ຂຽນເມື່ອ: ພ.ຈ.. 8, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ຕອນກ່ອນໜ້ານີ້
ບົດທີ 1 ຕອນທີ 1
Weapon Maker
ບົດທີ 1 ສູ່ອີກໂລກໜຶ່ງ
ຕອນທີ 2
ຫຼັງຈາກຕິດຕໍ່ກັບພະຍາບານທີ່ເຝົ້າເຄົາເຕີຢູ່ໂຮງໝໍຮຽບຮ້ອຍແລ້ວ ເດັກໜຸ່ມກໍ່ຍ່າງໄປຕາມທາງຍ່າງຢ່າງຮູ້ທາງ... ລາວມັກຈະທຽວມາໂຮງໝໍຢ່າງໜ້ອຍອາທິດລະຄັ້ງ ເພື່ອມາຢ້ຽມຢາມຄົນໆໜຶ່ງ...
ເມື່ອຍ່າງໄປຕາມທາງຍ່າງທອດຍາວ ທີ່ມີຫ້ອງຕ່າງໆລຽງລາຍ ກິ່ນຢາຟຸ້ງໄປທົ່ວຈົນຮູ້ສຶກໜ້າວຽນຫົວ... ເຖິງຈະເຄີຍມາແລ້ວຕັ້ງຫຼາຍເທື່ອ ແຕ່ລາວກໍ່ບໍ່ຄຸ້ນເຄີຍກັບກິ່ນແບບນີ້ຈັກເທື່ອ
ຂະນະທີ່ກຳລັງຄິດຫຍັງໄປເລື້ອຍໆ ຢູ່ດີໆໄຟຕາມທາງຍ່າງກໍ່ກະພິບ ແລະດັບລົງ... ຕອນນີ້ຕາເວັນລາລັບຂອບຟ້າໄປແລ້ວ ເມື່ອບໍ່ມີໄຟສ່ອງທາງ ອ້ອມຂ້າງຈຶ່ງມືດສະໜິດ... ຍິ່ງເປັນໃນໂຮງໝໍແບບນີ້ແລ້ວ ບັນຍາກາດຈຶ່ງເບິ່ງງຽບສະງັດ
ເດັກໜຸ່ມຮູ້ສຶກປະຫຼາດໃຈ... ແຕ່ຄິດວ່າອາດຈະໄຟຕົກທຳມະດາ ຈຶ່ງພຽງແຕ່ຢຸດຢືນ ແລະລໍຖ້າໃຫ້ໄຟມາ
ແສງໄຟກັບມາຮຸ່ງອີກຄັ້ງ ພ້ອມກັບເດັກສາວຄົນໜຶ່ງທີ່ຢືນຢູ່ເບື້ອງໜ້າຫ່າງອອກໄປບໍ່ຮອດແມັດ ເຮັດໃຫ້ເດັກໜຸ່ມຊະງັກ ຕົກໃຈເລັກນ້ອຍ...
ເດັກສາວຄົນນັ້ນມີດວງໜ້າເສີຍເມີຍ ລາວໃສ່ຊຸດສີດຳໝົດຕົວ ເບິ່ງຂັດກັນກັບພາບພື້ນຫຼັງສີຂາວຂອງໂຮງໝໍ... ທີ່ໜ້າແປກ ແລະ ເບິ່ງສະດຸດຕາກວ່າໝູ່ ແມ່ນດວງຕາ ແລະ ເຮືອນຜົມສີແດງເພີງ... ແດງທີ່ບໍ່ແມ່ນແດງທຳມະດາ ແຕ່ເປັນສີແດງທີ່ ຖ້າບໍ່ຕັ້ງໃຈຍ້ອມ ກໍ່ຕົງຈະບໍ່ມີໃຜມີຜົນສີນີ້ຢ່າງແນ່ນອນ
ເດັກສາວຄົນນັ້ນຍ່າງຜ່ານໄປຄືບໍ່ໄດ້ໃສ່ໃຈຫຍັງ... ນາງເຫຼືອບສາຍຕາມາທາງເດັກໜຸ່ມເລັກນ້ອຍ ແລ້ວກໍ່ຍ່າງຕໍ່ໄປ...
ສຽງເກີບດັງກະທົບກັບພື້ນທາງຍ່າງທອດຍາວ ສະທ້ອນກ້ອງໄປມາເປັນຈັງຫວະ ກ່ອນຈະຄ່ອຍໆຈາງຫາຍໄປ...
...ປະຫຼາດ...
ເດັກໜຸ່ມຄິດ... ແຕ່ກໍ່ບໍ່ໄດ້ໃສ່ໃຈຫຍັງຫຼາຍ ລາວຈຶ່ງຍ່າງຕໍ່ໄປ ຫ້ອງຜູ້ປ່ວຍອາການໜັກ... ຢູ່ຖັດໄປອີກບໍ່ໄກ...
...
“ມາແລ້ວຫວາ...” ສຽງໃສເອີ່ຍຂຶ້ນເມື່ອເຫັນວ່າຜູ້ມາໃໝ່ແມ່ນໃຜ ເຈົ້າຂອງສຽງເປັນເດັກສາວໜ້າຕາໜ້າຮັກ ລາວມີຜົມສີດຳຍາວເຖິງກາງຫຼັງ ຕັດກັບຜິວສີອອກຂາວຊີດ ເດັກສາວນັ່ງຢູ່ເທິງຕຽງໃນຊຸດຄົນປ່ວຍ ອ້ອມໜ້າອ້ອມຂ້າງເຕັມໄປດ້ວຍຕຸກກະຕາ ຂອງກິນ ແລະດອກໄມ້ຫຼາຍສີສັນ
“ອື່...” ເດັກໜຸ່ມຫັນມາຍິ້ມແຍ້ມຕ່າງຈາກປົກກະຕິ... ລາວຍ່າງເຂົ້າໄປໃນຫ້ອງ ກ່ອນຈະຈັບຕັ່ງມານັ່ງລົງຂ້າງໆຄືກັບເຄີຍເຮັດເປັນປະຈຳ
“ເປັນແນວໃດ ມື້ນີ້ ໄປໂຮງຮຽນມ່ວນບໍ່” ເດັກສາວພັບປຶ້ມທີ່ກຳລັງອ່ານຢູ່ ແລະຍື່ນໜ້າເຂົ້າມາໃກ້ເດັກໜຸ່ມ ພ້ອມທັງເຮັດໜ້າຢາກຮູ້ຢາກເຫັນ
“ກະ... ຄືກັບທຸກມື້” ລາວບໍ່ຮູ້ວ່າຈະຕອບແນວໃດດີ
“ເຫ ບໍ່ມີເລື່ອງໜ້າຕື່ນເຕັ້ນແນ່ຫວາ... ຢ່າງເຊັ່ນ ມີຫົວໂຈກນັກຮຽນມາຫາເລື່ອງ ອາຈານໃຈຮ້າຍຜູ້ ລັງແກນັກຮຽນ ຫຼື ເລື່ອງເລິກລັບໃນໂຮງຮຽນຕອນກາງຄືນ ຫຍັງປະມານນັ້ນ” ສາວນ້ອຍເວົ້າດ້ວຍນ້ຳສຽງສົດໃສ
“ເລື່ອງແບບນັ້ນບໍ່ແມ່ນວ່າຈະເກີດຂຶ້ນງ່າຍໆບໍ່ແມ່ນຫວາ... ເຈົ້າອ່ານກະຕູນຫຼາຍເກີນໄປແລ້ວ” ເດັກໜຸ່ມຍິ້ມບາງ ກ່ອນຈະນຶກຂຶ້ນມາໄດ້ “ອໍ່ ແຕ່ໄດ້ຍິນຂ່າວລືແປກໆນຳ...”
ລາວເລົ່າເລື່ອງເກມສະເໝືອນຈິງທີ່ໄດ້ຍິນມາມື້ນີ້ໃຫ້ເດັກສາວຟັງ... ເຖິງລາວຈະຄິດວ່າມັນໄຮ້ສາລະປານໃດກໍ່ຕາມ... ແຕ່ລາວຮູ້ດີວ່າເລື່ອງເພີ້ຝັນພວກນີ້ເດັກສາວມັກຟັງ ແຕ່ລາວກໍ່ຈົງໃຈບໍ່ເລົ່າເລື່ອງແມວປະຫຼາດ ເພາະດ໋ຽວເດັກສາວຈະຄິດວ່າລາວພ້ຽນ
“ແມ່ນຫວາ! ຖ້າໄດ້ໄປໂລກນັ້ນແທ້ກໍ່ຄົງຈະດີເນາະ” ເດັກສາວເຮັດດວງຕາເປັນປະກາຍ “ໂລກພາຍນອກຄົງຈະມີເລື່ອງມ່ວນໆຫຼາຍ ມື້ໜຶ່ງຂ້ອຍຢາກໄປເຫັນພິລາມິດຢູ່ອີຢິບ ຢາກໄປເບິ່ງຫໍໄອເຟວຢູ່ຝຣັ່ງ ຢາກໄປດິສນີແລນ ຢາກໄປທ່ຽວຮອບໂລກເລີຍ” ລາວຍົກມືຂຶ້ນຟ້າແລະເຄື່ອນໃຫ້ກວ້າງອອກ ເໝືອນກັບນັ້ນເປັນໂລກທັງໃບຂອງລາວ...
ເດັກໜຸ່ມຍິ້ມອ່ອນໂຍນ ກ່ອນຈະຍື່ນມືໄປລູບຫົວລາວເບົາໆ “ຖ້າເຊົາປ່ວຍແລ້ວ ເຈົ້າຢາກໄປໃສກະໄດ້ນັ້ນແຫຼະ ບາດຮອດຕອນນັ້ນຂ້ອຍຊິພາເຈົ້າໄປກະຍັງໄດ້”
“ແທ້ຫວາ!” ເດັກສາວຍິ້ມ “ສັນຍາແລ້ວເດີ້ ຫ້າມຄືນຄຳເດັດຂາດ”
“ອື້... ສັນຍາ”
ເດັກໜຸ່ມຊະງັກ... ລາວເລື່ອນມືລົງ ກ່ອນຈະຮູ້ສຶກວ່າມັນແປກໆ... ຜົມສີດຳຍາວຂອງເດັກສາວປຽກຊຸ່ມໄປດ້ວຍເຫື່ອ... ເມື່ອແຕະລົງເທິງໜ້າຜາກ ກໍ່ຕ້ອງອຸທານອອກມາ
“ເນວາ... ເຈົ້າ... ເປັນໄຂ້” ຊາຍໜຸ່ມສົນຄິ້ວຫຍຸ້ງ ໜ້າຊີດເຜືອດ... ການເປັນໄຂ້ສຳລັບຄົນທົ່ວໄປອາດເປັນເລື່ອງປົກກະຕິ... ແຕ່ສຳລັບເດັກສາວຄົນນີ້... ອາການແຊກຊ້ອນພຽງເລັກນ້ອຍ ອາດຈະເຮັດໃຫ້ລາວຕ້ອງ...
“ບໍ່... ບໍ່ເປັນຫຍັງຫຼາຍດອກ... ໄຂ້ໜ້ອຍດຽວໜຶ່ງ” ສາວນ້ອຍທີ່ຖືກເອີ້ນວ່າເນວາຍັງຄົງຍິ້ມອົບອຸ່ນ ແຕ່ຊາຍໜຸ່ມບໍ່ອຸ່ນໃຈນຳ ລາວຟ້າວຫັນໄປກົດເຄື່ອງເອີ້ນພະຍາບານໃນທັນທີ ແລະເມື່ອຫັນກັບມາອີກເທື່ອ ກໍ່ເຫັນວ່າເດັກສາວຄົນນັ້ນລົ້ມຟຸບລົງກັບຕຽງ ໝົດສະຕິໄປທັງໆແບບນັ້ນ
“ເນວາ!” ເດັກໜຸ່ມຮ້ອງ ລາວເອີ້ນຊື່ຂອງເດັກສາວຢູ່ດົນ ແລະຄິດຈະອອກໄປຫາຄົນມາຊ່ວຍ... ແຕ່ໃນຊົ່ວວິນາທີນັ້ນ ສາຍຕາຂອງລາວກໍ່ເຫຼືອບໄປເຫັນ...
...ສີແດງເພີງ...
ຜົມສີແດງປິ້ວສະບັດທ່າມກາງແຮງລົມທີ່ພັດຜ່ານໜ້າຕ່າງຍາມກາງຄືນ...
ເດັກສາວທີ່ລາວເຄີຍພົບຢູ່ໜ້າລະບຽງທາງຍ່າງ ຢືນຢູ່ຂ້າງໜ້າຕ່າງໃນຫ້ອງຢ່າງງຽບງັນ ບໍ່ອາດບອກໄດ້ ວ່າລາວຢືນຢູ່ແບບນັ້ນຕັ້ງແຕ່ຕອນໃດ ແລະ ເຂົ້າມາໄດ້ແນວໃດ ສາຍຕາເສີຍຊາຂອງນາງ ຈ້ອງແນມເບິ່ງເດັກໜຸ່ມນິ້ງ
ຮຽວປາກສີບົວອ່ອນເຜີຍອອກເລັກນ້ອຍ ກ່ອນຈະເອີ່ຍດ້ວຍນ້ຳສຽງທີ່ບໍ່ບົງບອກອາລົມໃດ
“ຄວາມປາດຖະໜາຂອງເຈົ້າ... ແມ່ນຫຍັງ?”
(ຈົບຕອນ)