ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ທຸກຄົນມັກດື່ມ ແຕ່ອາດຈະບໍ່ຮູ້ວ່າສຸຣາມີສ່ວນປະສົມຫຍັງແດ່, ມື້ນີ້ໂອກາດດີກໍເລີຍຢາກແບ່ງປັນຄວາມຮູ້ກ່ຽວກັບສ່ວນປະສົມຂອງສຸຣາ, ສ່ວນປະສົມຂອງສຸຮ!ຈະປະກອບມີຄື:

1. ເລືອດງູເຫົ່າ: ໝາຍຄວາມວ່າ ສຸຣາຈະປະສົມເລືອດງູກໍຄື ເວລາດື່ມເມົາແລ້ວ ມັກຈະຝົ່ນນຳ້ລາຍ ຄືກັນກັບງູ

2. ເລືອດໝາ: ກໍຄືເວລາດື່ມເມົາແລ້ວ ມັກຈະກວນຄົນອື່ນ ຫຼື ວ່າຜິດຖຽງກັບຄົນອື່ນ

3. ເລືອກນົກ: ເວລາຄົນດື່ມເມົາແລ້ວ ຈະບໍ່ມີໃຜຟັງໃຜ ມີແຕ່ຄົນເວົ້າ ປຽບຄືກັນກັບນົກກິນໝາກໄຮ

4. ເລືອດໝູ: ເວລາດື່ມເມົາ ແລ້ວຈະນອນໄປທົ່ວທີບບາງຄັ້ງນອນຮອດດິນ, ປຽບຄືກັນກັບໝູ ມັກຈະເກືອກໄປທຸກບ່ອນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ທຸກຄົນຄິດວ່າຢາສູບບໍ່ມີຜົນດີ ແຕ່ມື້ນີ້ຢາກນຳສະເໜີໃຫ້ທ່ານຮູ້ກ່ຽວກັບຜົນດີຂອງການສູບຢາ ມີຄື:

1. ໂຈນຈະບໍ່ຂຶ້ນເຮືອນ: ຍ້ອນວ່າເວລາ ໂຈນຈະຂຶ້ນມາລັກເຄື່ອງ ເຈົ້າຂອງເຮືອນກໍໄອ ຢູ່ຕະຫຼອດເວລາ ໂຈນກໍເລີຍບໍ່ກ້າຂຶ້ນເຮືອນ

2. ຜົມຈະບໍ່ຫງອກ: ຍ້ອນວ່າເວລາ ສູບຢາຜົມບໍ່ມີໂອກາດໄດ້ຫງອກ ເພາະເສຍຊີວິດກ່ອນ

ນີ້ແມ່ນຜົນດີສ່ວນໜຶ່ງ ແລ້ວມື້ໜ້າຈະຫາມາໃຫ້ອ່ານອີກ 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ບູຮານທ່ານເຄີຍບອກໄວ້ວ່າ: ລູກຜູ້ຊາຖ້ານັບຖືສາສະໜາພຸດຕ້ອງໄດ້ 3 ແຫ່ຄື: 

1. ແຫ່ບວດ: ໝາຍຄວາມວ່າລູກຜູ້ຊາຍຕ້ອງໄດ້ຜ່ານການບວດຈຶ່ງຈະຖືວ່າເປັນຄົນທີ່ສົມບູນແບບ

2. ແຫ່ເຂີຍ: ໝາຍຄວາມວ່າ ຖ້າເປັນລູກຜູ້ຊາຍຢ່າງເຕັມຊາຍ ຕ້ອງໄດ້ມີການແຕ່ງງານ

3. ແຫ່ເຂົ້າສູ່ປ່າຊ້າ: ສິ່ງນີ້ແມ່ນສິ່ງທີ່ແນ່ນອນ ບໍ່ສາມາດຫຼີກລຽງໄດ້

ອ່ານຄືນຫຼັງ
ໝວດໝູ່