ຂຽນເມື່ອ: ມ.ກ.. 8, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)
ບົດນຳ + ຕອນທີ 1 - ທ່ານຍິງແຫ່ງແພນໂດຣາ
ຕອນທີ 2 - ທາງເລືອກຂອງວານາ
ຜະນຶກເວດແຫ່ງແພນໂດຣາ
ຕອນທີ 3 ສິ່ງທີ່ແນມບໍ່ເຫັນ
ເມື່ອຮູ້ເມື່ອຂຶ້ນມາອີກເທື່ອ ວານາກໍ່ເຫັນແຕ່ພຽງດວງດາວເຕັມຟາກຟ້າທີ່ຖືກບົດບັງດ້ວຍຕົ້ນໄມ້ສູງໃຫຍ່...
ຍິງສາວຟ້າວລຸກຂຶ້ນສຳຫຼວດຕົນເອງ ຍັງຢູ່ຄົບສາມສິບສອງ ຍັງຫາຍໃຈຢູ່
“ຍັງບໍ່ຕາຍ...” ລາວພຶມພຳອອກມາ
“ຟື້ນແລ້ວຫວາ” ສຽງແຫຼມນ້ອຍດັງຂຶ້ນເບື້ອງໜ້າ ເຮັດໃຫ້ວານາຫັນໄປເບິ່ງແລະພົບກັບ ເດັກຍິງຄົນໜຶ່ງ... ເດັກຍິງຢູ່ໃນຊຸດທີ່ເບິ່ງບູຮານສະດຸດຕາ ຄ້າຍກັບຊຸດປະກອບພິທີໃນຊ່ວງຫຼາຍຮ້ອຍປີກ່ອນ ເຊິ່ງອາດຈະຍັງຄົງຫຼົງເຫຼືອໃນເທດສະການສຳຄັນຕາມທ້ອງຖິ່ນໃນປັດຈຸບັນ ແຕ່ວານາກໍ່ເບິ່ງບໍ່ອອກວ່າເປັນຊຸດຂອງຊາດຫຼືຊົນເຜົ່າໃດ
ເດັກຍິງມີຜົມຍາວສີຟ້າອົມຂຽວເບິ່ງຄືສີຂອງນ້ຳທະເລເລິກ ຕອນນີ້ຖືກຖັກເປັນເປຍມ້ວນຂຶ້ນຈົນໝົດ ລາວມີຜິວຂາວຜ່ອງໃສເໝືອນເດັກທົ່ວໆໄປ ມີຮູບໜ້າເໝືອນຊາວຕ່າງຊາດ ມີປາກສີບົວແດງ ດັງເຊີດງອນເລັກນ້ອຍ ພ້ອມທັງດວງຕາສີທອງຈັບຈ້ອງມາທີ່ວານາ... ເບິ່ງຈາກຮູບຮ່າງໜ້າຈະອາຍຸບໍ່ເກີນ 7-8 ປີ ແຕ່ລັກສະນະທ່າທາງ ສາຍຕາແລະສີໜ້າເບິ່ງເປັນຜູ້ໃຫຍ່ຢ່າງໜ້າປະຫຼາດ
ວານາຫາກໍ່ສັງເກດວ່າຕອນນີ້ຕົນເອງຢູ່ໃນປ່າ ເບິ່ງເໝືອນຈະເປັນປ່າເລິກເຊິ່ງຄາດເດົາບໍ່ໄດ້ວ່າທາງໃດເປັນທາງອອກ ຫຼືຕອນນີ້ຢູ່ໃນພາກສ່ວນໃດຂອງໂລກ
ເມື່ອແນມໄປອີກທາງກໍ່ເຫັນຊາຍໜຸ່ມຄົນໜຶ່ງ ນອນສະຫຼົບສະໄຫຼບໍ່ໄດ້ສະຕິຢູ່ເທິງກອງໃບໄມ້ທີ່ຖືກເອົາມາວາງສຸມໆກັນ ທົ່ວທັງຮ່າງກາຍເຕັມໄປດ້ວຍບາດແຜສີແດງ ເຖິງຕອນນີ້ເລືອດຈະຢຸດໄຫຼແລ້ວ ແຕ່ກ່ອນໜ້ານີ້ຄົງມີເລືອດໄຫຼເຍີ້ມຖ້ວມຕົວຈົນເປັນຕາຢ້ານ
“ເຈົ້າ!” ວານາຟ້າວເຂົ້າໄປເບິ່ງອາການ ຕອນນີ້ລາວຍັງຄົງບໍ່ໄດ້ສະຕິ ແຕ່ເບິ່ງຈາກພາຍນອກ ເບິ່ງຊົງຈະບໍ່ມີບາດໃດຮ້າຍແຮງເຖິງຊີວິດ ບາດທີ່ໃຫຍ່ໆກໍ່ມີແຕ່ສ່ວນຕົ້ນຂາ ແລະບໍລິເວນກົກແຂນແລະໜ້າເອິກ ເຊິ່ງບາດແຜໂດຍສ່ວນໃຫຍ່ ຕອນນີ້ຖືກທາໄປດ້ວຍຜົງສີຂຽວ ເບິ່ງຄືກັບໃບໄມ້ຕົ້ນຫຍ້າທີ່ຖືກນຳມາບົດແລະທາລົງທີ່ປາກແຜ
“ຮູ້ສຶກວ່າລາວຈະຊ່ວຍປົກປ້ອງເຈົ້າຕອນທີ່ຕົກລົງມາ” ເດັກຍິງຄົນນັ້ນຍ່າງເຂົ້າມານັ່ງຢ່ອງຢໍ້ແນມເບິ່ງໃກ້ໆດ້ວຍສີໜ້າລຽບນິ້ງ “ຂ້ອຍທາສະໝຸນໄພໃຫ້ແລ້ວ ໜ້າຈະດີຂຶ້ນ ແຕ່ຄົງບໍ່ຟື້ນໃນໄວໆນີ້ດັອກ”
“ຕົກ... ລົງມາ...?” ວານາເວົ້າທວນ ກ່ອນຈະແນມເບິ່ງອ້ອມຂ້າງ ມີເສດກິ່ງໄມ້ໃບໄມ້ທີ່ເບິ່ງຍັງໃໝ່ຢູ່ ແຕກຫັກກະແຈກກະຈາຍຢູ່ແຖວນັ້ນ...
ເທື່ອສຸດທ້າຍທີ່ວານາຈື່ໄດ້ ແມ່ນຕອນທີ່ຕົກລົງມາຈາກຟ້າ ແລະຄິດວ່າກຳລັງຈະຕາຍ... ຕອນນັ້ນເກີດຫຍັງຂຶ້ນ... ລາວເຫັນຄົນໆໜຶ່ງທີ່ມີປີກສີດຳສະທ້ອນແສງອາທິດ ກ່ອນທີ່ທຸກຢ່າງຈະດັບວູບ...
ຊາຍຄົນນີ້ຊ່ວຍລາວໄວ້ຫວາ... ຊາຍຜູ້ມີເຮືອນຜົມສີໝອກແສນເລິກລັບ ຊາຍທີ່ນິ້ງນອນສະຫຼົບເຕັມໄປດ້ວຍບາດແຜ... ທີ່ວານາບໍ່ເປັນຫຍັງເລີຍກໍ່ເປັນຍ້ອນວ່າ ລາວຊ່ວຍຮັບເອົາບາດແຜຕ່າງໆໄປແທນວານາຊັ້ນຫວາ...
ຍິງສາວນັ່ງນິ້ງຄິດ... ລາວບໍ່ໄດ້ຮູ້ສຶກຍິນດີຍິນຮ້າຍຫຍັງເລີຍ... ວານາບໍ່ໄດ້ຕ້ອງການໃຫ້ໃຜມາປົກປ້ອງເພື່ອຮັບເຄາະແທນ... ລາວຍິ່ງຮູ້ສຶກວ່າຕົນເອງໄຮ້ຄ່າ ເຮັດຫຍັງບໍ່ໄດ້... ຖ້າເປັນແບບນີ້ ປ່ອຍໃຫ້ຕາຍໄປຊະຍັງຈະດີກວ່າບໍ່ແມ່ນຫວາ... ຢ່າງໃດລາວກໍ່ບໍ່ເຫັນເຫດຜົນທີ່ຈະຄວນຄ່າແກ່ການປົກປ້ອງຊ້ຳ
“ອີກດົນປານໃດກວ່າລາວຈະຟື້ນ...” ວານາເອີ່ຍຖາມແຜ່ວເບົາ
“ບໍ່ຮູ້ຄືກັນ ແລ້ວແຕ່ຕົວລາວເອງນ່ະ” ເດັກຍິງບອກລຽບໆ
ສຽງສາຍລົມພັດຜ່ານໃບໄມ້ດັ່ງ ຊ່າ ມາໃຫ້ໄດ້ຍິນ ຍິງສາວຮູ້ສຶກໜາວຂຶ້ນມາ ຫາກໍ່ຕະໜັກຮູ້ວ່າຕອນນີ້ເປັນຍາມກາງຄືນ ທີ່ພັກກໍ່ບໍ່ມີ ເຂົ້າປາອາຫານກໍ່ບໍ່ມີ ແລ້ວຈະເຮັດແນວໃດຕໍ່ໄປດີ...
“ເຈົ້າ...ເອີ່”
“ເທຍນ້າ... ເອີ້ນຂ້ອຍວ່າເທຍນ້າ” ເດັກຍິງຜົມສີນ້ຳທະເລບອກ
“ເທຍນ້າ ແຖວນີ້ເຂົາເອີ້ນວ່າຫຍັງ? ຮູ້ທາງໄປເຖິງເມືອງຫຼືໝູ່ບ້ານບໍ່?”
ເດັກຍິງຫຼັບຕາລົງ ລາວງຽບໄປຊົ່ວຂະນະເໝືອນກຳລັງຄິດຫຍັງບາງຢ່າງ
“ຍ່າງຊື່ໄປທາງນັ້ນບໍ່ດົນຈະເຈິເມືອງ...” ເດັກຍິງຊີ້ໄປທາງປ່າມືດທຶມທີ່ເບິ່ງບໍ່ອອກວ່າເປັນທິດໃດ “ຮີບອອກໄປຈາກພູເຂົາໄວໆກໍ່ດີ ສະຖານທີ່ນີ້ບໍ່ຕ້ອນຮັບພວກເຈົ້າ” ເທຍນ້າຍັງຄົງເວົ້າດ້ວຍນ້ຳສຽງນິ້ງເສີຍບໍ່ໃສ່ໃຈ
“ແຕ່..ຂ້ອຍຍັງອອກໄປບໍ່ໄດ້ ຈົນກວ່າລາວຈະຟື້ນ...” ວານາຄິດບໍ່ອອກວ່າຕົນຈະພາຊາຍຄົນນີ້ອອກໄປນຳໄດ້ແນວໃດ... ເຖິງຈະຍັງບໍ່ຮູ້ວ່າລາວແມ່ນໃຜມາແຕ່ໃສ ຫຼືເລື່ອງລາວທັງໝົດເປັນແນວໃດ ແຕ່ຢ່າງໜ້ອຍລາວກໍ່ຊ່ວຍວານາໄວ້ ຍິງສາວບໍ່ຢາກປ່ອຍຟິເດສໄວ້ໃນປ່າຄົນດຽວ
“ນົກຕົວນັ້ນເຝົ້າເບິ່ງລາວຢູ່ບໍ່ແມ່ນຫວາ” ເດັກຍິງຊີ້ໄປທີ່ອາກາດສະທາດຫວ່າງເປົ່າຂ້າງໆກັບຟິເດສ “ມັນຄົງບໍ່ປ່ອຍໃຫ້ເຈົ້ານາຍເປັນອັນຕະລາຍງ່າຍໆດອກ”
“ນົກ...?” ວານາງ່ຽງຄໍ ສົງໃສ ເດັກຍິງຄົນນີ້ເວົ້າເຖິງຫຍັງ ເປັນຫຍັງຄືຊີ້ພື້ນທີ່ຫວ່າງເປົ່ານັ້ນວ່າແມ່ນນົກ... ຢູ່ບ່ອນນັ້ນມີຫຍັງບາງຢ່າງຢູ່ຊັ້ນຫວາ
“ເຈົ້າແນມບໍ່ເຫັນຫວາ?” ຄຳຖາມຂອງເທຍນ້າເຮັດໃຫ້ວານາສົນຄິ້ວ... ລາວເວົ້າຄືກັນກັບຟິເດສບໍ່ມີຜິດ... ທີ່ວ່າແນມບໍ່ເຫັນນີ້ມັນໝາຍຄວາມວ່າແນວໃດ ສາຍຕາວານາມີຄວາມບົກພ່ອງຫຍັງຫວາ ລາວຈຶ່ງແນມບໍ່ເຫັນສິ່ງທີ່ຄົນອື່ນແນມເຫັນ
“ແປກເນາະ... ຂ້ອຍຄິດວ່າເຈົ້າຄົງຈະແນມເຫັນຊະອີກ” ເດັກຍິງຍົກມືແຕະປາກເຮັດໜ້າຄົ້ນຄິດກ່ອນຈະພຶມພຳ “ສົງໃສຂ້ອຍຄົງຈະຄິດໄປເອງ... ຢ່າແຫຼະຊັ້ນນະ”
ເມື່ອເວົ້າຈົບສາວນ້ອຍກໍ່ທຳທ່າເໝືອນຈະຍ່າງຈາກໄປ
“ດ໋ຽວ!” ວານາເອີ້ນຫ້າມໄວ້ “ເຈົ້າໝາຍຄວາມວ່າແນວໃດທີ່ວ່າແນມບໍ່ເຫັນ ເຈົ້າຮູ້ເລື່ອງຫຍັງຫວາ? ເທຍນ້າ?”
ເດັກຍິງຫັນກັບມາແນມເບິ່ງດ້ວຍດວງຕາເສີຍເມີຍບໍ່ປ່ຽນແປງ “ເຈົ້າຢາກຮູ້ຫວາ”
ວານາຈ້ອງຕອບກັບດ້ວຍແວວຕາມຸ່ງໝັ້ນ ແນ່ນອນວ່າລາວຢາກຮູ້ ເວລານີ້ໃນຫົວຍິງສາວເຕັມໄປດ້ວຍຄຳຖາມ ທັງເລື່ອງຂອງຊາຍແປກໜ້າ ເລື່ອງສິ່ງທີ່ແນມບໍ່ເຫັນ ເລື່ອງຂອງທ່ານຍິງແພນໂດຣາຫຍັງຈັກຢ່າງທີ່ວານາບໍ່ເຄີຍໄດ້ຍິນຊື່ມາກ່ອນ ແລະເລື່ອງຕ່າງໆອີກຫຼາຍຢ່າງທີ່ຫາຄຳຕອບບໍ່ໄດ້
ທຸກຢ່າງເກີດຂຶ້ນໄວແລະກະທັນຫັນເກີນໄປຈົນວານາຕັ້ງຕົວບໍ່ທັນ ທັງໆທີ່ລາວຕ້ອງມາຫຍຸ້ງກ່ຽວກັບເລື່ອງພວກນີ້ແລ້ວ ເປັນຫຍັງລາວຈຶ່ງບໍ່ມີສິດຈະໄດ້ຮູ້ເລື່ອງລາວທັງໝົດລະ
“ແລ້ວເຈົ້າໝັ້ນໃຈບໍ່ວ່າ ຖ້າເຫັນຫຍັງແປກປະຫຼາດ ຈະເຮັດທຳທ່າວ່າບໍ່ເຫັນໄດ້” ເດັກຍິງຈ້ອງໄປທີ່ດວງຕາ “ຫ້າມຕົກໃຈ ຫ້າມທັກທ້ວງເດັດຂາດ”
ວານາບໍ່ເຂົ້າໃຈ ຄວາມຮູ້ສຶກໝັ້ນໃຈເລີ່ມຄອນແຄນ ສິ່ງແປກປະຫຼາດໝາຍເຖິງຫຍັງກັນ... ແມ່ນສິ່ງທີ່ມາໂຈມຕີເຮືອຫວາ ແມ່ນສິ່ງເລິກລັບທີ່ບໍ່ຄວນເຂົ້າໄປຫຍຸ້ງກ່ຽວຫວາ... ແຕ່ເຖິງຈະເປັນແນວນັ້ນ ຍິງສາວກໍ່ບໍ່ຢາກໃຫ້ຄົນອື່ນມາກີດກັ້ນຕົນເອງອອກພຽງເພາະວ່າບໍ່ຮູ້ເລື່ອງຫຍັງ
“ຂ້ອຍ...ຈະພາຍາຍາມ”
ເທຍນ້າກ້າວເຂົ້າມາໃກ້ ລະດັບຄວາມສູງຂອງນາງເທົ່າໆກັບວານາຕອນທີ່ນັ່ງພໍດີ ເດັກຍິງຍ່າງມາຢືນເບື້ອງໜ້າວານາ ກ່ອນຈະຈັບບ່າທັງສອງຂ້າງເບົາໆ
“ຫຼັບຕາລົງ”
ວານາບໍ່ຮູ້ວ່າເດັກຍິງຈະເຮັດຫຍັງ ແຕ່ກໍ່ຫຼັບຕາລົງແຕ່ໂດຍດີ ສາວນ້ອຍເບື້ອງໜ້າແຕະໜ້າຜາກລົງກັບໜ້າຜາກຂອງວານາແຜ່ວເບົາ... ຄວາມຮູ້ສຶກອົບອຸ່ນປະຫຼາດຄ່ອຍໆແຜ່ລາມໄປທົ່ວຮ່າງກາຍເໝືອນສາຍລົມອ່ອນເບົາທ່າມກາງທົ່ງດອກໄມ້ ວານາແນມເຫັນແສງສີທອງທີ່ເບິ່ງນຸ້ມນວນອອນໂຍນໃນຂະນະທີ່ຫຼັບຕາ
ບໍ່ດົນເທຍນ້າກໍ່ຜະອອກໄປ ເຮັດໃຫ້ວານາມືນຕາຂຶ້ນ...
“ຕໍ່ໄປນີ້ຖ້າແນມເຫັນຫຍັງແປກປະຫຼາດ ຫ້າມແນມ ຫ້າມຕົກໃຈ ຫ້າມທັກທ້ວງ ບໍ່ເຊັ່ນນັ້ນມັນອາດເປັນອັນຕະລາຍຕໍ່ຊີວິດຂອງເຈົ້າເອງ ໂດຍສະເພາະ ໝາຈິ້ງຈອກ... ຫາກເຈິມັນໃຫ້ຮີບໜີທັນທີ” ເດັກຍິງວ່າ “ແຕ່ເຖິງແນວໃດ ເຈົ້າກໍ່ຄົງແນມເຫັນສິ່ງພວກນັ້ນໄດ້ບໍ່ເກີນ 24 ຊົ່ວຍາມດອກ ບໍ່ຕ້ອງໄປໃສ່ໃຈຫຼາຍກໍ່ແລ້ວກັນ”
ເວົ້າຈົບລາວກໍ່ຍ່າງຈາກໄປໃນປ່າອີກຟາກ ພ້ອມກັບເວົ້າຖິ້ມທ້າຍ “ຖືວ່າຂ້ອຍເຕືອນແລ້ວ ຂໍໃຫ້ໂຊກດີ”
ວານາແນມເບິ່ງເດັກຍິງຍ່າງຈາກໄປ ເຖິງຈະຍັງສົງໃສໃນຫຼາຍໆຢ່າງ ແຕ່ຍິງສາວກໍ່ບໍ່ໄດ້ເອີ່ຍຖາມຫຍັງອີກ
ຫຼັງຈາກທີ່ເທຍນ້າເຮັດຫຍັງບາງຢ່າງໃຫ້ ວານາຍັງຄົງຮູ້ສຶກວ່າທຸກຢ່າງຍັງເປັນປົກກະຕິ ສາຍຕາກໍ່ບໍ່ໄດ້ຜິດພ້ຽນຫຍັງໄປ ບໍ່ໄດ້ແນມເຫັນສິ່ງແປກປະຫຼາດຄືເດັກຍິງເວົ້າ ອ້ອມຂ້າງຍັງຄົງເປັນປ່າທຶບໃນຍາມຄ່ຳຄືນ ມີຕົ້ນໄມ້ໃບໜ້າ ມີວັດຊະພືດຂຶ້ນໜາຕາມທາງຄືວ່າບໍ່ເຄີຍມີມະນຸດຄົນໃດສັນຈອນມາກ່ອນ
ເມື່ອຫັນກັບມາທາງຊາຍໜຸ່ມທີ່ຍັງຄົງນອນຫຼັບຕາ ວານາກໍ່ຕ້ອງປະຫຼາດໃຈຈົນກະພິບຕາອີກຫຼາຍເທື່ອ... ທາງຂ້າງຊາຍໜຸ່ມທີ່ວັ່ງກີ້ບໍ່ມີຫຍັງ ຕອນນີ້ມີນົກໃຫຍ່ຕົວໜຶ່ງ ຢືນສະຫງົບນິ້ງປານຮູບປັ້ນ ແລະຍິງສາວອາດຈະເຊື່ອວ່າເປັນຮູບປັ້ນແທ້ໆ ຫາກວ່າມັນບໍ່ກະພິບຕາ
ວານາບໍ່ຮູ້ວ່າມັນມາຢູ່ນີ້ຕັ້ງແຕ່ຕອນໃດ ນົກໃຫຍ່ມີລັກສະນະທ່າທາງຄ້າຍກັບນົກອິນຊີຂະໜາດໃຫຍ່ ຕ່າງແຕ່ມັນມີຂົນສີດຳທັງຕົວ ມີດວງຕາສີທອງແຫຼມຄົມເທົ່າໝາກບີ່ ປີກໜາໃຫຍ່ອ້ອມຮອບດ້ວຍຂົນປີກນົກທີ່ເບິ່ງສົມບູນຖືກພັບເກັບໄວ້ຢ່າງຮຽບຮ້ອຍ ທ່າທາງຢືນຂອງມັນເບິ່ງສະງ່າຜ່າເຜີຍອົງອາດ ເຊິ່ງຫາກທຽບໃສ່ຄົນຄົງຈະເປັນຄົນທີ່ຫຍິ່ງໃນສັກສີພໍສົມຄວນ
ມັນເຫຼືອບແນມເບິ່ງວານາໜ້ອຍໜຶ່ງ ກ່ອນຈະຫັນກັບໄປຄືນ
ຍິງສາວບໍ່ຄ່ອຍເຂົ້າໃຈທ່າທາງຂອງມັນ ຮູ້ສຶກໄດ້ພຽງແຕ່ວ່າມັນກຳລັງເປັນຫ່ວງຊາຍໜຸ່ມທີ່ນອນບາດເຈັບຢູ່ເບື້ອງໜ້າ ເພາະດວງຕາຂອງມັນເອົາແຕ່ຈ້ອງແນມເບິ່ງຟິເດສບໍ່ວາງຕາ
ວານາແນມເບິ່ງບາດແຜທີ່ກົກແຂນ ແລະຕົ້ນຂາ ຂອງຟິເດສ ເສື້ອຜ້າເກົ່າໂຊມຍິ່ງເບິ່ງໂຊມຂຶ້ນເມື່ອມັນຂາດລຸ່ງລິ່ງເກືອບບໍ່ຕ່າງກັບເສດຜ້າ... ຍິງສາວໄດ້ແຕ່ຖອນຫາຍໃຈ... ເຖິງບາດແຜຈະໄດ້ຮັບການປະຖົມພະຍາບານແນ່ແລ້ວກໍ່ຕາມ ແຕ່ລາວບໍ່ຢາກໃຫ້ຄົນບາດເຈັບນອນຕາກລົມຢູ່ນອກນີ້ຕະຫຼອດຄືນ ຍິງສາວຕ້ອງຫາທາງເຮັດຫຍັງຈັກຢ່າງເພື່ອພາລາວໄປຫາໝໍ
ເທຍນ້າບອກວ່າຍ່າງໄປຕາມທາງບໍ່ດົນຈະເຈິເມືອງ ບາງທີວານາຄວນຈະຍ່າງໄປເບິ່ງ
ເມື່ອຄິດໄດ້ແນວນັ້ນ ຍິງສາວກໍ່ພາຍາຍາມດຶງຕົວຟິເດສຂຶ້ນ ເພື່ອຈະຫາມລາວພາດໄຫຼ່ດ້ວຍຄວາມທຸລັກທຸເລ ກວ່າຈະແບກໃຫ້ຢືນຂຶ້ນໄດ້ກໍ່ກິນເວລາໄປຫຼາຍນາທີ ຍິງສາວບໍ່ຮູ້ວ່າເປັນນຳຊາຍໜຸ່ມໜັກເກີນໄປ ຫຼືວານາແຮງນ້ອຍເກີນໄປກັນແທ້ ຈຶ່ງຮູ້ສຶກລຳບາກລຳບົນຂະໜາດນີ້
ທັນທີທີ່ຍົກຕົວຂຶ້ນສຸດຂາໄດ້ ວານາກໍ່ພະລິກໝື່ນ... ເກືອບຈະລົ້ມລົງໄປ ແຕ່ແຮງທີ່ແບກຊາຍໜຸ່ມ ຢູ່ດີໆກໍ່ຫາຍໄປເໝືອນມີມືມືດມາຊ່ວຍດຶງໄວ້ ເມື່ອຫັນໄປເບິ່ງກໍ່ພົບວ່າ ຕອນນີ້ນົກຍັກຕົວໃຫຍ່ກຳລັງກະພືປີກຍຶດບ່າຂອງຟິເດສເອົາໄວ້ ເບິ່ງເໝືອນວ່າມັນຈະມາຊ່ວຍວານາແບກ
“ຂ..ຂອບໃຈ” ຍິງສາວຍິ້ມບາງໆ ແລະຮູ້ສຶກປະຫຼາດໃຈຕົນເອງ... ໄປເວົ້າກັບມັນແນວນັ້ນມັນຈະເຂົ້າໃຈຫວາ
ເຖິງຈະຍັງຄົງລຳບາກ ແຕ່ກໍ່ຄ່ອຍໆພາໄປໄດ້ເທື່ອລະໜ້ອຍ ມີອິນຊີສີດຳມາຊ່ວຍເຮັດໃຫ້ວານາບໍ່ຄ່ອຍໜັກປານໃດ ທີ່ຈິງເກືອບຈະເວົ້າໄດ້ວ່າອິນຊີຊ່ວຍແບບນ້ຳໜັກທັງໝົດໃຫ້ ມີແຕ່ວານາທີ່ພາຍ່າງເທົ່ານັ້ນເອງ
ຈະລຳບາກກໍ່ມີແຕ່ຕອນທີ່ຜ່ານຫົນທາງແຄບໆ ທີ່ປີກຂອງອິນຊີບໍ່ສາມາດກະພືໄດ້ ວານາຕ້ອງພາຍາຍາມແບກຊາຍໜຸ່ມໄປດ້ວຍຕົນເອງ...
ຍ່າງມາໄດ້ພັກໜຶ່ງ ອິນຊີກໍ່ຢຸດລົງກະທັນຫັນ ເຮັດໃຫ້ວານາຫັນໄປຫາ... ເຫັນມັນກຳລັງແນມເບິ່ງບາງສິ່ງບາງຢ່າງໃນປ່າ ຄ້າຍກັບວ່າກຳລັງລໍຖ້າຢູ່ ກ່ອນຈະປ່ອຍແຮງທີ່ຈັບຊາຍໜຸ່ມເອົາໄວ້ແລະບິນສູງຂຶ້ນໄປເລັກນ້ອຍຈົນວານາທີ່ຕັ້ງຕົວບໍ່ທັນເກືອບຈະຖິ້ມຟິເດສລົງໄປ ຈຶ່ງໄດ້ວາງລາວລົງ
ກະແສລົມພັກວູບຮຸນແຮງພ້ອມກັບແຮງສັ່ນສະເທືອນແລະສຽງດັງ ມີບາງຢ່າງສີຂາວກະໂດດວູບມາຢືນຢູ່ທາງໜ້າວານາໃນຊົ່ວພິບຕາ
ຍິງສາວຕະລຶງຄ້າງກັບພາບທີ່ເຫັນ ໝາຕົວໃຫຍ່ກຳລັງຈ້ອງແນມມາທາງວານາດ້ວຍດວງຕາທີ່ເບິ່ງດຸດັນແລະສະຫງົບນິ້ງໃນເວລາດຽວກັນ ...ວານາລືມຄຳເວົ້າຂອງເດັກຍິງໄປເກືອບໝົດສິ້ນ ເມື່ອລືມຕົວຈ້ອງຕອບດ້ວຍຄວາມຕົກໃຈ ແລະຢ້ານກົວ ແຕ່ບໍ່ຮູ້ວ່າມີຫຍັງມາດົນໃຈໃຫ້ຍິງສາວຈ້ອງຕອບມັນ
ມັນເປັນໝາປ່າຕົວໃຫຍ່ ມີຂົນສີເງິນຍວງຍາມຕ້ອງແສງຈັນເບິ່ງງົດງາມຊວນແນມຢ່າງໜ້າປະຫຼາດ ສີ່ຂາແຂັງແຮງຢືນນິ້ງສະງ່າງາມ ໝາປ່າມີດວງຕາສີແດງສົດເໝືອນເລືອດ ຫາງເປັນພວງຍາວຕົກລູ່ລົງເໝືອນໝາປ່າທົ່ວໄປ ມັນຈ້ອງແນມເບິ່ງວານາຄືກຳລັງຢັ່ງທ່າທີ
ຊົ່ວຂະນະໜຶ່ງ ມັນກໍ່ສະບັດໜ້າໄປອີກທາງ “ເຮິ! ເຈົ້າບໍ່ເຫັນເໝືອນກັບຟລໍເນ້ແມ່ນແຕ່ໜ້ອຍ”
ວານາເບີກຕາກວ້າງ ບໍ່ຮູ້ວ່າຕົວເອງຄິດໄປເອງຫຼືບໍ່ ທີ່ໄດ້ຍິນຄືກັບໝາປ່າຕົວນັ້ນກຳລັງເວົ້າ
ອີກຊົ່ວພິບຕາໜຶ່ງ ໝາປ່າທາງໜ້າກໍ່ຫາຍໄປ ພ້ອມກັບກະແສລົມພັດວູບ ເມື່ອຮູ້ສຶກຕົວອີກເທື່ອ ວານາກໍ່ພົບວ່າມັນມາຢູ່ທາງຫຼັງຕົນຕັ້ງແຕ່ຕອນໃດກໍ່ບໍ່ຮູ້ ຍິງສາວຕົກໃຈຖອຍວູບ ແຕ່ຕອນນີ້ໝາປ່າອຸ້ມຮ່າງຂອງຟິເດສພາດຫຼັງ ກ່ອນຈະກະໂດດວູບອອກໄປທາງເມືອງ
“ອ່ະ ດ໋ຽວ!” ວານາທີ່ຫາຍຕະລຶງຕົກໃຈລຸກຂຶ້ນແລະຟ້າວແລ່ນນຳມັນໄປ ພ້ອມກັບນົກອິນຊີດຳທີ່ບິນນຳໄປຕິດໆ
...
ຫຼັງຈາກແລ່ນສຸດກຳລັງນຳໝາປ່າມາເກືອບບໍ່ທັນ ວານາກໍ່ອອກມາຈາກປ່າໄດ້ຕັ້ງແຕ່ຕອນໃດກໍ່ບໍ່ຮູ້ ແລະເມື່ອຮູ້ສຶກຕົວອີກເທື່ອ ໝາປ່າເງິນຕົວນັ້ນກໍ່ບໍ່ຢູ່ແລ້ວ... ມັນຖິ້ມຮ່າງຂອງຟິເດສໄວ້ໜ້າທາງເຂົ້າເມືອງ ກ່ອນຈະຫາຍໄປກັບອາກາດສະທາດ...
ວານາແນມເບິ່ງເບື້ອງໜ້າ ເຊິ່ງໜ້າຈະເປັນເມືອງທີ່ເດັກຍິງເທຍນ້າເວົ້າເຖິງ... ອາຄານສ່ວນໃຫຍ່ຂອງເມືອງຖືກກໍ່ດ້ວຍຫິນ ມີຖະໜົນຫິນປູລາດເປັນທາງຍາວ ເບິ່ງເປັນເມືອງບໍ່ໃຫຍ່ບໍ່ນ້ອຍ ມີຖະໜົນສາຍຫຼັກທອດຜ່ານໃຈກາງເມືອງ
ຍັງບໍ່ທັນໄດ້ກ້າວຂາເຂົ້າໄປ ຍິງສາວກໍ່ຮູ້ສຶກໄດ້ເຖິງບັນຍາກາດແປກປະຫຼາດພາຍໃນເມືອງ ຕາມຕຶກອາຄານຕ່າງໆມີຮອຍບິ່ນລ້າວ ເໝືອນຖືກບາງຢ່າງເຊືອດເສືອນ ໃນເມືອງເບິ່ງຮ້າງໄຮ້ຜູ້ຄົນທັງທີ່ຍັງຫາກໍ່ຫົວຄ່ຳ ທຸກປະຕູຖືກປິດແໜ້ນໜາເໝືອນກຳລັງກີດກັ້ນບາງສິ່ງບາງຢ່າງຈາກທາງນອກ ພາຍໃນອາຄານບ້ານເຮືອນຍັງຄົງມີແສງໄຟໃຫ້ເຫັນ ຍິງສາວຈຶ່ງຮູ້ໄດ້ວ່າຍັງມີຜູ້ຄົນອາໃສຢູ່
ເກີດຫຍັງຂຶ້ນ ໃນເມືອງນີ້ກັນແທ້... ວານາໄດ້ແຕ່ຄິດສົງໃສ...
(ຈົບຕອນທີ 3)
***************
ບໍ່ໄດ້ເອົາມາລົງຕັ້ງດົນເນາະ ແຮະໆ ແບບວ່າສັບສົນວ່າມັນກະມ່ວນຢູ່ຫວາ... ຮູ້ສຶກຄືມັນບໍ່ມ່ວນ ເລີຍຄ້ານຂຽນຕໍ່ =w='
ແຕ່ມັກຕອນຫຼັງໆອ່ະ ຢາກຂຽນໃຫ້ຮອດກາງເລື່ອງໄວໆ ມັນມີປົມຫຼາຍໆຢ່າງທີ່ຕ້ອງແກ້ຢູ່ ຖ້າປະໄປເລີຍກະອີ່ຕົນຕົວລະຄອນຢູ່ຄືກັນ ຮະໆ
ຖ້າມີຂໍ້ຜິດພາດບ່ອນໃດ ຊ່ວຍແນະນຳຕິຊົມກັນເຂົ້າມາໄດ້ເດີ້
ຂອບໃຈທີ່ເຂົ້າມາອ່ານແລະອ່ານຈົນຈົບ
ຂອບໃຈສຳລັບທຸກຄຳຄິດເຫັນ
ຮັກຄົນອ່ານ~~