ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ນິຍາຍແນວເກມອອນໄລນ(?) ຫຼືຄ້າຍໆເກມອອນໄລນ ແຕ່ຂໍ້ເທັດຈິງເປັນແນວໃດຍັງບອກບໍ່ໄດ້ ເອົາເປັນວ່າລອງມາຕິດຕາມເບິ່ງ XD


ທີ່ຈິງຕອນທີ 1 ມີ່ຕັດແຍກອອກເປັນ 3 ຕອນນ່ະ ຂຽນເທື່ອລະໜ້ອຍເອົາ ເພາະຢ້ານຂຽນບໍ່ຈົບ =w=


ແນວ: Action, Adventure, Comedy, Drama, Fantasy, Shounen, Supernatural


 


Weapon Maker

ບົດທີ 1 ສູ່ອີກໂລກໜຶ່ງ
ຕອນທີ 1

 

 
“ພວກເພິ່ນເຄີຍໄດ້ເລື່ອງເກມສະເໝືອນຈິງບໍ່...” ສຽງໜຶ່ງໃນໝູ່ຂອງເດັກໜຸ່ມຫັນມາເປີດຫົວຂໍ້ສົນທະນາພາຍໃນຫ້ອງຮຽນ ເຊິ່ງຄົນທະຍອຍໆອອກຈາກຫ້ອງ ແລະ ກັບບ້ານກັນໝົດແລ້ວ ເຫຼືອແຕ່ພຽງພວກເຂົາສາມຄົນ ນັ່ງຈັບກຸ່ມລົມກັນພາຍໃຕ້ບັນຍາກາດງຽບສະຫງົບຍາມຄ້ອຍແລງ ເໝືອນກັບຈະມີຫຍັງບາງຢ່າງໂຜ່ອອກມາ

“ເກມທີ່ຄົນໆໜຶ່ງຈະເຂົ້າໄປຫຼິ້ນໃນເກມໄດ້ ເໝືອນກັບເປັນໂລກຈິງໆນັ້ນຫວາ” ໝູ່ອີກຄົນທີ່ນັ່ງຂ້າງໆກັນຫັນໄປຕອບ

ໝູ່ຄົນທຳອິດງຶກຫົວ ກ່ອນຈະປ້ອງປາກເວົ້າປານວ່າມັນເປັນເລື່ອງລາວຄວາມລັບ ທີ່ບໍ່ອາດເປີດເຜີຍໃຫ້ແກ່ຊາວໂລກຮູ້ໄດ້ “ມັນມີເລື່ອງເລົ່າຂ່າວລື ທີ່ກຳລັງດັງຢ່າງງຽບໆໃນໂລກອິນເຕີເນັດ ແລະ ເປັນທີ່ສົນໃຈໃນທົ່ວໂລກ”

“ເລື່ອງຫຍັງລະ” ໝູ່ອີກຄົນທີ່ນັ່ງກອດເອິກ ເລີ່ມລຳຄານທີ່ຄົນເວົ້າເຮັດອົມພະນຳ ບໍ່ເວົ້າຈັກເທື່ອ

“ເຂົາບອກວ່າ ໂລກແຫ່ງເກມສະເໝືອນຈິງນັ້ນມີຢູ່ແທ້” ເວົ້າຈົບຄວາມກໍ່ເກີດຄວາມງຽບຂຶ້ນຊົ່ວຂະໜະ

“ເຮີ້ຍ...” ເດັກໜຸ່ມອີກຄົນທີ່ນັ່ງຟັງມາດົນຈະເອີ່ຍຂຶ້ນທຳລາຍຄວາມງຽບ “ພວກເພິ່ນເຄີຍໄດ້ຍິນເລື່ອງແມວເວົ້າໄດ້ບໍ່...”

“......................” ພວກໝູ່ໆຂອງເດັກໜຸ່ມພາກັນມິດໂດຍບໍ່ໄດ້ນັດໝາຍ ແນມເບິ່ງລາວດ້ວຍສາຍຕາແປກປະຫຼາດ ກ່ອນຈະລະເບີດສຽງຫົວຂຶ້ນ ທຳລາຍຄວາມງຽບສະຫງົບໃນຍາມຄ້ອຍຄ່ຳໄປໝົດສິ້ນ

“ບ້າຫວະ ແມວເວົ້າໄດ້ຊິໄປມີຈັກເທື່ອ ໄຮ້ສາລະ”

“ຫ້ວຍ ແລ້ວເລື່ອງເກມບ້າບໍນັ້ນມັນບໍ່ໄຮ້ສາລະກວ່າຫວະ ເທັກໂນໂລຢີປັດຈຸບັນມັນຍັງເຮັດບໍ່ໄດ້ ເບິ່ງແນວໃດກະເປັນເລື່ອງເພີ້ຝັນຊັດໆ”

ໝູ່ທັງສອງຄົນທີ່ຮູ້ສຶກສົນໃຈໃນເລື່ອງນີ້ ເມື່ອຖືກຂັດຈັງຫວະກໍ່ຫັນມາຫຼີ່ຕາໃສ່ທ້າວຄົນໄຮ້ຈິນຕະນາການຢ່າງອົດບໍ່ໄດ້

“ເພິ່ນບໍ່ເຄີຍໄດ້ຍິນສ່ຳເບາະ ເຂົາເຈົ້າກຳລັງພັດທະນາກັນຢູ່ ບໍ່ແນ່ອາດຈະມີຄົນເຮັດສຳເລັດແລ້ວກະເປັນໄດ້” ໝູ່ຄົນທຳອິດຄັດຄ້ານ

“ບໍ່ມີທາງ” ເດັກໜຸ່ມຢືນຢັນໜັກແໜ້ນ “ເຂົາວ່ານະ ຖ້າມັນຈະມີແທ້ ກະຄົງຈະຖ້າອີກຈັກ 60 70 ປີ ເຮົາກະແກ່ເປັນພໍ່ຕູ້ ເຊົາຫຼິ້ນເກມໄປເປັນຊາດແລ້ວ”

“ຂ່າວລືນັ້ນຍັງບໍ່ໝົດໄດ໋” ໝູ່ຄົນນັ້ນພາຍາຍາມຫັນຫົວເລື່ອງກັບຄືນ “ເຂົາບອກວ່າ ເກມນັ້ນຈະຄັດເລືອກຄົນທີ່ຈະເຂົ້າໄປຫຼິ້ນ”

ເດັກໜຸ່ມເຮັດໜ້າອຶນໆ ແລ້ວເລື່ອງແມວເວົ້າໄດ້ເດະ?... ແຕ່ກໍ່ບໍ່ໄດ້ຂັດໝູ່ ເພາະເຖິງຂັດໄປ ພວກນີ້ກໍ່ຫາຂໍ້ອ້າງມາຖຽງອີກແນ່ນອນ

“ມີຂ່າວຫຼາຍໆຂ່າວ ແລະຍັງບໍ່ຮູ້ວ່າຂ່າວໃດເປັນຄວາມຈິງ... ເຂົາເຈົ້າເວົ້າກັນມາວ່າ ຜູ້ທີ່ຈະເຂົ້າໄປຫຼິ້ນເກມນັ້ນໄດ້ ຕ້ອງມີຄຸນສົມບັດທີ່ເໝາະສົມ”ໝູ່ຄົນນັ້ນເວົ້າຕໍ່ໄປ “...ແລ້ວໃນຕອນນັ້ນຈະມີ ‘ຜູ້ຄັດເລືອກ’ ມາຫາ ແລະເມື່ອເຮົາເຮັດຕາມທີ່ ຜູ້ຄັກເລືອກຕ້ອງການໄດ້ແລ້ວ ຄົນໆນັ້ນກໍ່ຈະເປີດປະຕູໄປສູ່ໂລກແຫ່ງເກມໃຫ້!”

“ໃຜເປັນຄົນປ່ອຍຂ່າວນິ ເບິ່ງຊົງຊິຈິນຕະນາການສູງ...” ເດັກໜຸ່ມອອກຄວາມເຫັນ ເຮັດໃຫ້ໝູ່ຄົນນັ້ນເຮັດໜ້າເຊັງໆ

“ເພິ່ນນິ ຊິເຮັດທຳທ່າເຊື່ອແນ່ກະບໍ່ໄດ້ເນາະ” ລາວເກົາຫົວແກກໆ

ມາເຖິງຕອນນີ້ ເດັກໜຸ່ມມ້ຽນກະເປົ໋າຮຽບຮ້ອຍ ແລະກຽມກັບອອກໄປແລ້ວ ເມື່ອເຫັນວ່າລາວບໍ່ສົນໃຈ ໝູ່ຄົນນັ້ນຈຶ່ງຫັນໄປລົມກັບອີກຄົນຕໍ່ໄປ

“ເລື່ອງເລົ່ານັ້ນຍັງບໍ່ຈົບໄດ໋... ວ່າກັນວ່າ ໃຜກໍ່ຕາມທີ່ສາມາດຈົບເກມໄດ້...” ເດັກໜຸ່ມຍ່າງອອກມາຮອດປະຕູ ແລະຍັງຄົງໄດ້ຍິນສຽງໝູ່ສານທະຍາຍຕໍ່ໄປ “ຄວາມປາດຖະໜາຂອງຄົນໆນັ້ນກໍ່ຈະເປັນຈິງ!”

ເດັກໜຸ່ມຢຸດຊະງັກເລັກໜ້ອຍເມື່ອໄດ້ຍິນປະໂຫຍກນັ້ນ...

ຄວາມປາດຖະໜາ.... ຊັ້ນຫວາ... ລາວກົ້ມໜ້າ ຄິດເຖິງໃບໜ້າຍິ້ມແຍ້ມຂອງໃຜຄົນໜຶ່ງ ...ແຕ່ນິທານຫຼອກເດັກແບບນັ້ນມັນຈະເຮັດໃຫ້ຄວາມປາດຖະໜາເປັນຈິງໄດ້ແນວໃດກັນ...

ຄິດໄດ້ດັ່ງນັ້ນ ເດັກໜຸ່ມກໍ່ກ້າວອອກຈາກຫ້ອງ ບໍ່ຄິດຈະເອົາເລື່ອງໄຮ້ສາລະມາລົບກວນສະໝອງອີກ...

ຫຼັງອອກມາພົ້ນປະຕູຫ້ອງຮຽນໄດ້ໜ້ອຍໜຶ່ງ ລາວກໍ່ຫັນໄປເຫັນແມວດຳຕົວໜຶ່ງ ນັ່ງສະຫງົບນິ້ງຢູ່ຂອບລະບຽງທາງຍ່າງ

“ວ່າແນວໃດ ຕັດສິນໃຈໄດ້ແລ້ວຫວາ?” ສຽງທີ່ບໍ່ໜ້າຈະເປັນໄປໄດ້ ເພາະຕາມທາງຍ່າງບໍ່ມີຄົນເລີຍ ນອກຈາກເດັກໜຸ່ມ ດັງມາຈາກທາງແມວດຳຕົວນັ້ນ... ມັນກວັດແກວ່ງຫາງທີ່ດ້ານປາຍມີສີຂາວແຊກໄປມາ

ເດັກໜຸ່ມຖອນຫາຍໃຈເບົາໆ “ເຈົ້າອີກແລ້ວ... ຂ້ອຍຍັງສົງໃສຢູ່ວ່າຂ້ອຍບ້າຈົນເຫັນພາບຫຼອນເປັນແມວເວົ້າໄດ້ຫຼືແນວໃດ ຂະໜາດພວກໝູ່ເພີ້ຝັນພວກນັ້ນມັນຍັງບໍ່ເຊື່ອ...” ເດັກໜຸ່ມເອົາມືກ່າຍໜ້າຜາກ ເຮັດທຳທ່າບໍ່ສົນໃຈແມວຕົວນັ້ນ

“ຂ້ອຍບໍ່ແມ່ນພາບຫຼອນໄດ໋!” ມັນຮ້ອງເຮັດທ່າທາງບໍ່ພໍໃຈ “ມື້ເຊົ້າຂ້ອຍກໍ່ບອກໄປແລ້ວວ່າຂ້ອຍບໍ່ແມ່ນແມວ ແຕ່ເປັນ Navigator ຊື່ວ່າ ນອສ”

ເດັກໜຸ່ມອອກຍ່າງໄປໂດຍບໍ່ສົນໃຈ ...ພາຍາຍາມບໍ່ຄິດເຖິງເລື່ອງມື້ເຊົ້ານີ້... ທີ່ຢູ່ດີໆແມວບ້າຕົວນັ້ນກໍ່ເຂົ້າມາໃນຫ້ອງນອນ ແຖມຍັງເວົ້າພາສາຄົນ ໄບເລື່ອງຫຍັງກໍ່ບໍ່ຮູ້ທີ່ຟັງບໍ່ຮູ້ເລື່ອງ ຈົນລາວຄິດວ່າຝັນໄປ ເກືອບລຸກມາໂຮງຮຽນສວາຍກະເທົ່ານັ້ນ ແລ້ວນີ້ສະໝອງລາວກະທົບກະເທືອນບ່ອນໃດຫຼືແນວໃດ ຈຶ່ງຍັງເພີ້ແນມເຫັນແມວບ້ານີ້ຢູ່

ແມວດຳກະໂດດລົງມາຈາກລະບຽງ ກ່ອນຈະກ້າວແລ່ນນຳເດັກໜຸ່ມໄປ ພາງເວົ້າຈ້ຽວຈ້ອຍ “ເຮີ້ຍ ຢ່າຟ້າວໄປແມະ ມາໃຫ້ຄຳຕອບກ່ອນ!”

ເດັກໜຸ່ມຫັນກັບມາແຜດຮ້ອງ “ຢ່ານຳມາ!!”

ແມວນ້ອຍຢຸດຊະງັກໜ້ອຍໜຶ່ງ ກ່ອນຈະເຮັດທ່າທາງ...ທີ່ຖ້າທຽບກັບຄົນແລ້ວ ຄົງຈະກຳລັງຫຼີ່ຕາຍິ້ມ “ໂຮະໂຮ່ ຫຼືກຳລັງຈະໄປຫາແຟນສາວຄົນນັ້ນ ຂ້ອຍຮູ້ໄດ໋ວ່າເຈົ້າໄປຫາລາວຢູ່ໂຮງໝໍຕະຫຼອດ”

“ບ... ບໍ່ແມ່ນແຟນ!” ເດັກໜຸ່ມຕອບປະຕິເສດທັນຄວັນ ພ້ອມທັງໃບໜ້າທີ່ຮູ້ສຶກຮ້ອນວູບ “ເປັນແມວແທ້ໆ ຢ່າມາເຮັດສອດຮູ້ສອດເຫັນ!”

“ແມ່ນຫຍັງ ເຈົ້າບໍ່ຮູ້ເບາະ ວ່າແມວເປັນພວກທີ່ມັກສອດຮູ້ສອດເຫັນສຸດໆ ຊິໃຫ້ຫ້າມທຳມະຊາດຂອງແມວໄດ້ແນວໃດ” ແມວດຳຍັງຄົງເວົ້າຈາກວນປະສາດ ຄືວ່າວັງກີ້ມັນຍັງປະຕິເສດຢູ່ວ່າຕົວເອງບໍ່ແມ່ນແມວ ຜ່ານໄປສອງປະໂຫຍກກໍ່ກັບຄຳຊະແລ້ວ... ແລ້ວເປັນຫຍັງລາວຕ້ອງມາຖຽງກັບແມວນຳ ຮູ້ສຶກວ່າຕົວເອງຈະພ້ຽນໜັກຂຶ້ນກວ່າເກົ່າ...

ແມວດຳຍົກມືຂຶ້ນເລຍອຸ້ງຂາໜ້າ ກ່ອນຈະເວົ້າຕໍ່ “ແຕ່ກະໄດ້ ບໍ່ກວນແລ້ວກະໄດ້ ແຕ່ຫຼັງຈາກນັ້ນເຈົ້າຕ້ອງມາໃຫ້ຄຳຕອບຂ້ອຍ ຫ້າມຫຼີກລ້ຽງອີກກໍ່ແລ້ວກັນ” ເວົາຈົບມັນກໍ່ກະໂດດຂ້າມລະບຽງໄປຢ່າງວ່ອງໄວຄ່ອງແຄ່ວ ແລະຫາຍລັບຕາໄປ

ເດັກໜຸ່ມຢືນນິ້ງໄລຍະໜຶ່ງ ລາວຍັງຄົງຄິດວ່າຕົວເອງພ້ຽນຈົນລົມກັບແມວໄດ້ ແລະແລ້ວກໍ່ຕັດເລື່ອງພວກນັ້ນອອກໄປຈາກຫົວ ແລະມຸ່ງໜ້າໄປໂຮງໝໍດັ່ງທີ່ເຄີຍເຮັດເປັນປະຈຳ

(ຈົບຕອນ)

 

Delicious Digg Fark Twitter