ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມັນມີເຫດຜົນຫຼາຍຢ່າງ

ທີ່ເຮົາຈຳເປັນຕ້ອງຫັກຫ້າມໃຈບໍ່ໃຫ້ຮັກໃຜຄົນໜື່ງ...

ເຫດຜົນຂອງເຮົາຍ້ອມບໍ່ຄືກັນ

ບາງຄົນອາດຈະຕ້ອງອາດຫ້າມໃຈເພາະຮູ້ວ່າມັນເປັນໄປບໍ່ໄດ້

ບາງຄົນອາດຈະຕ້ອງຫ້າມໃຈ

ເພາະຢ້ານໃຈຕົວເອງຖະລຳລືກລົງໄປຫຼາຍກວ່ານີ້ແລະເຈັບປວດໄປຫຼາຍກວ່ານີ້

ບາງຄົນອາດຕ້ອງຫ້າມໃຈເພາະມີຄົນທີ່ຮັກຄົນທີ່ເຮົາຮັກມາກ່ອນ

ແລະຄົນໆນັ້ນກໍຄືຄົນທີ່ເຮົາຮູ້ຈັກ

ແລະເຮົາກໍບໍ່ຢາກທຳຮ້າຍຄວາມຮູ້ສືກຂອງຄົນນັ້ນ

ບາງຄົນອາດຕ້ອງຫ້າມໃຈເພາະລາວອາດບໍໍ່ໄດ້ຄິດແລະຮູ້ສືກຄືກັບເຮົາ

ທຸກທໍລະມາເທົ່າໃດທີ່ເຮົາຮັກເຂົາ

ແຕ່ຕ້ອງພະຍາຍາມຝືນໃຈຖ້ອຍອອກມາ

ເຮົາຕ້ອງງຽບ ຕ້ອງເສີຍຊາ ຕ້ອງລ່ຽງ ຕ້ອງລົບໜ້າ

ຕ້ອງເຮັດໜ້າຕາບື້ງຕື້ງໃສ່

ເພື່ອຈະຢ້ຳເຕື່ອນໃຫ້ຕົວເອງບໍ່ໃຫ້ຮູ້ສືກທຸກໆຢ່າງໃດໆ ກັບເຂົາ

ມັນເຈັບແທບເປັນບ້າທີ່ຕ້ອງທຳຮ້າຍຕົວເອງດ້ວຍວິທີການນີ້

ແມ້ຈະເບີ່ງເປັນວິທີ່ໂງ່ໆ

ແຕ່ຫາກຈຳເປັນຕ້ອງທຳເພື່ອປົກປ້ອງຕົວເອງ

ເພື່ອບໍ່ໃຫ້ໃຈຂອງຕົວເອງຕ້ອງບາດເຈັບ

ຄວາມຫວັງ ເປັນຄືກຳລັງໃຈ

ແຕ່ມັນກໍຈະບໍ່ສົມຫວັງເຊັ່ນກັນ ຖ້າມົ່ວແຕ່ຫວັງຢູ່ຢ່າງນັ້ນ

ແຕ່ກໍແມ່ນວ່າ ເມື່ອກ້າວເດີນຕາມຄວາມຝັນ ຫືຼທຳຕາມຄວາມຫວັງແລ້ວ

ມັນຈະສຳເລັດຕາມທີ່ໃຈຕ້ອງການ

ສຳຫລັບບາງຢ່າງ ມັນກໍຕ້ອງເພື່ອໃຈໄວ້

ມັນອາດຈະບໍ່ເປັນແບບນັ້ນ ມັນອາດຈະບໍ່ເປັນຢ່າງນີ້

ຢ່າງທີ່ເຮົາຕ້ອງການໃຫ້ມັນເປັນ

                              

Delicious Digg Fark Twitter
ຄຳເຫັນ (8)
ມິ.ຖ.. 13, 2011 01:17 PM
Idolz, ແຊມ, Blackeyes, G-bloodz, ນາລິນ 
ມິ.ຖ.. 13, 2011 10:22 AM
ບໍ່ມັກຈັກຄົນ 
ມິ.ຖ.. 13, 2011 10:09 AM
ສຳລັບຜູ້ເຖົ້າ ຄືຜູ້ຂ້ານີ້ ມັກເກືອບວ່າໝົດທຸກຄົນ, ແຕ່ຟັງຢາກຍາກແນ່ ກໍແຕ່ເພງໄວລຸ້ນ ສະໄໝໃໝ່ ທີມັກລອກແບບ ແລະ ແປເນື້ອໃນເພງສາກົນມາຮ້ອງກັນນີ້ລະ, ບໍຮູ້ວ່າມັນສຳພັດກັນຢູ່ບ່ອນໃດ ເຂົ້າຫູ ແນ່ແຕ່ຈັງຫວະຫັ້ນລະ ພໍສັ່ນຂານຳໄດ້ຢູ່. 
ມິ.ຖ.. 12, 2011 07:18 PM
img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!

iDolz ......

 
ມິ.ຖ.. 12, 2011 04:18 PM
ຕ່າຍດອກເກດ,ມັນມີລັກສະນະຄ່ອງຫູຄ່ອງຕາວາດໃດວາດໜຶ່ງ 
ມິ.ຖ.. 12, 2011 03:06 PM
khit korn 
ມິ.ຖ.. 12, 2011 02:20 PM
ຄິດກ່ອນແລ້ວຈະມາບອກຕາມຫລັງ 
ມິ.ຖ.. 12, 2011 01:55 PM
ຂ້ອຍມັກອາເລັກຊານດຣາ
ເພາະລາວງາມ