ້ງໃຈກໍ່ໃຫ້ເກີດ ໂດຍເງິນຈຳນວນດັ່ງກ່າວນັ້ນ ກໍ່ໃຊ້ສອຍ ໄປໝົດໃນຊີວິດປະຈຳວັນ ໃນລະຫວ່າງເຮັດວຽກໃຫ້ອົງກອນດັ່ງກ່າວນັ້ນແລ້ວ, ໂດຍທີ່ບໍ່ສາມາດສ້າງລາຍຮັບໄດ້ຈາກເງິນຈຳນວນນັ້ນໄດ້ອີກ ແຕ່ຈຳຕ້ອງຈ່າຍຄືນ. ປະກົດການດັ່ງກ່າວນີ້ເປັນການຖ່ວງດຶງຄວາມກ້າວໜ້າຂອງບຸກຄົນ ຕະຫລອດເຖິງເປັນການຖ່ວງດຶງການພັດທະນາ ຂອງປະເທດຊາດອີກດ້ວຍ. ນີ້ຄືປະກົດການຈິງທີ່ນຳມາເລົ່າໃຫ້ຊົມຊົນພັນລາວເຮົາໄດ້ຮັບຮູ້.

ກໍ່ຮູ້ດີວ່າຜິດແຕ່ເລີ່ມຕົ້ນເຊັນແລ້ວ ເຮັດສິ່ງໃດໄປກໍ່ຕ້ອງຮັບຜິດຊອບເອງ, ແຕ່ຖ້າເບິ່ງໃນແງ່ຂອງຄວາມເປັນຈິງຄວນເຮັດຄື ກັບອົງກອນອື່ນຄືເຊັນກັນ ປີຕໍ່ປີ ຖ້າອົງກອນຂອງຕົນເອງດີ ເຂົາກໍ່ເຊັນຕໍ່ ຖ້າພະນັກງານບໍ່ຢາກຢູ່ຕໍ່ກໍ່ຄວນມີສິດລາອອກ. ດັ່ງຄຳເວົ້າທີ່ວ່າ  "ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ".  ເຊິ່ງເປັນການເປີດໂອກາດໃຫ້ຄົນມີການພັດທະນາ ແລະ ຫາຄວາມກ້າວໜ້າ ໃຫ້ຕົນເອງຫລາຍຂື້ນ ບໍ່ແມ່ນຈະປິດກັ້ນແບບນີ້. ຊາວຊຸມຊົນພັນລາວລອງຄິດຊ່ອຍກັນເບິ່ງວ່າ ຖ້າມີຫລາຍອົງກອນປະຕິບັດແບບນີ້ ແລ້ວຊາວຜູ້ອອກແຮງງານ ແບບເຮົາເຈົ້າຂ້ອຍຈະໄດ້ຮັບຜົນກະທົບພຽງໃດ?