ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ບໍລິຫານຮ່າງກາຍກັບທີ່
ຂຽນເມື່ອ: ພ.ຈ.. 3, 2009 | ມີ
11 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ສຸກຂະພາບ/ອາຫານການກິນ
ຫວີຜົມເລື້ອຍໆ :
ການຫວີຜົມຄ່ອຍໆເລື້ອຍໆ ຊ່ວຍໃຫ້ຕາສະຫວ່າງ ແລະຮາກຂອງຜົມແຂງແຮງ.
ຖູໃບໜ້າເລື້ອຍໆ :
ລ້າງມືດ້ວຍສະບູ ຫຼື ເຈວແອວກໍຮໍໃຫ້ສະອາດກ່ອນ ຈາກນັ້ນໃຫ້ໃຊ້ສອງຝາມືືຖູໃບໜ້າຄ່ອຍໆ ເພື່ອກະຕຸ້ນໃຫ້ເລືອດໄຫຼວຽນໄປຫຼໍ່ລ້ຽງສ່ວນຕ່າງໆຂອງໃບໜ້າໄດ້ດີຂື້ນ.
ເຫຼືອບຕາເລື້ອຍໆ :
ໝາຍຄວາມວ່າ ໃຫ້ເບີ່ງໄກ-ໃກ້, ຊ້າຍ-ຂວາ, ເທິງ-ລຸ້ມເລື້ອຍໆ ເພື່ອເປັນການບໍລິຫານດວງຕາເບິ່ງສິ່ງໃດໝຶ່ງແບບດົນໆຈົນຮູ້ສຶກເຈັບຕາ ຫຼືນ້ຳຕາໄຫຼອອກມາ ໂດຍສະເພາະຄົນທີ່ເຮັດວຽກກັບຄອມພິວເຕີ່ ຄນນພັກສາຍຕາດ້ວຍການເບິ່ງໄກໆທຸກຊົ່ວໂມງ.
ກະຕຸ້ນໃບຫູເລື້ອຍໆ :
ການດຶງຫູ ດີດຫູ ບີບຫູ ຖູໃບຫູເບົາໆເລື້ອຍໆ ຊ່ວຍໃຫ້ສຸຂະພາບຫູສົມບູນຂື້ນ ປ້ອງກັນບໍ່ໃຫ້ເກີດສຽງດັງລົບກວນໃນຫູ ຫຼືເວົ້າແບບງ່າຍໆວ່າ ຫູຕຶງ ແລະອາການວິນວຽນຫົວ.
ກັດແຂ້ວເລື້ອຍໆ :
ກັດແຂ້ວເບົາໆເລື້ອຍໆແດ່ກໍ່ດີ (ບໍ່ກັດແຮງຈົນມີສຽງດັງ ) ເຮັດແບບນີ້ກໍເພື່ອຊ່ວຍໃຫ້ແຂ້ວແຂງແຮງ ກະຕຸ້ນການຫຼັ່ງຂອງນ້ຳຍ່ອຍ.
ໃຊ້ລີ້ນດັນເພດານປາກເລື້ອຍໆ :
ການໃຊ້ປາຍລີ້ນກະຕຸ້ນເພດານໜ້າ ເທົ່າກັບເປັນການກະຕຸ້ນຈຸດຝັງເຂັມ ເພື່ອເຊື່ອມພະລັງໃຫ້ກັບເສັ້ນປະສາດທີ່ຄວບຄຸມສ່ວນກາງ, ສ່ວນຫຼັງ ແລະດ້ານໜ້າຂອງຮ່າງກາຍ ເຮັດໃຫ້ເກີດການກະຕຸ້ນການຫຼັ່ງສານນ້ຳ ແລະນ້ຳລາຍ.
ກືນນ້ຳລາຍເລື້ອຍໆ :
ການກືນນ້ຳລາຍເລື້ອຍໆ ຊ່ວຍກະຕຸ້ນພະລັງບໍລິເວນຫໍຄອຍ ແລະກະຕຸ້ນການຍ່ອຍອາຫານ.
ໜັ່ນຂັບຖ່າຍຂອງເສຍ :
ໜັ່ນຂັບຖ່າຍຂອງເສຍ ໂດຍສະເພາະດື່ມນ້ຳໃຫ້ພໍດີກັບລັກສຸຂະອະນາໄມກິນອາຫານທີ່ມີເສັ້ນໃຍອາຫານ ອອກກຳລັງເພື່ອປ້ອງກັນທ້ອງຜຸກ ເມື່ອໃດຮູ້ສຶກປວດປັດສະວະ ຫຼື ອຸດຈະລະໃຫ້ຖ່າຍໃນທັນທີ ບໍ່ອົດ ຫາກບໍ່ຈຳເປັນ ການກັກຂັງຂອງເສຍໄວ້ໃນຮ່າງກາຍເປັນເວລາດົນເກີນໄປ ອາດໃຫ້ເກີດເປັນພິດໄດ້ ແລະຫາກດູດຊຶມສານພິດດັ່ງກ່າວກັບເຂົ້າສູ່ຮ່າງກາຍຫຼາຍຂື້ນ ຈະະເຮັດໃຫ້ພູມຕ້ານທານຂອງຮ່າງກາຍຫຼຸດລົງ ຈະເຈັບປ່ວຍໄດ້ງ່າຍ.ໄປຕາມທິດຂອງໂມງ
ຖູ ຫຼື ນວດທ້ອງເລື້ອຍໆ :
ການນວດນີ້ໃຫ້ນວດຄ່ອຍໆ ໄປຕາມທິດຂອງໂມງ ເພື່ອຊ່ວຍໃຫ້ການຂັບຖ່າຍຂອງເສຍໃນກະເພາະອາຫານເຮັດວຽກໃຫ້ໄດ້ດີຂື້ນ.“
ຂະມິບກົ້ນເລື້ອຍໆ :
ການຂະມິບກົ້ນເລື້ອຍໆ ຊ່ວຍປ້ອງກັນລິດສະດວງທະວານ ແລະອາການທ້ອງຜຸກໄດ້ດີ.
ໃຫ້ທຸກສ່ວນຂໍ໊ໄດ້ເຄື່ອນໄຫວ :
ການຢູ່ນິ້ງໆ ຫຼື ຢູ່ໃນທ່າໃດດົນໆ ຈະເຮັດໃຫ້ເກີດໂລກໄດ້ງ່າຍ ເພາະບັນດາຂໍ້ບໍ່ໄດ້ເຄື່ອນໄຫວເປັນປະຈຳ ອາດຈະດ້ວຍການເຝິກ ຊີກົງ ໄທ້ເກັກ ໂຍຄະ ແລະອື່ນໆ ແລ້ວແຕ່ຄວາມເໝາະສົມ.
ຖູຜິວໜັງເລື້ອຍໆ :
ໃຊ້ຝາມືຖູຕາມສ່ວນຕ່າງໆຂອງຮ່າງກາຍ ເຮັດຄືກັບກາຍຖູໂຕໃນເວລາອາບນ້ຳ ວິທີດັ່ງກ່າວ ມີສ່ວນຊ່ວຍເຮັດໃຫ້ເລືອດໄຫຼວຽນໄດ້ດີ ເກີດພະລັງງານ ແລະພູມຕ້ານທານໃຫ້ກັບຮ່າງກາຍ.
ກັບໄປໄດອາຣີ່ຂອງ NaR゙ ❤゙❤゙
ແຈ້ງເນື້ອຫາບໍ່ເໝາະສົມ
ຄຳເຫັນ (
11
)
ທ່ານແນ່ໃຈບໍ່ວ່າຈະລຶບຄຳເຫັນນີ້ຖິ້ມ?
NaR゙ ❤゙❤゙
ເບິ່ງທັງໝົດ
ອ່ານຄືນຫຼັງ
2009
(1)
ໝວດໝູ່
ສຸກຂະພາບ/ອາຫານການກິນ
(1)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ