ຂຽນເມື່ອ: ມ.ກ.. 1, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
ຂຽນຕາມຄຳຂໍ ........ ຂົງເບັ້ງ ຫຼື(Zhuge Ling)ຊື່ພາສາຈີນ(諸葛亮)ເກິດໃນປີ ຄ.ສ 207(ປີດຽວກັບພະເຈົ້າເຫີ້ຍນເຕ້)ເມືອງຫຼັງເຍ່(ລອງເອີ໋ຍ)ເຊິງເປັນທ່າຍາດຂອງຈູ່ເກີຟົ່ງ(zhuge feng) ຈູ່ເກີ້ກຸຍຜູ້ເປັນພໍ່ເຄີຍເປັນເຈົ້າເມືອງໄທ່ ຕອນລາວຍັງນອ້ຍ3ອ້າຍນອ້ງຈິງໄດ້ຢູ່ກັບອາ ຊື່ຈູ່ເກີ້ສຽນ ບໍ່ດົນຕໍ່ມາໄຟສົງຄາມອັນວຸ້ນວາຍແຫ່ງປາຍໃນໄລຍະຕົ້ງຫັ້ນກໍ່ໄດ້ເກິດຂື້ນ ເຮັດໄຫ້ຂົງເບັ້ງແລະຄອບຄົວໄດ້ໜີໄຟສົງຄາມໄປອາໃສ່ຢູ່ກັບອວ້ຍສຸດທີເມືອງຫວ້ຍຫນຳ ອວ້ຍສຸດໄຫ້ອາຂອງຂົງເບັ້ງໄປເປັນຂ້າຫຼວງຢູ່ເມືອງອີ້ຈາງ ຕໍ່ມາອວ້ຍສຸດເສຍໄຊເສຍຊີວິດ ທາງລາດສະສຳນັກຈູເຫົ້າມາເປັນຂ້າຫຼວງທີ່ອີ້ຈາງ ຈູ່ກັດສຽນຈິງຢູ່ເມືອງນີ້ບໍ່ໄດ້ຕອ້ງຟ້າວໄປພອ້ມກັບຂົງເບັ້ງແລະຈູ່ກັດກູ່ຮຫຼານຊາຍ***ຂໍອາໃສ່ຢູ່ກັບເລົ່າປ່ຽວສະຫາຍເກົ່າທີ່ເກງຈິ່ວ ຄ.ສ .224 ຈູ່ກັດສຽນໄດ້ເສຍຊີວິດລົງ ຂົງເບັ້ງຕອນນັ້ນອາຍຸ 17 ປີ ໄດ້ໄປ ປຸກຕຸບອາໃສ່ຢູ່ແຂວງເຕງເສີຍໃນເມືອງລຳຫຍົງຫ່າງຈາກເມືອງຊົງຫຍົງ 20ລີ້ ບອ່ນນັ້ນໄດ້ກ່າວກັນຫວ່າ"ຫລົງຈົງ" ຂົງເບັ້ງເຮັດສວ່ນເຮັດນາຢູ່ຢ່າງຢ່າງມີຄວາມສຸກແລະໝັ່ນສຶກສາຕຳລາຕ່າງໆ ລວມທັ້ງໄດ້ພົບກັບນັກວິຊາການຫຼາຍຄົນໃນແຖບນັ້ນ ຂົງເບັ້ງມັກຈະແລະປ່ຽນຄວາມຮູ້ກັບສະຫາຍ4ຄົນ ເຊັ່ນ:ຊີຊີ. ສືກວາງເຫີວຍນ. ເມີ່ງກົງເວີຍ ແລະ ຊຸຍໂຈວຜິງ ຂົງເບັ້ງປຽບຕົວເອງວ່າ: ມີຕວາມສາມາດເທົ່າກັບ ຂວັນເຕ່ງ(ກວ່ນຈົງ) ນາຍຍົກຜູ້ຍີ່ງໃຫຍ່ແຫ່ງອານາຈັກຊີໃນຍຸກຊຸນຊິວ ແລະ ງັກເຍ(ເລ່ວອີ້) ຍອດຂຸນຜົນແຫ່ງອານາຈັກເອື້ຍນໃນຍຸກຈ໊ານກວ໋າ ເພືອນໆຂອງລາວຕ່າງແປກໃຈທີຂົງເຍັ້ງປຽບໂຕເອງດັ່ງນີ້ ແຕ່ຊີຊີກັບເຫັນຫວ່າເປັນການປຽບທຽບທີ່ດີ ມີຢູ່ຄັ້ງນືງຂົງເບັ້ງໄດ້ສົນທະນາກັບເຟິງຈິ່ວ ລາວໄດ້ກ່າວກັບເຟີງຈິ່ວຫວ່າ"ໂຈໂສ ເປັນໂຈກົບທີປຸ້ນແຜ່ນດີນ ຝ່າຍຊຸນກວນກໍເປັນຜູ້ແຍ່ງຊິງອຳນາດຈາກການປົກຄອງແຫ່ງລາດຊະວົງຫັ້ນ" ລາວບໍ່ອາດຈະຮັບໄຊ້ຄົນຊົ່ວແລະໂຫດຮ້າຍປ່າເທືອຍພວກນີ້ ເວລານີ້ລາວຈຳຕອ້ງໄຊ້ຊີວິດໃນການເຮັດສວນແແລະເຮັດນາໄປແຕ່ລະມື້ເພືອຝືກໂຕເອງຢູ່ສະເໝີ ບັງເຕ໊ກກົງ(ຜັງເຕ໋ວກົວ) ຜູ້ອາວຸໂສທີເກັ່ງໃນເລືອງການເບີ່ງຄົນໄຫ້ກຽດຂົງເບັ້ງຫຼາຍເປັນພິເສດ ເອີ້ນຂົງເບັ້ງຫວ່າ"ອົກຫລົງ" ແປ່ວ່າ ມັງກອນຫຼັບ ຫຼື ມັງກອ່ນລີ້ໂຕ ແລະເອີ້ນບັງທອງ(bang tong)(龐統) ຫຼານຂອງເຂົາຫວ່າ"ອອງຊູ" ແປ່ຫວ່າຫົງອອ່ນ ຫຼື ລູກຫົງ..... ເມືອຍຂຽນນແລ້ວມື້ໜ້າຈະມາສານຕໍ່ .ໄປຫຼີ້ນເກມຄາຍຄຽດກອ່ນ(ຈົບຕອນທີ1)