ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 25, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ເອົາອີກແລ້ວຖ້ຽວບີນ AH 5017 ຂອງສາຍການບີນອານເຈເຣຍ ມີຜູ້ເສ່ຍຊີວິດນັບຮ້ອຍຄົນ, ຂໍສະແດງຄວາມເສ່ຍໃຈນຳຄອບຄົວຜູ້ເຄາະຮ້າຍ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2014 | ມີ 7 ຄຳເຫັນ ແລະ 0 trackback(s)

ອັນວ່າຄວາມສຸກນັ້ນ ໃຜຯກໍ່ເສາະສະແຫວງຫາ ບາງຄັ້ງຈົນເຖີງຂັ້ນລ່ວງລ້ຳດຢຽບຢໍ່າຄົນອື່ນ ໂດຍບໍ່ສົນໃຈວ່າເຂົາຈະເປັນຢ່າງໃດ. ໃນຕົວຈີງແລ້ວ ຄວາມທຸກ ແລະ ຄວາມສຸກນັ້ນລ້ວນແຕ່ແມ່ນຄົນເປັນຜູ້ສ້າງຂື້ນເອງ, ດັ່ງນັ້ນ ທັງສອງຢ່າງນີ້ແມ່ນທຸກຄົນມີສິດໄດ້ຮັບເໝືອນກັນ. ແຕ່ຈະແຕກຕ່າງກັນຢູ່ບ່ອນວ່າ ເຮົາຈະເລືອກເອົາສຸກກ່ອນ ຫລືທຸກກ່ອນເທົ່ານັ້ນ. ບາງຄົນຄິດວ່າຊີວິດມີເທື່ອດຽວຕ້ອງເອົາສຸກກ່ອນ ເພາະຢ້ານຕາຍກ່ອນພົບຄວາມສຸກ ແຕ່ສຸດທ້າຍເຂົາກໍ່ພົບຄວາມທຸກແທ້. ບາງຄົນກໍ່ເລືອກເອົາທຸກກ່ອນ ມີອັນໃດກໍ່ອົດກໍ່ທົນດ້ວຍຄວາມບຸກວືນຜ່ານຜ່າອຸປະສັກນາຯປະການທີ່ເລີ່ມຈາກໄວຮຽນຈົນເຖີງໄວເຮັດວຽກເຮັດງານ ສຸດທ້າຍເຂົາກໍ່ພົ້ນທຸກສົມກັບສຸພາສີດທີ່ວ່າ: ຊື່ສັດ ຂະຫຍັນ ອົດທົນ ພາຕົນພົ້ນທຸກ ແລະ ບໍ່ອືດຕາຍ. ຈາກສອງກໍລະນີນີ້ ພໍສາມາດສະຫລຸບໄດ້ວ່າ ຖ້າພວກເຮົາບໍ່ມັກສີ່ງໃດ ເຮົາຕ້ອງທຳສີ່ງນັ້ນກ່ອນ ແລ້ວມັນຈະໜີຈາກເຮົາໄປຢ່າງແນ່ນອນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ອັນວ່າວັນກອງທັບນັ້ນ ປະເທດໃດກໍ່ຕ່າງກະຕືລືລົ້ນກັບກອງທັບຕົວເອງ. ໂດຍສະເພາແລ້ວ ຢູ່ໃນບັນດາປະເທດອາຊຽນຂອງເຮົາ ຕ່າງທູມເທງົບປະມານເຂົ້າໃນກອງທັບຢ່າງມະຫາສານ, ທັງຯ ທີ່ອາວຸດຍຸດໂທປະກອນນັ້ນມີລາຄາແພງ ແຕ່ການໃຊ້ງານຊ້ຳພັດໜ້ອຍ ນັ້ນເປັນພຽງຄຳວ່າຄວາມພ້ອມ , ແຕ່ມູມມອງຂອງຄວາມພ້ອມນັ້ນ ແຕ່ລະຄົນອາດຈະເບີ່ງຕ່າງກັນ. ສຳລັບຂ້າພະເຈົ້າແລ້ວ ປາດຖະໜາຢາກໃຫ້ອາຊຽນ ເປັນກອງທັບດຽວກັນ ຄື ກອງທັບອາຊຽນ, ເຊີ່ງແຕ່ລະປະເທດບັນຈຸບຸກະລະກອນເຂົ້າໄປ ແລະ ປະຈຳຢູ່ແຕ່ລະປະເທດ, ເພາະພວກເຮົາບໍ່ມີສັດຕູພາຍນອກອີກແລ້ວ. ສ່ວນບັນຫາພາຍໃນ ແມ່ນເປັນພາລະຂອງຕຳຫລວດກໍ່ພໍແລ້ວ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2014 | ມີ 11 ຄຳເຫັນ ແລະ 0 trackback(s)

ພີ່ນ້ອງພັນລາວ ທີ່ຮັກແພງ

ມື້ນີ້ຂ້ອຍຢາກຍົກເລື່ອງ ທີ່ເຈົ້າໜ້າທີ່ຕໍ່າຫລວດຈາລະຈອນລ໊ອກຕີນລົດ ຂອງຜູ້ລະເມີດ ຫລື ຜູ້ກະທຳຜິດໂດຍບໍ່ໄດ້ເຈຕະນາ. ເລື່ອງນີ້ ຂ້າພະເຈົ້າເຫັນມາແລ້ວຫລາຍຄັ້ງ ແລະກໍ່ເປັນຕາອິດອັດໃຈນຳ ເພາະລົດຜູ້ທີ່ລະເມີດນັ້ນກີດຂວງຫົນທາງຢູ່ແລ້ວ, ແຕ່ເຈົ້າໜ້າທີ່ພັດເອົາກະແຈໄປລ໊ອກຕີນໄວ້ອີກ  ເຮັດໃຫ້ເຈົ້າຂອງລົດນັ່ງຖ້າ ກ່ວາຈະເອົາອອກໄປ ກໍ່ໃຊ້ເວລາດົນເຕີບ. ອັນນີ້ຂ້ອຍຢາກຖາມວ່າ ເຈົ້າໜ້າທີ່ຄິດຈັ່ງໃດ , ເປັນຫຍັງຈີ່ງບໍ່ເອົາລົດມາລາກ ຫລື ຍົກອອກໄປເລີບ ຫລືວ່າທາງລັດບໍ່ພ້ອມທີ່ຈະຈັດຫາລົດລາກບໍ? ຖ້າບໍ່ພ້ອມກໍ່ຕ້ອງປະສານກັບພາກສ່ວນເອກະຊົນຕິ ທີ່ເຂົາມີລົດລາກ, ສ່ວນຄ່າໃຊ້ຈ່າຍນັ້ນ ແນ່ນອນມັນຕ້ອງເປັນຂອງຜູ້ລະເມີດຢູ່ແລ້ວ. ທ່ານ ພັນລາວທັງຫລາຍລອງໃຫ້ຄຳເຫັນເບີ່ງວ່າ ໃຜຜິດຫລາຍກ່ວາກັນລະຫວ່າງເຈົ້າໜ້າທີ່ ແລະ ຜູ້ລະເມີດ .

ຂຽນເມື່ອ ຂຽນເມື່ອ: ມ.ກ.. 13, 2014 | ມີ 9 ຄຳເຫັນ ແລະ 0 trackback(s)

ເພື່ອນ ພັນລາວທີ່ຮັກແພງ !

ໃນໂອກາດນີ້ ຂ້າພະເຈົ້າຢາກຍົກເລື່ອງສັ້ນຯ ໃນການຫລີ້ນ, ກີນ ເຮຮານັ້ນມາລົມກັນຫລີ້ນ ເພາະສັງຄົມປະຈຸບັນນີ້ມີຄ່ານິຍົມໃນການດື່ມເຫລົ້າເບັຍ ກັບຂອງແກ້ມ ຈີງຖືໄດ້ວ່າເປັນການມ່ວນຊື່ນສະນຸກເຮຮາ. ແຕ່ມູມມອງຂອງຂ້າພະເຈົ້າເຫັນວ່າການມ່ວນຊື່ນລື່ນເລີງນັ້ນ ແມ່ນມີຫລາຍຮູບແບບໂດຍທີ່ບໍ່ຈຳເປັນດືມຂອງມືນເມົາ ຫລື ດື່ມເລັກໜ້ອຍເພື່ອສຸຂະພາບແລະສ້າງສັນກັບໝູ່ເພື່ອນກໍ່ພໍແລ້ວ. ການທີ່ດື່ມຂອງມືນເມົາຫລາຍເກີນຄວນ ຫລື ເສບອາຫານຫລາຍເກີນຄວນນັ້ນ ຍ່ອມມີຜົນເສ່ຍ ຫລາຍກ່ວາຜົນດີ. ອີງຕາມສະຖິຕິໂລກບອກວ່າຄົນຜູ້ໜື່ງຕ້ອງບໍລິໂພກອາຫານປະມານ 24 ໂຕນ ຕະຫລອດຊີວິດ, ດັ່ງນັ້ນ ເມື່ອທ່ານດື່ມຫລາຍ ກີນຫລາຍແນນອນອາຍຸໃຊ້ງານຂອງອະໄວຍະວະທີ່ກ່ຽວຂ້ອງກັບລະບະບລະລາຍ ຕ້ອງສັ້ນລົງ ເຊີ່ງບໍ່ຕ່າງຫຍັງກັບລົດຄັນໜີ່ງ, ເມື່ອເຮົາໃຊ້ງານມັນຢ່າງບໍ່ພັກ ແລະບໍ່ຖືກກັບຫລັກເຕັກນິກ ມັນກໍ່ຕ້ອງເປ່ເພໄວ ແຕ່ລົດມັນມີອາໄຫລ່ປ່ຽນຖ່າຍເດີ. ສະນັ້ນ ຂ້າພະເຈົ້າຈີ່ງຝາກຂໍ້ຄິດ ມາຍັງນັກດື່ມ ນັກກີນ ທັງຫລາຍ ໃຫ້ຄ່ອຍດື່ມ ຄ່ອຍກີນຕາມຄວາມຕ້ອງການພໍດີຂອງຮ່າງກາຍ ແລ້ວທ່ານກໍ່ຈະມີເວລາກີນຫລາຍຯປີອີກ. 

       ໃນສະຖິຕິແລ້ວ ເຫັນວ່າ ກູ່ມຄົນທີ່ຊອບດື່ມຊອບກີນ ຈະມີອາຍຸສັ້ນກ່ວາ. ແມ້ແຕ່ອາຍຸສະເລ່ຍຂອງຄົນລາວເຮົາ ຍັງໜ້ອຍກ່ວາອາຍຸບຳນານຊ້ຳ, ເຊີ່ງໝາຍຄວາມວ່າຕາຍແລ້ວຍັງໄດ້ເຮັດວຽກຢູ່ ແລ້ວພວດເຮົາຈະໄປສູ່ສະຫວັນຢ່າງສຸຂະຕິໄດ້ຢ່າງໃດ ?