ຂຽນເມື່ອ: ມ.ນ.. 18, 2010
| ມີ
11 ຄຳເຫັນ
ແລະ
0 trackback(s)
ຂໍເຊີນຊວນຊາວພຸດທະບໍລິສັດຜູ້ໃຈບຸນທັງຫຼາຍ ໄປຮ່ວມງານບຸນປ່ອນບີສິມ ສົມໂພດພຣະພຸດທະຮູບ ບວດຂາວ ທີ່ວັດປ່າສັນຕິສຸກໄຊຍະຣາມ ບ້ານ ດອນໜູນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ເນື້ອໃນລາຍລະອຽດ:
- ສຳລັບຄ່ຳຄືນວັນທີ 18 - 19 /03 /2010 ທ່ານຈະໄດ້ພົບກັບວົງດົນຕຣີ ໜຸ່ມສຸກພາພອນ
- ສຳລັບຄຳ່ຄືນວັນທີ 20 / 03 /2010 ເຂົ້າສູ່ພິທີສົມໂພດພຣະພຸດທະຮູບ ແລະບວດຂາວຕະຫຼອດຄືນ
- ສຳລັບປ່ອນປີສິມແມ່ນເພີ່ນເລີ່ມປ່ອນຕັ້ງແຕ່ວັນທີ່ 18 /03 /2010 ຈົນຮອດວັນທີ່ 20 /03 /2010 (9 ມື້)
ຢ່າລືມຢ່າພາດ! ຫາໂອກາດໄປຮ່ວມບຸນຮ່ວມງານນຳກັນໃຫ້ໄດ້ນະ!
ຂໍຂອບໃຈຫຼາຍໆ,
ບ່າວນິດນິລັນ ຄົນພັນລາວ,