ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

 

  1. ແຕ້ມຮູບ
  2.  ເຮັດອາຫານຊຸມກັນ
  3. ອ່ານໜັງສືກັນ
  4. ຈັດເຄຶ່ອງເຮືອນໃຫ້ເປັນລະບຽບ
  5. ພາຄອບຄົວອອກກໍາລັງກາຍ
  6. ພາກັນເຕັ້ນລໍາ
  7. ຫຼິ້ນດົນຕີ
  8. ຫຼິ້ນໝາກດ້າມ
  9. ສ້າງລະຄອນຫຸ້ນທີປະດິດເອົາດ້ວຍຖົງຕິນ
  10. ຮ້ອງເພັງຄາລະໂອເກນໍາກັນ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2009 | ມີ 8 ຄຳເຫັນ ແລະ 0 trackback(s)

ຕອນຍັງນ້ອຍຈົນຮອດໃຫ່ຍຕອນຢູ່ລາວກໍ່ແມ່ນມັກກິນໝາກໄມ້ແລະ ຜັກຕ່າງໆ ເປັນປະຈໍາ ທີ່ຫາມາໄດ້ຕາມລະດູການ ແລະແມ່ນແຕກຕ່າງກັນອອກໄປ ແລະຂອ້ຍແມ່ນຄິດວ່າຢູ່ບ້ານເຮົາແມ່ນເຕັມໄປດວ້ຍສັບພະຍາກອນທີ່ບໍ່ໄດ້ມີການບັນທຶກຈົດແຕ້ມຊື່ຂອງຜັກ, ໝາກໄມ້ຕ່າງທີ່ພວກເຮົາພາກັນເອີ້ນ ແລະບໍລິໂພກໃນແຕ່ລະວັນ ເວລາຜ່ານໄປ ລູກຫຼານເຮົາຜູ້ໃຫ່ຍລຸ່ນອາດຍັງບໍ່ມີໂອກາດທີ່ຈະຮູ້ໄດ້ວ່າຢູ່ບ້ານເຮົາແມ່ນມີໝາກໄມ້ ແລະ ຜັກຊື່ຫຍັງແນ່, ດັ່ງນັ້ນໂຕ ຂ້າພະພຸດທະເຈົ້າແມ່ນໄດ້ໃຫ້ຄວາມສໍາຄັນຫຼາຍໃນເລຶ້ອງນີ້ ກໍ່ເລີຍພະຍາຍາມນັບຈໍາພວກ ຜັກ ແລະໝາກໄມ້ອອກມາຕາມທີ່ນືກໄດ້ດັ່ງຕໍ່ໄປນີ້:

໑. ໝາກມວ່ງ: - ໝາກມວ່ງອອ້ງລອ້ງ, - ໝາກມວ່ງແກ້ວ- ໝາກມວ່ງສະເຫວີຍ, ມີຫຼາຍຊະນິດ! ແຕ່ບໍ່ຮູ້ຊິເຕຶ່ມ...

໒. ໝາກຂາມ, ໓. ໝາກພ້າວ, ໔. ໝາກຕະກົບ, ໕. ໝາກນໍ້ານົມ, ໖. ໝາກໝີ້, ໗. ໝາກກະທັນ, ໘. ໝາກລະໝຸດ, ໙. ໝາກຂຽບ, ໑໐. ໝາກເຟຶ່ອງ, ໑໑. ໝາກກຽງ, ໑໒. ໝາກພິລາ, ໑໓. ໝາກຍໍາໄຍ, ໑໔. ໝາກຂຽບຝາລັງ, ໑໕. ໝາກຮຸ່ງ, ໑໖. ໝາກຕອ້ງ, ໑໗. ໝາກຫວດ, ໑໘. ໝາກໄຟ, ໑໙. ໝາກຍົມ, ໒໐. ໝາກກ້ຽງ, ໒໑. ໝາກສົ້ມໂອ, ໒໒. ໝາກແຕງໂມ, ໒໓. ໝາກກວ້ຍ, ໒໔. ໝາກສາລີ, ໒໕. ໝາກສີດາ, ໒໖. ໝາກຫາງມັງກອນ, ໒໗. ໝາກຈອງ "ແມ່ນມີມາຫຼາຍຈາກຊຽງຂວາງ".,໒໘. ໝາກຈັບ, ໝາກແງ່ວ,

ໝາກທີ່ຈັດເຂົ້າເປັນປະເພດຜັກຫຼາຍກວ່າ: ໝາກເພັດ, ໝາກເຂຶອ: , ໝາກແຂ້ງ, ໝາກເຂຶອຫໍາມ້າ, ໝາກເຂຶອຄຶ່ນ, ໝາກນໍ້າ, ໝາກບ໊ອບ, ໝາກກະຖິນ, ໝາກກອກ, ໝາກລິນໄມ້, ໝາກຖົ່ວຍາວ, ໝາກແຕງ, ໝາກເລັ່ນ, ໝາກຍໍ, ດອກແຄ, ມີຫຍັງອີກ...???

ປະເພດຜັກມີ: ຜັກຕໍານິນ, ຜັກປັງ, ຜັກກາດ: ຜັກກາດຂິວ, ຜັກກາດຊອ່ມ., ຜັກນໍ້າ, ຜັກບົ້ງ, ຜັກກະລໍາປີ, ຜັກສະລັດ, ຜັກອີ່ເລີດ, ເຄຶ່ອຢານາງ, ສະອົບ ??

ປະເພດຫອມ: ອີ່ຕູ່, ຫອມລາບ, ຫອມບົວໃບ. ກະທຽມ, ???

ເຫັດເຟຶ່ອງ, ເຫັດນາງລອບ, ເຫັດຫູໜູ, ເຫັດແມ່ນຫຍັງອີກ??? ບໍ່ຈື່ຊື່!!!

ໜໍ່ໄມ້: ໝໍ່ໄມ້ສົ້ມ, ໜໍ່ໄມ້ຕົ້ມ

 

ຜູ້ໃດຄິດໄດ້ເຕຶມໃຫ້ແນ່ເດີ ຢາກອັດເອົາໄປເຕຶ່ມໃສ່ແລ້ວເອົາອອກມາໃຫ້ກັນອ່ານແນ່...ຂອບໃຈລວ່ງໜ້າ:)

ວັນທີ ໔ ເດືອນ ພຶດສະພາ, ໒໕໕໒

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຂ້ອຍມາຢູ່ອາເມຮິການີ້ກໍ່ໄດ້ເກືອບວ່າ ໔ ປີຊິເຂົ້າແລ້ວ ກໍ່ໄດ້ຮຽນຮຸ້ຫຼາຍອັນທີ່ເປັນພິເສດກໍ່ເຊັ່ນ ຍາມເທດສະການງານຕ່າງໆເພີ່ນຈະມີບັດອວຍພອນຂາຍ ແລະ ຍາດຕີ, ພີ່ນອ້ງ, ໝູ່ເພື່ອນ ຖື ໂອກາດນັ້ນຯ ຂຽນຫາກັນ ແລະ ນັບວ່າມີຫຼາຍງານອີ່ຫຼີ່ຢູ່ອາເມຣິການີ້ ຈົນເກືອບວ່ານັບບໍ່ໝົດ ແລະ ຂພຈ ກໍ່ບາງເທຶ່ອກໍ່ຂຽນນໍາເພິ່ນ! ເຊັ່ນ ໃນເດືອນ ໔ ຈະມານີ້ກໍ່ຈະແມ່ນວັນ "ອີດສະເຕີ"  ບັດອາດຈະພີມອອກມາເປັນຮູບໄຂ່ ຫຼື ກະຕ່າຍ ເປັນຈັງຊັ້ນໄປ ແລະຖ້າໂຕເຮົາໄດ້ຮັບຂອງຂວັນຈາກຜູ້ໃດຜູ້ໜຶ່ງແມ່ນສໍາຄັນຫຼາຍຕ້ອງໄດ້ຂຽນບັດຂອບໃຈ ເຖີງຜູ້ມອບໃຫ້ຄຶນ ເພຶ່ອຈະໄດ້ຮູ້ວ່າເຮົາຮູ້ຄ່າຂອງທີ່ເພິ່ນໄດ້ມອບໃຫ້.

ອັນນີ້ແມ່ນປະເພນີຢູ່ນີ້ ແລະບາງເທຶ່ອຄໍາຂອບໃຈເທົ່ານັ້ນກໍ່ພຽງພໍທີ່ໄດ້ຍິນສໍາລັບຂ້ອຍເອງ. ນັ້ນກໍ່ແມ່ນມາລະຍາດໃນສັງຄົມທີ່ດີຢ່າງໜຶ່ງຂ້ອຍວ່າ ອັນເລື້ອງບັດບໍ່ມີ ມີແຕ່ບີກຂຽນໃສ່ເຈ້ຍກໍ່ຖືວ່າແມ່ນເປັນຄົນຮູ້ບູນຄຸນວ່າຊັ້ນເດ໋.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ຊິວິດ: ຜູ້ທີ່ມີສຸຂະພາບດີແມ່ນຜູ້ທີ່ສາມາດຕໍ່ສູ້ໃຫ້ຄວາມຫວັງເປັນຈິງໄດ້, ແລະຜູ້ມີຄວາມຫວັງກໍ່ດັ່ງກັບຜູ້ມີທຸກສີ່ງທຸກຢ່າງ.

ຈິດວີນຍານທີເຂັ້ມແຂງ: ຊີວິດຄົນເຮົາບໍ່ແມ່ນພຽງແຕ່ການຢູ່ລອດແຕ່ລະມື້, ຫາກແຕ່ວ່າແມ່ນຄວາມມີສຸຂະພາບກາຍ ແລະສຸຂະພາບໃຈດີ.

ສຸຂະພາບກາຍແຂງແຮງ: ເມຶ່ອມີສຸຂະພາບດີ, ຄວາມສະຫຼຽວສະຫຼາດກໍ່ປະກົດຂື້ນມາຂອງມັນເອງ, ມະນຸດເຮົາຕ່າງກໍ່ປະຈັກກັນດີວ່າ ຜູ້ມີສຸຂະພາບແຂງແຮງກໍ່ຄືກັນກັບຜູ້ມີຊັບ.

ຄວາມສຸກ: ມັນສະໝອງກໍ່ຄືກັນກັບກ້າມເນື້ອອັນໜຶ່ງ, ຖ້າເຮົາຄິດດີ ເຮົາກໍ່ຈະຮູ້ສືກດີ, ຄວາມເຂົ້າໃຈເລີກ ກໍ່ຄືຄວາມປິຕິຍິນດີ.