ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ເອົາອີກແລ້ວຖ້ຽວບີນ AH 5017 ຂອງສາຍການບີນອານເຈເຣຍ ມີຜູ້ເສ່ຍຊີວິດນັບຮ້ອຍຄົນ, ຂໍສະແດງຄວາມເສ່ຍໃຈນຳຄອບຄົວຜູ້ເຄາະຮ້າຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ອັນວ່າຄວາມສຸກນັ້ນ ໃຜຯກໍ່ເສາະສະແຫວງຫາ ບາງຄັ້ງຈົນເຖີງຂັ້ນລ່ວງລ້ຳດຢຽບຢໍ່າຄົນອື່ນ ໂດຍບໍ່ສົນໃຈວ່າເຂົາຈະເປັນຢ່າງໃດ. ໃນຕົວຈີງແລ້ວ ຄວາມທຸກ ແລະ ຄວາມສຸກນັ້ນລ້ວນແຕ່ແມ່ນຄົນເປັນຜູ້ສ້າງຂື້ນເອງ, ດັ່ງນັ້ນ ທັງສອງຢ່າງນີ້ແມ່ນທຸກຄົນມີສິດໄດ້ຮັບເໝືອນກັນ. ແຕ່ຈະແຕກຕ່າງກັນຢູ່ບ່ອນວ່າ ເຮົາຈະເລືອກເອົາສຸກກ່ອນ ຫລືທຸກກ່ອນເທົ່ານັ້ນ. ບາງຄົນຄິດວ່າຊີວິດມີເທື່ອດຽວຕ້ອງເອົາສຸກກ່ອນ ເພາະຢ້ານຕາຍກ່ອນພົບຄວາມສຸກ ແຕ່ສຸດທ້າຍເຂົາກໍ່ພົບຄວາມທຸກແທ້. ບາງຄົນກໍ່ເລືອກເອົາທຸກກ່ອນ ມີອັນໃດກໍ່ອົດກໍ່ທົນດ້ວຍຄວາມບຸກວືນຜ່ານຜ່າອຸປະສັກນາຯປະການທີ່ເລີ່ມຈາກໄວຮຽນຈົນເຖີງໄວເຮັດວຽກເຮັດງານ ສຸດທ້າຍເຂົາກໍ່ພົ້ນທຸກສົມກັບສຸພາສີດທີ່ວ່າ: ຊື່ສັດ ຂະຫຍັນ ອົດທົນ ພາຕົນພົ້ນທຸກ ແລະ ບໍ່ອືດຕາຍ. ຈາກສອງກໍລະນີນີ້ ພໍສາມາດສະຫລຸບໄດ້ວ່າ ຖ້າພວກເຮົາບໍ່ມັກສີ່ງໃດ ເຮົາຕ້ອງທຳສີ່ງນັ້ນກ່ອນ ແລ້ວມັນຈະໜີຈາກເຮົາໄປຢ່າງແນ່ນອນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ອັນວ່າວັນກອງທັບນັ້ນ ປະເທດໃດກໍ່ຕ່າງກະຕືລືລົ້ນກັບກອງທັບຕົວເອງ. ໂດຍສະເພາແລ້ວ ຢູ່ໃນບັນດາປະເທດອາຊຽນຂອງເຮົາ ຕ່າງທູມເທງົບປະມານເຂົ້າໃນກອງທັບຢ່າງມະຫາສານ, ທັງຯ ທີ່ອາວຸດຍຸດໂທປະກອນນັ້ນມີລາຄາແພງ ແຕ່ການໃຊ້ງານຊ້ຳພັດໜ້ອຍ ນັ້ນເປັນພຽງຄຳວ່າຄວາມພ້ອມ , ແຕ່ມູມມອງຂອງຄວາມພ້ອມນັ້ນ ແຕ່ລະຄົນອາດຈະເບີ່ງຕ່າງກັນ. ສຳລັບຂ້າພະເຈົ້າແລ້ວ ປາດຖະໜາຢາກໃຫ້ອາຊຽນ ເປັນກອງທັບດຽວກັນ ຄື ກອງທັບອາຊຽນ, ເຊີ່ງແຕ່ລະປະເທດບັນຈຸບຸກະລະກອນເຂົ້າໄປ ແລະ ປະຈຳຢູ່ແຕ່ລະປະເທດ, ເພາະພວກເຮົາບໍ່ມີສັດຕູພາຍນອກອີກແລ້ວ. ສ່ວນບັນຫາພາຍໃນ ແມ່ນເປັນພາລະຂອງຕຳຫລວດກໍ່ພໍແລ້ວ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2014 | ມີ 9 ຄຳເຫັນ ແລະ 0 trackback(s)

ເພື່ອນ ພັນລາວທີ່ຮັກແພງ !

ໃນໂອກາດນີ້ ຂ້າພະເຈົ້າຢາກຍົກເລື່ອງສັ້ນຯ ໃນການຫລີ້ນ, ກີນ ເຮຮານັ້ນມາລົມກັນຫລີ້ນ ເພາະສັງຄົມປະຈຸບັນນີ້ມີຄ່ານິຍົມໃນການດື່ມເຫລົ້າເບັຍ ກັບຂອງແກ້ມ ຈີງຖືໄດ້ວ່າເປັນການມ່ວນຊື່ນສະນຸກເຮຮາ. ແຕ່ມູມມອງຂອງຂ້າພະເຈົ້າເຫັນວ່າການມ່ວນຊື່ນລື່ນເລີງນັ້ນ ແມ່ນມີຫລາຍຮູບແບບໂດຍທີ່ບໍ່ຈຳເປັນດືມຂອງມືນເມົາ ຫລື ດື່ມເລັກໜ້ອຍເພື່ອສຸຂະພາບແລະສ້າງສັນກັບໝູ່ເພື່ອນກໍ່ພໍແລ້ວ. ການທີ່ດື່ມຂອງມືນເມົາຫລາຍເກີນຄວນ ຫລື ເສບອາຫານຫລາຍເກີນຄວນນັ້ນ ຍ່ອມມີຜົນເສ່ຍ ຫລາຍກ່ວາຜົນດີ. ອີງຕາມສະຖິຕິໂລກບອກວ່າຄົນຜູ້ໜື່ງຕ້ອງບໍລິໂພກອາຫານປະມານ 24 ໂຕນ ຕະຫລອດຊີວິດ, ດັ່ງນັ້ນ ເມື່ອທ່ານດື່ມຫລາຍ ກີນຫລາຍແນນອນອາຍຸໃຊ້ງານຂອງອະໄວຍະວະທີ່ກ່ຽວຂ້ອງກັບລະບະບລະລາຍ ຕ້ອງສັ້ນລົງ ເຊີ່ງບໍ່ຕ່າງຫຍັງກັບລົດຄັນໜີ່ງ, ເມື່ອເຮົາໃຊ້ງານມັນຢ່າງບໍ່ພັກ ແລະບໍ່ຖືກກັບຫລັກເຕັກນິກ ມັນກໍ່ຕ້ອງເປ່ເພໄວ ແຕ່ລົດມັນມີອາໄຫລ່ປ່ຽນຖ່າຍເດີ. ສະນັ້ນ ຂ້າພະເຈົ້າຈີ່ງຝາກຂໍ້ຄິດ ມາຍັງນັກດື່ມ ນັກກີນ ທັງຫລາຍ ໃຫ້ຄ່ອຍດື່ມ ຄ່ອຍກີນຕາມຄວາມຕ້ອງການພໍດີຂອງຮ່າງກາຍ ແລ້ວທ່ານກໍ່ຈະມີເວລາກີນຫລາຍຯປີອີກ. 

       ໃນສະຖິຕິແລ້ວ ເຫັນວ່າ ກູ່ມຄົນທີ່ຊອບດື່ມຊອບກີນ ຈະມີອາຍຸສັ້ນກ່ວາ. ແມ້ແຕ່ອາຍຸສະເລ່ຍຂອງຄົນລາວເຮົາ ຍັງໜ້ອຍກ່ວາອາຍຸບຳນານຊ້ຳ, ເຊີ່ງໝາຍຄວາມວ່າຕາຍແລ້ວຍັງໄດ້ເຮັດວຽກຢູ່ ແລ້ວພວດເຮົາຈະໄປສູ່ສະຫວັນຢ່າງສຸຂະຕິໄດ້ຢ່າງໃດ ?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2013 | ມີ 15 ຄຳເຫັນ ແລະ 0 trackback(s)

 ໃນສະພາບປະຈຸບັນນີ້ ມີໝຸ່ມສາວຈຳນວນບໍ່ໜ້ອຍ ທີ່ຄິດວ່າການມີຜີວພັນຂາວນວນນັ້ນ ເປັນຄວາມງາມອັນດັບໜື່ງ ທີ່ຈະຕ້ອງມາກ່ອນ. ຈົນເປັນສາຍເຫດໃຫ້ຍີງສາວກູ່ມນີ້ ບໍ່ຢາກອອກແຮງານ ກາຍເປັນຄົນເກາະຫ້ອຍກີນນຳຜູ້ຊາຍ. ຕໍ່ບັນຫານີ້ ທ່ານຜູ້ຊາຍທັງຫລາຍ ຄວນປ່ຽນຄວາມຄິດ ແລະໃຫ້ຄຸນຄ່າແກ່ຍີງສາວຜີວດຳ ທີ່ຮັກການອອກແຮງງານ , ເພື່ອຈະໄດ້ສົງເສີມໃຫ້ສັງຄົມມີກຳລັງພົນທີ່ເປັນຫົວໜ່ວຍການຜະລິດ. ແນ່ນອນການແຕ່ງຕົວງາມຯນັ້ນ ແມ່ນມີເປົາໝາຍຕົ້ນຕໍສຳລັບເພດກົງກັນຂ້າມ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

 ບົດປາໄສ ຂອງ ດຣ. ຊັນ ເມືອງ ມູນ ຜູ້ກໍ່ຕັ້ງໂບດແຫ່ງຄວາມສາມັກ ທີ່ສາທາລະນະລັດ ເກົາຫລີ ວັກໜື່ງກ່າວວ່າ: ສະຫວັນ ບ່ອນທີ່ພວກເຮົາທຸກຄົນຈະໄປຢູ່ນັ້ນ ເປັນດີນແດນ ທີ່ອຸດົມສົມບູນທຸກຢ່າງ, ດັ່ງນັ້ນ ພວກເຮົາຈີ່ງບໍ່ມີຄວາມຈຳເປັນ ກະກຽມວັດຖຸສີ່ງຂອງ ພິລຶກຫຶກໜາເທົ່າໃດດອກ. ພຽງແຕ່ວ່າມີອັນໃດກໍ່ແບ່ງປັນກັນຢູ່ ສູ່ກັນກີນ ເວົ້າຈາກັນ ເພື່ອແກ້ໄຂຄວາມຂັດແຍ່ງ ຢູ່ໃນໂລກໃບນີ້ . ກໍ່ໝາຍຄວາມວ່າ ມີຄວາມພ້ອມ ທີ່ຈະໄປສະຫວັນແລ້ວ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 ພະອາຈານ ອຸ່ນ ອາດີດເຈົ້າອາວາດວັດໂພນຍາງ,ເມືອງໂພນໂຮງແຂວງວຽງຈັນ ທີ່ໄດ້ເຖີງແກ່ມໍລະນະພາບໄປແລ້ວເມື່ອວັນທີ 16/12/2007 ເພີ່ນເຄີຍເວົ້າວ່າ << ປະຈຸບັນນີ້ຄົນບຸນຕ້ອງຖືຫາບ ຄົນບາບຕ້ອງຂີ່ລົດແວ່ນດຳ >> ໃນນີ້ເພີ່ນບອກວ່າ:ຄົນບຸນແມ່ນຜູ້ທີ່ໄປເພນ,ໄປຈັກຫັນ  ສ່ວນຄົນບາບນັ້ນ ແມ່ນພວກມາເຟຍ, ພວກຄ້າຂາຍສີ່ງຜິດກົດໝາຍເຊັ່ນ ຢາເສບຕິດເປັນຕົ້ນ ແລະ ພວກ 18 ມົງກຸດຊັ້ນເດ