ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ຄຳວ່າຜູ້ຍິງແລ້ວ ຈັ່ງໃດກໍ່ບໍ່ທັນຜູ້ຊາຍ, ຊິໃຫ້ວ່າສະໃໝນີ້ຍິງຊາຍມີສິດສະເໝີພາບກັນກໍ່ວ່າໄດ້ແຕ່ປາກ ເພາະຜູ້ຊາຍລະເອົາປຽບຜູ້ຍິງຢູ່ທຸກວັນ. ເຂົາມີໝູ່ຢູ່ຜູ້ໜຶ່ງຊື່ ນິດ(ນາມສົມມຸດ) ມາຮຽນ ມ.ຊ ປີທຳອິດກໍ່ມີຄົນມາຈີບລາວ. ຜູ້ຊາຍຄົນນັ້ນຊື່ ນ໊ອດ(ນາມສົມມຸດ) ຮຽນປີດຽວກັນ ແຕ່ຄົນລະຄະນະ. ຫາກໍ່ຮູ້ຈັກກັນໄດ້ສາມມື້ ນ໊ອດກໍ່ຂໍເບີນິດ ນິດກໍ່ເອົາໃຫ້ລາວ. ເຂົາກັບນິດກໍ່ໄດ້ພົບກັບນ໊ອດຢູ່ເລື້ອຍໆ ເຫັນຫນ້ານ໊ອດຢູ່ເລື້ອຍໆ ທັງໆທີ່ບໍ່ຢາກເຫັນ. ນ໊ອດມັກເວົ້າເລື່ອງຖານະໂຕເອງໃຫ້ຟັງເປັນປະຈຳ ເພາະບ້ານນ໊ອດຢູ່ແຖວຊາຍແດນລາວ-ໄທ, ນ໊ອດເຄີຍເວົ້າກັບນິດວ່າ ນ໊ອດມີເອື້ອຍຜູ້ຫນຶ່ງໄປຢູ່ໄທ ເຮັດວຽກຢູ່ພຸ້ນ ແລະກໍ່ເອົາຜົວຄົນໄທຢູ່ພຸ້ນເລີຍ. ເອື້ອຍນ໊ອດສົ່ງເງິນມາໃຫ້ພໍ່ແມ່ນ໊ອດເດືອນລະຫຼາຍລ້ານ, ແຕ່ນ໊ອດນະບໍ່ໄດ້ເງິນມາໃຊ້ຫຼາຍ ເພາະພໍ່ແມ່ເກັບໄວ້ໃຫ້ນ໊ອດບາດນ໊ອດຮຽນຈົບໄປແລະສ້າງຄອບຄົວ. "ຕອນທຳອິດ" ນ໊ອດເປັນຄົນມີສຳມາຄາລະວະ, ມີຄຸນສົມບັດ ຮັກສາມາລະຍາດໄດ້ດີ ເບິ່ງແນວໃດກໍ່ເປັນຄົນດີ, ເວລາຜ່ານໄປສອງເດືອນ ຄວາມຜູກພັນຂອງນິດກັບນ໊ອດກໍ່ເພີ່ມຂຶ້ນເປັນສອງເທົ່າ... ເຂົາລະອົດເປັນຫ່ວງໝູ່ບໍ່ໄດ້ ຫຼາຍເທື່ອກໍ່ຄອຍເຕືອນໝູ່ ບໍ່ຢາກໃຫ້ໝູ່ຫຼົງເຊື່ອຄຳຄົນອື່ນຫຼາຍ, ແຕ່ໝູ່ເຂົາຊ້ຳພັດຍັງອ່ອນຕໍ່ໂລກ ແຫ່ງເຂົ້າມາຢູ່ໃນເມືອງໃໝ່ໆ ພັດແຮງຂາດສະຕິລະວັງຕົວ. ຄອບຄົວນິດມີຖານະຂ້ອນຂ້າງດີ ເງິນໃຊ້ຈ່າຍບໍ່ຄ່ອຍຈະຂາດ ແຕ່ນ໊ອດຫັ້ນຕີ໊, ເປັນຜູ້ຊາຍ ເປັນຝ່າຍມາຈີບ ຊ້ຳພັດມາຂໍຢືມຂໍໃຊ້ນຳໝູ່ເຂົາເປັນປະຈຳ. ທຳອິດກໍ່ຂໍໜ້ອຍໆ, ຢືມໜ້ອຍໆ, ຫຼາຍເທື່ອກໍ່ເພີ່ມຂຶ້ນ ເພີ່ມຂຶ້ນ... ນິດຫຼົງຮັກນ໊ອດໝົດທັງຕົວແລະຫົວໃຈ, ຈົນມາວັນໜຶ່ງ ໃນຊ່ວງເປີດເທີມ2 ນ໊ອດກໍ່ມາຫານິດ ແລ້ວກໍ່ເວົ້າກັບນິດວ່າ "ທາງບ້ານສົ່ງເງິນມາບໍ່ທັນ ນ໊ອດຂໍຢືມນິດໄປຈ່າຍຄ່າເທີມແນ່ໄດ້ບໍ່? ທາງຄະນະວ່າບໍ່ໃຫ້ກາຍມື້ອື່ນ" ຄ່າເທີມກໍ່ຫ້າແສນປາຍນິແຫຼະ ພໍດີຕອນນັ້ນ ນິດກໍ່ມາແຕ່ບ້ານໃໝ່ໆ ກໍ່ພໍມີເງິນໃຫ້ນ໊ອດຢູ່ ຈຶ່ງໃຫ້ນ໊ອດຢືມ. ພໍນ໊ອດໄດ້ເງິນແລ້ວກໍ່ຫາຍໄປຈົນເທົ່າທຸກວັນນີ້...

*** ຄວາມຈິງແລ້ວ ໃນຊ່ວງທີ່ພັກໂຮງຮຽນນັ້ນ ນ໊ອດໄປຈີບຜູ້ສາວອື່ນ ແລ້ວຖືກແຟນເຂົາເຈົ້າຮູ້ ແຟນເຂົາເຈົ້າຈຶ່ງໄລ່ຂ້າ ໄລ່ຟັນ ຈົນນ໊ອດຕ້ອງຫຼົບໆຊ່ອນໆ ພໍດີນິດມາວຽງຈຶ່ງຕົວະເອົາເງິນນຳນິດເພື່ອໜີໄປ ***

          ທຸກວັນນີ້ເຂົາລະສົງສານໝູ່ເຂົານະ ທັງໆທີ່ຄວາມຮັກກໍ່ມີໃຫ້ໝົດຫົວໃຈ ຄວາມຊ່ວຍເຫຼືອກໍ່ບໍ່ໄດ້ໜ້ອຍກວ່າໃຜ ແຕ່ຄົນໆນັ້ນກໍ່ຍັງມາຫຼອກກັນໄດ້...

 

  • ນີ້ແຫຼະເພິ່ນວ່າ ຮູ້ໜ້າບໍ່ຮູ້ໃຈ
Delicious Digg Fark Twitter